Thursday 29 September 2011

ຕ້ອງຮູ້ກັມໃຫ້ແຈ້ງ

ຕ້ອງຮູ້ຈັກກັມໃຫ້ແຈ້ງ
ທີ່ຈິງ ເຮົາຊິເຮັດຫຍັງ ທຳຫຍັງ ເຮົາຕ້ອງຮູ້ສິ່ງນັ້ນໃຫ້ຈະແຈ້ງ ຫາກເຮົາບໍ່ຮູ້ມັນ ສັກວ່າແຕ່ເຮັດແຕ່ບໍ່ຮູ້ ອັນນັນເຂົາຮຽກວ່າເຮັດດ້ວຍຄວາມ ງົມງວາຍ ສະນັ້ນເພື່ອຫຼີກເວັ້ນຄຳວ່າງົມງວາຍ ເຮົາຈຶ່ງມາຮູ້ຈັກກັມນຳກັນ ດັ່ງນີ້.
ກັມຄືອັນໃດ ? ສັດທັງຫຼາຍ ຍ່ອມສຳເຣັດການກະທຳ ໂດຍອາໄສທັມມະຊາດໃດ, ທັມມະຊາດເປັນເຫດໃຫ້ສຳເຣັດການກະທຳນັ້ນໆ ຊື່ວ່າ “ກັມມະ” ກັມມະ ກໍຄືກັມ ໝາຍເຖິງການກະທຳທີ່ປະກອບດ້ວຍຄວາມຕັ້ງໃຈ ຫຼືຈົງໃຈຈະທຳກັມນັ້ນໆ.
“ກັມ ຫຼືກັມມະ” ເປັນຄຳກາງໆ ທີ່ໃຊ້ປະກອບກັບຄຳອື່ນໆ ແລະສະແດງຄວາມໝາຍໄປຕາມຄຳນັ້ນໆ ເຊັ່ນ ກຸສົນກັມ ແປວ່າ ກັມດີ, ອະກຸສົນກັມ ແປວ່າ ກັມຊົ່ວ ເປັນຕົ້ນ.
ໃນສັກກະນິບາຕອັງຄຸຕຣະນິກາຍ ພຣະປາລີວ່າ “ດູກ່ອນ ພິກຂຸທັງ ຫຼາຍ ເຫດທີ່ບຸກຄົນທີ່ມີຄວມຕັ້ງໃຈ ເປັນເຄື່ອງກະຕຸ້ນແລ້ວ ກະທຳການ ງານນັ້ນສຳເຣັດລົງ ດ້ວຍກາຍກໍດີ ດ້ວຍວາຈາກໍດີ, ດ້ວຍໃຈກໍດີ ດ້ວຍເຫດນີ້ ຕະຖາຄົດ ຈຶ່ງກ່າວວ່າ ເຈຕະນາ ນີ້ເປັນກັມ”
ເຈຕະນາຫັງ ພິກຂາເວ ວະທາມິກັມມັງ”
ທາງແຫ່ງການກະທຳກັມ ຈຳແນກຕາມຄຸນນະພາບ ຫຼືຕາມທັມ ມະຊາດ ທີ່ເປັນມູນເຫດ ມີ ໒ ຢ່າງ ຄື:

໑. ກັມຝ່າຍບໍ່ດີ ຄື ກັມຊົ່ວ ຮຽກ ອະກຸສົນກັມ ຫຼືອະກຸສົນກັມມະ ບົດ.
໒. ກັມຝ່າຍດີ ຮຽກ ກຸສົນກັມ ຫຼືກຸສົນກັມມະບົດ,


ຄຳວ່າ ອະກຸສົນກັມມະບົດ ແຍກສັບໄດເ ຄື ອະ = ບໍ່, ກຸສົລ = ດີ, ສະຫຼາດ, ກັມ - ການກະທຳ, ບົຖ= ທາງ.
ຣວມກັນແລ້ວ ຮຽກວ່າ ທາງແຫ່ງການກະທຳຄວາມບໍ່ດີ, ຫຼື ທາງແຫ່ງການກະທຳໃນສິ່ງທີ່ບໍ່ສະຫຼາດ, ມີຢູ່ ໑໐ ຢ່າງ ເຊິງຝ່າຍດີມີຢູ່ ໑໐ ຢ່າງເຊັນກັນ ຮຽກວ່າ ກຸສົນກັມມະບົດ ໑໐ ໃນທີ່ນີ້ຈະກ່າວພຽງການກະ ທຳຝ່າຍຊົ່ວ ທີ່ຮຽກວ່າ ອະກສົນ ເຊິ່ງເປັນຕົ້ນເຫດທີ່ກໍ່ໃຫ້ເກີດຜົນຂອງ ກັມ ທີ່ຮຽກກັນຕິດປາກວ່າ ກັມເວນ ຫຼືເວນກັມ ຕາມຄວາມຮູ້ສຶກໂດຍທົ່ວ ໄປ ເມື່ອກ່າວພຽງວ່າກັມພຽງຄຳດຽວ ຄົນທັງຫຼາຍຈະໝາຍເຖິງຜົນແຫ່ງ ການກະທຳທີ່ອອກມາບໍ່ດີໂລດ ຂໍໃຫ້ສຶກສາດັ່ງຕໍ່ໄປນີ້.
ອະກຸສົນກັມມະບົດ ຄື ທາງແຫ່ງການກະທຳ ທີ່ບໍ່ສະຫຼາດ ຫຼືທຳ ຊົ່ວ ອັນເປັນການກະທຳກັມ ທີ່ເປັນຫົນທາງໄປສູ່ອະບາຍະພູມ ມີ ໑໐ ຢ່າງໄດ້ແກ່:
- ການກະທຳຊົ່ວທາງກາຍ ມີ ໓ ຢ່າງໄດ້ແກ່:
໑. ການຂ້າ
໒. ການລັກຊັບ.
໓. ການຜິດປະເວນີ.
- ການກະທຳຊົ່ວທາງຄຳເວົ້າ ມີ ໔ ຢ່າງ ໄດ້ແກ່
໔. ການຕົວະ.
໕. ການເວົ້າຊໍ່ສຽດ.
໖. ການເວົ້າຄຳຫຍາບ.
໗. ການເວົ້າເພີ້ເຈີ້ ເລື່ອນລອຍ.
- ການກະທຳຊົ່ວທາງໃຈ ມີ ໓ ຢ່າງ
໘. ເພັ່ງເລັ່ງຢາກໄດ້ຂອງຄົນອື່ນ.
໙. ຄິດປອງຮ້າຍຜູ້ອື່ນ.
໑໐. ມີຄວາມເຫັນຜິດ (ມິສາທິດຖີ).

No comments:

Post a Comment