Tuesday 27 March 2012

ກິເລດພັນຫ້າຕັນຫາຮ້ອຍແປດເປັນຈັ່ງໃດ ?

-໑-
ກິເລດພັນຫ້າຕັນຫາຮ້ອຍແປດເປັນຈັ່ງໃດ ?
    ຫຼາຍທ່ານ ຄົງໄດ້ຍິນຄຳພັງເພີຍຂອງຄົນເຖົ້າຄົນແກ່ ທີ່ ກ່າວປຽບທຽບຄົນຂີ້ໂຫດສາມານ ຄົນຂີ້ຖີ່ໜຽວແໜ້ນ ຫຼືມັກ ໂລບໂລພາວ່າ “ກິເລດພັນຫ້າຕັນຫາຮ້ອຍແປດ” ແຕ່ບໍ່ຮູ້ ຄວາມໝາຍຄັກ ບັດນີ້ມາທຳຄວາມເຂົ້າໃຈກັບເລື່ອງນີ້.

    ກິເລດ ໑໕໐໐ ຄື:
    ກ່ອນຈະຮູ້ເລື່ອງນີ້ ເຮົາມາທຳຄວາມເຂົ້າໃຈເຖິງກິເລດ ໑໐ ຢ່າງກ່ອນວ່າມີອັນໃດແນ່.
    ກິເລດ ໑໐ ໄດ້ແກ່ ໂລພະ(ໂລບ) ໂທສະ(ຮ້າຍ-ໂກດ) ໂມຫະ(ຫຼົງ) ມານະ(ຄວາມຖືໝັ້ນ) ທິດຖີ(ຄວາມເຫັນ) ວິສິ-ກິດສາ ອະຫິຣິກະ ອະໂນຕັບປະ(ຄວາມບໍ່ອາຍຕໍ່ບາບ) ອຸດ-ທັດຈະ ແລະຖີນະ; ໃນປະຣະມັດຖະທຳທັງ ໔ ເວັ້ນນິບພານ ຄົງນັບຈິດທັງໝົດເປັນໜຶ່ງ.
    ຮູບ ໒໘ ນັບພຽງ ໒໒ ຮູບ ຄື ນິບຜັນນະຮູບ ໑໘ ກັບ ລັກສະນະຮູບ ໔ ລວມນັບຈິດ ໑ ລວມກັບເຈຕະສິກ ໕໒ ຮູບ ໒໒ ເປັນ ໗໕.
    ສ່ວນກເລດ ໑໐ ນັ້ນມີທັງເກີດຂຶ້ນໃນສັນດານຂອງຕົນ ເອງ ແລະໃນສັນດານຂອງຄົນອື່ນ ກິເລດ ໑໐ ຄູນດ້ວຍສະພາ ວະທຳ ໗໕ ເປັນ ໗໕໐ ເກີດຂຶ້ນໃນສັນດານຂອງຕົນເອງ ໗໕໐ ເກີດຂຶ້ນໃນສັນດານຂອງຄົນອື່ນອີກ ໗໕໐ ຈຶ່ງລວມເປັນກິ ເລດ ໑໕໐໐.
    (ອະທິບາຍເພີ່ມຕື່ມວ່າ ກິເລດ ໑໐ ຢຶດຖືສະພາວະທຳ ໗໕ ນີ້ເປັນອາລົມ ໗໕ ຄູນກັນເປັນ ໗໕໐ ເປັນພາຍໃນ ແລະ ພາຍນອກຄູນໃຫ້ ໗໕໐ ເປັນ ໑໕໐໐, ຫາກຕັ້ງເປັນສູດ ກໍຈະ ທຳດັ່ງນີ້ຄື: ກິເລດຄູນດ້ວຍສະພາວະທັມແລະຄູນດ້ວຍພາຍ ໃນແລະພາຍນອກ ຄື ໑໐×໗໕×໒=໑໕໐໐ ແລ)
       
    ສ່ວນຄຳວ່າ ຕັນຫາ ໑໐໘ ຄື:
    ຕັນຫານັ້ນທ່ານຈັດໄວ້ເປັນທຳມະດານັ້ນ ເປັນ ໓ ຄື ກາມະຕັນຫາ, ພາວະຕັນຫາ ແລະວິພາວະຕັນຫາ, ຕັນຫາ ໓ ນີ້ເກີດຂຶ້ນໄດ້ເພາະອາໄສອາຣົມ ໖ ຄື ຮູບ, ສຽງ, ກິ່ນ, ຣົດ, ໂຜດຖັບພະ ແລະທັມມາຣົມ.
    ຕັນຫາ ໓ ຄູນດ້ວຍອາຣົມ ໖ ຈຶ່ງເປັນຕັນຫາ ໑໘, ຕັນຫາ ໑໘ ນີ້ເກີດຂຶ້ນໄດ້ເພາະອາໄສການທັງ ໓ ຄື ອາດີດ ໑໘, ປັດຈຸບັນ ໑໘ ອະນາຄົດ ໑໘ ລວມກັນເປັນ ໕໔.
    ຕັນຫາ ໕໔ ນີ້ເກີດຂຶ້ນໄດ້ພາຍໃນຕົນ ໑ ພາຍນອກຕົນ ໑ ຈຶ່ງເປັນຕັນຫາພາຍໃນ ໕໔ ຕັນຫາພາຍນອກ ໕໔ ເມື່ອເອົາ ຕັນຫາພາຍໃນ ແລະຕັນຫາພາຍນອກມາລວມກັນຈຶ່ງເປັນ ຕັນຫາ ໑໐໘ ແລ.
    (ຕັ້ງເປັນສູດ ຕັນກຫາ ໓ ຄຸນດ້ວຍອາຣົມ ໖ ຄູນດ້ວຍ ການ ໓ ແລະຄູນດ້ວຍພາຍໃນ ແລະພາຍນອກຕົນ ຄື ໓×໖×໓=໑໐໘ ແລ).
    ນີ້ຄືທີ່ມາຂອງຄຳວ່າ “ກິເລດພັນຫ້າຕັນຫາຮ້ອຍແປດ” ອືມ໌…ຄົນບູຮານດ່າກັນກະຍັງເປັນທຳມະເນາະ, ຄົນເຮົາປັດຈຸ ບັນໂສກັນ ຂັ້ນວ່າວຽກງານແທ້ໆຍັງບໍ່ມີຮອດທຳຈັກໂຕໆ.

No comments:

Post a Comment