Thursday 22 September 2011

ພຣະແກ້ວທີ່ຄວນໄຫວ້ ໓ ອົງ

- ເທົ່າທີ່ສັງເກດເບິ່ງຄົນລາວພາຍໃນປະເທດ ແລະພີ່ນ້ອງຊາວລາວທີ່ອອກໄປດໍາລົງຊີວິດ ແລະທໍາມາກິນຕ່າງປະເທດ(ບໍ່ວ່າດ້ວຍເຫດຜົນໃດໆກໍຕາມ) ພວກເຂົາບໍ່ລືມຮີດພໍ່ຄອງແມ່ ຮີດເກົ່າຄອງຫຼັງ ບໍ່ວ່າຍາມບ້ານເມືອງມີໄພ ຫຼືບ້ານເມືອງສະຫງົບສຸກກໍຕາມ, ພວກເຂົາເລົ່ານັ້ນ ຍັງຕັ້ງຕັ້ງຕົນຢູ່ໃນສິນ, ທານ, ພາວະນາ ໂດຍຖືເອົາ ທານ, ສິນ, ປັນຍາ ເປັນແບບແຜນດໍາລົງຊີວິດຢ່າງບໍ່ລົດລະ ພີ່ນ້ອງຊາວລາວຢູ່ຕ່າງປະເທດນັ້ນ ໄປໄກຖິ່ນຖານບ້ານຊ່ອງ ການໃຊ້ຊີວິດຢ່າງຕ່າງປະເທດ ເຖິງສະດວກສະບາຍ ແຕ່ກໍວຽກງານຮັດກຸມ ຕ້ອງທໍາງານເປັນໄປຕາມກົດໝາຍຂອງບ້ານເມືອງນັ້ນ, ເຖິງປານນັ້ນເຂົາກໍຍັງຫາທາງ ຫາເວລາ ຈົ່ງຢອມເງິນຄໍາທີ່ຕົນຫາມາໄດ້ດ້ວຍຄວາມບໍລິສຸດນັ້ນ ມາທ່ອງທ່ຽວຢ້ຽມຢາມບ້ານເກີດເມືອງນອນຕົນ ເມື່ອມາແລ້ວພວກເຂົາກໍບໍ່ລືມທີ່ຈະທຳບຸນສຸນທານ ຫາກເບິ່ງເຈດຕະນາແລ້ວ ແມ່ນພວກເຂົາມາທໍາບຸນ ໂດຍປະການຕ່າງໆ.
- ສ່ວນພີ່ນ້ອງຊາວລາວຢູ່ພາຍໃນປະເທດ ນັບວ່າມີໂອກາດກວ່າ ເທົ່າທີ່ສັງເກດແລ້ວ ບໍ່ວ່າພວກເຂົາເລົ່ານັ້ນ ຈະຮັ່ງ ຈະທຸກ ຈະເຮັດການ ຫຼືເຮັດການ ປະກອບສ່ວນວຽກງານນໍາລັດ ເອກະຊົນ ຫຼືສ່ວນຕົວກໍຕາມ ພວກເຂົາຍ່ອມທໍາບຸນສຸນທານບໍ່ເວັ້ນແຕ່ລະວັນ ບໍ່ວ່າຈະເປັນບຸນນ້ອຍ ບຸນໃຫຍ່ ບຸນເຮືອນຕົນ ບຸນເຮືອນຄົນອື່ນ ແລະບຸນວັດ ໂດຍບໍ່ຂາດ ບໍ່ຄາ.
- ເຖິງຢ່າງໃດກໍຕາມ ບໍ່ວ່າແຕ່ພີ່ນ້ອງຢູ່ໃນເມືອງລາວ ຫຼືຢູ່ຕ່າງປະເທດກໍຕາມ ສິ່ງທີ່ພວກເຂົາມີໃນຕົວຂອງເຂົາ ແລະຢືດຖືຢູ່ໃນມະໂນເຈດຕະນາຂອງເຂົານັ້ນ ກໍບໍ່ອື່ນໄກ ຫາກແມ່ນພຣະແກ້ວນັ້ນເອງ, ພຣະແກ້ວຂອງພວກເຂົາ ບໍ່ແມ່ນແກ້ວທັມມະດາ ແຕ່ຫາກແມ່ນແກ້ວ ປະເສີດກວ່າແກ້ວໃດໆໃນໂລກ ແຖມຍັງບໍ່ແມ່ນອົງດຽວເທົ່ານັ້ນ ມີຕັ້ງ 3 ອົງຄື.
- ໄຕຣຣັຕນ໌ ຫຼືຣັຕະນະໄຕຣ (ໄຕຣຣັຕນ໌ ຫຼືຣັຕະນະໄຕຣ ແປວ່າແກ້ວສາມປະການ) ມີຢູ່ 3 ອົງ ຄື
1, ພຸດທະຣັຕະນັງ (ແກ້ວຄືພຣະພຸດທະເຈົ້າ)
2, ທັມມະຣັຕະນັງ (ແກ້ວຄືພຣະທັມມະເຈົ້າ)
3, ສັງຄະຣັຕະນັງ (ແກ້ວຄືພຣະສັງຄະເຈົ້າ)
- ແກ້ວສາມປະການນີ້ ໃຜຫາກມີໄວ້ແລ້ວ ຍ່ອມປະເສີດກວ່າແກ້ວໃດໆໃນໂລກ, ການສັງເກດເບິ່ງປະຕິປະທາ ແລະການປະຕິບັດຂອງຄົນລາວແລ້ວ ເຫັນວ່າຄົນລາວມີພຣະແກ້ວ ແລະພຣະແກ້ວໄດ້ສະເດັດກັບມາເມືອງລາວໄດ້ 650 ກວ່າປີແລ້ວແລ, ສະແດງວ່າພຣະແກ້ວບໍ່ໄດ້ສະເດັດໜີໄປໃສ ຫາກແມ່ນສະຖິດຢູ່ເມືອງລາວນີ້ແລ, ຂໍພີ່ນ້ອງຊາວລາວທັງມວນ ຈົ່ງຮັກສາພຣະແກ້ວທີ່ປະເສີດນີ້ຢູ່ຄູ່ລາວຕະຫຼອດໄປ.

No comments:

Post a Comment