ຄຳສັ່ງສອນຂອງພຸດທະສາສນາ
?
----------------
----------------
ເຮົາເຂົ້າໃຈໃນເບື້ອງຕົ້ນແລ້ວວ່າ
“ພຸດທະສາສນາ ແມ່ນຄຳສັ່ງສອນຂອງ ພຣະພຸດທະເຈົ້າ” ທີ່ນີ້ເຮົາຮ່ວມກັນສຶກສາຄຳວ່າ “ຄຳສັ່ງສອນພຸດທະສາສນາມີ
ຫຍັງແນ່ ແລະຂໍ້ໃດຄວນແກ່ການສຶກສາ ນຳມາປະຕິບັດໃນຊີວິດ ຄອບຄົວ ແລະສັງ ຄົມໃຫ້ເປັນອາຈີນ
ແລະຄຳສັ່ງສອນເລົ່ານັ້ນນັ້ນເຮົາຈະໄດ້ຈາກໃສ ?
ດັ່ງທີ່ເຮົາຮູ້ແລ້ວວ່າ
ຄຳສັ່ງສອນຂອງພຣະພຸດທະເຈົ້າ ຫຼືພຣະພຸດທະສາສນານັ້ນ ຖືກບັນທຶກໄວ້ໃນກະຕ່າ ໓ ໜ່ວຍ ເຊິ່ງຮຽກວ່າ
ເຕປິຕະກັງ ຫຼືໄຕຣປີດົກ ນັ່ນ, ຫາກເຮົາຈະສຶກສາຄຳສອນຂອງພຣະພຸດທະເຈົ້ານັ້ນ ເຮົາຈະສຶກສານອກ
ເໜືອຈາກພຣະໄຕປິດົກທັງ ໓ ແລະອັດຖະ ດີກາ ແລະໂຍຊະນາຂອງພຣະໄຕປິດົກ ແມ່ນບໍ່ໄດ້ເດັດຂາດ, ເພາະໃນນັ້ນບັນພຣະບູຣຸດທາງ ຫຼືພຣະອາຣິຍະສົງສາວົກຂອງພຣະພຸດທະເຈົ້າຂອງເຮົາ ໄດ້ບັນຈຸ ຫຼືຈັດໝວດໝູ່ຂອງຄຳສອນຂອງພຣະພຸດທະສາສນາໄວ້ ຕັ້ງ ໘໔.໐໐໐ ພຣະທັມມະຂັນ ດັ່ງທີ່ເຮົາຮູ້ແລ້ວວ່າ.
ພຣະວິໄນຍ໌ ປິດົກ ມີ ໒໑.໐໐໐ ພຣະທັມມະຂັນ.
ພຣະສູຕຕັນຕະປິດົກ ມີ ໒໑.໐໐໐ ພຣະທັມມະຂັນ
ພຣະອະພິທັມມະປິດົກ ມີ ໔໒.໐໐໐ ພຣະທັມມະຂັນກ
- ລວມທັງ ໓ ປິດົກ ເປັນ ໘໔.໐໐໐ ພຣະທັມມະຂັນພໍດີ.
ໃນແຕ່ລະປິດົກ ຫຼືແຕ່ລະຄັມພີ
ເພີ່ນກໍໄດ້ ເອົາແບ່ງນິກາຍໄວ ຫຼືຈັດໄຟໄວ້ ເປັນໝວດຈະແຈ້ງ ເຊິ່ງເຮົາສາມາດສຶກສາໄດ້ດັ່ງນີ້.
ໃນພຣະໄຕປີດົກເພີ່ນຈັດແບ່ງເປັນຄຳພີຕ່າງໆ
ຫຼືໝວດໝູ່ຕ່າງໆດັ່ງນີ້ ຄື
໑. ພຣະວິໄນປິດົກມີ ໕ ຄຳພີ ຄື
໑) ມະຫາວິພັງ(ອາ) ອາທິກັມມິກະ ເລື່ອງກ່ຽວກັບອາບັດປາຣະຊຶກ, ສັງຄາ ທິເສດ ແລະຖຸລັດໄຈ.
໒) ພິກຂຸນີວິພັງ (ປາ) ປາຈິຕຕິ ເລື່ອງກ່ຽວກັບອາບັດປາຈິຕຕິລົງມາ ແລະ ພິກຂຸນີວິພັງ.
໓) ມະຫາວັກ (ມະ)
໔) ຈຸລະວັກ (ຈຸ)
໕) ປະຣິວານ (ປະ)
໒. ພຣະສູດຕັນຕະປິດົກ ມີ ໕ ຄຳພີ.
໑) ທີຄະນິກາຍ (ທີ) ວ່າດ້ວຍພຣະສູດເລື່ອງຍາວໆ.
໒) ມັດຊິມະນິກາຍ (ມະ) ວ່າດ້ວຍສູດເລື່ອງປານກາງ ບໍ່ຍາວປານໃດ.
໓, ສັງຍຸຕະນິກາຍ (ສັງ) ຄືໝວດປະມວນທັມຕ່າງໆໄວ້ເປັນໝວດໝູ່.
໔. ຂຸດທະກະນິກາຍ (ຂຸ) ເປັນໝວດທັມຂໍ້ເລັກໆນ້ອຍໆປີກຍ່ອຍ.
໓.
ພຣະອະພິທັມປິດົກ ມີ ໗ ຄຳພິ.
໑) ທັມມະສັງຄະນີ
ຫຼືສັງຄະນີ(ສັງ)
໒) ວິພັງ (ວິ)
໓) ທາຕຸກະຖາ (ທາ)
໔) ປຸກຄະລະບັນຍັດ(ປຸ)
ວ່າດ້ວຍການບັດຍັດບຸກຄົນໃນພຣະພຸດທະສາສນາ
໕) ກະຖາ (ກະ)
໖) ຍະມົກ (ຍະ)
໗) ປັດຖານ (ປະ)
ນັກປາດທາງສາສນາຂອງເຮົາ
ເພີ່ນຫຍໍ້ຫົວຂໍ້ທັມໃນພຣະໄຕປີກົກໃຫ້ສັ້ນໆ ໄດ້ ໑໗ ອັກຂະຫຼະ ເພື່ອໃຫ້ຈື່ງ່າຍ ຄື : ອາ,
ປາ, ມະ, ຈຸ, ປະ, ທີ, ມະ, ສັງ, ອັງ, ຂຸ, ສັງ, ວິ, ທາ, ປຸ, ກະ, ຍະ, ປະ, ທັງໝົດຮຽກວ່າ
ຫົວໃຈພຣະໄຕປີດົກ ໃຜຈະເລີນທຸກວັນບໍ່ ຕົກນະລົກ ຫຼືຈະເລີນເປັນພຸດທະມົນກໍໄດ້.
ທັງໝົດນີ້ ແມ່ນຍົກມາໃຫ້ເຫັນວ່າ
ໃນພະໄຕປີດົກນັ້ນ ມີຄັມພີຫຍັງແນ່ ຈະບໍ່ໄດ້ ອະທິບາຍລົງໃນລາຍລະອຽດ ທີ່ນີ້ຈະເວົ້າສະເພາະທີ່ເຮົາຈະສຶກສານຳກັນເລື່ອງວ່າ
ຫົວໃຈຄຳສອນຂອງພຸດທະສາສນານັ້ນມີຫຍັງແນ່ ເພື່ອຈະໃຫ້ພວກເຮົານຳເອົາໄປປັບປຸງ ໃຫ້ໃນການພັດທະນາຊີວິດໃນສັງຄົມປັດຈຸບັນໄດ້
ຄື.
ດັ່ງທີ່ເຮົາຮູ້ແລ້ວເບື້ອງຕົ້ນນັ້ນວ່າ
ຄຳສອນຂອງພຣະພຸດທະສາສນາຖືກບັນຈຸໄວ້ ໃນກະຕ່າໜ່ວຍໃຫຍ່ສາມກະຕ່າ ກະຕ່າພຣະວິໄນມີ ໕ ຄຳພີ,
ກະຕ່າພຣະສູດມີ ໕ ຄຳພີ, ກະຕ່າພຣະອະພິທັມ ມີເຖິງເຈັດຄຳພີ ລວມກັນເປັນ ໑໗ ຄຳພີ, ລາຍອອກໄປ
໘໔.໐໐໐ ພຣະທັມມະຂັນ. ຄັນເຮົາຈະຖືເອົາຕ້ອງໃຊ້ຄົນຫາມຕັ້ງ ໓-໔ ຄົນຈຶ່ງເອົາໄປລອດ, ຫາກ ຈະທ່ອງ
ຫຼືຮຽນເອົາຈົນຈີ່ທັງໝົດນັ້ນ ຊົ່ວຊີວິດເຮົານີ້ ຈືບໍ່ມີໝົດເດັດຂາດ ດີບໍ່ດີເປັນທຸກ ຍ້ອນ
ແລະອາດບໍ່ມີເວລາບຳເພັງ ຄວາມດີ ຫຼືປະໂຫຍດໃຫ້ເຖິງທີ່ສຸດ ຫຼືຄວາມຫຼຸດພົ້ນ ຊ້ຳ, ດ້ວຍເຫດນັ້ນພຣະພຸດທະອົງຈຶ່ງສະຫຼຸບສັງລວມ
ໄວ້ວ່າມີ ໓ ຢ່າງດັ່ງທີ່ເຮົາຮູ້ແລ້ວ ເປັນພາສາປາລີ ຄື.
ສັພພະປາປັສສະ ອະກະຣະນັງ
ກຸສສະລັສສຸສັມປະທາ
ສະຈິຕຕະປະຣິໂຍທະປານັງ
ເອຕັງ ພຸດທະສາສະນັງ.
ແປວ່າ:
ການບໍ່ທຳຄວາມຊົ່ວທັງປວງ ໑
ການບຳເພັງແຕ່ຄວາມດີ ໑
ການທຳຈິດໃຈຂອງຕົນໃຫ້ຜ່ອງໃສ ໑
ນີ້ເປັນຄຳສອນຂອງພຣະພຸດທະເຈົ້າ ທັງຫຼາຍ.
ເຮົາຮູ້ວ່າ
໑. ການບໍ່ທຳຄວາມຊົ່ວທັງປວງ ຄື ການບໍ່ທຳບາບທັງປວງ.
ການບຳເພັງແຕ່ຄວາມດີ ຄື ທຳແຕ່ບຸນກະສົນ.
ການທຳຈິດໃຈຂອງຕົນໃຫ້ຜ່ອງໃສ ຄື ອົບຮົມໃຈຂອງເຮົາໃຫ້ບໍລິສຸດຜຸດຜ່ອງ.
ໄດ້ທັງ ໒ ປະການນີ້ ກໍຊື່ວ່າເຮົາໄດ້ປະຕິບັດຕາມຄຳສອນຂອງພຣະພຸດທະສາ- ສນາແລ້ວ ແລະຍ່ອມພັດທະນາຕົນ
ແລະສັງຄົມໄປສູ່ສັນຕິສຸກໄດ້.
ຂອບໃຈສຳຫຼັບ ຂໍ້ມູນຄວາມຮູ້ທີ່ໄດ້ເຜີຍແຜ່ໃຫ້ກັບ ຫຼາຍຄົນທີ່ສົນໃຈທາງດ້ານນີ້
ReplyDelete