Sunday 9 March 2014

ປິດສະໜາທຳ

- ຄໍາ­ຖາມ­ຂອງ­ອາ­ຈານ­ສັກ­ມອນ ສີຣິສັກ (ທີ່­ຖາມ­ມາໃນໃນເຟຊີບຸຄ) 
ສະ­ບາຍ­ດີ ພຣະ­ອາ­ຈານ.
ຕອນເຊົ້າມື້­ນີ້, ພວກຂ້ານ້ອຍໄດ້­ນັ່ງ­ສົນທະ­ນາກັນ­ຢູ່ຫ້ອງ­ການ, ກໍເລີຍ­ຍົກເອົາບັນ­ຫາ­ໜຶ່ງ­ຂຶ້ນ­ມາໂລມ­ກັນ ເລື່ອງ:
'ຢາກ­ກິນເຂົ້າ ໃຫ້­ປູກໃສ່ພະ­ລານ­ຫີນ
ຢາກ­ກິນ­ປາໃຫ້­ຖືແຫຂຶ້ນໂຄກ...'
ພວກຂ້ານ້ອຍ ບໍ່­ສາມາດ­ຮູ້ ແຕ່­ກົກເຖິງ­ປາຍ ຂອງ­ຄໍາ­ສອນ­ນີ້ ແລະ­ບໍ່­ສາມາດ­ຮູ້ເຖິງ­ຄວາມ­ໝາຍ­ຂອງ­ຄໍາ­ສອນ­ນີ້ໄດ້ຢ່າງລະ­ອຽດວ່າ ເພິ່ນ­ຢາກ­ສື່ຄວາມ­ໝາຍແນວໃດ.
ສະ­ນັ້ນ, ພວກຂ້ານ້ອຍ ຈຶ່ງ­ຢາກໃຫ້ພຣະ­ອາ­ຈານ­ຕື່ມເຕັມ­ຄວາມ­ຮູ້­ນີ້ ໃຫ້ພວກຂ້ານ້ອຍແນ່.
 
ສາ­ທຸ. 

ພຣະ­ອາ­ຈານ­ຕອບ:
ຈະເຣີນພອນ ພໍ່ອອກ ອັນ­ນີ້­ມັນແມ່ນ­ຄໍາ­ສອນເຊີງ­ປຽບ­­ທຽບ­ປິດສະ­ໜາ­ທໍາ ຂອງ­ພໍ່ແມ່­ຄູບາອາ­ຈານ ເພື່ອໃຫ້ພະ­ລັງໃຈພຣະ­ສົງ ສາມະ­ເນນ ອອກ­ຕົນ­ຍາດໂຍມ ທໍາ­ພາ­ລະ­ກິດ­ຂອງ­ຕົນ ແຕ່ເປັນ­ການເວົ້າໃຫ້­ຄົ້ນ­ຄິດ­ຫາ­ຫົວຂໍ້­ທໍາມາ­ສົມ­ທຽບ ໃນລັກສະ­ນະ­ຝຶກ­ປັນ­ຍາ ໂດຍ­ການ­ຄົ້ນ­ຄວ້າ ແລະ­ຄິດ­ນໍາ ພາຍໃຕ້­ຫົວຂໍ້­ທໍາ­ທີ່­ມີ ຕໍ່ກັບຄຳປິດສະໜານີ້ຈະ­ຕອບໃຫ້­ຄົບ­ຊຸດເລີຍ ຄື

(໑). "ຢາກ­ກິນເຂົ້າ ໃຫ້­ປູກໃສ່ພະ­ລານ­ຫີນ" ໝາຍ­ຄວາມວ່າ ໃຫ້ພະ­ສົງ-ສາມະເນນ ຫຼືຍາດໂຍມ ຖືສີນຢ່າງເຄັ່ງ­ຄັດ ມີສີລາ­ຈາຣະວັຕຈົບ­ງາມ, ຄໍາວ່າ "ຫີນ" ກໍແປມາ­ຈາກ(ສິນ) "ສີເລນະ­ ຫຼືສີລານັງ" ສີລາ ແປວ່າ­ຫີນ, ມີຄວາມ­ໝາຍ­ຄືໜັກແໜ້ນ, ປົກກະ­ຕິ, ເມື່ອສະ­ມະ­ນະ­ຖືສິນຢ່າງ ເຄັ່ງ­ຄັດ ໜັກແໜ້ນ ຍາດໂຍມ­ກໍອຸປະ­ຖັມ, ກໍຖວາຍ­ປັດໄຈສີ່ ອັນ­ມີອາ­ຫານ ຈີວອນ ທີ່­ຢູ່ ເຄື່ອງໃຊ້ ຢາ­ປົວພະ­ຍາດ, ບໍ່ວ່າແຕ່ພຣະ­-ເນນ ຍາດໂຍມ­ມີສິນ­ກໍ ຫາ­ຊັບໄດ້ ຄືມີຄວາມ­ປົກກະ­ຕິ ການຄ້າ­ຂາຍ ທໍາການ­ງານ­ກໍບັນ­ລຸຜົນ ເພື່ອຄົນເຊື່ອໝັ້ນ­ສັດ­ທາ. 

(໒) "ຢາກ­ມີສີນໃຫ້ຂ້າ­ພໍ່­ຕີແມ່" ຄື ຄົນຈະ­ມີສີນ ຄືຄວາມ­ໝັກແໜ້ນ­ໝັ້ນ­ຄົງ ໃຫ້ຂ້າ­ພໍ່­ຕີແມ່ ອັນວ່າ­ພໍ່ແມ່­ທີ່ຄວບ­ຄຸມ­ຈິດມະ­ນຸດ­ນີ້ກະ­ຄື ໂລບ, ໂກດ, ຫຼົງ ສາມໂຕນີ້ ເປັນ­ກິເລດ ສະ­ເໝືອນເປັນ­ພໍ່ແມ່ໃຫຍ່­ທີ່ຄວບ­ຄວບ­ຄຸມ­ຈິດໄວ້ໃຫ້­ທໍາ­ຄວາມ­ຊົ່ວດ້ວຍ­ກາຍ ວາ­ຈາ ໃຈໄດ້, ຄົນ­ມີໂລບ, ໂກດ, ຫຼົງ ເປັນສະ­ເໝືອນ­ພໍ່ແມ່ຄວບ­ຄຸມ­ຫໍ່ຼລ້ຽງໃຈ ກໍສາມາດລະ­ເມີດ­ສິນໄດ້­ທຸກໂອກາດ ຫາກຂ້າແມ່ໃຫຍ່ໄດ້ ກໍມີສິນ ຄືມີຄວາມ­ປົກກະ­ຕິ ໜັກແໜ້ນ. 

(໓) "ຢາກໃຫ້­ມີຄົນ­ມາແວ່ໃຫ້ຂ້າ­ພວກ­ດຽວກັນ" ຄໍາວ່າ­ພວກ­ດຽວກັນ ກໍຄື ພວກ­ດຽວກັບ­ກິເລດ ສາມຢ່າງເທິງ­ນັ້ນ ຄື ໂລບ, ໂກດ. ຫົຼງ ມັນ­ມີພວກ ຄື ຖີນະ­ມິດທະ­ ຄວາມງ້ວງເຫຼົາ­ຫາວນອນ ຂີ້ຄ້ານ­ມັກງ່າຍ ຂີ້­ຖີ່­ໜຽວແໜ້ນ ແລະ­ຂີ້­ອິດ­ສາ­ພະ­ຍາບາດ ມານ­ຍາ­ ສາໄຖຍະ­ ມັນເປັນ­ພວກ­ດຽວກັນ­ກັບ­ກິເລດ ເປັນ­ກິເລດຢ່າງຍ່ອຍໆ­ ຫາກໃຜບໍ່­ມີສິ່ງເລົ່ານັ້ນ ກໍເປັນ­ຄົນໃຈກວ້າງ ໃຜກໍຢາກແວ່ ມາ­ຢາມ ມາເປັນເພື່ອນ ເປັນ­ໝູ່­ຄົບຄ້າ ສະ­ມາ­ຄົນ ວິສາ­ສະ­ດ້ວຍ. 

(໔) "ຢາກ­ກິນໄກ່ໂອກ" ໃຫ້ແບກ­ຊູ່ມ­ລົງ­ໜອງ ຄໍາວ່າ "ຊຸ່ມ" ແມ່ນ­ໝາຍເຖິງ­ຄວາມ­ຊຸ່ມເຢັນ, ຄໍາວ່າ "ໜອງ" ໝາຍເຖິງ­ນໍ້າໃນ­ໜອງ, ໝາຍວ່າ ຫາກໃຜມີຈິດ­ຊຸ່ມ ໃຈເຢັນ ໃຈບໍ່ຮ້ອນ ກະ­ວົນກະ­ວາຍ ໃຜໆ­ກໍຮັກ­ຫອມ ໃຜໆ­ກໍຢາກ­ມາເປັນ­ໝູ່ເປັນ­ພວກ ແລະ­ອຸປະ­ຖັມ­ຄໍ້າ­ຊູ ເອົາ­ຂອງ­ມາ­ຕ້ອນ ມາ­ຊູ່ ເໝືອນໄດ້­ກິນໄກໂອກໂຕໃຫຍ່. 

(໕) ຄໍາວ່າ "ຢາກ­ກິນ­ປາ(ຕອງ)"ໃຫ້­ຫິ້ວ(ຖື)ແຫຂຶ້ນໂຄກ"ຄວາມເດີມ­ມິ “ປາ­ຕອງ” ແລະ­ຖື, ໝາຍ­ຄວາມວ່າ ສາມະ­ນະ­ຊີພຣາມ ຜູ້­ບໍ່­ບຽດບຽນເຂົາ, ສະ­ມະ­ນະ­ຊີພາມ ບໍ່­ທໍາອາ­ຊີບແບບ­ຊາວບ້ານ ເຄື່ອງຂ້າ ເຄື່ອງປະ­ຫານໃຫ້ເລີກ­ຖິ້ມ­ສາ ຕັ້ງ­ຕໍ່ປະ­ຕິບັດ­ທໍາ­ຢ່າງ­ດຽວ ແລ້ວນໍາເອົາ­ຜົນ ຂອງ­ການປະ­ຕິບັດໄດ້­ນັ້ນ ໄປສັ່ງ­ສອນປະ­ຊາ­ຊົນ ປະ­ຊາ­ຊົນເຫັນ­ຄຸນ­ງາມ­ຄວາມ­ດີ ທີ່ໄດ້­ຈາກ­ການ­ຄໍາ­ສອນ­ນັ້ນ ກໍບໍ່­ຈໍາເປັນຕ້ອງ­ຫາ­ລ້ຽງ­ຊີບ ຍາດ ໂຍ­ມ­ອຸປະ­ຖັມເອງ. 

(໖) "ຢາກ­ມີສີສັນໃຫ້ນອນ­ດິນເກືອກ­ຝຸ່ນ" ໝາຍ­ຄວາມວ່າ ສະ­ມະ­ນະ­ຊີພຣາມ ທໍາ­ຕົນໃນ­ທີ່ສະ­ຫງັດ ກິ້ງເກືອກ­ລີເລືອກັບ­ການປະ­ຕິບັດ­ສິນ­ທໍາ ໃຫ້­ຊີວິດຢ່າງ­ພໍພຽງ ເໝືອນ­ທໍາ­ຕົນເກືອກ­ຝຸ່ນ ປະ­ຊາ­ຊົນເຫັນ­ກໍສັດ­ທາ­ຊໍ່ຊ້ອງ­ສາ­ທຸການ, ສະ­ນັ້ນ ຈຶ່ງ­ມີຄໍາ­ສອນເສີມທ້າຍ­ຄໍາອະ­ທິບາຍ­ນີ້ຂອງ ຄູບາອາ­ຈານວ່າ "ສະ­ມະ­ນະ­ ຕ້ອງ­ກິນ­ຄືໝູ ຢູ່­ຄືໝາ ໄປຄືເທວະ­ດາແລ" ອີກ­ຄວາມ­ໝາຍ­ໜຶ່ງ ສະ­ມະ­ນະ­ກໍດີ, ຍາດໂຍມ­ກໍດີ ຢາກ­ມີຄົນ­ຊໍ່ຊ້ອງ ສາ­ທຸການ ນອກ­ຈາກເອົາ­ຈິດໃສ່ໃຈເສັຍໃນ­ທໍາວິໄນແລ້ວ, ຕ້ອງ­ຕິດ­ພັນ­ກັບ­ຊາວບ້ານໃຫ້ໄດ້ ຢ່າແຍກ­ທີ່­ຮັກ ບັງ­ທີ່­ຊັງ ຢູ່ໃກ້­ສິດ­ຕິດແທດຊ່ວຍ ເຫືຼອເບິ່ງແຍງ­ບອກ­ສອນເຂົາແລ. 

(໗) "ຢາກ­ອົບ­ອຸ່ນໃຫ້­ອາບ­ນໍ້າຍາມ­ໜາວ" ໝາຍ­ຄວາມວ່າ ການສ້າງ­ບຸນ (ທານ, ສິນ, ພາວະ­ນາ) ຕ້ອງສ້າງໄວ້ແຕ່­ຍັງ­ໜຸ່ມ­ຍັງນ້ອຍ ເໝືອນ­ກັບ­ຄົນ­ໜຸ່ມ­ສາວ ທີ່­ອາບ­ນໍ້າຍາມ­ໜາວຮ່າງ­ກາຍແຂງແຮງ ການປະ­ຕິບັດ­ທໍາກໍເຊັ່ນ­ດຽວ ໃຫ້­ຕື່ນເດິກ­ລຸກເຊົ້າ ຮ້ອນ­ບໍ່ວ່າ ໜາວບໍ່ວ່າ, ການເຮັດ­ບຸນ ຄວາມ­ດີຕ່າງໆ­ ກໍເຮັດແຕ່­ຍັງ­ໜຸ່ມນ້ອຍ ຂະ­ຫຍັນເຮັດ ຂະ­ຫຍັນ­ທໍາ ເຮັດເບົາໆ­ ຄ່າເຄັ່ງໂພດ ຢ່າຍານໂພດ ແມ່ນວ່າມັນ­ຍາກ­ກໍເຮັດ ຫາກ­ມັນ­ມີຄວາມ­ສຸກ.

(ທັງ­ໝົດເປັນ­ປິດສະ­ໜາ­ທໍາ­ຂອງ­ຄົນ­ລາວບູຮານ ທີ່ສອນແບບເສື່ອງ­ສົ້ນ ເພື່ອໃຫ້­ລູກ­ຫຼານ ຫຼືລູກ­ສິດໃຊ້ສະ­ໝອງ­ຊອກ­ຄິດ ຊອກ­ຫາ ເພິ່ນ­ບໍ່ສອນ­ສໍາເລັດ­ຮູບ, ເພາະ­ເປົ້າ­ໝາຍໃຫ້­ຄົນ­ຄິດເອງເປັນ ເຊັ່ນ­ດຽວກັບ­ພາ­ສາ ແລະ­ອັກ­ສອນ­ລາວນັ້ນແລ້ວ ຄົນ­ບູຮານເພີ່ນຈະ­ໃຫ້­ຄໍາເວົ້າຍາກໆ­ ຂຽນ­ອັກ­ສອນແບບເຄົ້າໆ­ ເພື່ອໃຫ້­ຄົນ­ຮຽນ­ສາມາດ­ຄົ້ນ­ຄວ້າ­ສຶກ­ສາດ້ວຍສະ­ໝອງ ບໍ່­ຄືຄົນ­ດຽວນີ້ ເວົ້າ­ຫຍັງ ສອນຫຍັງ ເວົ້າງ່າຍໆ­ ເຮັດງ່າຍໆ­ ມັນ­ສັ້ນໆ­ ສຸດທ້າຍ­ມັນກ່າງ່າຍໄປໝົດ ກົ້ນກະ­ງ່າຍ ຫົວກະ­ງ່າຍ ມັນເລີຍເບົາເຍົາວ໌­ໄປໝົດແລ).

1 comment: