Saturday 1 October 2011

“ພຸດທະສາສະໜາ” ຄືຫຍັງ ?

ພຸດທະສາສນາຄືຫຍັງ ?

- ພຸດທະສາສະໜາ : ເປັນພາສາລາວ ທີ່ໄດ້ມາຈາກພາສາປາລີ "ພຸທທະສາສນັງ" ເຊິ່ງແປວ່າ "ຄຳສອນຂອງທ່ານຜູ້ຮູ້, ຜູ້ຕື່ນ, ຜູ້ເບີກບານ.

- ພຸດທະສາສະໜາ ຫາກເຮົາຈະແຍກສັບຕາມພາສາໂດຍລະອຽດ ເພື່ອໃຫ້ ເຫັນຮູບຄັກແນ່ ເຮົາກໍ ແຍກເອົາພຸດທະອອກມາສັບໜຶ່ງ ແລ້ວກໍແຍກຄຳວ່າສາສນາສັບໜຶ່ງ.
“ພຸດທະ” ແປວ່າ ຜູ້ຮູ້(ຕັດສະຮູ້), ຜູ້ຕື່ນ, ຜູ້ເບີກບານ.
“ສາສນາ” ແປວ່າ ຄຳສອນ, ເມື່ອເອົາສອງພະຍາງມາປະສົມກັນແລ້ວ ເຮົາຈຶ່ງໄດ້ຄຳວ່າພຸດທະ ສາສນາຄືຄຳສອນຂອງຂອງທ່ານຜູ້ຮູ້. ຜູ້ຕື່ນ,ຜູ້ເບີກບານ ດັ່ງທີ່ກ່າວແລ້ວ.

- ບາງຄັ້ງກໍຮຽກວ່າພຣະພຸດທະສາສະໜາອັນນີ້ ຕ້ອງແປຄຳວ່າພຣະກ່ອນພຣະມາຈາກວະຣະ ຫຼືວໍຣະໄວຍາກອນປາລີ ອະນຸຍາດໃຫ້ແປງເປັນ” ໄດ້, ຈຶ່ງ ໄດ້ຄຳວ່າພຣະແປວ່າປະເສີດພຣະພຸດທະສາສະໜາຈຶ່ງແປວ່າຄຳສອນທີ່ປະເສີດຂອງທ່ານຜູ້ຮູ້. ຜູ້ຕື່ນ, ຜູ້ເບີກບານ.
ບາງຄັ້ງຍັງແປວ່າ ຄຳສອນທີ່ປະເສີດຂອງພຣະອໍຣະຫັນຕະສຳມາສຳ ພຸດທະເຈົ້າ, ຄຳສອນທີ່ປະເສີດຂອງທ່ານຜູ້ຮູ້ເອງເຫັນເອງ ເຫຼົ່ານີ້ເປັນຕົ້ນ.

- ສະໄໝພຣະພຸດທະອົງຍັງຊົງພຣະຊົນຢູ່ຈົນຮອດການສັງຄາຍະນາ ຄັ້ງທີ 1, ສັງຄາຍະນາ ຄັ້ງທີ 2 ຖືກຮຽກວ່າຄຳສັ່ງແລະຄຳສອນ ຫຼືພຣະທຳມະວິໄນ ແລະມີການສຶກສາກັນແບບມຸກຂະປາຖະ ຄືຈື່ຈຳກັບປາກໄວ້ເລີຍ ບໍ່ຕ້ອງຈົດກ່າຍໄວ້ໃນໜັງສື ຕໍ່ມາເມື່ອສະຕະວັດທີ 3 ພຣະເຈົ້າອະໂສກະ ມະຫາລາດ ໄດ້ຫັນມານັບຖືພຣະພຸດທະສາສະໜາ ແລະຕັ້ງໃຈອຸປະຖຳພຣະພຸດທະສາສະໜາ ຈຶ່ງເປັນຣາຊູປະະຖຳພົກ(ອຸປະຖຳ) ໃຫ້ຄະນະສົງ ທຳການສັງຄາຍະນາຄັ້ງທີ 3 ຂຶ້ນ, ໂດຍມີພຣະ ໂມກຄັນລີບຸດຕິດສະເຖຣະເປັນອົງປະທານ, ທຳທີ່ອະໂສກາຣາມ ເມືອງປາຕະລີບຸດ, ແຄວ້ນມະຄົດ, ຊຸມພູທະວີບ(ອິນເດັຍ) ເລີ່ມທຳໃນ ພສ. 234 ມີພຣະສົງເປັນອໍຣະຫັນລ້ວນ ເຂົ້າຮ່ວມປະຊຸມສົງເຖິງ 1.000 ອົງ. ໃຊ້ເວລາ ການທຳສັງຄາຍະນາ 9 ເດືອນຈຶ່ງສຳເລັດ, ການທຳສັງຄາຍະນາຄັ້ງນີ້ ໄດ້ຈັດແບ່ງພຣະທຳມະວິໄນໄວ້ເປັນໝວດໝູ່ຈະແຈ້ງ ຮຽກວ່າພຣະໄຕປິດົກ.

- ເຊິ່ງມີ 3 ຄຳພີໃຫຍ່ຮຽກວ່າ "ພຣະໄຕຣປິດົກ" ຂຽນເປັນອັກສອນໂຣມັນແບບສັນສະກຣິດວ່າ "TRIPITAKA" ຫຼື PITAKA ເປັນພາສາປາລີວ່າ "ປິຕະກະ".

- ປິຕະກະ ຫຼືພຣະໄຕຣປິດົກ ມີ 3 ຄຳຜີໃຫຍ່ ທີ່ຈັດເປັນໝວດໝູ່ໄວ້ດີແລ້ວ ຄື 3 ກະຕ່າ ຄື.
1. ພຣະວິໄນຍປິດົກ ມີ 21.000.000 ພຣະທຳມະຂັນ (ອ່ານວ່າ "ສອງໝື່ນໜຶ່ງພັນພຣະ ທຳມະຂັນ").
2. ພຣະສູຕຕັນຕະປິດົກ ມີ 21.000  ພຣະທຳມະຂັນ(ອ່ານວ່າ"ສອງໝື່ນໜຶ່ງພັນພຣະທຳມະຂັນ").
3. ພຣະອະພິທຳມະປິດົກ ມີ 42.000.000 ພຣະທຳມະຂັນ, (ອ່ານວ່າ "ສີ່ໝື່ນສອງພັນພຣະທຳມະຂັນ").
- ລວມທັງ 3 ປິດົກ ເປັນ 84.000 ພຣະທຳມະຂັນ, (ອ່ານວ່າ "ແປດໝື່ນສີ່ພັນພຣະທຳມະຂັນ").

- ໃນການທຳສັງຄາຍະນາຄັ້ງນີ້ ພຣະໂມກຄັນລີບຸດຕິດສະເຖຣະ ຍັງໄດ້ແຕ່ງຄຳປີ ກະຖາວັດຖຸ ເຊິ່ງເປັນຄຳພີໜຶ່ງໃນພຣະອະພິທຳປິດົກໄວ້ດ້ວຍ ເມື່ອທຳສັງຄາຍະນາແລ້ວ ກໍໄດ້ສົ່ງຄະນະສົງ ອອກປະກາດສາສນາ ເປັນ 9 ສາຍ ພຣະມະຫິນທະເຖຣະ ທີ່ເປັນໂອລົດຂອງພຣະເຈົ້າອະໂສກະມະຫາຣາດນັ້ນໄດ້ເປັນສະມະທູດສາຍທີ 1 ນຳພຸດທະສາສະໜາໄປປະດິດສະຖາທີ່ສີລັງກາ(ລັງກາ), ມາທາງສຸວັນນະພູມ(ປະເທດທອງຄຳ) ຫຼືອາຊີອາຄະເນນີ້ ທ່ານຜູ້ຮູ້ວ່າສາຍທີ 8 ມີພຣະໂສນະກັບພຣະອຸດຕະຣະເປັນຫົວໜ້າຄະນະທຳມະທູດ ຄະນະຂອງທຳມະທູດຊຸດນີ້ ຕາມສັນນິຖານທາງຫຼັກຖານທາງປະຫວັດສາດ ແລ້ວນັກການສາສະໜາຍຸກກ່ອນຂອງລາວເວົ້າໄວ້ວ່າ ຄົງມາຮອດລ້ານຊ້າງເຮົາພີ້ ເພາະປາກົດຫຼັກ ຫີນ ແລະພຣະທາດທຳມະຫາຍໂສກທີ່ທິດຕາເວັນອອກຂອງອົງພຣະທາດຫຼວງ.

ສ່ວນຄຳວ່າສາສະໜານັ້ນ ໄດ້ປະກົດມາຕັ້ງແຕ່ສະໄໝພຣະພຸດທະເຈົ້າຊົງພຣະຊົນຢູ່ ເຊິ່ງພຣະ ອົງຊົງຕັດໄວ້ ຫຼັງຈາກພຣະອົງຕັດສະຮູ້ ແລ້ວ 6 ພັນສາ, ປະທານໃຫ້ແກ່ພຣະອໍຣະຫັນ 1.250 ອົງ ໃນວັນຈະຕະຣົງຄະສັນນິບາດ ເຊິ່ງຮຽກວ່າ ວັນປະກາດພຣະພຸດທະສາສະໜາຂອງພຣະພຸດທະອົງ ຄືໃນວັນເພັງເດືອນມາຄະ (ເດືອນເພັງນີ້) ພຣະພຸດທະດຳຣັດນັ້ນຖືກຮຽກວ່າໂອວາທະປາຕິໂມກເຊິ່ງມີໃຈ ຄວາມດັ່ງນີ້.


ຄຳປາລີຕົ້ນສະບັບ
ຄຳແປ
- ຂັນຕິ ປະຣະມັງ ຕະໂປ ຕີຕິກຂາ ນິພພານັງ ປະຣະມັງ ວະທັນຕິ ພຸດທາ ນະ ຫິ ປັພພະຊິໂຕ ປະຣູປະຄາຕີ ສະມະໂນ ໂຫຕິ ປະຣັງ ວິເຫຖະຍັນໂຕ.
ຂັນຕິຄືຄວາມອົດກັ້ນ ເປັນຕະບະຢ່າງຍິ່ງ ພຣະພຸດທະເຈົ້າ ທັງຫຼາຍກ່າວວ່າ ນິພພານເປັນພຣະບໍຣົມມະທຳ ຜູ້ທຳຮ້າຍຄົນອື່ນບໍ່ຊື່ວ່າເປັນບັນພະຊິດ ຜູ້ບຽດບຽນຄົນອື່ນບໍ່ຊື່ວ່າເປັນສະມະນະ.
- ສັພພະປາປັສສະ ອະກະຣະນັງ ກຸສສະລັສສຸສັມປະທາ ສະຈິຕຕະປະຣິໂຍທະປານັງ ເອຕັງ ພຸດທະສາສະນັງ.
ການບໍ່ທຳຄວາມຊົ່ວທັງປວງ 1
ການບຳເພັງແຕ່ຄວາມດີ 1
ການທຳຈິດໃຈຂອງຕົນໃຫ້ຜ່ອງໃສ 1
ນີ້ເປັນຄຳສອນຂອງພຣະພຸດທະເຈົ້າ ທັງຫຼາຍ.
- ອະນູປະວາໂທ ອະນູປະຄາໂຕ ປາຕິໂມກເຂ ຈະ ສັງວະໂຣ ມັຕຕັນຍຸຕາ ຈະ ພັຕຕັສມິງ ປັນຕັນຈະ ສະຍະນາສະນັງ ອະທິຈິດເຕ ຈະ ອາໂຍໂຄ ເອຕັງ ພຸດທານະ ສາສນານັງ
ການບໍ່ກ່າວຮ້າຍ 1
ການບໍ່ທຳຮ້າຍ 1
ຄວາມສັງລວມໃນປະຕິໂມກ 1
ຄວາມເປັນຜູ້ຮູ້ຈັກປະມານໃນອາຫານ 1
ທີ່ນັ່ງທີ່ນອນອັນສະຫງັດ 1
ຄວາມພຽນໃນອະທິຈິດ 1
ອັນນີ້ເປັນຄຳສອນຂອງພຣະພຸດທະເຈົ້າ ທັງຫຼາຍ.

- ເມື່ອເຮົາມາສັງເກດເບິ່ງ ຄຳວ່າສາສະນັງໃນພາສາປາລີ ລ້ວນແຕ່ແປວ່າ ຄຳສອນຂອງ ພຣະພຸດທະເຈົ້າທັງຫຼາຍ ສະນັ້ນຄຳວ່າສາສະໜາ ຈຶ່ງແປວ່າຄຳ ສອນຂອງພຣະພຸດທະເຈົ້ານັ້ນເອງ.

- ຜູ້ທີ່ອ້າງຕົນ ຫຼືນ້ອມຮັບນັບຖືພຣະພຸດທະສາສະໜາ ກໍຮຽກຕົນເອງວ່າ "ພຸດທະບໍລິສັດ" ຄືປະຊາຊົນຂອງພຸດ, ນອກຈາກຈະມີສັດທາ ໃນການປະຕິບັດຕົນຕໍ່ຄຳສອນຕາມ ພຣະພຸດທະສາສະໜາແລ້ວ ຊາວພຸດຍັງໄດ້ປະຕິບັດຕົນບຳເພັງບຸນຍະປາລະມີ ໃນທາງ ສາສະໜາຢ່າງຖືກຕ້ອງ 3 ຢ່າງ ຄື

໑. ທານ.
໒. ຮັກສາສີນ
໓. ພາວະນາ

- ແລ້ວຕ້ອງໄດ້ ສຶກສາພຣະໄຕຣດົກທາງພຣະພຸດທະສາສະໜາ ເພື່ອໃຫ້ເກີດ "ປັນຍາ" ຄືຄວາມຮູ້ຮອບ ໃນພຸດທະທຳ ເປັນແນວທາງໃນການດຳເນີນຊີວິດຕາມແນວທາງພຣະພຸດທະສາສະໜາ ໃຫ້ຖືກຕ້ອງເໝາະສົມ.

No comments:

Post a Comment