Saturday 24 September 2011

ເຊື່ອພຸດທະສາສນາງົມງວາຍ......ຈິງບໍ ?

ຫາກເຮົາສຶກສາເບິ່ງປະຫວັດຂອງພຣະພຸດທະເຈົ້າແລ້ວ ພຣະພຸດທະເຈົ້າເປັນສາດສະດາເອກ ຂອງ ໂລກ, ຄວາມຮູ້ທີ່ພຣະພຸດທະເຈົ້າຄົ້ນພົບ ລ້ວນແຕ່ເປັນຍອດແຫ່ງວິຊາການທັງມວນ, ຄວາມຮູ້ຂອງພຣະ ພຸດທະອົງ ຈຶ່ງຖືກຮຽກວ່າ “ສັບພັນຍຸດຕະຍານ”, ພຣະອົງເອງກໍຖືກຮຽກວ່າ “ອໍຣະຫັນຕະສັມມາສັມພຸດທະ ເຈົ້າ”.
ຄຳວ່າ “ພຣະພຸດທະສາສນາ” ເມື່ອແປຕາມຮູບສັບທີ່ແຍກອອກມາແລ້ວ ຈະເຫັນວ່າ “ພຣະ” ແປວ່າ “ປະເສີດ” “ພຸດທະ” ແປວ່າ “ທ່ານຜູ້ຮູ້”, ຄຳວ່າ “ສາສນາ” ແປວ່າ “ຄຳສອນ” ເມື່ອສັງລວມສັບເຂົ້າກັນແລ້ວ ຈຶ່ງແປວ່າ “ຄຳສອນທີ່ປະເສີດຂອງທ່ານຜູ້ຮູ້”, ໝາຍວ່າ “ສາສນາ” ເປັນຄຳສອນຂອງທ່ານຜູ້ຮູ້ທີ່ປະເສີດ, ເມື່ອພຸດທະສາສນາ ເປັນຄຳສອນຂອງທ່ານຜູ້ປະເສີດແລ້ວ, ເຮົາມາສຶກສາເບິ່ງວ່າ ອັນໃດເປັນຄຳສອນຂອງ ທ່ານຜູ້ປະເສີດນັ້ນ, ຄຳສອນ ກໍຄືຫຼັກທັມຂອງພຣະພຸດທະເຈົ້າ ທີ່ພຣະອົງຊົງສອນນັ້ນເອງ.
ຫຼັກທັມທີ່ພຣະພຸດທະອົງຊົງສອນນັ້ນ ມີອັນໃດ, ຄຳສອນທີ່ຄວນແກ່ການສຶກສາຄື ຫຼັກທັມທີ່ມີມາໃນພຣະ ໄຕປິດົກນັ້ນເອງ.
ພຣະໄຕປິດົກໝາຍເຖິງອັນໃດ ມີຫຍັງແນ່, ພຣະໄຕປິດົກ ຄືກະຕ່າທີ່ຮອງຮັບຫຼືບັນຈຸ ຄຳສອນຂອງພຣະ ພຸດທະອົງໄວ້ ບໍ່ໃຫ້ເສັຍຫາຍ ຫຼືຕົກຫຼົ່ນໄປ, ມີຢຸ່ ໓ ຄຳພີ ຫຼືປິດົກໃຫຍ່ ຄື “ພຣະວິໄນປິດົກ, ພຣະສຸດຕັນຕະປິດົກ, ແລະພຣະອະພິທັມມະປິດົກ”.
ພຣະວິໄນປິດົກ ໝາຍຄວາມວ່າ ກ່ຽວກັບຂໍ້ປະພຶດປະຕິບັດ ຣະບຽບການຕ່າງໆ ເພື່ອປະຕິບັດພຣົມມະ ຈັນຂັ້ນສູງ ຂອງຜູ້ປະຕິບັດທັມ.
ພຣະສູດຕັນຕະປິດົກ ໝາຍຄວາມວ່າ ກ່ຽວກັບຫຼັກທັມທີ່ພຣະພຸດທະອົງຊົງສະແດງແກ່ບຸກຄົນຕ່າງໆ ໃນສະຖານທີ່ຕ່າງໆ , ຊົງອະທິບາຍແກ້ໄຂ ຍົກເຣື່ອງລາວ ແລະເຫດການຕ່າງໆ ມາສົມທຽບປຽບເປີຍ ແລະ ອະທິບາຍໃຫ້ແກ່ຜູ້ຟັງໄດ້ເຂົ້າໃຈ ແລະປະຕິບັດຕາມ ສັ້ນກະມີ, ຍາວກະມີ.
ພຣະອະພິທັມມະປິດົກ ໝາຍຄວາມວ່າ ການກ່າວເຖິງສະພາວະທັມ(ສະພາບທັມ) ພ້ອມທັງເຫດ ແລະ ຜົນຂອງທັມທັງປວງ.
ພຣະໄຕປິດົກນີ້ ເປັນຄຳສອນຂອງພຣະພຸດທະເຈົ້າ ເຊິ່ງເຮົາຮຽກວ່າ “ພຣະພຸດສາສນາ” ທີ່ພຣະພຸດ ທະອົງມອບໄວ້ ເປັນສົມບັດຂອງຊາວພຸດ, ຊາວພຸດແມ່ນໃຜ ? ຊາວພຸດກໍຄື “ພຸດທະບໍຣິສັດ ໔” ອັນໄດ້ແກ່, ພິກຂຸ, ພິກຂຸນີ, ອຸປາສົກ, ອຸປາສິກາ.
ພິກຂຸ ແລະພິກຂຸນີ ແມ່ນພຣະພິກຂຸສົງ ແລະພິກຂຸນີສົງ(ພຣະຜູ້ຊາຍ-ພຣະຜູ້ຍິງ) ມີໜ້າທີ່ເປັນຜູ້ສຶກສາ ແລະປະຕິບັນທັຈົນສຳເຣັດແລ້ວນຳມາສອນ ແກ່ອຸປະສົກ ອຸປາສິກາ(ຜູ້ສັດທາ ແລະປະຕິບັດຕາມທັມ ທີ່ພຣະ ພິກຂຸ ແລະພິກຂຸນີນຳມາສອນ ແລ້ວຊ່ວຍອຸປະຖັມຄຳຊູພຣະພຸດທະສາສນານັ້ນ.
ໜ້າທີ່ຂອງພຸດທະບໍຣິສັດຈະນ້ອມນຳມາຢືດຖືນັ້ນ ກໍຄື ພຣະພຸດ, ພຣະທັມ ແລະພຣະສົງ ເປັນສະຣະ ນະທີ່ເພິ່ງ ທີ່ລະນຶກຂອງຊາວພຸດ, ຮຽກວ່າ “ຣັດຕະນະໄຕ”.
ຫາກຊາວພຸດທ່ານໃດ ເຊື່ອຖືຕາມນີ້ ຊື່ວ່າຊາວພຸດໂດຍແທ້, ຫາກຄົນໃດຮຽກຕົນເອງວ່າຊາວພຸດ ແຕ່ບໍ່ນັບຖືປະຕິບັດຕາມນີ້ ຮຽກວ່າ “ເປັນຊາວພຸດເປືອກນອກ” ບໍ່ແມ່ນຊາວພຸດໂດຍແທ້, ຫາກຊາວພຸດທ່ານ ໃດໄປເຊື່ອ ຫຼືນ້ອມນຳເອົາສິ່ງອື່ນມາເປັນສະຣະນະທີ່ເພິ່ງ “ຊື່ວ່າເປັນຊາວພຸດທີ່ເຊື່ອຖືງົມງວາຍ.
ເພາະຄຳວ່າ “ຊາວພຸດ” ເຊິ່ງເປັນ “ຄົນຜູ້ຮູ້, ຜູ້ຕື່ນ, ຜູ້ເບີກບານ ຫາກຊາວພຸດຍັງບໍ່ຣູ້ວ່າ ຕົນເປັນຜູ້ຮູ້ ຍັງເຊື່ອຖືຕາມຮີດ ຕາມປະເພນີ ຫຼືເຊື່ອຖືຕາມສິ່ງທີ່ອະທິບາຍເຫດ ແລະຜົນບໍ່ໄດ້ ກໍເປັນຊາວພຸດທີ່ງົມງວາຍ, ຄຳສອນຂອງພຣະພຸດທະສາສນາ ບໍ່ໄດ້ສອນໃຫ້ເຊື່ອຖືງົມງວາຍເລີຍ, ຄຳສອນຂອງພຣະພຸດທະສາສນາ ສອນໃຫ້ຄົນເຊື່ອໃນເຫດ ແລະຜົນ ເຊື່ອໃນສິ່ງທີ່ປະຕິບັດແລ້ວໃຫ້ຜົນເປັນສຸກໂດຍສ່ວນດຽວໃນໂລກນີ້ ແລະໂລກໜ້າ ທ່ານທັງຫຼາຍຈົ່ງຕັດສິນໃຈວ່າ “ທ່ານຈະເປັນຊາວພຸດທີ່ປະເສີດ ຫຼືຊາວພຸດທີ່ງົມງວາຍໃຫ້ທ່ານ ເລືອກເອົາເອງ".

No comments:

Post a Comment