Thursday 22 September 2011

ພຸດທະສາສນາ ຄືຫຍັງ ?

ຄຳວ່າພຸດທະສາສນາຄືຫຍັງ ?
- ພຸດທະສາສນາ : ເປັນພາສາລາວ ທີ່ໄດ້ມາຈາກພາສາປາລີ "ພຸທທະສາສນັງ" ເຊິ່ງແປວ່າ "ຄຳສອນຂອງທ່ານຜູ້ຮູ້, ຜູ້ຕື່ນ, ຜູ້ເບີກບານ.
ພຸດທະສານາ ຫາກເຮົາຈະແຍກສັບຕາມພາສາໂດຍລະອຽດ ເພື່ອໃຫ້ ເຫັນຮູບຄັກແນ່ ເຮົາກໍແຍກເອົາພຸດທະອອກມາສັບໜຶ່ງ ແລ້ວກໍແຍກຄຳ ວ່າສາສນາສັບໜຶ່ງ.
ພຸດທະ ແປວ່າ ຜູ້ຮູ້, ຜູ້ຕື່ນ, ຜູ້ເບີກບານ.
ສາສນາ ແປວ່າ ຄຳສອນ.
ເມື່ອເອົາສອງພະຍາງມາປະສົມກັນແລ້ວ ເຮົາຈຶ່ງໄດ້ຄຳວ່າພຸດທະ ສາສນາຄືຄຳສອນຂອງຂອງທ່ານຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານ ດັ່ງທີ່ກ່າວແລ້ວ.
ບາງຄັ້ງກໍຮຽກວ່າພຣະພຸດທະສາສນາອັນນີ້ ຕ້ອງແປຄຳວ່າພຣະກ່ອນພຣະມາຈາກວະຣະ ຫຼືວໍຣະໄວຍາກອນປາລີອະນຸຍາດໃຫ້ແປງ “ວ” ເປັນ “ພ” ຈຶ່ງ ໄດ້ຄຳວ່າ “ພຣະ” ແປວ່າ “ປະເສີດ” ພຣະພຸດທະສາສນາ ຈຶ່ງແປວ່າ “ຄຳສອນທີ່ປະເສີດຂອງທ່ານຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານ.
ບາງຄັ້ງ ຍັງແປວ່າ ຄຳສອນທີ່ປະເສີດຂອງພຣະອໍຣະຫັນຕະສຳມາສຳ ພຸດທະເຈົ້າ, ຄຳສອນທີ່ປະເສີດຂອງທ່ານຜູ້ຮູ້ເອງເຫັນເອງ ເຫຼົ່ານີ້ເປັນຕົ້ນ.
ສະໄໝພຣະພຸດທະອົງຍັງຊົງພຣະຊົນຢູ່ຈົ ນຮອດການສັງຄາຍະນາ ຄັ້ງທີ ໑ ຮອດຄັ້ງທີສອງຖືກຮຽກວ່າ “ຄຳສັ່ງແລະຄຳສອນ ຫຼືພຣະທຳມະວິໄນ ແລະມີການສຶກສາກັນແບບມຸກຂະປາຖະ ຄືຈືຈຳກັບປາກໄວ້ເລີຍ ບໍ່ຕ້ອງ ຈົດ ກ່າຍໄວ້ໃນໜັງສື ຕໍ່ມາເມື່ອສະຕະວັດທີ ໓ ພຣະເຈົ້າອະໂສກ ມະຫາລາດ ໄດ້ ຫັນມານັບຖືພຣະພຸດທະສາສນາ ແລະຕັ້ງໃຈອຸປະຖັມພຣະພຸດທະສາສນາ ຈຶ່ງເປັນອຸປາສົກອຸປະຖຳພົກໃຫ້ຄະນະສົງ ທຳການສັງຄາຍະນາໂດຍມີ ພຣະ ໂມກຄັນລີບຸດຕິດສະເຖຣະເປັນປະທານ, ທຳທີ່ອະໂສກາຣາມ ເມືອງປາຕະລີ ບຸດ, ມີພຣະສົງເປັນອໍຣະຫັນເຂົ້າຮ່ວມປະຊຸມສົງເຖິງ ໑໐.໐໐໐ ອົງ. ໃຊ້ເວລາ ການທຳສັງຄາຍະນາ ໙ ເດືອນຈຶ່ງສຳເລັດ, ການທຳສັງຄາຍະນາຄັ້ງນີ້ ໄດ້ ຈັດແບ່ງພຣະທຳມະວິໄນໄວ້ເປັນໝວດໝູ່ຈະແຈ້ງ ຮຽກວ່າພຣະໄຕປິດົກ.
- ເຊິ່ງມີ ໓ ຄຳພີໃຫຍ່ຮຽກວ່າ "ພຣະໄຕຣປິດົກ" ຂຽນເປັນອັກສອນໂຣມັນວ່າ "TRIPITAKA" ຫຼື PITAKA ເປັນ ພາສາ ປາລີວ່າ "ປິຕະກະ".
- ປິຕະກະ ຫຼືພຣະໄຕຣປິດົກ ມີ ໓ ຄຳຜີໃຫຍ່ ທີ່ຈັດເປັນໝວດໝູ່ໄວ້ດີແລ້ວ ໓ ກະຕ່າ ຄື.
໑. ພຣະວິໄນຍ໌ ປິດົກ ມີ ໒໑.໐໐໐ ພຣະທັມມະຂັນທ໌ (ອ່ານວ່າ "ສອງໝື່ນໜຶ່ງພັນພຣະທັມມະຂັນທ໌").
໒. ພຣະສູຕຕັນຕະປິດົກ ມີ ໒໑.໐໐໐ ພຣະທັມມະຂັນທ໌(ອ່ານວ່າ"ສອງໝື່ນໜຶ່ງພັນພຣະທັມມະຂັນທ໌").
໓. ພຣະອະພິທັມມະປິດົກ ມີ ໔໒.໐໐໐ ພຣະທັມມະຂັນທ໌, (ອ່ານວ່າ "ສີ່ໝື່ນສອງພັນພຣະທັມມະຂັນທ໌").
- ລວມທັງ ໓ ປິດົກ ເປັນ ໘໔.໐໐໐ ພຣະທັມມະຂັນທ໌, (ອ່ານວ່າ "ແປດໝື່ນສີ່ພັນພຣະທັມມະຂັນທ໌").
- ໃນການທຳສັງຄາຍະນາຄັ້ງນີ້ ພຣະໂມກຄັນລີບຸດຍັງໄດ້ແຕ່ງຄຳປີ ກະຖາວັດຖຸ ເຖິງຄຳພີໜຶ່ງໃນພຣະອະພິທັມໄວ້ດ້ວຍ ເມື່ອທຳສັງຄາຍະນາ ແລ້ວ ກໍໄດ້ສົ່ງຄະນະສົງອອກປະກາດສາສນາ ເປັນ ໙ ສາຍມາທາງສຸວັນນະ ພູມ ສາຍທີ ໘ ມີພຣະໂສນະ ກັບພຣະອຸດຕະຣະເປັນຫົວໜ້າຄະນະມາຍັງສຸ ວັນນະພູມປະເທດ.
ສ່ວນຄຳວ່າ “ສາສນາ” ນັ້ນ ໄດ້ປະກົດມາຕັ້ງແຕ່ສະໄໝພຣະພຸດທະ ເຈົ້າຊົງພຣະຊົນຢູ່ ເຊິ່ງພຣະອົງເປັນຜູ້ຕັດເອງ ຫຼັງຈາກພຣະອົງຕັດສະຮູ້ ແລ້ວ ໖ ປີ, ປະທານໃຫ້ແກ່ພຣະອໍຣະຫັນ ໑໒໕໐ ອົງ ໃນວັນຕະຣົງຄະສັນນິ ບາດ ເຊິ່ງຈະຮຽກວ່າ ວັນປະການພຣະພຸດທະສາສນາກໍໄດ້ ຄືໃນວັນເພັງ ເດືອນມາຄະ ພຣດຳຣັດນັ້ນຖືກຮຽກວ່າ “ໂອວາທະປາຕິໂມກ” ເຊິ່ງມີໃຈ ຄວາມດັ່ງນີ້.
ຄຳປາລີຕົ້ນສະບັບ
ຄຳແປ
ກ. ຂັນຕິ ປະຣະມັງ ຕະໂປ ຕີຕິກຂາ ນິພພານັງ ປະຣະມັງ ວະທັນຕິ ພຸດທາ ນະ ຫິ ປັພພະຊິໂຕ ປະຣູປະຄາຕີ ສະມະໂນ ໂຫຕິ ປະຣັງ ວິເຫຖະຍັນໂຕ.
ຂັນຕິຄືຄວາມອົດກັ້ນ ເປັນຕະບະຢ່າງຍິ່ງ ພຣະພຸດທະເຈົ້າ ທັງຫຼາຍກ່າວວ່າ ນິພພານເປັນພຣະບໍຣົມມະທັມ ຜູ້ທຳຮ້າຍຄົນອື່ນບໍ່ຊື່ວ່າເປັນບັນພະຊິດ ຜູ້ບຽດບຽນຄົນອື່ນບໍ່ຊື່ວ່າເປັນສະມະນະ.
ສັພພະປາປັສສະ ອະກະຣະນັງ ກຸສສະລັສສຸສັມປະທາ ສະຈິຕຕະປະຣິໂຍທະປານັງ ເອຕັງ ພຸດທະສາສະນັງ.
-      ການບໍ່ທຳຄວາມຊົ່ວທັງປວງ ໑
-      ການບຳເພັງແຕ່ຄວາມດີ ໑
-      ການທຳຈິດໃຈຂອງຕົນໃຫ້ຜ່ອງໃສ ໑
-      ນີ້ເປັນຄຳສອນຂອງພຣະພຸດທະເຈົ້າ ທັງຫຼາຍ.
ອະນູປະວາໂທ ອະນູປະຄາໂຕ ປາຕິໂມກເຂ ຈະ ສັງວະໂຣ ມັຕຕັນຍຸຕາ ຈະ ພັຕຕັສມິງ ປັນຕັນຈະ ສະຍະນາສະນັງ ອະທິຈິດເຕ ຈະ ອາໂຍໂຄ ເອຕັງ ພຸດທານະ ສາສນານັງ
-      ການບໍ່ກ່າວຮ້າຍ ໑
-      ການບໍ່ທຳຮ້າຍ ໑
-      ຄວາມສຳລວມໃນປະຕິໂມກ ໑
-      ຄວາມເປັນຜູ້ຮູ້ຈັກປະມານໃນອາຫານ ໑
-      ທີ່ນັ່ງທີ່ນອນອັນສະຫງັດ ໑
-      ຄວາມພຽນໃນອະທິຈິດ ໑
-      ອັນນີ້ເປັນຄຳສອນຂອງພຣະພຸດທະເຈົ້າ ທັງຫຼາຍ.
- ເມື່ອເຮົາມາສັງເກດເບິ່ງ ຄຳວ່າ “ສາສນັງ” ໃນພາສາປາລີ ລ້ວນແຕ່ແປວ່າ ຄຳສອນຂອງພຣະພຸດທະເຈົ້າທັງຫຼາຍ ສະນັ້ນ ຄຳວ່າສາສນາ ຈຶ່ງແປວ່າຄຳ ສອນຂອງພຣະພຸດທະເຈົ້າ ນັ້ນເອງ.
- ຜູ້ທີ່ອ້າງຕົນ ຫຼືນ້ອມຮັບນັບຖືພຣະພຸດທະສາສນາ ຮຽກຕົນເອງວ່າ "ພຸດທະບໍຣິສັດ", ນອກຈາກຈະມີສັດທາ ໃນການປະຕິບັດຕົນໃນພຣະພຸດທະສາສນາ ໓ ຢ່າງ ຄື
໑. ທານ.
໒. ຮັກສາສີນ
໓. ພາວະນາ
ແລ້ວຕ້ອງໄດ້ ສຶກສາພຣະໄຕຣດົກທາງພຣະພຸດທະສາສນາ ເພື່ອໃຫ້ເກີດ "ປັນຍາ" ຄືຄວາມຮູ້ຮອບໃນພຸດທະທັມ ແລ້ວດຳເນີນຊີວິດຕາມແນວ ທາງພຣະພຸດທະສາສນາໃຫ້ຖືກຕ້ອງເໝາະສົມ.

No comments:

Post a Comment