Sunday 11 August 2013

ບາປ



ບາປ
(ຂຽນໂດຍ: ພອ.ເນືອງພິລັກ ໂຊຕິທອນ ລົງໃນໃບລານຄັ້ງແຮກ ວັນທີ 29/05/11)

1. ທີ່­ມາ­ຂອງ­ຄໍາວ່າ ບາ­ປ
- ບາ­ປ: ເປັນ­ພາ­ສາ­ລາວ ໄດ້­ຈາກ­ພາ­ສາ­ປາ­ລີ ປາ­ປະ­(ບາ­ປ), ປາ­ປະ­ກັງ(ບາ­ປໃຫຍ່)
2. ບາ­ປແມ່ນຫຍັງ ?
- ບາ­ປ ປຽບເໝືອນ­ຂອງເສັຍ­ຄຸນ ຫຼືຂອງ­ຊໍາ­ຣຸດ­ຊຸດໂຊມ ຫຼືຂອງເພພັງ, ເສື່ອມ ມີຊື່ຮຽກຕ່າງໆ­ນານາ ເຊັ່ນ ເຮືອນ­ຊໍາ­ຣຸດ­ຊຸດໂຊມ, ເຮືອນເພ, ອາາ­ຫານເສັຍ­ຄຸນ, ຮຽກ­ອາ­ຫານ­ບູດ, ຄໍາ­ທີ່ວ່າບູດ, ຊໍາ­ຣຸດ, ເພພັງ, ແຕກ­ຫັກ, ເນົ່າ, ຂາດ, ແຕກ, ຫັກ, ຜຸ, ເພ, ພັງ ແລະ­ອື່ນໆ­.
- ຖ້າເຮົາເວົ້າ­ລວມໆ­ ຮຽກວ່າ "ເສັຍ" ໝາຍ­ຄວາມວ່າມັນ­ບໍ່­ດີ, ເຊັ່ນ­ອາການເສັຍ­ຈິດ ສາມາດ­ຮຽກໄດ້­ຫຼາຍຢ່າງ, ຈິດເສົ້າ­ໝອງ, ຈິດ­ຫວັ່ນໄຫວ, ໃຈຮ້າຍ, ໃຈດໍາ, ໃຈຂຸ່ນ­ມົວ ແລະ­ອື່ນໆ­ ແລ້ວແຕ່ຈະ­ສື່­ສານ­ທາງໃດ ຄໍາວ່າເສົ້າ­ໝອງ, ຕໍ່າ­ຊາມ, ຊົ່ວຊ້າ, ຮ້າຍ­ກາດ, ເປັນ­ຄໍາບອກວ່າ­ຈິດເສັຍ ເຊິ່ງ­ຄວາມ­ໝາຍ­ທາງ­ສາ­ສນາ ເພິ່ນໃຊ້­ຄໍາວ່າ "ບາ­ປ" ຄໍາວ່າບາ­ປ ຈຶ່ງ­ໝາຍເຖິງ­ຄວາມເສັຍ­ຂອງ­ຈິດ­ນັ້ນເອງ ຄືການ­ທີ່ໃຈມີຄຸນະ­ພາບ­ຕໍ່າ­ລົງ ບໍ່ວ່າເສື່ອມເສັຍໃນແງ່ໃດ­ກໍຮຽກວ່າບາ­ປໄດ້.
ອະ­ທິບາຍ:
- ບາ­ປໝາຍເຖິງ ສິ່ງ­ທີ່­ທໍາໃຫ້­ຈິດໃຈເສັຍ ຄືມີຄຸນະ­ພາບ­ຕໍ່າ­ລົງ ບໍ່ວ່າເສັຍໃນແງ່ໃດ­ກໍຮຽກວ່າບາ­ປທັງສິ້ນ ສິ່ງ­ທີ່­ທໍາແລ້ວເປັນ­ບາ­ປ ຄື ອະ­ກຸສົນ­ກັມມະ­ບົທ 10 ໄດ້ແກ່.

1.
ຂ້າ­ສັດ.
2. ລັກ­ຊັບ,
3. ປະ­ພຶດ­ຜິດໃນ­ກາມ.
4. ເວົ້າເທັດ.
5. ເວົ້າ­ສໍ່­ສຽດ.
6. ເວົ້າ­ຄໍາ­ຫຍາບ.
7. ເວົ້າເລື່ອນ­ລອຍ.
8. ຄິດໂລບ­ມາກ.
9. ຄິດພະ­ຍາບາ­ທ.
10. ມີຄວາມເຫັນ­ຜິດ.
- ບາ­ປ ເປັນ­ກັມ­ຊົ່ວ, ກັມ­ບໍ່­ດີ(ການກະ­ທໍາ­ຊົ່ວ, ການກະ­ທໍາບໍ່­ດີ) ເກີດ­ຈາກ 3 ທາງ ຄື
1. ທາງ­ກາຍ (ທໍາ­ຊົ່ວ, ທໍາບໍ່­ດີທາງ­ກາຍ ເຊັ່ນ­ຕົບ­ຕີບີໂບຍ ຂ້າ­ຟັນ­ລັນແທງ)
2. ທາງ­ວາ­ຈາ. (ເວົ້າ­ຊົ່ວ, ເວົ້າບໍ່­ດີ ເຊັ່ນ ເວົ້າ­ສໍ່­ສຽດ, ກ່າວຮ້າຍ, ດ່າວ່າ)
3. ທາງໃຈ. (ຄິດ­ຊົ່ວ, ຄິດ­ບໍ່­ດີ ເຊັ່ນ ຄິດ­ບຽດ­ບຽນ, ຄິດ­ອິດ­ສາ, ຄິດ­ຢາກໃຫ້ເຂົາເສື່ອມເສັຍ)
- ມາດ­ຕາ­ຖານ ຂອງ­ອາການ­ທັງ­ສາມ ທີ່­ຮຽກວ່າເປັນ­ບາ­ປ ພໍອະ­ທິບາຍໄດ້ ດັ່ງ­ນີ້ ຄື.
1. ບຸາ­ປ ຄືສິ່ງ­ທີ່ລະ­ເມີດ­ສີນ 5 ທັງ­ຫຼາຍ.
- ສິນຫ້າ 5 ເຮົາ­ພໍຮູ້­ຈັກແລ້ວວ່າ­ຄືຫຍັງ ? ການ­ທີ່ເຮົາ­ຈະ­ຄິດ(ໃຈ) ການ­ທີ່ເຮົາ­ຈະ­ເວົ້າ(ວາ­ຈາ) ການ­ທີ່ເຮົາ­ຈະ­ເຮັດ(ກາຍ) ຫາກ­ການກະ­ທໍາ­ທັງ­ສາມ­ມັນໄປທາງ­ຊົ່ວກໍລະ­ເມີດ­ສິນຫ້າ, ຄວາມ­ຄິດ ຄໍາເວົາ ແລະ­ການກະ­ທໍານັ້ນ­ກໍເປັນ­ບາ­ປຢ່າງ­ບໍ່ຕ້ອງ­ສົງໃສ ເຊັ່ນ:
ກ. ການ­ຄິດ­ຜິດ­ສິນ 5 ຄື ການ­ຄິດຈະ­ຂ້າ(1. ປານາ) ຄິດຈະ­ລັກ(2.ອະ­ທິນ­ນາ), ຄິດຈະ­ປະ­ພຶດ­ຜິດໃນ­ກາມ(3.ກາເມ), ຄິດຈະ­ຕົວະ­ຫຼອດລວງ(ມຸສາ) ຄິດຄິດຈະດື່ມເຫຼົ້າ, ­ມົວເມົາ­ຫຼົງໃຫຼໃນ­ຍົດ­ຖາບັນ­ດາ­ສັກ ຕໍາແໜ່ງ ແລະ­ອື່ນ(5.ສຸຣາແລະ­ເມ­ຣັຍ), ແມ່ນຈະ­ຄິດແນວໃດ­ກໍຕາມ ຊື່ວ່າບາ­ປທາງໃຈແລ້ວ, ສ່ວນ­ບາບ­ທາງວາ­ຈາກໍເຊັ່ດ­ດຽວກັນ ຄື.
ຂ. ການເວົ້າ­ຜິດ­ສິນ 5 ບອກວ່າ­ຈະ­ຂ້າ(1. ປານາ) ບອກເຂົາໃຫ້ໄປລັກ(2.ອະ­ທິນ­ນາ), ການແນະນໍາ ຫຼືເວົ້າເລື່ອງ­ກາມ(3.ກາເມ), ເວົ້າ­ຕົວະ­ ຫຼອກລວງ(ມຸສາ)ເວົ້າມົວເມົາ­ຫຼົງໃຫຼໃນ­ຍົດ­ຖາບັນ­ດາສັກ ຕໍາ    ແໜ່ງ ແລະ­ອື່ນ(5.ສຸຣາແລະ­ເມ­ຣັຍ), ແມ່ນຈະ­ເວົ້າແນວໃດ­ກໍຕາມ ຊື່ວ່າບາ­ປທາງ­ວາຈາແລ້ວ, ແມ່ນ­ທາງ­ການກະ­ທໍາ ຖືເປັນ­ຜົນ­ສໍາເຣັດ­ຂອງ­ບາ­ປທັງ­ສາມ ເພາະ­ຄົນຈະ­ທໍາໃນ­ສິ່ງ­ທີ່ເປັນ­ບາ­ປໄດ້ ຕ້ອງພ້ອມ­ທັງວາ­ຈາ ແລະໃຈແລ້ວ ການ­ທໍາບາ­ປ ທີ່­ຜິດ­ສິນເປັນ­ດັ່ງ­ນີ້.
ຄ. ການຂ້າ­ຕີບີໂບຍເຂົາ(1. ປານາ) ຖືເອົາ­ຂອງເຂົາ­ທັງເຈຕະ­ນາບໍ່ເຈຕນາ(2.ອະ­ທິນ­ນາ), ຫຼິ້ນ­ຊູ້­ສູ່­ລູກຜົວເມັຍເຂົາ(3.ກາເມ), ຕົວະ­ຫຼອກ­ລວງເຂົາ(ມຸສາ) ກິນເຫຼົ້າ ແລະ­ຫຼົງໃຫຼມົວເມົາໃນ­ຄວາມ­ຮັ່ງ ຄວາມ­ມີ ຍົດຖາບັນດາສັກ(5.ສຸຣາແລະ­ເມ­ຣັຍ).
1. ບາ­ປຄືສິ່ງ­ບໍ່ສະ­ບາຍ­ກາຍ ສະ­ບາຍໃຈທັງ­ຫຼາຍ.
- ນອກ­ຈາກລ່ວງລະ­ເມີດ­ສີນ­ທັງ 3 ແບບ ຄືຄວາມ­ບໍ່ສະ­ບາຍ­ກາຍ ບໍ່ສະ­ບາຍໃຈທັງ­ຫຼາຍ ຫາກຄິດ ເວົ້າ ທໍາ ໃດໆ­ ເມື່ອຄິດ ເວົ້າ ທໍາແລ້ວ ກໍ່ໃຫ້ເກີດ­ຄວາມ­ຂຸ່ນ­ມົວ ເສັຍ­ຫາຍ ບໍ່ສະ­ບາຍ ເປັນ­ທຸກ ທໍາໃຫ້ເກີດ­ອາ ຣົມດ້ານ­ລົບ ເຊັ່ນ: ບໍ່ຊອບໃຈ, ບໍ່­ພໍໃຈ, ໝຸດ­ໝັດ, ຂຸ່ນ­ມົວ, ໄປຈົນເຖິງໂກດ­ມີໂທສະ­ຮຸນ ແຮງ, ອາການ­ຮຸນແຮງຕ່າງໆ­ ເກີດ­ຈາກໃຈບໍ່­ນິ້ງ ບໍ່ເປັນ­ສຸກ ຮ້ອນກະ­ວົນກະ­ວາຍ ເສົ້າ­ໝອງ ບໍ່ຊອບໃຈຄົນ­ນັ້ນ ຊັງ­ຄົນ­ນີ້ ອິດ­ສາ ບຽດ­ບຽນ ທໍາ­ຮ້າຍ ກ່າວຮ້າຍ ສະ­ຣຸບ ເມື່ອໃດໃຈບໍ່­ນິ້ງ ໃຈບໍ່­ສຸຂຸມ ເກີດ­ຄວາມ ຄໍາເວົ້າບໍ່­ດີ ກໍກາຍເປັນ­ການກະ­ທໍາບໍດີ ກໍມີອາ­ຣົມໄປທາງ­ລົບ, ກາຍເປັນ­ຄວາມ­ທຸກ ແມ່ນຈະ­ພຽງສ້ຽວໜຶ່ງ­ຂອງໃຈ ກໍຊື່ວ່າບາ­ປ ດ້ວຍປະ­ການສະ­ນີ້ແລ.
ວິທີເບິ່ງ­ຕົວເອງ ຫຼືວ່າເບິ່ງ­ຄົນ­ອື່ນວ່າບາ­ປ ໄດ້­ຈັ່ງໃດ ?
- ເບິ່ງ­ຕົນເອງ ແມ່ນເບິ່ງວ່າໃຈຕົນເປັນ­ທຸກ ຂົ້ວມົວ ເວົ້າ ທໍາ ເປັນໄປໃນ­ລັກສະ­ນະ­ ທີ່ກ່າວຂ້າງເທິງນັ້ນ­ບໍ ?
- ເບິ່ງ­ຄົນ­ອື່ນ: ກໍເບິ່ງໄດ້ 2 ຢ່າງ ຄື ເບິ່ງ­ການເວົ້າ ແລະ­ການກະ­ທໍາ ບໍ່ວ່າ­ຈະ­ການ­ຄິດ ການກະ­ທໍາ ຫາກ­ອອກ­ມາດັ່ງ­ທີ່ກ່າວແລ້ວຂ້າງ­ຕົ້ນ­ຊື່ວ່າບາ­ປ ຫາກເຮົາບໍ່ເຫັນໜ້າກັນ ກໍເບິ່ງ­ການ­ຂຽນ ຂອງເຂົາກໍພໍຮູ້ໄດ້ວ່າເປັນ­ຄົນ­ບາ­ປ ຫາກສະ­ແດ­ງ­ອອກ­ມາ­ໜ້ອຍ ກໍບາ­ປນ້ອຍ ສະ­ແດ­ງ­ອອກ­ມາ­ຫຼາຍ ກໍບາ­ປຫຼາຍແລ.
- ເປັນ­ມິດ­ກັບ­ຄົນ­ບາ­ປຍ່ອມໄດ້­ບາ­ປດ້ວຍ:
1. ຮ່ວມ­ຄິດ ໃຫ້­ການ­ປຶກ­ສາ­ຫາ­ຣື ໃຫ້­ການສະ­ໜັບສະ­ໜູນ ສະ­ແດງ­ຄວາມ­ຍິນ­ດີ ຫຼືຮ່ວມ­ອຸດົມ­ການ
2. ຮ່ວມເວົ້າ ເວົ້າ­ຈາ­ປາໃສ, ແນະ­ນໍາ­ສັ່ງ­ສອນ, ຍົກ­ຍໍສໍຣະ­ເສີນ.
3. ຮ່ວມ­ທໍາ(ເຮັດ) ເຮັດ­ຕາມ ປະ­ຕິບັດ­ຕາມ ລົມ­ມື ຊ່ວຍແຮງ ຈະ­ດ້ວຍເຈຕະ­ນາ ບໍ່ເຈຕະ­ນາ ດ້ວຍ­ບໍ່­ຮູ້ ດ້ວຍ­ບໍ່ເຂົ້າໃຈ ດ້ວຍ­ປັນ­ຍາເຍົາ ຫຼົງໃຫຼ ຄັ່ງໃຄ້ ດ້ວຍ­ບັງ­ຄັບ­ຄູ່ເຂັນ ດ້ວຍເພາະ­ຂົ້າເປັນ­ຍາດ­ພີ່ນ້ອງ ໝູ່ກອງເຮົາ ທັງ­ໝົດລ້ວນແຕ່ ໄດ້­ຮັບ­ບາ­ປສະ­ເໝີກັນແລ.

No comments:

Post a Comment