Saturday 1 October 2011

ມັງສະວິຣັຕ, ການບໍ່ຮັບປະທານຊີ້ນ

ຄຳຖາມ: ຊາວພຸດຄວນຈະເປັນນັກມັງສະວິຣັຕ, ແມ່ນບໍ? ຄຳຕອບ: ບໍ່ຈຳເປັນ. ພຣະພຸດທະເຈົ້າບໍ່ແມ່ນນັກມັງສະວິຣັຕ, ພຣະພຸດທະອົງຄ໌ ບໍ່ໄດ້ສອນສາວົກໃຫ້ເປັນນັກມັງສະວິຣັຕ, ແລະ ແມ່ນແຕ່ໃນປັດຈຸບັນນີ້, ຍັງມີຊາວພຸດ ທີ່ດີຈຳນວນຫຼວງຫຼາຍຜູ້ບໍ່ແມ່ນມັງສະວິຣັຕ. ໃນຄຳພີທາງພຣະພຸດທະສາສນາ ກ່າວວ່າ:
“ ເປັນຄົນບໍ່ສຸພາບ, ໄຮ້ຄວາມປານີ, ຫັກຫຼັງເພື່ອນ, ທຳຮ້າຍເພື່ອນຕົນເອງ, ບໍ່ມີຫົວໃຈ, ຍະໂສໂອ້ອວດ ແລະ ໂລພມາກໂລພາ- ນີ້ຄືສິ່ງທີ່ເຮັດໃຫ້ຄົນບໍ່ ບໍລິສຸດ, ບໍ່ແມ່ນຍອ້ນຮັບປະທານຊີ້ນ. ເປັນຄົນທຸສີລ, ອະກະຕັນຍູບຸນຄຸນຄົນ, ສໍ້ໂກງໃນທຸລະກິດ, ສ້າງຄວາມ ແຕກແຍກໃຫ້ແກ່ຄົນອື່ນ ສິ່ງນີ້ເອງເຮັດໃຫ້ຄົນບໍ່ບໍລິສຸດ, ບໍ່ແມ່ນຍ້ອນ ຮັບປະທານຊີ້ນ.” Sn.246-7
 
ຄຳຖາມ: ແຕ່ຖ້າທ່ານຮັບປະທານຊີ້ນ ທ່ານກໍມີຄວາມຮັບຜິດຊອບຕໍ່ສັດທີ່ຖືກຂ້າ. ມັນບໍ່ເປັນການລວ່ງລະເມີດສີລຂໍ້ທີຫ້າບໍ?  
ຄຳຕອບ: ກໍເປັນຄວາມຈິງແທ້ ເມື່ອທ່ານຮັບປະທານຊີ້ນສັດ ທ່ານກໍມີສວ່ນຮັບຜິດ ຊອບໂດຍທາງອອ້ມ ຫຼື ບາງສວ່ນສຳລັບການຂ້າສັດ ແຕ່ ເຊັ່ນດຽວກັນ ມັນກໍເປັນຈິງ ຖ້າທ່ານຮັບປະທານຜັກ. ຊາວສວນຈະຕ້ອງສີດຢາໃສ່ພືດຂອງເຂົາດວ້ຍຢາຂ້າ ແມງໄມ້ ແລະ ຢາພິດ ກ່ອນທີ່ຜັກຈະມາປະກົດໃນຄາບເຂົ້າຕອນແລງຂອງທ່ານ ໂດຍທີ່ບໍ່ມີຮູຈ່ອງປ່ອງແຈ່ງແປ່ງໃນໃບຜັກນັ້ນ. ຍັງບໍ່ພໍເທົ່ານັ້ນ, ສັດກໍຖືກຂ້າ ເພື່ອນຳເອົາຂົນມາຜະລິດເປັນສາຍແອວ ແລະ ຖົງຫິ້ວຂອງທ່ານ, ນ້ຳມັນເພື່ອຜະລິດ ສະບູທີ່ທ່ານໃຊ້ ແລະ ຍັງມີຜະລິດຕະພັນອື່ນອີກ ພັນກວ່າຊະນິດອີກດວ້ຍ. ໃນບາງກໍລະນີ, ມັນເປັນໄປບໍ່ໄດ້ທີ່ຈະດຳລົງຊີວິດຢູ່ໂດຍປາສະຈາກການພາກຊີວິດ ຂອງສັດອື່ນໂດຍທາງອ້ອມ. ນອກຈາກນີ້, ຍັງມີຕົວຢ່າງອື່ນອີກກ່ຽວກັບ ອະຣິຍະສັຈຈ໌ສີ່, ທຳມະດາການດຳລົງຊີວິດຢູ່ກໍເປັນທຸກຂ໌ ແລະ ເປັນສິ່ງທີ່ບໍ່ ເພິ່ງພໍໃຈຢູ່ແລ້ວ. ເມື່ອທ່ານສະມາທານເອົາສີລຂໍ້ທີ ໑, ທ່ານກໍພະຍາຍາມຫຼີກເວັ້ນ ຈາກການຮັບຜິດຊອບຕໍ່ການຂ້າສັດໂດຍທາງອ້ອມ.
 
ຄຳຖາມ: ຊາວພຸດມະຫາຍານ ບໍ່ຮັບປະທານຊີ້ນ.  
ຄຳຕອບ: ນັ້ນກໍຍັງບໍ່ຖືກຕ້ອງອີກ. ພຣະພຸດທະສາສນາມະຫາຍານໃນປະເທດຈີນ ໄດ້ວາງຂໍ້ກຳນົດຢ່າງເຂັ້ມງວດກ່ຽວກັບມັງສະວິຣັຕ ແຕ່ຍັງມີທັງພຣະສົງຄ໌ ແລະ ຄະຣາວາດຂອງນິກາຍມະຫາຍານໃນຍີ່ປຸ່ນ, ມົງໂກເລຍ ແລະ ຕີເບດ ປົກກະຕິແມ່ນ ຮັບປະທານຊີ້ນ. 
 
ຄຳຖາມ: ແຕ່ຂ້ານ້ອຍກໍຍັງຄິດວ່າ ຊາວພຸດຄວນຈະເປັນນັກມັງສະວິຣັຕ.  
ຄຳຕອບ: ຖ້າຫາກວ່າມີບຸກຄົນໃດໜຶ່ງ ຜູ້ທີ່ເປັນນັກມັງສະວິຣັຕຢ່າງເຄັ່ງຄັດ ແຕ່ວ່າ ເປັນຄົນເຫັນແກ່ຕົວ, ບໍ່ຊື່ສັດ ແລະ ໃຈຄັບແຄບ, ແລະ ອີກຄົນໜຶ່ງ ບໍ່ແມ່ນ ນັກມັງສະວິຣັຕ ແຕ່ເປັນບຸກຄົນຄິດເຫັນອົກເຫັນໃຈຕໍ່ຄົນອື່ນ, ຊື່ສັດ, ໃຈກວ້າງ ແລະ ມີຄວາມກະຣຸນາ, ໜຶ່ງໃນສອງຄົນນີ້ ໃຜຈະເປັນຊາວພຸດທີ່ດີ? 
 
ຄຳຖາມ: ບຸກຄົນຜູ້ທີ່ມີຄວາມຊື່ສັດ ແລະ ຄວາມກະຣຸນາ. 
ຄຳຕອບ: ດວ້ຍເຫດໃດ?  
 
ຄຳຖາມ: ເພາະວ່າບຸກຄົນເຊັ່ນນັ້ນ ເປັນຄົນທີ່ມີຈິດໃຈດີ ຢ່າງເຫັນໄດ້ຊັດເຈນ.  
ຄຳຕອບ: ແນ່ນອນຢູ່ແລ້ວ. ບຸກຄົນຜູ້ທີ່ຮັບປະທານຊີ້ນ ອາດຈະມີຈິຕໃຈທີ່ບໍລິສຸດ ເຊັ່ນດຽວກັນກັບບຸກຄົນຜູ້ບໍ່ຮັບປະທານຊີ້ນກໍສາມາດມີຈິຕໃຈທີ່ມີມົນທິນເຊັ່ນກັນ. ໃນຄຳສອນຂອງພຣະພຸດທະເຈົ້າ, ສິ່ງທີ່ສຳຄັນຄື ຄຸນສົມບັດຂອງຈິຕໃຈຂອງທ່ານ, ບໍ່ແມ່ນຢູ່ທີ່ອາຫານ. ມີຫຼາຍຄົນເອົາໃຈໃສ່ແທ້ໆ ກ່ຽວກັບການບໍ່ຮັບປະທານຊີ້ນ, ແຕ່ພວກເຂົາອາດຈະບໍ່ເອົາໃຈໃສ່ກ່ຽວກັບການເຫັນແກ່ຕົວ, ຄວາມບໍ່ຊື່ສັດ, ໂຫດຮ້າຍທາລຸນ ຫຼື ອິດສາ. ພວກເຂົາປ່ຽນການຮັບປະທານອາຫານ ທີ່ເປັນສິ່ງເຮັດ ໄດ້ງ່າຍ ໃນຂະນະທີ່ບໍ່ໃສ່ໃຈໃນການປ່ຽນແປງຈິຕໃຈຂອງຕົນທີ່ເປັນສິ່ງທີ່ຍາກ. ດັ່ງນັ້ນ, ເຖິງແມ່ນວ່າທ່ານຈະເປັນນັກມັງສະວິຣັຕ ຫຼື ບໍ່ກໍຕາມ, ຈົ່ງຈຳເອົາໄວ້ວ່າ ຄວາມບໍລິສຸດແຫ່ງຈິຕໃຈເປັນສິ່ງສຳຄັນທີ່ສຸດໃນພຣະພຸດທະສາສນາ.

ຄຳຖາມ: ແຕ່ວ່າ ຈາກທັດສະນະຂອງພຣະພຸດທະສາສນາ, ບຸກຄົນຜູ້ໃຈດີ ແລະ ເປັນນັກມັງສະວິຣັຕ ອາດດີກວ່າບຸກຄົນຜູ້ມີຈິຕໃຈດີ ແລະ ເປັນຜູ້ຮັບປະທານຊີ້ນບໍ?
ຄຳຕອບ: ຖ້າຫາກວ່ານັກມັງສະວິຣັຕທີ່ໃຈດີ ເປັນແຮງບັນດານໃຈໃນການຫຼີກລຽງ ຈາກການຮັບປະທານຊີ້ນ ແມ່ນການຫວ່ງໄຍຕໍ່ສັດ ແລະ ບໍ່ຕ້ອງການກ່ຽວຂ້ອງໃນ ຄວາມໂຫດຮ້າຍປ່າເຖື່ອນຂອງອຸດສະຫະກຳການລ້ຽງສັດໃນຍຸກໄໝ່, ແລະ ແນ່ນອນວ່າເຂົາອາດຈະພັດທະນາຄວາມກະຣຸນາ ແລະ ຄວາມຫວ່ງໄຍຕໍ່ຄົນອື່ນ ສູ່ລະດັບສູງກວ່າບຸກຄົນທີ່ຮັບປະທານຊີ້ນກໍມີ. ມີຫຼາຍຄົນເຫັນວ່າ ເມື່ອພວກເຂົາ ພັດທະນາທາງດ້ານທັມມະ ພວກເຂົາຈະມີແນວໂນ້ມໂດຍທຳມະຊາດທີ່ຈະກາຍເປັນ ນັກມັງສະວິຣັຕນິຍົມ.

ຄຳຖາມ: ບາງຄົນບອກຂ້ານ້ອຍວ່າ ພຣະພຸດທະເຈົ້ານິພພານ(ຕາຍ) ຍ້ອນສັນຊີ້ນບູດ. ແມ່ນຄວາມຈິງບໍ?
ຄຳຕອບ: ບໍ່ ບໍ່ແມ່ນດອກ. ຄຳພີພຣະໄຕປິດົກກ່າວໄວ້ວ່າ ອາຫານຄາບສຸດທ້າຍ ຂອງພຣະພຸດທະເຈົ້າປະກອບມີ ອາຫານຊື່ວ່າ ສຸກາຣະ ມັທທະວະ. ຄຳສັບນີ້ບໍ່ຄ່ອຍ ເປັນທີ່ເຂົ້າໃຈປານໃດ ແຕ່ ຄຳວ່າ ສຸກາຣະ ໝາຍຄວາມວ່າ ໝູ. ດັ່ງນັ້ນ, ມັນອາດຈະໝາຍເຖິງການກະກຽມຊີ້ນໝູເປັນອາຫານກໍເປັນໄດ້ ແລະ ມັນອາດ ໝາຍເຖິງຜັກບາງປະເພດ, ເປັນປະເພດເຂົ້າໜົມ ຫຼື ຢ່າງອື່ນ. ບໍ່ວ່າມັນຈະເປັນຫຍັງ, ການກ່າວເຖິງອາຫານປະເພດນີ້ ເຮັດໃຫ້ບາງຄົນຄິດວ່າ ການສັນຊີ້ນໝູເປັນເຫດໃຫ້ ພຣະພຸດທະເຈົ້າປະຣິນິພພານ. ພຣະພຸດທະອົງຄ໌ມີອາຍຸ ໘໐ ພັນສາແລ້ວ ແລະ ກ່ອນຈະທີ່ປະຣິນິພພານ, ພຣະອົງຄ໌ຊົງອາພາດ(ບໍ່ສະບາຍ)ບາງຄັ້ງ. ຄວາມເປັນຈິງແລ້ວ ພຣະພຸດທະອົງຄ໌ປະຣິນິພພານດ້ວຍໂຣຄຊະຣາ.

___________________________________________________________
ແປຈາກປຶ້ມ: Good Question, Good Answer ຂຽນໂດຍ: Ven.S.Dhammika
___________________________________________________________

For further reading: read more about BUDDHISM AND VEGETARIANISM by Ashin Nandamalabhivamsa

No comments:

Post a Comment