Wednesday 16 April 2014

ຕອບບັນຫາເລື່ອງ ການເຮັດບຸນ

ຕອບຕາມຜູ້ເຖົ້າ ທີ່ເປັນບັນດິດອາຈານວ່າ
---------
- ຖາມ: ເປັນຫຍັງຈຶ່ງເຮັດບຸນ.
- ຕອບ: ເຮັດບຸນເພາະເຮັດຄວາມດີ.
- ຖາມ: ທຳຄວາມດີໄດ້ຫຍັງ ຄົນທຳບໍ່ດີກະຍັງມີຫຼາຍ.
- ຕອບ: ທຳຄວາມດີ ໄດ້ຄວາມສຸກ.
- ຖາມ: ຄົນທຳຄວາມຊົ່ວສຸກກະມີຫຼາຍ ບໍ່ເຫັນວ່າເຂົາຊິທຸກ.
- ຜູ້ຕອບຖາມ: ຄົນທຳຊົ່ວໄດ້ສຸກຈັງໃດ ?
- ຕົນຖາມຕອບ: ເຫັນຄົນບໍ່ເຄີຍທຳບຸນສິນທານ ຍິ່ງຮັ່ງມີລໍ້າລວຍ.
- ຕອບ: ຄວາມຮັ່ງມີ ບໍ່ໝາຍວ່າຈະມີຄວາມສຸກສະເໝີໄປ.
- ຄົນຖາມອະທິບາຍ: ເຂົາສຸກຫັ້ນແລ້ວ ເຫັນເຂົາຢາກໄດ້ຫຍັງ ຢາກເຮັດຫຍັງ ຢາກໄປໃສກະໄດ້ໝົດ.
- ຜູ້ຕອບຖາມ: ແລ້ວຖາມວ່າໃນໃຈເຂົາເປັນສຸກບໍ ?
- ຕົນຖາມຕອບ: ບໍ່ຮູ້ດອກ ແຕ່ເຫັນເຂົາສຸກສະບາຍບໍ່ເດືອດບໍ່ແຄ້ນຫຍັງ ?
- ຜູ້ຕອບ: ບຸນ ແລະສຸກໃນທາງສາສະໜາ ແມ່ນໃຫ້ຄວາມສຸກທາງໃຈເປັນອັນດັບແຮກ, ຫາກປະກອບກຳທຳກຸສົນໃຈເຂົາເປັນສຸກ ສະບາຍ ເຢັນ ບໍ່ຮ້ອນ ບໍ່ກົວໄພ ນັ້ນລະຄວາມສຸກ ທີ່ເກີດຈາກການທຳບຸນ ຄືທຳຄວາມດີ ອັນເປັນກຸສົນ ຜູ້ທີ່ມີຊັບ ບໍ່ມີຊັບ ກໍມີສຸກ ສະຫງົບ ສັນຕິ ບໍ່ວຸ້ນວາຍ ມີຊັບກໍໃຊ້ຊັບໄປໃນທາງທີ່ຖືກທີ່ຄວນ ແລະຊັບເອງກໍບໍ່ເປັນໄພ ຄົນເອງກໍບໍ່ມີໄພ ຄອບຄົວ ຜົວເມັຍ ລູກຫຼານຍາດວົງ ກໍບໍ່ມີບັນຫາ ຕ່າງຈາກຄົນບໍ່ທຳບຸນ ບໍ່ສ້າງກຸສົນ ຊີວິດຂອງ ເຂົາກົງກັນຂ້າມກັບທີ່ກ່າວມານີ້ທັງໝົດ.
- ທຸກ ຄື ບໍ່ສະບາຍກາຍບໍ່ສະບາຍໃຈ ມີສິ່ງໃດ ເດືອດຮ້ອນກັບສິ່ງນັ້ນ ເມື່ອເຖົ້າໄປຮ່າງກາຍ ໝົດແຮງມອງທາງຫຼັງ ມີແຕ່ຄວາມສຸກ.
- ສຸກ ຄື ສະບາຍກາຍ ສະບາຍໃຈ ມີສິ່ງໃດ ບໍ່ມີຄວາມເດືອດຮ້ອນ ຍິ່ງເຖົ້າໄປຮ່າງກາຍໝົດ ແຮງຍິ່ງເດືອດຮ້ອນທາງໃຈເປັນອັນດັບຕົ້ນ ມອງທາງຫຼັງກວາໄພຕົນເອງ ເພາະເຫັນແຕ່ຄວາມ ຊົ່ວ.
- ດ້ວຍເຫດນັ້ນແລ້ວ ຈຶ່ງຄວນເຮັດບຸນແຕ່ໜຸ່ມແໜ້ນແຂງແຮງ ຕອນຮ່າງກາຍກຳລັງມີໄຟຢູ່ນີ້.
- ບຸນໃນທາງພຸດທະສາສະໜາ ມີ 3 ຢ່າງ ຄື
1. ທານະໄມ : (ບຸນສຳເລັດດ້ວຍການໃຫ້ທານ) ເສັຍສະຫຼະ(ໃຫ້), ບໍລິຈາກ, ສົງເຄາະ ອະນຸເຄາະ.
2. ສີລະໄມ: (ບຸນສຳເລັດດ້ວຍການຮັກສາສີນ) ຮັກສາກາຍ ວາຈາ ໃຫ້ສະຫງົບ ຕາມວິໄນ ແລະກົດໝາຍ.
3. ພາວະນາໄມ: (ບຸນສຳເລັດດ້ວຍການພາວະນາ) ຄື ໄຫວ້ພະ, ພາວະນາ. ແລະປະຕິບັດກຳມັດຖານ 2 ຄື

1. ສະມະຖະພາວະນາ(ສະມະຖະກຳມັດຖານ) ຄື ອຸບາຍສະຫງົບໃຈ, ໄດ້ແກ່ການປະຕິບັດທຳດ້ວຍບໍລິກຳ ເປັນການບຳເພັງພຽນທາງຈິດ ໂດຍໃຊ້ສະມາທິເປັນຫຼັກ ມຸ້ງໃຫ້ຈິດສະຫງົບ ລະງັບຈາກນິວອນເຊິ່ງເປັນຕົວການກີດຂວາງຈິດ ບໍ່ໃຫ້ບັນລຸຄວາມດີເປັນສຳຄັນ ສະມະຖະກຳມັດຖານ ເປັນອຸບາຍລະຄວາມຟຸ່ງຊ່ານ ຢຸດຈິດໃຫ້ນິ່ງໂດຍໃຊ້ສະມາທິ ຫຼັກສະມະຖະກຳມັດຖານໂດຍຢຶດດອາລົມຢ່າງໃດ ຢ່າງໜຶ່ງໃນກຳມັດຖານ 40 ຫ້ອງ.

2. ວິປັດສະນາພາວະນາ(ວິປັດສະນາກຳມັດຖານ) ຄື ອຸບາຍສະຫງົບໃຈເພື່ອໃຫ້ເກີດປັນຍາ, ກຳມະຖານ ທຳໃຫ້ເກີດຄວາມຮູ້ແຈ້ງເຫັນຈິງ ໝາຍເຖິງການປະຕິບັດທຳກຳມັດຖານທີ່ໃຊ້ສະ ຕິເປັນຫຼັກ ວິປັດສະນາກຳມະຖານເປັນການພິຈາລະນາສະພາວະທຳ ນາມ-ຮູບ ຄື ຂັນ, ທາດ, ອາຍະຕະນະ, ອີນຊີ ໃຫ້ເຫັນຕາມຄວາມເປັນຈິງ ຄື ເຫັນດ້ວຍປັນຍາ ສະພາວະທຳເຫຼົ່ານີ້ ຕົກຢູ່ໃນສະມັນຍາລັກສະນະ ຫຼື້ໄຕລັກ ຄື ອະນິດຈັງ ທຸກຂັງ ອະນັດຕາ ເປັນສິ່ງທີ່ເກີດຈາກ ການລວມຕົວຂອງທາດ 4 ອັນໄດ້ແກ່ ດິນ, ນໍ້າ, ລົມ, ໄຟ ເທົ່ານັ້ນເປັນສິ່ງທີ່ບໍ່ຄວນຢຶດຖື.

- ວິປັດສະນາກຳມັດຖານ ເປັນກຳມັດຖານທີ່ມຸ້ງການອົງຮົມເປັນຍາເປັນຫຼັກ ແລະຄູ່ກັບສະມັດຖະກຳມັດຖານ ເຊິ່ງມຸ້ງບໍລິຫານຈິດເປັນຫຼັກ.
- ໃນພະສູດ ອັດຖະກະຖາ ກ່າວໄວ້ວ່າ ພາວະນາ ໄດ້ ສຸຕະມະຍະປັນຍາ ກັບຈິນຕາມະຍະປັນຍາ, ສ່ວນໃນວິພັງ ອະນຸໂລມວ່າ ພາວະນາມະຍະປັນຍາ.
- ສະຫຼຸບວ່າ ພາວະນາ ມີ 3 ຢ່າງ ຄື
1. ສຸຕະມະຍະປັນຍາ ປັນຍາເກີດຈາກການສູດ ທ່ອງ ຮຽນ.
2. ຈິນຕາມະຍະປັນຍາ ປັນຍາເກີດຈາກການອົບຮົມຈິດ.
3. ພາວະນາມະຍະປັນຍາ ປັນຍາເກີດການພາວະນາ ອັນມີວິປັດສະນາ ແລະສະມັດຖະກຳມັດຖານນັ້ນເອງ.

- ທັງໝົດທັງປວງທີ່ກ່າວມານີ້ ເປັນການທຳບຸນໃນພຸດທະສາສະໜາ ຄື ທານ, ສິນ, ພາວະນາ ຂາດເສັຍຢ່າງໃດ ຢ່າງໜຶ່ງ ເພາະທັງ 3 ນີ້ເປັນຂອງຄູ່ກັນ.

1 comment:

  1. ສາທຸນຳຫຼາຍໆ
    ທີ່ເອົາຂໍມູນດີໆມາໃຫ້ອ່ານ

    ReplyDelete