Saturday 24 September 2011

ພຣະພຸດທະເຈົ້າ ໕ ພຣະອົງ

ພຣະພຸດທະເຈົ້າ ໕ ພຣະອົງທີ່ອຸບັດຂຶ້ນໃນພັດທະກັປນີ້
ຄຳວ່າ “ກັປ” ໝາຍເຖິງໄລຍະເວລາທີ່ຍາວນານເຫຼືອເກີນກວ່າທີ່ຈະກຳນົດວ່າ ໂລກ ຄືຈັກກະວານ ໄດ້ໝູນໄປຈົນເຖິງ ຈຸດຈົຍ “ມະໄລກັນໄປຄັ້ງໜຶ່ງ” ຄືກຳນົດອາຍຸຂອງໂລກ ທ່ານໃຫ້ເຂົ້າໃຈດ້ວຍອຸປະມາຕາມການອະທິບາຍໄວ້ ໒ ທັດສະນະ ດັ່ງນີ້ຄື:
໑. ປຽບເໝືອນພູເຂົາສີລາລ້ວນສູງ, ກວ້າງ ແລະ ຍາວ ຂ້າງລະ ໑ ໂຍຊະນະ “ປະມານ ໑໖ ກິໂລແມັດ” ທຸກໆ ໑໐໐ ປີ ມີນາງຟ້ານຳເອົາຜ້າເນື້ອລະອຽດອ່ອນຢ່າງດີມາປັດລູບພຽງຄັ້ງໜຶ່ງ ຈົນພູເຂົານັ້ນຫ້ຽນລົງຈົນຮາບພຽງກ້ຽງລົງເທົ່າກັບພື້ນດິນ ກັບໜຶ່ງຍາວກວ່ານັ້ນ.
໒. ຄວາມໝາຍທີສຶງນີ້ ກໍມີທ່ານຜູ້ຮູ້ອະທິບາຍໄວ້ໃນລັກສະນະທີ່ຄ້າຍກັນຄື ມີຂຸມອັນເລີກ ກວ້າງທັງ ໔ ດ້ານ, ດ້ານລະ ໑ ໂຍຊະນະ ທຸກຮ້ອຍປີໃດ ເທວະດານຳເອົາເມັດງາມາຖິ້ມລົງ ໑ ເມັດ ຈົນວ່າເມັດງານັ້ນເຕັມຂຸມຈຶ່ງຊື່ວ່າກັບໜຶ່ງ.
ກັບ ໑ ເມື່ອເບິ່ງຕາມທັສນະທັງສອງແລ້ວ ໝາຍຄວາມວ່າຫາປະມານບໍ່ໄດ້ ໃນກັບໜຶ່ງຍາວດັ່ງທີ່ສົມທຽບ “ພັດທະ ກັບ” ຫຼື “ພັດທະຣະກັບ” ແປວ່າກັປຈະເຣີນ ພັດທະກັບນີ້ກໍຍິ່ງຍາວກວ່າ ນັ້ນຫາປະມານບໍ່ໄດ້ ສຳລັບໃນພັດທະກັບນີ້ຈະມີ ພຣະພຸດທະເຈົ້າມາອຸບັດຂຶ້ນເຖິງ ໕ ພຣະອົງ ຄື:
໑. ພຣະກຸກກຸສັນໂທ.
໒. ພຣະໂກນາຄະມະໂນ.
໓. ພຣະກັສສະໂປ.
໔. ພຣະໂຄຕະໂມ(ໂຄຕະມະ ພຸດທະອົງເຈົ້າປັດຈຸບັນ)
໕. ພຣະສີອະຣິຍະເມຕໄຕຣຍ໌.
ໃນພັດທະກັບນີ້ ຈັກມີພຣະພຸດທະເຈົ້າມາອຸບັດຂຶ້ນອີກໃນອະນາຄົດອົງໜຶາງ ພຣະນາມວ່າ “ພຣະສີອະຣິຍະເມດ ໄຕຣຍ໌” ເມື່ອສິ້ນສາສນາຂອງພຣະສີອະຣິຍະເມດໄຕຣຍ໌ພຸດທະເຈົ້າແລ້ວ ໂລກກໍເິງການອາວະສານ ແລະ ກໍສິ້ນສຸດພັດທະກັບນີ້ ແລ້ວຈຶ່ງຕັ້ງພັດທະກັບໃໝ່ອີກ.
ບົດນະມັສສະການພຣະພຸດທະເຈົ້າ ໕ ພຣະອົງວ່າ “ນະໂມ ພຸດທາຍະ” ແປຕາມສັບວ່າ “ຂໍນອບນ້ອມແດ່ພຣະພຸດ ທະເຈົ້າ” ເປັນຄຳກາງໆ ແຕ່ກໍນັບຖືກັນວ່າເປັນບົດໄຫວ້ພຣະພຸດທະເຈົ້ າ ໕ ປຣະອົງ ຄົງຈະເປັນເພາະມີອັກສອນນັບໄດ້ ໕ ອັກ ສອນ ແລະ ພຣະພຸດທະເຈົ້າ ໕ ພຣະອົງນັ້ນ ກໍໝາຍເຖິງ ພຣະພຸດທະເຈົ້າທີ່ອຸບັດຂຶ້ນແລ້ວໃນໂລກນີ້ ໔ ພຣະອົງ ແລະ ຈະມາ ອຸບັດຂຶ້ນອີກໃນການອະນາຄົດອີກ ໑ ພຣະອົງໃນພັດທະກັບນີ້ນັ້ນເອງ.

No comments:

Post a Comment