Wednesday, 16 April 2014

ຕອບບັນຫາເລື່ອງ ການເຮັດບຸນ

ຕອບຕາມຜູ້ເຖົ້າ ທີ່ເປັນບັນດິດອາຈານວ່າ
---------
- ຖາມ: ເປັນຫຍັງຈຶ່ງເຮັດບຸນ.
- ຕອບ: ເຮັດບຸນເພາະເຮັດຄວາມດີ.
- ຖາມ: ທຳຄວາມດີໄດ້ຫຍັງ ຄົນທຳບໍ່ດີກະຍັງມີຫຼາຍ.
- ຕອບ: ທຳຄວາມດີ ໄດ້ຄວາມສຸກ.
- ຖາມ: ຄົນທຳຄວາມຊົ່ວສຸກກະມີຫຼາຍ ບໍ່ເຫັນວ່າເຂົາຊິທຸກ.
- ຜູ້ຕອບຖາມ: ຄົນທຳຊົ່ວໄດ້ສຸກຈັງໃດ ?
- ຕົນຖາມຕອບ: ເຫັນຄົນບໍ່ເຄີຍທຳບຸນສິນທານ ຍິ່ງຮັ່ງມີລໍ້າລວຍ.
- ຕອບ: ຄວາມຮັ່ງມີ ບໍ່ໝາຍວ່າຈະມີຄວາມສຸກສະເໝີໄປ.
- ຄົນຖາມອະທິບາຍ: ເຂົາສຸກຫັ້ນແລ້ວ ເຫັນເຂົາຢາກໄດ້ຫຍັງ ຢາກເຮັດຫຍັງ ຢາກໄປໃສກະໄດ້ໝົດ.
- ຜູ້ຕອບຖາມ: ແລ້ວຖາມວ່າໃນໃຈເຂົາເປັນສຸກບໍ ?
- ຕົນຖາມຕອບ: ບໍ່ຮູ້ດອກ ແຕ່ເຫັນເຂົາສຸກສະບາຍບໍ່ເດືອດບໍ່ແຄ້ນຫຍັງ ?
- ຜູ້ຕອບ: ບຸນ ແລະສຸກໃນທາງສາສະໜາ ແມ່ນໃຫ້ຄວາມສຸກທາງໃຈເປັນອັນດັບແຮກ, ຫາກປະກອບກຳທຳກຸສົນໃຈເຂົາເປັນສຸກ ສະບາຍ ເຢັນ ບໍ່ຮ້ອນ ບໍ່ກົວໄພ ນັ້ນລະຄວາມສຸກ ທີ່ເກີດຈາກການທຳບຸນ ຄືທຳຄວາມດີ ອັນເປັນກຸສົນ ຜູ້ທີ່ມີຊັບ ບໍ່ມີຊັບ ກໍມີສຸກ ສະຫງົບ ສັນຕິ ບໍ່ວຸ້ນວາຍ ມີຊັບກໍໃຊ້ຊັບໄປໃນທາງທີ່ຖືກທີ່ຄວນ ແລະຊັບເອງກໍບໍ່ເປັນໄພ ຄົນເອງກໍບໍ່ມີໄພ ຄອບຄົວ ຜົວເມັຍ ລູກຫຼານຍາດວົງ ກໍບໍ່ມີບັນຫາ ຕ່າງຈາກຄົນບໍ່ທຳບຸນ ບໍ່ສ້າງກຸສົນ ຊີວິດຂອງ ເຂົາກົງກັນຂ້າມກັບທີ່ກ່າວມານີ້ທັງໝົດ.
- ທຸກ ຄື ບໍ່ສະບາຍກາຍບໍ່ສະບາຍໃຈ ມີສິ່ງໃດ ເດືອດຮ້ອນກັບສິ່ງນັ້ນ ເມື່ອເຖົ້າໄປຮ່າງກາຍ ໝົດແຮງມອງທາງຫຼັງ ມີແຕ່ຄວາມສຸກ.
- ສຸກ ຄື ສະບາຍກາຍ ສະບາຍໃຈ ມີສິ່ງໃດ ບໍ່ມີຄວາມເດືອດຮ້ອນ ຍິ່ງເຖົ້າໄປຮ່າງກາຍໝົດ ແຮງຍິ່ງເດືອດຮ້ອນທາງໃຈເປັນອັນດັບຕົ້ນ ມອງທາງຫຼັງກວາໄພຕົນເອງ ເພາະເຫັນແຕ່ຄວາມ ຊົ່ວ.
- ດ້ວຍເຫດນັ້ນແລ້ວ ຈຶ່ງຄວນເຮັດບຸນແຕ່ໜຸ່ມແໜ້ນແຂງແຮງ ຕອນຮ່າງກາຍກຳລັງມີໄຟຢູ່ນີ້.
- ບຸນໃນທາງພຸດທະສາສະໜາ ມີ 3 ຢ່າງ ຄື
1. ທານະໄມ : (ບຸນສຳເລັດດ້ວຍການໃຫ້ທານ) ເສັຍສະຫຼະ(ໃຫ້), ບໍລິຈາກ, ສົງເຄາະ ອະນຸເຄາະ.
2. ສີລະໄມ: (ບຸນສຳເລັດດ້ວຍການຮັກສາສີນ) ຮັກສາກາຍ ວາຈາ ໃຫ້ສະຫງົບ ຕາມວິໄນ ແລະກົດໝາຍ.
3. ພາວະນາໄມ: (ບຸນສຳເລັດດ້ວຍການພາວະນາ) ຄື ໄຫວ້ພະ, ພາວະນາ. ແລະປະຕິບັດກຳມັດຖານ 2 ຄື

1. ສະມະຖະພາວະນາ(ສະມະຖະກຳມັດຖານ) ຄື ອຸບາຍສະຫງົບໃຈ, ໄດ້ແກ່ການປະຕິບັດທຳດ້ວຍບໍລິກຳ ເປັນການບຳເພັງພຽນທາງຈິດ ໂດຍໃຊ້ສະມາທິເປັນຫຼັກ ມຸ້ງໃຫ້ຈິດສະຫງົບ ລະງັບຈາກນິວອນເຊິ່ງເປັນຕົວການກີດຂວາງຈິດ ບໍ່ໃຫ້ບັນລຸຄວາມດີເປັນສຳຄັນ ສະມະຖະກຳມັດຖານ ເປັນອຸບາຍລະຄວາມຟຸ່ງຊ່ານ ຢຸດຈິດໃຫ້ນິ່ງໂດຍໃຊ້ສະມາທິ ຫຼັກສະມະຖະກຳມັດຖານໂດຍຢຶດດອາລົມຢ່າງໃດ ຢ່າງໜຶ່ງໃນກຳມັດຖານ 40 ຫ້ອງ.

2. ວິປັດສະນາພາວະນາ(ວິປັດສະນາກຳມັດຖານ) ຄື ອຸບາຍສະຫງົບໃຈເພື່ອໃຫ້ເກີດປັນຍາ, ກຳມະຖານ ທຳໃຫ້ເກີດຄວາມຮູ້ແຈ້ງເຫັນຈິງ ໝາຍເຖິງການປະຕິບັດທຳກຳມັດຖານທີ່ໃຊ້ສະ ຕິເປັນຫຼັກ ວິປັດສະນາກຳມະຖານເປັນການພິຈາລະນາສະພາວະທຳ ນາມ-ຮູບ ຄື ຂັນ, ທາດ, ອາຍະຕະນະ, ອີນຊີ ໃຫ້ເຫັນຕາມຄວາມເປັນຈິງ ຄື ເຫັນດ້ວຍປັນຍາ ສະພາວະທຳເຫຼົ່ານີ້ ຕົກຢູ່ໃນສະມັນຍາລັກສະນະ ຫຼື້ໄຕລັກ ຄື ອະນິດຈັງ ທຸກຂັງ ອະນັດຕາ ເປັນສິ່ງທີ່ເກີດຈາກ ການລວມຕົວຂອງທາດ 4 ອັນໄດ້ແກ່ ດິນ, ນໍ້າ, ລົມ, ໄຟ ເທົ່ານັ້ນເປັນສິ່ງທີ່ບໍ່ຄວນຢຶດຖື.

- ວິປັດສະນາກຳມັດຖານ ເປັນກຳມັດຖານທີ່ມຸ້ງການອົງຮົມເປັນຍາເປັນຫຼັກ ແລະຄູ່ກັບສະມັດຖະກຳມັດຖານ ເຊິ່ງມຸ້ງບໍລິຫານຈິດເປັນຫຼັກ.
- ໃນພະສູດ ອັດຖະກະຖາ ກ່າວໄວ້ວ່າ ພາວະນາ ໄດ້ ສຸຕະມະຍະປັນຍາ ກັບຈິນຕາມະຍະປັນຍາ, ສ່ວນໃນວິພັງ ອະນຸໂລມວ່າ ພາວະນາມະຍະປັນຍາ.
- ສະຫຼຸບວ່າ ພາວະນາ ມີ 3 ຢ່າງ ຄື
1. ສຸຕະມະຍະປັນຍາ ປັນຍາເກີດຈາກການສູດ ທ່ອງ ຮຽນ.
2. ຈິນຕາມະຍະປັນຍາ ປັນຍາເກີດຈາກການອົບຮົມຈິດ.
3. ພາວະນາມະຍະປັນຍາ ປັນຍາເກີດການພາວະນາ ອັນມີວິປັດສະນາ ແລະສະມັດຖະກຳມັດຖານນັ້ນເອງ.

- ທັງໝົດທັງປວງທີ່ກ່າວມານີ້ ເປັນການທຳບຸນໃນພຸດທະສາສະໜາ ຄື ທານ, ສິນ, ພາວະນາ ຂາດເສັຍຢ່າງໃດ ຢ່າງໜຶ່ງ ເພາະທັງ 3 ນີ້ເປັນຂອງຄູ່ກັນ.

Monday, 10 March 2014

ພຣະອະຣິຍະເມດໄຕ ຫຼືພຣະສຣີອະຣິຍະເມດໄຕ, ພຣະເຈົ້າເມດໄຕ, ພຣະພຸດທະເຈົ້າເມດໄຕ, ຫຼືພຣະເມດໄຕ ຫຼືພຣະສີອານ(ອາຣຍ໌)

ພຣະອະຣິຍະເມດໄຕ ຫຼືພຣະສຣີອະຣິຍະເມດໄຕ, ພຣະເຈົ້າເມດໄຕ, ພຣະພຸດທະເຈົ້າເມດໄຕ, ຫຼືພຣະເມດໄຕ ຫຼືພຣະສີອານ(ອາຣຍ໌)
——
- ຕົ້ນເຫດຂອງການຂຽນບົດຄວາມນີ້:
(ບົດຂຽນບົດນີ້ ຂຽນຂຶ້ນຕາມຄຳຖາມຂອງ ສະມາຊິກເຟຊບຸກທີ່ຖາມມາທາງອິນບ໊ອກເດີ ຄົນອື່ນໄດ້ອະນິສົງນຳ)

1. ຊື່ຮຽກທີ່ປາກົດ:
- ພຣະອະຣິຍະເມດໄຕ ຫຼືພຣະສຣີອະຣິຍະເມດໄຕ, ພຣະເຈົ້າເມດໄຕ, ພຣະພຸດທະເຈົ້າເມດໄຕ, ຫຼືພຣະເມດໄຕ, ພຣະສີອານ(ໃນພາສາລາວປາກົດຫຼາຍຊື່ຮຽກ) ປາລີຂຽນ Metteyya(เมตฺเตยฺย); ສັນສະກິດຂຽນ मैत्रेय (ไมเตฺรย) ໄທຍຂຽນ พระศรีอริยเมตไตรย, พระสรีอริยเมตตรัย (ໃນພາສາໄທຍ ປາກົດຫຼາຍຊື່ ເໝືອນກັບພາສາລາວ).

2. ນຳເລື່ອງ:
- ພຣະສຣີອະຣິຍະເມດໄຕ ເປັນພຣະໂພທິສັດ ຄືອົງທີ່ຈະໄດ້ເປັນພຣະພຸດທະເຈົ້າໃນອະນາຄົດ ຂ້າງໜ້າ ເປັນພຣະພຸດທະເຈົ້າອົງທີ 5 ຄືອົງສຸດທ້າຍ ໃນພັດທະຣະກັບນີ້, ພຸດທະສາສະນິກະຊົນເຊື່ອວ່າເມື່ອພຸດທະສາສະໜາຂອງພຣະສະມະນະໂຄດົມສຳມາສຳມາສຳພຸດທະເຈົ້າສິ້ນສຸດໄປແລ້ວ ໂລກຈະຈະກ້າວເຂົ້າສູ່ແຫ່ງຄວາມເສື່ອມຖອຍ ອາຍຸໄຂຂອງມະນຸດ ຈະຄ່ອຍໆລົດລົງໄປຈົນເຫຼືອ 10 ປີ, ໂລກກໍເຂົ້າສູ່ຍຸກມິສັນຍີ, ມະນຸດກໍໄດ້ຮັບໄພອັນຕະລາຍ ແລະມີຄວາມສະຫຼົດໃຈກັບຄວາມຊົ່ວຮ້າຍທີ່ເກີດຂຶ້ນ ກໍຫັນມາລວມຕົວ ລວມກຸ່ມກັນສ້າງຄວາມດີ ມີການໃຫ້ທານ ຮັກສາ ສິນເປັນຕົ້ນ, ຫຼັງຈາກປະຕິບັດສິນທຳແລ້ວ ອາຍຸໄຂຂອງຄົນເລົ່ານັ້ນກໍເພີ່ມຂຶ້ນ ຈາກ 10 ສູ່ 20 ປີ ໄປຈົນ 100 ຈົນ 1000 ປີ ຂຶ້ນໄປຈົນຮອດອະສົງໄຂປີ, ໃນຍຸກນີ້ ຈະມີພຣະໂພທິສັດ ບຳເພັງປາຣະມີຄົບ 80 ອະສົງໄຂປາຍແສນມະຫາກັບ, ຈະລົງມາຕັດສະຮູ້ເປັນພຣະພຸດທະເຈົ້າ ຕາມພຸດທະພະຍາກອນ ກໍຄື ພຣະສີອະຣິຍະເມຕໄຕໂຍໂພທິສັດນັ້ນແລ. (ພຣະອະຣິຍະເມດໄຕພຸດທະເຈົ້ານີ້ແລ)

3. ພຸດທະພະຍາກອນ:
- ພຸດທະພະຍາກອນກ່ຽວກັບພຣະສຣີອະຣິຍະເມດໄຕ ພົບໃນຄັມພີຂຸດທະນິກາຍ ຂອງສາສະໜາພຸດ ໃນພຣະໄຕປິດົກເຫຼັ້ມທີ 11 ພຣະສູດຕັນຕະປິດົກເຫຼັ້ມ 3 ທີຄະນິກາຍ ປະຕິກະວັກ, ຈາກກະວັດຕິສູດ ເຊິ່ງມີເນື້ອໃນສົມບູນໃນທຸກນິກາຍ.

3.1. ຄຳພາຍາກອນ:
”ດູກ່ອນພິກຂຸທັງຫຼາຍ ໃນເມື່ອມະນຸດມີອາຍຸ 80.000 ປີ, ພຣະຜູ້ມີພຣະພາກຊົງພຣະນາມວ່າເມຕໄຕ ຈັກສະເດັດຂຶ້ນໃນໂລກ ພຣະອົງເປັນອໍຣະຫັນຕັດສະຮູ້ເອງໂດຍຊອບ ເຖິງພ້ອມດ້ວຍວິຊຊາແລະຈາຣະນະສະເດັດໄປດີແລ້ວ ຊົງຮູ້ແຈ້ງໂລກ ເປັນສາຣະຖີຝຶກບູຣຸດທີ່ຄວນຝືກ ບໍ່ມີຜູ້ອື່ນຍິ່ງກວ່າ ເປັນສາສະດາຂອງເທວະດາ ແລະມະນຸດທັງຫຼາຍ ເປັນຜູ້ເບີກບານແລ້ວ ເປັນຜູ້ຈຳແນກແຈກທຳ ເໝືອນຕະຖາຄົດອຸບັດຂື້ນແລ້ວໃນໂລກ, ໃນບັດນີ້ເປັນອໍຣະຫັນ ພຣະຜູ້ມີພຣະພາກຊົງພຣະນາມວ່າເມດໄຕ ພຣະອົງນັ້ນຈັກຊົງທຳ ໂລກນີ້ພ້ອມທັງເທວະໂລກ ມານໂລກ ພົມໂລກ ໃຫ້ແຈ່ມແຈ້ງດ້ວຍປັນຍາອັນຍິ່ງ ດ້ວຍພຣະອົງເອງແລ້ວ ຊົງສອນໝູ່ສັດ ພ້ອມທັງສະມະນະພາມ ເທວະດາ ແລະມະນຸດໃຫ້ຮູ້ຕາມ ເໝືອນຕະຖາຄົດໃນບັດນີ້ ພຣະຜູ້ມີພຣະພາກຜູ້ຊົງພຣະນາມວ່າເມດໄຕພຣະອົງນັ້ນ ຈັກຊົງສະແດງທຳ ງາມໃນເບື້ອງຕົ້ນ ງາມໃນທ່າມກາງ ງາມໃນທີ່ສຸດ ຊົງປະກາດພົມມະຈັນ ພ້ອມທັງອັດຖະ ພະຍັນຊະນະ ບໍລິສຸດ ບໍລິບູນ ເໝືອນຕະຖາຄົດ ໃນບັດນີ້, ພຣະຜູ້ມີພຣະພາກຊົງພຣະນາມວ່າເມດໄຕພຣະອົງນັ້ນ ຈັກຊົງບໍລິຫານພຣະພິກຂຸສົງຫຼາຍພັນ ເໝືອນພຣະຕະຖະຄົດບໍລິຫານພິກຂຸສົງຫຼາຍຮ້ອຍ ໃນບັດນີ້ສະນັ້ນ”

4. ປະຫວັດ:
- ໃນຍຸກຂອງພຣະສີຣິວັດພຸດທະເຈົ້າ ພຣະສຣິອະຣິຍະເມດໄຕ ຊົງເປັນກະສັດຊົງພຣະນາມວ່າ ພຣະເຈົ້າສັງຂະປັດແຫ່ງນະຄອນອິນທະປັດຖະ.
- ວັນໜຶ່ງຊົງຊາບວ່າພຣະພຸດທະເຈົ້າສະເເດັດມາໃກ້ໆ ເມືອງອິນທະປັດ ກໍຊົງດີພຣະໄທຈຶ່ງສະເດັດໄປດ້ວຍບາດ(ເດີນໄປເອງ) ພຽງໜຶ່ງວັນພຣະບາດທັງສອງກໍແຕກຊໍ້າ
ວັນທີສາມໜ່ອງກໍເຕັກຊໍ້າພຣະໂລຫິດນອງ ວັນທີສີ່ບໍ່ສາມາດສະເດັດຕໍ່ໄປດ້ວຍພຣະວິຣິຍະ(ຄວາມພຽນ) ແລະຈິດມຸ້ງໝັ້ນທີ່ຈະເຈົ້າເຝົ້າພຣະສີຣິວັດພຸດທະເຈົ້າພຣະອົງນັ້ນ, ຈຶ່ງຄ່ອບຄືບຄານໄປດ້ວຍພຣະອຸຣະ(ເອິກ) ພຣະພຸດທະເຈົ້າຊົງຊາບດ້ວຍຍານທິບ ຈຶ່ງແປງເປັນມານົບໜຸ່ມ(ຊາຍໜຸ່ມ)ຂັບກວຽນ, ພາໄປເຖິງສຳນັກຂອງພຣະພຸດທະຈົ້າ, ພຣະອິນ ແລະມະເຫສີທັງສີ່ໄດ້ແປງອົງເປັນຍິງຊາຍ ນຳຫໍ່ເຂົ້າທິບ ແລະນໍ້າທິບມາໃຫ້ສະເຫວີຍ, ເມື່ອພຣະອົງຫາຍບວບຊໍ້າຈຶ່ງຊົງສະເດັດໄປພຣະວິຫານ ພຽງແຮກພົບພຣະພຸດທະເຈົ້າ ກໍສະຫຼົບເພາະດ້ວຍຄວາມປີຕິໂສມະນັດເມື່ອຟື້ນພຣະວໍຣະກາຍຈຶ່ງຕັດວ່າ:
”ຂ້າແຕ່ພຣະຜູ້ມີພຣະພາກເຈົ້າ” ແລະກໍບໍ່ໄດ້ຕັດອັນໃດ ດ້ວຍຄວາມຍິນດິພຣະໄທ ພຣະອົງໄດ້ສະດັບພຣະສັດທັມພຽງບົດດຽວ ເພາະບໍ່ມີສິ່ງໃດ ຖວາຍບູຊາທຳມະເທດສະໜາ ຈຶ່ງຊົງຕັດພຣະສຽນ(ສີສະ-ຫົວ) ດ້ວຍພຣະນະຂາ(ເລັບ) ຖວາຍເປັນພຸດທະບູຊາ ແລະໃນຍຸກຂອງພຣະໂຄດົມສັມມາສັມພຸດທະເຈົ້າ(ອົງປັດຈຸບັນ) ພຣະສຣີອະຣິຍະເມດໄຕ ໄດ້ເປັນສາວົກຂອງພຣະອົງມີນາມວ່າ ພຣະອະຊິຕະ ພິກຂຸ, ຄັ້ງໜຶ່ງໄດ້ຮັບພຸດທະພະຍາກອນ ວ່າ “ພຣະອະຊິຕະ ຈະໄດ້ເປັນພຣະພຸດທະເຈົ້າ ໃນອະນາຄົດ”.

- ໂຜດຕິດຕາມການຕັດສະຮູ້.

(ອ່ານເທົ່ານີ້ກ່ອນ ແລ້ວຈັ່ງກັບມາອ່ານຕໍ່ ເພື່ອສ້າງຄວາມເຂົ້າໃຈໃຫ້ດີ ໃນບົດຕົ້ນ)

Sunday, 9 March 2014

ປິດສະໜາທຳ

ຄໍາ­ຖາມ­ຂອງ­ອາ­ຈານ­ສັກ­ມອນ ສີຣິສັກ (ທີ່­ຖາມ­ມາໃນໃນເຟຊີບຸຄ) 
ສະ­ບາຍ­ດີ ພຣະ­ອາ­ຈານ.
ຕອນເຊົ້າມື້­ນີ້, ພວກຂ້ານ້ອຍໄດ້­ນັ່ງ­ສົນທະ­ນາກັນ­ຢູ່ຫ້ອງ­ການ, ກໍເລີຍ­ຍົກເອົາບັນ­ຫາ­ໜຶ່ງ­ຂຶ້ນ­ມາໂລມ­ກັນ ເລື່ອງ:
'ຢາກ­ກິນເຂົ້າ ໃຫ້­ປູກໃສ່ພະ­ລານ­ຫີນ
ຢາກ­ກິນ­ປາໃຫ້­ຖືແຫຂຶ້ນໂຄກ...'
ພວກຂ້ານ້ອຍ ບໍ່­ສາມາດ­ຮູ້ ແຕ່­ກົກເຖິງ­ປາຍ ຂອງ­ຄໍາ­ສອນ­ນີ້ ແລະ­ບໍ່­ສາມາດ­ຮູ້ເຖິງ­ຄວາມ­ໝາຍ­ຂອງ­ຄໍາ­ສອນ­ນີ້ໄດ້ຢ່າງລະ­ອຽດວ່າ ເພິ່ນ­ຢາກ­ສື່ຄວາມ­ໝາຍແນວໃດ.
ສະ­ນັ້ນ, ພວກຂ້ານ້ອຍ ຈຶ່ງ­ຢາກໃຫ້ພຣະ­ອາ­ຈານ­ຕື່ມເຕັມ­ຄວາມ­ຮູ້­ນີ້ ໃຫ້ພວກຂ້ານ້ອຍແນ່.
 
ສາ­ທຸ. 

ພຣະ­ອາ­ຈານ­ຕອບ:
ອັນ­ນີ້­ມັນແມ່ນ­ຄໍາ­ສອນເຊີງ­ປຽບ­ປຽບ­ທຽບ­ປິດສະ­ໜາ­ທໍາ ຂອງ­ພໍ່ແມ່­ຄູບາອາ­ຈານ ເພື່ອໃຫ້ພະ­ລັງໃຈພຣະ­ສົງ ສາມະ­ເນນ ອອກ­ຕົນ­ຍາດໂຍມ ທໍາ­ພາ­ລະ­ກິດ­ຂອງ­ຕົນ ແຕ່ເປັນ­ການເວົ້າໃຫ້­ຄົ້ນ­ຄິດ­ຫາ­ຫົວຂໍ້­ທໍາມາ­ສົມ­ທຽບ ໃນສະ­ສະ­ນະ­ຝຶກ­ປັນ­ຍາ ໂດຍ­ການ­ຄົ້ນ­ຄວ້າ ແລະ­ຄິດ­ນໍາ ພາຍໃຕ້­ຫົວຂໍ້­ທໍາ­ທີ່­ມີ ຈະ­ຕອບໃຫ້­ຄົບ­ຊຸດເລີຍ ຄື 

(໑). "ຢາກ­ກິນເຂົ້າ ໃຫ້­ປູກໃສ່ພະ­ລານ­ຫີນ" ໝາຍ­ຄວາມວ່າ ໃຫ້ພະ­ສົງ-ມາເນນ ຫຼືຍາດໂຍມ ຖືສີນຢ່າງເຄັ່ງ­ຄັດ ມີສີລາ­ຈາວັຕຈົບ­ງາມ, ຄໍາວ່າ "ຫີນ" ກໍແປມາ­ຈາກ(ສິນ) "ສີເລນະ­ ຫຼືສີລານັງ" ສີລາ ແປວ່າ­ຫີນ, ມີຄວາມ­ໝາຍ­ຄືໜັກແໜ້ນ, ປົກກະ­ຕິ, ເມື່ອສະ­ມະ­ນະ­ຖືສິນຢ່າງ ເຄັ່ງ­ຄັດ ໜັກແໜ້ນ ຍາດໂຍມ­ກໍອຸປະ­ຖັມ, ກໍຖວາຍ­ປັດໄຈສີ່ ອັນ­ມີອາ­ຫານ ຈີວອນ ທີ່­ຢູ່ ເຄື່ອງໃຊ້ ຢາ­ປົວພະ­ຍາດ, ບໍ່ວ່າແຕ່ພຣະ­-ເນນ ຍາດໂຍມ­ມີສິນ­ກໍ ຫາ­ຊັບໄດ້ ຄືມີຄວາມ­ປົກກະ­ຕິ ການຄ້າ­ຂາຍ ທໍາການ­ງານ­ກໍບັນ­ລຸຜົນ ເພື່ອຄົນເຊື່ອໝັ້ນ­ສັດ­ທາ. 

(໒) "ຢາກ­ມີສີນໃຫ້ຂ້າ­ພໍ່­ຕີແມ່" ຄື ຄົນຈະ­ມີສີນ ຄືຄວາມ­ໝັກແໜ້ນ­ໝັ້ນ­ຄົນ ໃຫ້ຂ້າ­ພໍ່­ຕີແມ່ ອັນວ່າ­ພໍ່ແມ່­ທີ່ຄວບ­ຄຸມ­ຈິດມະ­ນຸດ­ນີ້ກະ­ຄື ໂລບ, ໂກດ, ຫຼົງ ສາມໂຕນີ້ ເປັນ­ກິເລດ ສະ­ເໝືອນເປັນ­ພໍ່ແມ່ໃຫຍ່­ທີ່ຄວບ­ຄວບ­ຄຸມ­ຈິດໄວ້ໃຫ້­ທໍາ­ຄວາມ­ຊົ່ວດ້ວຍ­ກາຍ ວາ­ຈາ ໃຈໄດ້, ຄົນ­ມີໂລບ, ໂກດ, ຫຼົງ ເປັນສະ­ເໝືອນ­ພໍ່ແມ່ຄວບ­ຄຸມ­ຫໍ່ຼລ້ຽງໃຈ ກໍສາມາດລະ­ເມີດ­ສິນໄດ້­ທຸກໂອກາດ ຫາກຂ້າແມ່ໃຫຍ່ໄດ້ ກໍມີສິນ ຄືມີຄວາມ­ປົກກະ­ຕິ ໜັກແໜ້ນ. 

(໓) "ຢາກໃຫ້­ມີຄົນ­ມາແວ່ໃຫ້ຂ້າ­ພວກ­ດຽວກັນ" ຄໍາວ່າ­ພວກ­ດຽວກັນ ກໍຄື ພວກ­ດຽວກັບ­ກິເລດ ສາມຢ່າງເທິງ­ນັ້ນ ຄື ໂລບ, ໂກດ. ຫົຼງ ມັນ­ມີພວກ ຄື ຖີນະ­ມິດທະ­ ຄວາມງ້ວງເຫຼົາ­ຫາວນອນ ຂີ້ຄ້ານ­ມັກງ່າຍ ຂີ້­ຖີ່­ໜຽວແໜ້ນ ແລະ­ຂີ້­ອິດ­ສາ­ພະ­ຍາບາດ ມານ­ຍາ­ສາໄຖຍະ­ ມັນເປັນ­ພວກ­ດຽງ­ກັນ­ກັບ­ກິເລດ ເປັນ­ກິເລດຢ່າງຍ່ອຍໆ­ ຫາກໃຜບໍ່­ມີສິ່ງເລົ່ານັ້ນ ກໍເປັນ­ຄົນໃຈກວ້າງ ໃຜກໍຢາກແວ່ ມາ­ຢາມ ມາເປັນເພື່ອນ ເປັນ­ໝູ່­ຄົບຄ້າ ສະ­ມາ­ຄົນ ວິສາ­ສະ­ດ້ວຍ. 

(໔) "ຢາກ­ກິນໄກ່ໂອກ" ໃຫ້ແບກ­ຊູ່ມ­ລົງ­ໜອງ ຄໍາວ່າ "ຊຸ່ມ" ແມ່ນ­ໝາຍເຖິງ­ຄວາມ­ຊຸ່ມເຢັນ, ຄໍາວ່າ "ໜອງ" ໝາຍເຖິງ­ນໍ້າໃນ­ໜອງ, ໝາຍວ່າ ຫາກໃຜມີຈິດ­ຊຸ່ມ ໃຈເຢັນ ໃຈບໍ່ຮ້ອນ ກະ­ວົນກະ­ວາຍ ໃຜໆ­ກໍຮັກ­ຫອມ ໃຜໆ­ກໍຢາກ­ມາເປັນ­ໝູ່ເປັນ­ພວກ ແລະ­ອຸປະ­ຖັມ­ຄໍ້າ­ຊູ ເອົາ­ຂອງ­ມາ­ຕ້ອນ ມາ­ຊູ່ ເໝືອນໄດ້­ກິນໄກໂອກໂຕໃຫຍ່. 

(໕) ຄໍາວ່າ "ຢາກ­ກິນ­ປາ(ຕອງ)"ໃຫ້­ຫິ້ວ(ຖື)ແຫຂຶ້ນໂຄກ"ຄວາມເດີມ­ມິ “ປາ­ຕອງ” ແລະ­ຖື, ໝາຍ­ຄວາມວ່າ ສາມະ­ນະ­ຊີພຣາມ ຜູ້­ບໍ່­ບຽດ ບຽນເຂົາ, ສະ­ມະ­ນະ­ຊີພາມ ບໍ່­ທໍາອາ­ຊີບແບບ­ຊາວບ້ານ ເຄື່ອງຂ້າ ເຄື່ອງປະ­ຫານໃຫ້ເລີກ­ຖິ້ມ­ສາ ຕັ້ງ­ຕໍ່ປະ­ຕິບັດ­ທໍາ­ຢ່າງ­ດຽວ ແລ້ວນໍາເອົາ­ຜົນ ຂອງ­ການປະ­ຕິບັດໄດ້­ນັ້ນ ໄປສັ່ງ­ສອນປະ­ຊາ­ຊົນ ປະ­ຊາ­ຊົນເຫັນ­ຄຸນ­ງາມ­ຄວາມ­ດີ ທີ່ໄດ້­ຈາກ­ການ­ຄໍາ­ສອນ­ນັ້ນ ກໍບໍ່­ຈໍາເປັນຕ້ອງ­ຫາ­ລ້ຽງ­ຊີບ ຍາດ ໂຍ­ມ­ອຸປະ­ຖັມເອງ. 
(໖) "ຢາກ­ມີສີສັນໃຫ້ນອນ­ດິນເກືອກ­ຝຸ່ນ" ໝາຍ­ຄວາມວ່າ ສະ­ມະ­ນະ­ຊີພຣາມ ທໍາ­ຕົນໃນ­ທີ່ສະ­ຫງັດ ກິ້ງເກືອກ­ລີເລືອກັບ­ການປະ­ຕິບັດ­ສິນ­ທໍາ ໃຫ້­ຊີວິດຢ່າງ­ພໍພຽງ ເໝືອນ­ທໍາ­ຕົນເກືອກ­ຝຸ່ນ ປະ­ຊາ­ຊົນເຫັນ­ກໍສັດ­ທາ­ຊໍ່ຊ້ອງ­ສາ­ທຸການ, ສະ­ນັ້ນ ຈຶ່ງ­ມີຄໍາ­ສອນເສີມທ້າຍ­ຄໍາອະ­ທິບາຍ­ນີ້ຂອງ ຄູບາອາ­ຈານວ່າ "ສະ­ມະ­ນະ­ ຕ້ອງ­ກິນ­ຄືໝູ ຢູ່­ຄືໝາ ໄປຄືເທວະ­ດາແລ" ອີກ­ຄວາມ­ໝາຍ­ໜຶ່ງ ສະ­ມະ­ນະ­ກໍດີ, ຍາດໂຍມ­ກໍດີ ຢາກ­ມີຄົນ­ຊໍ່ຊ້ອງ ສາ­ທຸການ ນອກ­ຈາກເອົາ­ຈິດໃສ່ໃຈເສັຍໃນ­ທໍາວິໄນແລ້ວ, ຕ້ອງ­ຕິດ­ພັນ­ກັບ­ຊາວບ້ານໃຫ້ໄດ້ ຢ່າແຍກ­ທີ່­ຮັກ ບັງ­ທີ່­ຊັງ ຢູ່ໃກ້­ສິດ­ຕິດແທດຊ່ວຍ ເຫືຼອເບິງແຍງ­ບອກ­ສອນເຂົາແລ. 
(໗) "ຢາກ­ອົບ­ອຸ່ນໃຫ້­ອາບ­ນໍ້າຍາມ­ໜາວ" ໝາຍ­ຄວາມວ່າ ການສ້າງ­ບຸນ (ທານ, ສິນ, ພາວະ­ນາ) ຕ້ອງສ້າງໄວ້ແຕ່­ຍັງ­ໜຸ່ມ­ຍັງນ້ອຍ ເໝືອນ­ກັບ­ຄົນ­ໜຸ່ມ­ສາວ ທີ່­ອາບ­ນໍ້າຍາມ­ໜາວຮ່າງ­ກາຍແຂງແຮງ ການປະ­ຕິບັດ­ທໍາກໍເຊັ່ນ­ດຽວ ໃຫ້­ຕື່ນເດິກ­ລຸກເຊົ້າ ຮ້ອນ­ບໍ່ວ່າ ໜາວບໍ່ວ່າ, ການເຮັດ­ບຸນ ຄວາມ­ດີຕ່າງໆ­ ກໍເຮັດແຕ່­ຍັງ­ໜຸ່ມນ້ອຍ ຂະ­ຫຍັນເຮັດ ຂະ­ຫຍັນ­ທໍາ ເຮັດເບົາໆ­ ຄ່າເຄັ່ງໂພດ ຢ່າຍານໂພດ ແມ່ນວ່າມັນ­ຍາກ­ກໍເຮັດ ຫາກ­ມັນ­ມີຄວາມ­ສຸກ.

(ທັງ­ໝົດເປັນ­ປິດສະ­ໜາ­ທໍາ­ຂອງ­ຄົນ­ລາວບູຮານ ທີ່ສອນແບບເສື່ອງ­ສົ້ນ ເພື່ອໃຫ້­ລູກ­ຫຼານ ຫຼືລູກ­ສິດໃຊ້ສະ­ໝອກ­ຊອກ­ຄິດ ຊອກ­ຫາ ເພິ່ນ­ບໍ່ ສອນ­ສໍາເລັດ­ຮູບ, ເພາະ­ເປົ້າ­ໝາຍໃຫ້­ຄົນ­ຄິດເອງເປັນ ເຊັ່ນ­ດຽວກັບ­ພາ­ສາ ແລະ­ອັກ­ສອນ­ລາວນັ້ນແລ້ວ ຄົນ­ບູຮານເພີ່ນຈະ­ໃຫ້­ຄໍາເວົ້າຍາກໆ­ ຂຽນ­ອັກ­ສອນແບບເຄົ້າໆ­ ເພື່ອໃຫ້­ຄົນ­ຮຽນ­ສາມາດ­ຄົ້ນ­ຄວ້າ­ສຶກ­ສາດ້ວຍສະ­ໝອງ ບໍ່­ຄືຄົນ­ດຽວນີ້ ເວົ້າ­ຫຍັງ ສອນຫຍັງ ເວົ້າງ່າຍໆ­ ເຮັດງ່າຍໆ­ ມັນ­ສັ້ນໆ­ ສຸດທ້າຍ­ມັນກ່າງ່າຍໄປໝົດ ກົ້ນກະ­ງ່າຍ ຫົວກະ­ງ່າຍ ມັນເລີຍເບົາເຍົາວ໌­ໄປໝົດແລ).

Saturday, 8 February 2014

พระไตรปิฎก เล่ม ๔ มหาวรรค ภาค ๑

พระไตรปิฎก เล่ม ๔
มหาวรรค ภาค ๑
ขอนอบน้อมแด่พระผู้มีพระภาคอรหันตสัมมาสัมพุทธเจ้าพระองค์นั้น
โพธิกถา ปฏิจจสมุปบาทมนสิการ
        [๑] โดยสมัยนั้น พระผู้มีพระภาคพุทธเจ้า แรกตรัสรู้ ประทับอยู่
ณ ควงไม้โพธิพฤกษ์ ใกล้ฝั่งแม่น้ำเนรัญชรา ในอุรุเวลาประเทศ.
ครั้งนั้น พระผู้มีพระภาคประทับนั่งด้วยบัลลังก์เดียว เสวยวิมุตติสุข
ณ ควงไม้โพธิพฤกษ์ตลอด ๗ วัน และทรงมนสิการปฏิจจสมุปบาทเป็น
อนุโลมและปฏิโลม ตลอดปฐมยามแห่งราตรี ว่าดังนี้:
(การเกิดขึ้นของทุกข์)
เพราะอวิชชาเป็นปัจจัย จึงมีสังขาร
เพราะสังขารเป็นปัจจัย จึงมีวิญญาณ
เพราะวิญญาณเป็นปัจจัย จึงมีนามรูป
เพราะนามรูปเป็นปัจจัย จึงมีสฬายตนะ
เพราะสฬายตนะเป็นปัจจัย จึงมีผัสสะ
เพราะผัสสะเป็นปัจจัย จึงมีเวทนา
เพราะเวทนาเป็นปัจจัย จึงมีตัณหา
เพราะตัณหาเป็นปัจจัย จึงมีอุปาทาน
เพราะอุปาทานเป็นปัจจัย จึงมีภพ
เพราะภพเป็นปัจจัย จึงมีชาติ
เพราะชาติเป็นปัจจัย จึงมีชรา มรณะ โสกะ ปริเทวะ ทุกข์ โทมนัส อุปายาส
เป็นอันว่ากองทุกข์ทั้งมวลนั่นย่อมเกิด ด้วยประการฉะนี้.
(การดับไปแห่งทุกข์)
อนึ่ง เพราะอวิชชานั่นแหละดับโดยไม่เหลือด้วยมรรคคือวิราคะ สังขารจึงดับ
เพราะสังขารดับ วิญญาณจึงดับ
เพราะวิญญาณดับ นามรูปจึงดับ
เพราะนามรูปดับ สฬายตนะจึงดับ
เพราะสฬายตนะดับ ผัสสะจึงดับ
เพราะผัสสะดับ เวทนาจึงดับ
เพราะเวทนาดับ ตัณหาจึงดับ
เพราะตัณหาดับ อุปาทานจึงดับ
เพราะอุปาทานดับ ภพจึงดับ
เพราะภพดับ ชาติจึงดับ
เพราะชาติดับ ชรา มรณะ โสกะ ปริเทวะ ทุกข์ โทมนัส อุปายาส จึงดับ
เป็นอันว่ากองทุกข์ทั้งมวลนั่นย่อมดับ ด้วยประการฉะนี้.
ลำดับนั้น พระผู้มีพระภาคทรงทราบเนื้อความนั้นแล้ว
จึงทรงเปล่งอุทานนี้ ในเวลานั้น ว่าดังนี้:
พุทธอุทานคาถาที่ ๑
เมื่อใดแล ธรรมทั้งหลาย ปรากฏแก่พราหมณ์
ผู้มีเพียรเพ่งอยู่ เมื่อนั้น ความสงสัยทั้งปวง
ของพราหมณ์นั้นย่อมสิ้นไป
เพราะมารู้ธรรม พร้อมทั้งเหตุ
        [๒] ลำดับนั้น พระผู้มีพระภาคทรงมนสิการปฏิจจสมุปบาท
เป็นอนุโลมและปฏิโลมตลอดมัชฌิมยามแห่งราตรี ว่าดังนี้:
ปฏิจจสมุปบาท อนุโลม
เพราะอวิชชาเป็นปัจจัย จึงมีสังขาร
เพราะสังขารเป็นปัจจัย จึงมีวิญญาณ
เพราะวิญญาณเป็นปัจจัย จึงมีนามรูป
เพราะนามรูปเป็นปัจจัย จึงมีสฬายตนะ
เพราะสฬายตนะเป็นปัจจัย จึงมีผัสสะ
เพราะผัสสะเป็นปัจจัย จึงมีเวทนา
เพราะเวทนาเป็นปัจจัย จึงมีตัณหา
เพราะตัณหาเป็นปัจจัย จึงมีอุปาทาน
เพราะอุปาทานเป็นปัจจัย จึงมีภพ
เพราะภพเป็นปัจจัย จึงมีชาติ
เพราะชาติเป็นปัจจัย จึงมีชรา มรณะ โสกะ ปริเทวะ ทุกข์ โทมนัส อุปายาส
เป็นอันว่ากองทุกข์ทั้งมวลนั่นย่อมเกิด ด้วยประการฉะนี้.
ปฏิจจสมุปบาท ปฏิโลม
อนึ่ง เพราะอวิชชานั่นแหละดับโดยไม่เหลือด้วยมรรคคือวิราคะ สังขารจึงดับ
เพราะสังขารดับ วิญญาณจึงดับ
เพราะวิญญาณดับ นามรูปจึงดับ
เพราะนามรูปดับ สฬายตนะจึงดับ
เพราะสฬายตนะดับ ผัสสะจึงดับ
เพราะผัสสะดับ เวทนาจึงดับ
เพราะเวทนาดับ ตัณหาจึงดับ
เพราะตัณหาดับ อุปาทานจึงดับ
เพราะอุปาทานดับ ภพจึงดับ
เพราะภพดับ ชาติจึงดับ
เพราะชาติดับ ชรา มรณะ โสกะ ปริเทวะ ทุกข์ โทมนัส อุปายาส จึงดับ
เป็นอันว่ากองทุกข์ทั้งมวลนั่นย่อมดับ ด้วยประการฉะนี้.
ลำดับนั้น พระผู้มีพระภาคทรงทราบเนื้อความนั้นแล้ว
จึงทรงเปล่งอุทานนี้ ในเวลานั้น ว่าดังนี้:
เมื่อใดแล ธรรมทั้งหลาย ปรากฏแก่พราหมณ์
ผู้มีเพียรเพ่งอยู่ เมื่อนั้น ความสงสัยทั้งปวง
ของพราหมณ์นั้นย่อมสิ้นไป
เพราะได้รู้ความสิ้นแห่งปัจจัยทั้งหลาย.
[๓] ลำดับนั้น พระผู้มีพระภาคทรงมนสิการปฏิจจสมุปบาท
เป็นอนุโลมและปฏิโลมตลอดปัจฉิมยามแห่งราตรี ว่าดังนี้:
ปฏิจจสมุปบาท อนุโลม
เพราะอวิชชาเป็นปัจจัย จึงมีสังขาร
เพราะสังขารเป็นปัจจัย จึงมีวิญญาณ
(ข้อความเหมือนดังเดิม)
เพราะชาติเป็นปัจจัย จึงมีชรา มรณะ โสกะ ปริเทวะ ทุกข์ โทมนัส อุปายาส
เป็นอันว่ากองทุกข์ทั้งมวลนั่นย่อมเกิด ด้วยประการฉะนี้.
ปฏิจจสมุปบาท ปฏิโลม
อนึ่ง เพราะอวิชชานั่นแหละดับโดยไม่เหลือด้วยมรรคคือวิราคะ สังขารจึงดับ
เพราะสังขารดับ วิญญาณจึงดับ
เพราะวิญญาณดับ นามรูปจึงดับ
(ข้อความเหมือนดังเดิม)
เพราะชาติดับ ชรา มรณะ โสกะ ปริเทวะ ทุกข์ โทมนัส อุปายาส จึงดับ
เป็นอันว่ากองทุกข์ทั้งมวลนั่นย่อมดับ ด้วยประการฉะนี้.
ลำดับนั้น พระผู้มีพระภาคทรงทราบเนื้อความนั้นแล้ว
จึงทรงเปล่งอุทานนี้ ในเวลานั้น ว่าดังนี้:
พุทธอุทานคาถาที่ ๓
เมื่อใดแล ธรรมทั้งหลาย ปรากฏแก่พราหมณ์
ผู้มีเพียรเพ่งอยู่ เมื่อนั้น พราหมณ์นั้น
ย่อมกำจัดมารและเสนาเสียได
ดุจพระอาทิตย์อุทัย ทำอากาศให้สว่าง ฉะนั้น.
 จบ. โพธิกถา
bar01c.gif
(พระไตรปิฎก เล่มที่ ๑๒)
..............อนึ่ง พระผู้มีพระภาค ได้ตรัสพระพจน์นี้ไว้ว่า
ผู้ใดเห็นปฏิจจสมุปบาท ผู้นั้นชื่อว่าเห็นธรรม
ผู้ใดเห็นธรรม ผู้นั้น ชื่อว่าเห็นปฏิจจสมุปบาท ดังนี้.
ก็อุปาทานขันธ์ ๕ เหล่านี้ใด  อุปาทานขันธ์ ๕
เหล่านี้ ชื่อว่า ปฏิจจสมุปปันนธรรม แล.
ความพอใจ ความอาลัย ความยินดี ความชื่นชอบ ในอุปาทานขันธ์ ๕
เหล่านี้อันใด อันนี้ชื่อว่าทุกขสมุทัย.
การกำจัดความกำหนัด ด้วยสามารถความพอใจ
การละความกำหนัด ด้วยสามารถความพอใจ ใน
อุปาทานขันธ์ ๕ เหล่านี้ อันใด อันนั้นชื่อว่าทุกขนิโรธแล.
ดูกรท่านผู้มีอายุทั้งหลาย ด้วยเหตุแม้มีประมาณเท่านี้แล
คำสอนของพระผู้มีพระภาค เป็นอันภิกษุทำให้มากแล้ว.
ท่านพระสารีบุตร ได้กล่าวธรรมปริยายนี้แล้ว ภิกษุเหล่านั้น
ชื่นชมยินดีภาษิต ของท่านพระสารีบุตรแล้วแล.
bar01c.gif
จาก"พุทธอุทาน"ที่บังเกิดขึ้น ทรงชี้ถึงธรรมหรือสิ่งที่พระพุทธองค์ทรงปีติในญาณหรือการหยั่งรู้ทั้ง ๓ ครั้งดังนี้
        "รู้ธรรม พร้อมทั้งเหตุ" อันคือ รู้ธรรมหรือสิ่งทั้งหลายล้วนเกิดแต่มีเหตุมาเป็นปัจจัยกัน
        "ได้รู้ความสิ้นแห่งปัจจัยทั้งหลาย" กล่าวคือ เมื่อสิ้นเหตุปัจจัย  ธรรมหรือสิ่งทั้งหลายก็ย่อมดับไป
        "ย่อมกำจัดมารและเสนาเสียได้ ดุจพระอาทิตย์อุทัยทำอากาศให้สว่าง" อันคือย่อมกำจัดกิเลส ตัณหา อุปาทานเสียได้
ดุจดั่งพระอาทิตย์ที่ย่อมขับไล่ความมืดมัว อันจักทำให้โลกสว่างไสวและอบอุ่น
หรือพอสรุปกล่าวได้ว่า
ธรรมใดเกิดแต่เหตุ เมื่อเหตุดับ สิ่งหรือธรรมเหล่านั้นก็ดับไปเป็นธรรมดา

  
นัตถิ ปัญญาสมา อาภา
แสงสว่าง เสมอด้วยปัญญาไม่มี

สังคายนา

สังคายนา
       สังคายนา “การสวดพร้อมกัน”, การร้อยกรองพระธรรมวินัย, การประชุมตรวจชำระสอบทานและจัดหมวดหมู่คำสั่งสอนของพระพุทธเจ้าวางลงเป็นแบบแผนอันหนึ่งอันเดียว;
       สังคายนา ครั้งที่ ๑ ถึง ๕ มีดังนี้:
       
สังคายนาครั้งที่ ๑ ปรารภเรื่องสุภัททภิกษุผู้บวชเมื่อแก่กล่าวจ้วงจาบพระธรรมวินัย ที่เมื่อทราบข่าวพระพุทธเจ้าเสด็จปรินิพพานใหม่ๆได้แสดงความยินดีว่า เมื่อสิ้นพระศาสดาเสียแล้วจะทำอะไรก็ได้ ไม่มีคนคอยตำหนิ ติเตียน ห้ามปราม,  จึงปรารภที่จะทำให้ธรรมและพระศาสนารุ่งเรืองอยู่สืบต่อไป พระอรหันต์ ๕๐๐ รูป มีพระมหากัสสปะเป็นประธาน และเป็นผู้ถาม พระอุบาลีเป็นผู้วิสัชนาพระวินัย พระอานนท์เป็นผู้วิสัชนาพระธรรม ประชุมสังคายนาที่ถ้ำสัตตบรรณคูหา ภูเขาเวภารบรรพต เมืองราชคฤห์ เมื่อหลังพุทธปรินิพพาน ๓ เดือน
           โดยพระเจ้าอชาตศัตรูเป็นศาสนูปถัมภก์ สิ้นเวลา ๗ เดือนจึงเสร็จ
       
สังคายนาครั้งที่ ๒ ปรารภพวกภิกษุวัชชีบุตรแสดงวัตถุ ๑๐ ประการ นอกธรรม นอกวินัย กล่าวคือ ภิกษุพวกหนึ่งชาวเมืองเวสาลี แสดงวัตถุ ๑๐ ประการ ละเมิดธรรมวินัย อันเป็นต้นเหตุแห่งการสังคายนาครั้งที่ ๒ โดยไปจัดของนอกธรรมนอกวินัยว่า เป็นของดี ว่าถูกต้อง อันเป็นไปในทางเพื่อลาภ เพื่อความสะดวกสบาย ฯ.  อันทำให้พระศาสนาเสื่อม มัวหมอง, พระยศกากัณฑกบุตรเป็นผู้ชักชวน ได้พระอรหันต์ ๗๐๐ รูป พระเรวตะเป็นผู้ถาม พระสัพพกามีเป็นผู้วิสัชนา ประชุมทำที่วาลิการาม เมืองเวสาลี เมื่อ พ.ศ ๑๐๐
           โดยพระเจ้ากาลาโศกราช เป็นศาสนูปถัมภก์ สิ้นเวลา ๘ เดือนจึงเสร็จ
       
สังคายนาครั้งที่ ๓ ปรารภเดียรถีย์มากมายปลอมบวชในพระศาสนาเพราะมีลาภสักการะเกิดขึ้นมาก พระอรหันต์ ๑,๐๐๐ รูป มีพระโมคคัลลีบุตรติสสเถระเป็นประธาน ประชุมทำที่อโศการามเมืองปาฏลีบุตร เมื่อประมาณ พ.ศ. ๒๓๔ (พ.ศ. ๒๑๘ เป็นปีที่พระเจ้าอโศกขึ้นครองราชย์) และมีศิลาจารึกที่ปรากฏเป็นหลักฐานบางส่วนอยู่จนถึงปัจจุบัน
           โดยพระเจ้าอโศก หรือ ศรีธรรมาโศกราชเป็นศาสนูปถัมภก์ สิ้นเวลา ๙ เดือนจึงเสร็จ
       
สังคายนาครั้งที่ ๔ ปรารภจะให้พระศาสนาประดิษฐานมั่นคงในลังกาทวีป พระสงฆ์ ๖๘,๐๐๐ รูป มีพระมหินทเถระเป็นประธานและเป็นผู้ถาม พระอริฏฐะเป็นผู้วิสัชนา ประชุมทำที่ถูปาราม เมืองอนุราธบุรี เมื่อ พ.ศ. ๒๓๖
           โดยพระเจ้าเทวานัมปิยติสสะเป็นศาสนูปถัมภก์ สิ้นเวลา ๑๐ เดือนจึงเสร็จ
       
สังคายนาครั้งที่ ๕ ปรารภพระสงฆ์แตกกันเป็น ๒ พวกคือ พวกมหาวิหารกับพวกอภัยคีรีวิหาร และคำนึงว่าสืบไปภายหน้ากุลบุตรจะถอยปัญญา ควรจารึกพระธรรมวินัยลงในใบลาน พระอรหันต์ ๕๐๐ รูป ประชุมกันสวดซ้อมแล้วจารพุทธพจน์ลงในใบลาน ณ อาโลกเลณสถาน ในมลยชนบท ในลังกาทวีป เมื่อ พ.ศ. ๔๕๐ (ว่า ๔๓๖ ก็มี)
           โดยพระเจ้าวัฏฏคามณีอภัยเป็นศาสนูปถัมก์;
           บางคัมภีร์ว่า สังคายนาครั้งนี้จัดขึ้นในความคุ้มครองของคนที่เป็นใหญ่ในท้องถิ่น
       (ครั้งที่ ๔ ได้รับความยอมรับในแง่เหตุการณ์น้อยกว่าครั้งที่ ๕)

       ประเทศไทย ยอมรับการสังคายนาตามลำดับ ตามที่บันทึกไว้ในหนังสือสังคีติยวงศ์ รจนาเป็นภาษาบาลี โดยสมเด็จพระวันรัต วัดพระเชตุพนฯ (รจนาเมื่อครั้งยังเป็นพระพิมลธรรม) ในรัชกาลที่ ๑ ได้จัดลำดับสังคายนาไว้ คือ
       สังคายนาครั้งที่  ๑-๒-๓  ทำในประเทศอินเดีย,
       สังคายนาครั้งที่  ๔-๕  ทำในประเทศลังกา ดังกล่าวแล้วข้างต้น  
       แล้วยังมีการสังคายนาที่ยอมรับกันในประเทศไทยต่อมาอีกดังนี้

       สังคายนาครั้งที่  ๖ ทำในลังกา เมื่อ พ.ศ. ๙๕๖ พระพุทธโฆสาจารย์(พระพุทธโฆษาจารย์ ก็เขียนกัน) ชาวอินเดีย ได้แปลและเรียบเรียงอรรถกถาจากภาษาสิงหลเป็นภาษาบาลี ในรัชสมัยพระเจ้ามหานาม การสังคายนาครั้งนี้มิได้ชำระพระไตรปิฎก หากแต่ชำระอรรถกถา  แต่ทางลังกาเองไม่นับเป็นการสังคายนา        สังคายนาครั้งที่  ๗ ทำในลังกา เมื่อ พ.ศ. ๑๕๘๗  พระกัสสปเถระ เป็นประธาน ได้รจนาและชำระคัมภีร์ฎีกาต่างๆ ร่วมกับภิกษุผู้เชี่ยวชาญพุทธธรรมกว่า ๑,๐๐๐ รูป ได้รจนาคำอธิบายอรรถกถาพระไตรปิฎก เป็นภาษาบาลี กล่าวคือแต่งตำราอธิบายคัมภีร์อรรถกถา ซึ่งพระพุทธโฆสะได้ทำเป็นภาษาบาลีไว้ในการสังคายนาครั้งที่ ๖ คำอธิบายอรรถกถานี้ว่าตามสำนวนนักศึกษาก็คือ คัมภีร์ฎีกา ตัวพระไตรปิฎก เรียกว่าบาลี คำอธิบายพระไตรปิฎก เรียกว่า อรรถกถา คำอธิบายอรรถกถา เรียกว่า ฎีกา, การทำสังคายนาครั้งนี้ เนื่องจากมิใช่สังคายนาพระไตรปิฎก  ทางลังกาเองก็ไม่รับรองว่าเป็นสังคายนา
        หลังจากนั้น ก็มีการสังคายนาเกิดขึ้นในประเทศไทยอีก ๒ ครั้ง
        สังคายนาครั้งที่  ๘ ทำในประเทศไทย ประมาณ พ.ศ. ๒๐๒๐ พระเจ้าติโลกราชแห่งเชียงใหม่ ได้อาราธนาพระภิกษุผู้ทรงไตรปิฎกหลายร้อยรูป ให้ช่วยชำระอักษรพระไตรปิฎก ในวัดโพธาราม เป็นเวลา ๑ ปี จึงสำเร็จสังคายนา ครั้งนี้จัดเป็นครั้งที่ ๑ ในประเทศไทย
        
สังคายนาครั้งที่  ๙ ทำในประเทศไทยเมื่อ พ.ศ. ๒๓๓๑ พระบาทสมเด็จพระพุทธยอดฟ้าจุฬาโลก ปฐมกษัตริย์แห่งบรมราชจักรีวงศ์ กรุงรัตนโกสินทร์ ได้ทรงอาราธนาพระสงฆ์ให้ชำระพระไตรปิฎก ในครั้งนี้มีพระสงฆ์ ๒๑๘ รูป กับราชบัณฑิตาจารย์อุบาสก ๓๒ คน ช่วยกันชำระพระไตรปิฎก แล้วจัดให้มีการจารึกลงในใบลาน  สังคายนาครั้งนี้สำเร็จภายใน ๕ เดือน จัดว่าเป็นสังคายนาครั้งที่ ๒ ในประเทศไทย
        อย่างไรก็ตาม ข้อความที่กล่าวไว้ในหนังสือสังคีติยวงศ์ ก็นับว่าได้ประโยชน์ในการรู้ความเป็นมาแห่งพระไตรปิฎก อรรถกถา และฎีกา อย่างดียิ่ง ประวัติการสังคายนา ๙ ครั้งตามที่ปรากฏในหนังสือสังคีติยวงศ์ ซึ่งสมเด็จพระวันรัตรจนาไว้นี้  ภิกษุชินานันทะ ศาสตราจารย์ภาษาบาลีและพุทธศาสตร์ แห่งสถาบันภาษาบาลีที่นาลันทาในประเทศอิเดียได้นำไปเล่าไว้เป็นภาษาอังกฤษ ในหนังสือ ๒๕๐๐ ปี แห่งพระพุทธศาสนาในอินเดีย ซึ่งพิมพ์ขึ้นในโอกาสฉลอง ๒๕ พุทธศตวรรษ ในอินเดียด้วย
        การนับจำนวนการสังคายนาในแต่ละประเทศ มีความแตกต่างและการยอมรับต่างกันไป ในแต่ละประเทศ.

Sunday, 11 August 2013

ບາປ



ບາປ
(ຂຽນໂດຍ: ພອ.ເນືອງພິລັກ ໂຊຕິທອນ ລົງໃນໃບລານຄັ້ງແຮກ ວັນທີ 29/05/11)

1. ທີ່­ມາ­ຂອງ­ຄໍາວ່າ ບາ­ປ
- ບາ­ປ: ເປັນ­ພາ­ສາ­ລາວ ໄດ້­ຈາກ­ພາ­ສາ­ປາ­ລີ ປາ­ປະ­(ບາ­ປ), ປາ­ປະ­ກັງ(ບາ­ປໃຫຍ່)
2. ບາ­ປແມ່ນຫຍັງ ?
- ບາ­ປ ປຽບເໝືອນ­ຂອງເສັຍ­ຄຸນ ຫຼືຂອງ­ຊໍາ­ຣຸດ­ຊຸດໂຊມ ຫຼືຂອງເພພັງ, ເສື່ອມ ມີຊື່ຮຽກຕ່າງໆ­ນານາ ເຊັ່ນ ເຮືອນ­ຊໍາ­ຣຸດ­ຊຸດໂຊມ, ເຮືອນເພ, ອາາ­ຫານເສັຍ­ຄຸນ, ຮຽກ­ອາ­ຫານ­ບູດ, ຄໍາ­ທີ່ວ່າບູດ, ຊໍາ­ຣຸດ, ເພພັງ, ແຕກ­ຫັກ, ເນົ່າ, ຂາດ, ແຕກ, ຫັກ, ຜຸ, ເພ, ພັງ ແລະ­ອື່ນໆ­.
- ຖ້າເຮົາເວົ້າ­ລວມໆ­ ຮຽກວ່າ "ເສັຍ" ໝາຍ­ຄວາມວ່າມັນ­ບໍ່­ດີ, ເຊັ່ນ­ອາການເສັຍ­ຈິດ ສາມາດ­ຮຽກໄດ້­ຫຼາຍຢ່າງ, ຈິດເສົ້າ­ໝອງ, ຈິດ­ຫວັ່ນໄຫວ, ໃຈຮ້າຍ, ໃຈດໍາ, ໃຈຂຸ່ນ­ມົວ ແລະ­ອື່ນໆ­ ແລ້ວແຕ່ຈະ­ສື່­ສານ­ທາງໃດ ຄໍາວ່າເສົ້າ­ໝອງ, ຕໍ່າ­ຊາມ, ຊົ່ວຊ້າ, ຮ້າຍ­ກາດ, ເປັນ­ຄໍາບອກວ່າ­ຈິດເສັຍ ເຊິ່ງ­ຄວາມ­ໝາຍ­ທາງ­ສາ­ສນາ ເພິ່ນໃຊ້­ຄໍາວ່າ "ບາ­ປ" ຄໍາວ່າບາ­ປ ຈຶ່ງ­ໝາຍເຖິງ­ຄວາມເສັຍ­ຂອງ­ຈິດ­ນັ້ນເອງ ຄືການ­ທີ່ໃຈມີຄຸນະ­ພາບ­ຕໍ່າ­ລົງ ບໍ່ວ່າເສື່ອມເສັຍໃນແງ່ໃດ­ກໍຮຽກວ່າບາ­ປໄດ້.
ອະ­ທິບາຍ:
- ບາ­ປໝາຍເຖິງ ສິ່ງ­ທີ່­ທໍາໃຫ້­ຈິດໃຈເສັຍ ຄືມີຄຸນະ­ພາບ­ຕໍ່າ­ລົງ ບໍ່ວ່າເສັຍໃນແງ່ໃດ­ກໍຮຽກວ່າບາ­ປທັງສິ້ນ ສິ່ງ­ທີ່­ທໍາແລ້ວເປັນ­ບາ­ປ ຄື ອະ­ກຸສົນ­ກັມມະ­ບົທ 10 ໄດ້ແກ່.

1.
ຂ້າ­ສັດ.
2. ລັກ­ຊັບ,
3. ປະ­ພຶດ­ຜິດໃນ­ກາມ.
4. ເວົ້າເທັດ.
5. ເວົ້າ­ສໍ່­ສຽດ.
6. ເວົ້າ­ຄໍາ­ຫຍາບ.
7. ເວົ້າເລື່ອນ­ລອຍ.
8. ຄິດໂລບ­ມາກ.
9. ຄິດພະ­ຍາບາ­ທ.
10. ມີຄວາມເຫັນ­ຜິດ.
- ບາ­ປ ເປັນ­ກັມ­ຊົ່ວ, ກັມ­ບໍ່­ດີ(ການກະ­ທໍາ­ຊົ່ວ, ການກະ­ທໍາບໍ່­ດີ) ເກີດ­ຈາກ 3 ທາງ ຄື
1. ທາງ­ກາຍ (ທໍາ­ຊົ່ວ, ທໍາບໍ່­ດີທາງ­ກາຍ ເຊັ່ນ­ຕົບ­ຕີບີໂບຍ ຂ້າ­ຟັນ­ລັນແທງ)
2. ທາງ­ວາ­ຈາ. (ເວົ້າ­ຊົ່ວ, ເວົ້າບໍ່­ດີ ເຊັ່ນ ເວົ້າ­ສໍ່­ສຽດ, ກ່າວຮ້າຍ, ດ່າວ່າ)
3. ທາງໃຈ. (ຄິດ­ຊົ່ວ, ຄິດ­ບໍ່­ດີ ເຊັ່ນ ຄິດ­ບຽດ­ບຽນ, ຄິດ­ອິດ­ສາ, ຄິດ­ຢາກໃຫ້ເຂົາເສື່ອມເສັຍ)
- ມາດ­ຕາ­ຖານ ຂອງ­ອາການ­ທັງ­ສາມ ທີ່­ຮຽກວ່າເປັນ­ບາ­ປ ພໍອະ­ທິບາຍໄດ້ ດັ່ງ­ນີ້ ຄື.
1. ບຸາ­ປ ຄືສິ່ງ­ທີ່ລະ­ເມີດ­ສີນ 5 ທັງ­ຫຼາຍ.
- ສິນຫ້າ 5 ເຮົາ­ພໍຮູ້­ຈັກແລ້ວວ່າ­ຄືຫຍັງ ? ການ­ທີ່ເຮົາ­ຈະ­ຄິດ(ໃຈ) ການ­ທີ່ເຮົາ­ຈະ­ເວົ້າ(ວາ­ຈາ) ການ­ທີ່ເຮົາ­ຈະ­ເຮັດ(ກາຍ) ຫາກ­ການກະ­ທໍາ­ທັງ­ສາມ­ມັນໄປທາງ­ຊົ່ວກໍລະ­ເມີດ­ສິນຫ້າ, ຄວາມ­ຄິດ ຄໍາເວົາ ແລະ­ການກະ­ທໍານັ້ນ­ກໍເປັນ­ບາ­ປຢ່າງ­ບໍ່ຕ້ອງ­ສົງໃສ ເຊັ່ນ:
ກ. ການ­ຄິດ­ຜິດ­ສິນ 5 ຄື ການ­ຄິດຈະ­ຂ້າ(1. ປານາ) ຄິດຈະ­ລັກ(2.ອະ­ທິນ­ນາ), ຄິດຈະ­ປະ­ພຶດ­ຜິດໃນ­ກາມ(3.ກາເມ), ຄິດຈະ­ຕົວະ­ຫຼອດລວງ(ມຸສາ) ຄິດຄິດຈະດື່ມເຫຼົ້າ, ­ມົວເມົາ­ຫຼົງໃຫຼໃນ­ຍົດ­ຖາບັນ­ດາ­ສັກ ຕໍາແໜ່ງ ແລະ­ອື່ນ(5.ສຸຣາແລະ­ເມ­ຣັຍ), ແມ່ນຈະ­ຄິດແນວໃດ­ກໍຕາມ ຊື່ວ່າບາ­ປທາງໃຈແລ້ວ, ສ່ວນ­ບາບ­ທາງວາ­ຈາກໍເຊັ່ດ­ດຽວກັນ ຄື.
ຂ. ການເວົ້າ­ຜິດ­ສິນ 5 ບອກວ່າ­ຈະ­ຂ້າ(1. ປານາ) ບອກເຂົາໃຫ້ໄປລັກ(2.ອະ­ທິນ­ນາ), ການແນະນໍາ ຫຼືເວົ້າເລື່ອງ­ກາມ(3.ກາເມ), ເວົ້າ­ຕົວະ­ ຫຼອກລວງ(ມຸສາ)ເວົ້າມົວເມົາ­ຫຼົງໃຫຼໃນ­ຍົດ­ຖາບັນ­ດາສັກ ຕໍາ    ແໜ່ງ ແລະ­ອື່ນ(5.ສຸຣາແລະ­ເມ­ຣັຍ), ແມ່ນຈະ­ເວົ້າແນວໃດ­ກໍຕາມ ຊື່ວ່າບາ­ປທາງ­ວາຈາແລ້ວ, ແມ່ນ­ທາງ­ການກະ­ທໍາ ຖືເປັນ­ຜົນ­ສໍາເຣັດ­ຂອງ­ບາ­ປທັງ­ສາມ ເພາະ­ຄົນຈະ­ທໍາໃນ­ສິ່ງ­ທີ່ເປັນ­ບາ­ປໄດ້ ຕ້ອງພ້ອມ­ທັງວາ­ຈາ ແລະໃຈແລ້ວ ການ­ທໍາບາ­ປ ທີ່­ຜິດ­ສິນເປັນ­ດັ່ງ­ນີ້.
ຄ. ການຂ້າ­ຕີບີໂບຍເຂົາ(1. ປານາ) ຖືເອົາ­ຂອງເຂົາ­ທັງເຈຕະ­ນາບໍ່ເຈຕນາ(2.ອະ­ທິນ­ນາ), ຫຼິ້ນ­ຊູ້­ສູ່­ລູກຜົວເມັຍເຂົາ(3.ກາເມ), ຕົວະ­ຫຼອກ­ລວງເຂົາ(ມຸສາ) ກິນເຫຼົ້າ ແລະ­ຫຼົງໃຫຼມົວເມົາໃນ­ຄວາມ­ຮັ່ງ ຄວາມ­ມີ ຍົດຖາບັນດາສັກ(5.ສຸຣາແລະ­ເມ­ຣັຍ).
1. ບາ­ປຄືສິ່ງ­ບໍ່ສະ­ບາຍ­ກາຍ ສະ­ບາຍໃຈທັງ­ຫຼາຍ.
- ນອກ­ຈາກລ່ວງລະ­ເມີດ­ສີນ­ທັງ 3 ແບບ ຄືຄວາມ­ບໍ່ສະ­ບາຍ­ກາຍ ບໍ່ສະ­ບາຍໃຈທັງ­ຫຼາຍ ຫາກຄິດ ເວົ້າ ທໍາ ໃດໆ­ ເມື່ອຄິດ ເວົ້າ ທໍາແລ້ວ ກໍ່ໃຫ້ເກີດ­ຄວາມ­ຂຸ່ນ­ມົວ ເສັຍ­ຫາຍ ບໍ່ສະ­ບາຍ ເປັນ­ທຸກ ທໍາໃຫ້ເກີດ­ອາ ຣົມດ້ານ­ລົບ ເຊັ່ນ: ບໍ່ຊອບໃຈ, ບໍ່­ພໍໃຈ, ໝຸດ­ໝັດ, ຂຸ່ນ­ມົວ, ໄປຈົນເຖິງໂກດ­ມີໂທສະ­ຮຸນ ແຮງ, ອາການ­ຮຸນແຮງຕ່າງໆ­ ເກີດ­ຈາກໃຈບໍ່­ນິ້ງ ບໍ່ເປັນ­ສຸກ ຮ້ອນກະ­ວົນກະ­ວາຍ ເສົ້າ­ໝອງ ບໍ່ຊອບໃຈຄົນ­ນັ້ນ ຊັງ­ຄົນ­ນີ້ ອິດ­ສາ ບຽດ­ບຽນ ທໍາ­ຮ້າຍ ກ່າວຮ້າຍ ສະ­ຣຸບ ເມື່ອໃດໃຈບໍ່­ນິ້ງ ໃຈບໍ່­ສຸຂຸມ ເກີດ­ຄວາມ ຄໍາເວົ້າບໍ່­ດີ ກໍກາຍເປັນ­ການກະ­ທໍາບໍດີ ກໍມີອາ­ຣົມໄປທາງ­ລົບ, ກາຍເປັນ­ຄວາມ­ທຸກ ແມ່ນຈະ­ພຽງສ້ຽວໜຶ່ງ­ຂອງໃຈ ກໍຊື່ວ່າບາ­ປ ດ້ວຍປະ­ການສະ­ນີ້ແລ.
ວິທີເບິ່ງ­ຕົວເອງ ຫຼືວ່າເບິ່ງ­ຄົນ­ອື່ນວ່າບາ­ປ ໄດ້­ຈັ່ງໃດ ?
- ເບິ່ງ­ຕົນເອງ ແມ່ນເບິ່ງວ່າໃຈຕົນເປັນ­ທຸກ ຂົ້ວມົວ ເວົ້າ ທໍາ ເປັນໄປໃນ­ລັກສະ­ນະ­ ທີ່ກ່າວຂ້າງເທິງນັ້ນ­ບໍ ?
- ເບິ່ງ­ຄົນ­ອື່ນ: ກໍເບິ່ງໄດ້ 2 ຢ່າງ ຄື ເບິ່ງ­ການເວົ້າ ແລະ­ການກະ­ທໍາ ບໍ່ວ່າ­ຈະ­ການ­ຄິດ ການກະ­ທໍາ ຫາກ­ອອກ­ມາດັ່ງ­ທີ່ກ່າວແລ້ວຂ້າງ­ຕົ້ນ­ຊື່ວ່າບາ­ປ ຫາກເຮົາບໍ່ເຫັນໜ້າກັນ ກໍເບິ່ງ­ການ­ຂຽນ ຂອງເຂົາກໍພໍຮູ້ໄດ້ວ່າເປັນ­ຄົນ­ບາ­ປ ຫາກສະ­ແດ­ງ­ອອກ­ມາ­ໜ້ອຍ ກໍບາ­ປນ້ອຍ ສະ­ແດ­ງ­ອອກ­ມາ­ຫຼາຍ ກໍບາ­ປຫຼາຍແລ.
- ເປັນ­ມິດ­ກັບ­ຄົນ­ບາ­ປຍ່ອມໄດ້­ບາ­ປດ້ວຍ:
1. ຮ່ວມ­ຄິດ ໃຫ້­ການ­ປຶກ­ສາ­ຫາ­ຣື ໃຫ້­ການສະ­ໜັບສະ­ໜູນ ສະ­ແດງ­ຄວາມ­ຍິນ­ດີ ຫຼືຮ່ວມ­ອຸດົມ­ການ
2. ຮ່ວມເວົ້າ ເວົ້າ­ຈາ­ປາໃສ, ແນະ­ນໍາ­ສັ່ງ­ສອນ, ຍົກ­ຍໍສໍຣະ­ເສີນ.
3. ຮ່ວມ­ທໍາ(ເຮັດ) ເຮັດ­ຕາມ ປະ­ຕິບັດ­ຕາມ ລົມ­ມື ຊ່ວຍແຮງ ຈະ­ດ້ວຍເຈຕະ­ນາ ບໍ່ເຈຕະ­ນາ ດ້ວຍ­ບໍ່­ຮູ້ ດ້ວຍ­ບໍ່ເຂົ້າໃຈ ດ້ວຍ­ປັນ­ຍາເຍົາ ຫຼົງໃຫຼ ຄັ່ງໃຄ້ ດ້ວຍ­ບັງ­ຄັບ­ຄູ່ເຂັນ ດ້ວຍເພາະ­ຂົ້າເປັນ­ຍາດ­ພີ່ນ້ອງ ໝູ່ກອງເຮົາ ທັງ­ໝົດລ້ວນແຕ່ ໄດ້­ຮັບ­ບາ­ປສະ­ເໝີກັນແລ.