Wednesday, 23 April 2014
Wednesday, 16 April 2014
ຕອບບັນຫາເລື່ອງ ການເຮັດບຸນ
ຕອບຕາມຜູ້ເຖົ້າ ທີ່ເປັນບັນດິດອາຈານວ່າ
---------
- ຖາມ: ເປັນຫຍັງຈຶ່ງເຮັດບຸນ.
- ຕອບ: ເຮັດບຸນເພາະເຮັດຄວາມດີ.
- ຖາມ: ທຳຄວາມດີໄດ້ຫຍັງ ຄົນທຳບໍ່ດີກະຍັງມີຫຼາຍ.
- ຕອບ: ທຳຄວາມດີ ໄດ້ຄວາມສຸກ.
- ຖາມ: ຄົນທຳຄວາມຊົ່ວສຸກກະມີຫຼາຍ ບໍ່ເຫັນວ່າເຂົາຊິທຸກ.
- ຜູ້ຕອບຖາມ: ຄົນທຳຊົ່ວໄດ້ສຸກຈັງໃດ ?
- ຕົນຖາມຕອບ: ເຫັນຄົນບໍ່ເຄີຍທຳບຸນສິນທານ ຍິ່ງຮັ່ງມີລໍ້າລວຍ.
- ຕອບ: ຄວາມຮັ່ງມີ ບໍ່ໝາຍວ່າຈະມີຄວາມສຸກສະເໝີໄປ.
- ຄົນຖາມອະທິບາຍ: ເຂົາສຸກຫັ້ນແລ້ວ ເຫັນເຂົາຢາກໄດ້ຫຍັງ ຢາກເຮັດຫຍັງ ຢາກໄປໃສກະໄດ້ໝົດ.
- ຜູ້ຕອບຖາມ: ແລ້ວຖາມວ່າໃນໃຈເຂົາເປັນສຸກບໍ ?
- ຕົນຖາມຕອບ: ບໍ່ຮູ້ດອກ ແຕ່ເຫັນເຂົາສຸກສະບາຍບໍ່ເດືອດບໍ່ ແຄ້ນຫຍັງ ?
- ຜູ້ຕອບ: ບຸນ ແລະສຸກໃນທາງສາສະໜາ ແມ່ນໃຫ້ຄວາມສຸກທາງໃຈເປັນອັນດັບແ ຮກ, ຫາກປະກອບກຳທຳກຸສົນໃຈເຂົາເປັນສຸກ ສະບາຍ ເຢັນ ບໍ່ຮ້ອນ ບໍ່ກົວໄພ ນັ້ນລະຄວາມສຸກ ທີ່ເກີດຈາກການທຳບຸນ ຄືທຳຄວາມດີ ອັນເປັນກຸສົນ ຜູ້ທີ່ມີຊັບ ບໍ່ມີຊັບ ກໍມີສຸກ ສະຫງົບ ສັນຕິ ບໍ່ວຸ້ນວາຍ ມີຊັບກໍໃຊ້ຊັບໄປໃນທາງທີ່ຖືກທີ່ຄ ວນ ແລະຊັບເອງກໍບໍ່ເປັນໄພ ຄົນເອງກໍບໍ່ມີໄພ ຄອບຄົວ ຜົວເມັຍ ລູກຫຼານຍາດວົງ ກໍບໍ່ມີບັນຫາ ຕ່າງຈາກຄົນບໍ່ທຳບຸນ ບໍ່ສ້າງກຸສົນ ຊີວິດຂອງ ເຂົາກົງກັນຂ້າມກັບທີ່ກ່າວມານີ້ທ ັງໝົດ.
- ທຸກ ຄື ບໍ່ສະບາຍກາຍບໍ່ສະບາຍໃຈ ມີສິ່ງໃດ ເດືອດຮ້ອນກັບສິ່ງນັ້ນ ເມື່ອເຖົ້າໄປຮ່າງກາຍ ໝົດແຮງມອງທາງຫຼັງ ມີແຕ່ຄວາມສຸກ.
- ສຸກ ຄື ສະບາຍກາຍ ສະບາຍໃຈ ມີສິ່ງໃດ ບໍ່ມີຄວາມເດືອດຮ້ອນ ຍິ່ງເຖົ້າໄປຮ່າງກາຍໝົດ ແຮງຍິ່ງເດືອດຮ້ອນທາງໃຈເປັນອັນດັ ບຕົ້ນ ມອງທາງຫຼັງກວາໄພຕົນເອງ ເພາະເຫັນແຕ່ຄວາມ ຊົ່ວ.
- ດ້ວຍເຫດນັ້ນແລ້ວ ຈຶ່ງຄວນເຮັດບຸນແຕ່ໜຸ່ມແໜ້ນແຂງແຮ ງ ຕອນຮ່າງກາຍກຳລັງມີໄຟຢູ່ນີ້.
- ບຸນໃນທາງພຸດທະສາສະໜາ ມີ 3 ຢ່າງ ຄື
1. ທານະໄມ : (ບຸນສຳເລັດດ້ວຍການໃຫ້ທານ) ເສັຍສະຫຼະ(ໃຫ້), ບໍລິຈາກ, ສົງເຄາະ ອະນຸເຄາະ.
2. ສີລະໄມ: (ບຸນສຳເລັດດ້ວຍການຮັກສາສີນ) ຮັກສາກາຍ ວາຈາ ໃຫ້ສະຫງົບ ຕາມວິໄນ ແລະກົດໝາຍ.
3. ພາວະນາໄມ: (ບຸນສຳເລັດດ້ວຍການພາວະນາ) ຄື ໄຫວ້ພະ, ພາວະນາ. ແລະປະຕິບັດກຳມັດຖານ 2 ຄື
1. ສະມະຖະພາວະນາ(ສະມະຖະກຳມັດຖານ) ຄື ອຸບາຍສະຫງົບໃຈ, ໄດ້ແກ່ການປະຕິບັດທຳດ້ວຍບໍລິກຳ ເປັນການບຳເພັງພຽນທາງຈິດ ໂດຍໃຊ້ສະມາທິເປັນຫຼັກ ມຸ້ງໃຫ້ຈິດສະຫງົບ ລະງັບຈາກນິວອນເຊິ່ງເປັນຕົວການກີ ດຂວາງຈິດ ບໍ່ໃຫ້ບັນລຸຄວາມດີເປັນສຳຄັນ ສະມະຖະກຳມັດຖານ ເປັນອຸບາຍລະຄວາມຟຸ່ງຊ່ານ ຢຸດຈິດໃຫ້ນິ່ງໂດຍໃຊ້ສະມາທິ ຫຼັກສະມະຖະກຳມັດຖານໂດຍຢຶດດອາລົມ ຢ່າງໃດ ຢ່າງໜຶ່ງໃນກຳມັດຖານ 40 ຫ້ອງ.
2. ວິປັດສະນາພາວະນາ(ວິປັດສະນາກຳມັດ ຖານ) ຄື ອຸບາຍສະຫງົບໃຈເພື່ອໃຫ້ເກີດປັນຍາ , ກຳມະຖານ ທຳໃຫ້ເກີດຄວາມຮູ້ແຈ້ງເຫັນຈິງ ໝາຍເຖິງການປະຕິບັດທຳກຳມັດຖານທີ່ ໃຊ້ສະ ຕິເປັນຫຼັກ ວິປັດສະນາກຳມະຖານເປັນການພິຈາລະນ າສະພາວະທຳ ນາມ-ຮູບ ຄື ຂັນ, ທາດ, ອາຍະຕະນະ, ອີນຊີ ໃຫ້ເຫັນຕາມຄວາມເປັນຈິງ ຄື ເຫັນດ້ວຍປັນຍາ ສະພາວະທຳເຫຼົ່ານີ້ ຕົກຢູ່ໃນສະມັນຍາລັກສະນະ ຫຼື້ໄຕລັກ ຄື ອະນິດຈັງ ທຸກຂັງ ອະນັດຕາ ເປັນສິ່ງທີ່ເກີດຈາກ ການລວມຕົວຂອງທາດ 4 ອັນໄດ້ແກ່ ດິນ, ນໍ້າ, ລົມ, ໄຟ ເທົ່ານັ້ນເປັນສິ່ງທີ່ບໍ່ຄວນຢຶດຖ ື.
- ວິປັດສະນາກຳມັດຖານ ເປັນກຳມັດຖານທີ່ມຸ້ງການອົງຮົມເປ ັນຍາເປັນຫຼັກ ແລະຄູ່ກັບສະມັດຖະກຳມັດຖານ ເຊິ່ງມຸ້ງບໍລິຫານຈິດເປັນຫຼັກ.
- ໃນພະສູດ ອັດຖະກະຖາ ກ່າວໄວ້ວ່າ ພາວະນາ ໄດ້ ສຸຕະມະຍະປັນຍາ ກັບຈິນຕາມະຍະປັນຍາ, ສ່ວນໃນວິພັງ ອະນຸໂລມວ່າ ພາວະນາມະຍະປັນຍາ.
- ສະຫຼຸບວ່າ ພາວະນາ ມີ 3 ຢ່າງ ຄື
1. ສຸຕະມະຍະປັນຍາ ປັນຍາເກີດຈາກການສູດ ທ່ອງ ຮຽນ.
2. ຈິນຕາມະຍະປັນຍາ ປັນຍາເກີດຈາກການອົບຮົມຈິດ.
3. ພາວະນາມະຍະປັນຍາ ປັນຍາເກີດການພາວະນາ ອັນມີວິປັດສະນາ ແລະສະມັດຖະກຳມັດຖານນັ້ນເອງ.
- ທັງໝົດທັງປວງທີ່ກ່າວມານີ້ ເປັນການທຳບຸນໃນພຸດທະສາສະໜາ ຄື ທານ, ສິນ, ພາວະນາ ຂາດເສັຍຢ່າງໃດ ຢ່າງໜຶ່ງ ເພາະທັງ 3 ນີ້ເປັນຂອງຄູ່ກັນ.
---------
- ຖາມ: ເປັນຫຍັງຈຶ່ງເຮັດບຸນ.
- ຕອບ: ເຮັດບຸນເພາະເຮັດຄວາມດີ.
- ຖາມ: ທຳຄວາມດີໄດ້ຫຍັງ ຄົນທຳບໍ່ດີກະຍັງມີຫຼາຍ.
- ຕອບ: ທຳຄວາມດີ ໄດ້ຄວາມສຸກ.
- ຖາມ: ຄົນທຳຄວາມຊົ່ວສຸກກະມີຫຼາຍ ບໍ່ເຫັນວ່າເຂົາຊິທຸກ.
- ຜູ້ຕອບຖາມ: ຄົນທຳຊົ່ວໄດ້ສຸກຈັງໃດ ?
- ຕົນຖາມຕອບ: ເຫັນຄົນບໍ່ເຄີຍທຳບຸນສິນທານ ຍິ່ງຮັ່ງມີລໍ້າລວຍ.
- ຕອບ: ຄວາມຮັ່ງມີ ບໍ່ໝາຍວ່າຈະມີຄວາມສຸກສະເໝີໄປ.
- ຄົນຖາມອະທິບາຍ: ເຂົາສຸກຫັ້ນແລ້ວ ເຫັນເຂົາຢາກໄດ້ຫຍັງ ຢາກເຮັດຫຍັງ ຢາກໄປໃສກະໄດ້ໝົດ.
- ຜູ້ຕອບຖາມ: ແລ້ວຖາມວ່າໃນໃຈເຂົາເປັນສຸກບໍ ?
- ຕົນຖາມຕອບ: ບໍ່ຮູ້ດອກ ແຕ່ເຫັນເຂົາສຸກສະບາຍບໍ່ເດືອດບໍ່
- ຜູ້ຕອບ: ບຸນ ແລະສຸກໃນທາງສາສະໜາ ແມ່ນໃຫ້ຄວາມສຸກທາງໃຈເປັນອັນດັບແ
- ທຸກ ຄື ບໍ່ສະບາຍກາຍບໍ່ສະບາຍໃຈ ມີສິ່ງໃດ ເດືອດຮ້ອນກັບສິ່ງນັ້ນ ເມື່ອເຖົ້າໄປຮ່າງກາຍ ໝົດແຮງມອງທາງຫຼັງ ມີແຕ່ຄວາມສຸກ.
- ສຸກ ຄື ສະບາຍກາຍ ສະບາຍໃຈ ມີສິ່ງໃດ ບໍ່ມີຄວາມເດືອດຮ້ອນ ຍິ່ງເຖົ້າໄປຮ່າງກາຍໝົດ ແຮງຍິ່ງເດືອດຮ້ອນທາງໃຈເປັນອັນດັ
- ດ້ວຍເຫດນັ້ນແລ້ວ ຈຶ່ງຄວນເຮັດບຸນແຕ່ໜຸ່ມແໜ້ນແຂງແຮ
- ບຸນໃນທາງພຸດທະສາສະໜາ ມີ 3 ຢ່າງ ຄື
1. ທານະໄມ : (ບຸນສຳເລັດດ້ວຍການໃຫ້ທານ) ເສັຍສະຫຼະ(ໃຫ້), ບໍລິຈາກ, ສົງເຄາະ ອະນຸເຄາະ.
2. ສີລະໄມ: (ບຸນສຳເລັດດ້ວຍການຮັກສາສີນ) ຮັກສາກາຍ ວາຈາ ໃຫ້ສະຫງົບ ຕາມວິໄນ ແລະກົດໝາຍ.
3. ພາວະນາໄມ: (ບຸນສຳເລັດດ້ວຍການພາວະນາ) ຄື ໄຫວ້ພະ, ພາວະນາ. ແລະປະຕິບັດກຳມັດຖານ 2 ຄື
1. ສະມະຖະພາວະນາ(ສະມະຖະກຳມັດຖານ) ຄື ອຸບາຍສະຫງົບໃຈ, ໄດ້ແກ່ການປະຕິບັດທຳດ້ວຍບໍລິກຳ ເປັນການບຳເພັງພຽນທາງຈິດ ໂດຍໃຊ້ສະມາທິເປັນຫຼັກ ມຸ້ງໃຫ້ຈິດສະຫງົບ ລະງັບຈາກນິວອນເຊິ່ງເປັນຕົວການກີ
2. ວິປັດສະນາພາວະນາ(ວິປັດສະນາກຳມັດ
- ວິປັດສະນາກຳມັດຖານ ເປັນກຳມັດຖານທີ່ມຸ້ງການອົງຮົມເປ
- ໃນພະສູດ ອັດຖະກະຖາ ກ່າວໄວ້ວ່າ ພາວະນາ ໄດ້ ສຸຕະມະຍະປັນຍາ ກັບຈິນຕາມະຍະປັນຍາ, ສ່ວນໃນວິພັງ ອະນຸໂລມວ່າ ພາວະນາມະຍະປັນຍາ.
- ສະຫຼຸບວ່າ ພາວະນາ ມີ 3 ຢ່າງ ຄື
1. ສຸຕະມະຍະປັນຍາ ປັນຍາເກີດຈາກການສູດ ທ່ອງ ຮຽນ.
2. ຈິນຕາມະຍະປັນຍາ ປັນຍາເກີດຈາກການອົບຮົມຈິດ.
3. ພາວະນາມະຍະປັນຍາ ປັນຍາເກີດການພາວະນາ ອັນມີວິປັດສະນາ ແລະສະມັດຖະກຳມັດຖານນັ້ນເອງ.
- ທັງໝົດທັງປວງທີ່ກ່າວມານີ້ ເປັນການທຳບຸນໃນພຸດທະສາສະໜາ ຄື ທານ, ສິນ, ພາວະນາ ຂາດເສັຍຢ່າງໃດ ຢ່າງໜຶ່ງ ເພາະທັງ 3 ນີ້ເປັນຂອງຄູ່ກັນ.
Subscribe to:
Posts (Atom)