ພຣະອະຣິຍະເມດໄຕ ຫຼືພຣະສຣີອະຣິຍະເມດໄຕ, ພຣະເຈົ້າເມດໄຕ, ພຣະພຸດທະເຈົ້າເມດໄຕ, ຫຼືພຣະເມດໄຕ ຫຼືພຣະສີອານ(ອາຣຍ໌)
——
- ຕົ້ນເຫດຂອງການຂຽນບົດຄວາມນີ້:
(ບົດຂຽນບົດນີ້ ຂຽນຂຶ້ນຕາມຄຳຖາມຂອງ ສະມາຊິກເຟຊບຸກທີ່ຖາມມາທາງອິນບ໊ອກເດີ ຄົນອື່ນໄດ້ອະນິສົງນຳ)
1. ຊື່ຮຽກທີ່ປາກົດ:
- ພຣະອະຣິຍະເມດໄຕ ຫຼືພຣະສຣີອະຣິຍະເມດໄຕ, ພຣະເຈົ້າເມດໄຕ, ພຣະພຸດທະເຈົ້າເມດໄຕ, ຫຼືພຣະເມດໄຕ, ພຣະສີອານ(ໃນພາສາລາວປາກົດຫຼາຍຊື່ຮຽກ) ປາລີຂຽນ Metteyya(เมตฺเตยฺย); ສັນສະກິດຂຽນ मैत्रेय (ไมเตฺรย) ໄທຍຂຽນ พระศรีอริยเมตไตรย, พระสรีอริยเมตตรัย (ໃນພາສາໄທຍ ປາກົດຫຼາຍຊື່ ເໝືອນກັບພາສາລາວ).
2. ນຳເລື່ອງ:
- ພຣະສຣີອະຣິຍະເມດໄຕ ເປັນພຣະໂພທິສັດ ຄືອົງທີ່ຈະໄດ້ເປັນພຣະພຸດທະເຈົ້າໃນອະນາຄົດ ຂ້າງໜ້າ ເປັນພຣະພຸດທະເຈົ້າອົງທີ 5 ຄືອົງສຸດທ້າຍ ໃນພັດທະຣະກັບນີ້, ພຸດທະສາສະນິກະຊົນເຊື່ອວ່າເມື່ອພຸດທະສາສະໜາຂອງພຣະສະມະນະໂຄດົມສຳມາສຳມາສຳພຸດທະເຈົ້າສິ້ນສຸດໄປແລ້ວ ໂລກຈະຈະກ້າວເຂົ້າສູ່ແຫ່ງຄວາມເສື່ອມຖອຍ ອາຍຸໄຂຂອງມະນຸດ ຈະຄ່ອຍໆລົດລົງໄປຈົນເຫຼືອ 10 ປີ, ໂລກກໍເຂົ້າສູ່ຍຸກມິສັນຍີ, ມະນຸດກໍໄດ້ຮັບໄພອັນຕະລາຍ ແລະມີຄວາມສະຫຼົດໃຈກັບຄວາມຊົ່ວຮ້າຍທີ່ເກີດຂຶ້ນ ກໍຫັນມາລວມຕົວ ລວມກຸ່ມກັນສ້າງຄວາມດີ ມີການໃຫ້ທານ ຮັກສາ ສິນເປັນຕົ້ນ, ຫຼັງຈາກປະຕິບັດສິນທຳແລ້ວ ອາຍຸໄຂຂອງຄົນເລົ່ານັ້ນກໍເພີ່ມຂຶ້ນ ຈາກ 10 ສູ່ 20 ປີ ໄປຈົນ 100 ຈົນ 1000 ປີ ຂຶ້ນໄປຈົນຮອດອະສົງໄຂປີ, ໃນຍຸກນີ້ ຈະມີພຣະໂພທິສັດ ບຳເພັງປາຣະມີຄົບ 80 ອະສົງໄຂປາຍແສນມະຫາກັບ, ຈະລົງມາຕັດສະຮູ້ເປັນພຣະພຸດທະເຈົ້າ ຕາມພຸດທະພະຍາກອນ ກໍຄື ພຣະສີອະຣິຍະເມຕໄຕໂຍໂພທິສັດນັ້ນແລ. (ພຣະອະຣິຍະເມດໄຕພຸດທະເຈົ້ານີ້ແລ)
3. ພຸດທະພະຍາກອນ:
- ພຸດທະພະຍາກອນກ່ຽວກັບພຣະສຣີອະຣິຍະເມດໄຕ ພົບໃນຄັມພີຂຸດທະນິກາຍ ຂອງສາສະໜາພຸດ ໃນພຣະໄຕປິດົກເຫຼັ້ມທີ 11 ພຣະສູດຕັນຕະປິດົກເຫຼັ້ມ 3 ທີຄະນິກາຍ ປະຕິກະວັກ, ຈາກກະວັດຕິສູດ ເຊິ່ງມີເນື້ອໃນສົມບູນໃນທຸກນິກາຍ.
3.1. ຄຳພາຍາກອນ:
”ດູກ່ອນພິກຂຸທັງຫຼາຍ ໃນເມື່ອມະນຸດມີອາຍຸ 80.000 ປີ, ພຣະຜູ້ມີພຣະພາກຊົງພຣະນາມວ່າເມຕໄຕ ຈັກສະເດັດຂຶ້ນໃນໂລກ ພຣະອົງເປັນອໍຣະຫັນຕັດສະຮູ້ເອງໂດຍຊອບ ເຖິງພ້ອມດ້ວຍວິຊຊາແລະຈາຣະນະສະເດັດໄປດີແລ້ວ ຊົງຮູ້ແຈ້ງໂລກ ເປັນສາຣະຖີຝຶກບູຣຸດທີ່ຄວນຝືກ ບໍ່ມີຜູ້ອື່ນຍິ່ງກວ່າ ເປັນສາສະດາຂອງເທວະດາ ແລະມະນຸດທັງຫຼາຍ ເປັນຜູ້ເບີກບານແລ້ວ ເປັນຜູ້ຈຳແນກແຈກທຳ ເໝືອນຕະຖາຄົດອຸບັດຂື້ນແລ້ວໃນໂລກ, ໃນບັດນີ້ເປັນອໍຣະຫັນ ພຣະຜູ້ມີພຣະພາກຊົງພຣະນາມວ່າເມດໄຕ ພຣະອົງນັ້ນຈັກຊົງທຳ ໂລກນີ້ພ້ອມທັງເທວະໂລກ ມານໂລກ ພົມໂລກ ໃຫ້ແຈ່ມແຈ້ງດ້ວຍປັນຍາອັນຍິ່ງ ດ້ວຍພຣະອົງເອງແລ້ວ ຊົງສອນໝູ່ສັດ ພ້ອມທັງສະມະນະພາມ ເທວະດາ ແລະມະນຸດໃຫ້ຮູ້ຕາມ ເໝືອນຕະຖາຄົດໃນບັດນີ້ ພຣະຜູ້ມີພຣະພາກຜູ້ຊົງພຣະນາມວ່າເມດໄຕພຣະອົງນັ້ນ ຈັກຊົງສະແດງທຳ ງາມໃນເບື້ອງຕົ້ນ ງາມໃນທ່າມກາງ ງາມໃນທີ່ສຸດ ຊົງປະກາດພົມມະຈັນ ພ້ອມທັງອັດຖະ ພະຍັນຊະນະ ບໍລິສຸດ ບໍລິບູນ ເໝືອນຕະຖາຄົດ ໃນບັດນີ້, ພຣະຜູ້ມີພຣະພາກຊົງພຣະນາມວ່າເມດໄຕພຣະອົງນັ້ນ ຈັກຊົງບໍລິຫານພຣະພິກຂຸສົງຫຼາຍພັນ ເໝືອນພຣະຕະຖະຄົດບໍລິຫານພິກຂຸສົງຫຼາຍຮ້ອຍ ໃນບັດນີ້ສະນັ້ນ”
4. ປະຫວັດ:
- ໃນຍຸກຂອງພຣະສີຣິວັດພຸດທະເຈົ້າ ພຣະສຣິອະຣິຍະເມດໄຕ ຊົງເປັນກະສັດຊົງພຣະນາມວ່າ ພຣະເຈົ້າສັງຂະປັດແຫ່ງນະຄອນອິນທະປັດຖະ.
- ວັນໜຶ່ງຊົງຊາບວ່າພຣະພຸດທະເຈົ້າສະເເດັດມາໃກ້ໆ ເມືອງອິນທະປັດ ກໍຊົງດີພຣະໄທຈຶ່ງສະເດັດໄປດ້ວຍບາດ(ເດີນໄປເອງ) ພຽງໜຶ່ງວັນພຣະບາດທັງສອງກໍແຕກຊໍ້າ
ວັນທີສາມໜ່ອງກໍເຕັກຊໍ້າພຣະໂລຫິດນອງ ວັນທີສີ່ບໍ່ສາມາດສະເດັດຕໍ່ໄປດ້ວຍພຣະວິຣິຍະ(ຄວາມພຽນ) ແລະຈິດມຸ້ງໝັ້ນທີ່ຈະເຈົ້າເຝົ້າພຣະສີຣິວັດພຸດທະເຈົ້າພຣະອົງນັ້ນ, ຈຶ່ງຄ່ອບຄືບຄານໄປດ້ວຍພຣະອຸຣະ(ເອິກ) ພຣະພຸດທະເຈົ້າຊົງຊາບດ້ວຍຍານທິບ ຈຶ່ງແປງເປັນມານົບໜຸ່ມ(ຊາຍໜຸ່ມ)ຂັບກວຽນ, ພາໄປເຖິງສຳນັກຂອງພຣະພຸດທະຈົ້າ, ພຣະອິນ ແລະມະເຫສີທັງສີ່ໄດ້ແປງອົງເປັນຍິງຊາຍ ນຳຫໍ່ເຂົ້າທິບ ແລະນໍ້າທິບມາໃຫ້ສະເຫວີຍ, ເມື່ອພຣະອົງຫາຍບວບຊໍ້າຈຶ່ງຊົງສະເດັດໄປພຣະວິຫານ ພຽງແຮກພົບພຣະພຸດທະເຈົ້າ ກໍສະຫຼົບເພາະດ້ວຍຄວາມປີຕິໂສມະນັດເມື່ອຟື້ນພຣະວໍຣະກາຍຈຶ່ງຕັດວ່າ:
”ຂ້າແຕ່ພຣະຜູ້ມີພຣະພາກເຈົ້າ” ແລະກໍບໍ່ໄດ້ຕັດອັນໃດ ດ້ວຍຄວາມຍິນດິພຣະໄທ ພຣະອົງໄດ້ສະດັບພຣະສັດທັມພຽງບົດດຽວ ເພາະບໍ່ມີສິ່ງໃດ ຖວາຍບູຊາທຳມະເທດສະໜາ ຈຶ່ງຊົງຕັດພຣະສຽນ(ສີສະ-ຫົວ) ດ້ວຍພຣະນະຂາ(ເລັບ) ຖວາຍເປັນພຸດທະບູຊາ ແລະໃນຍຸກຂອງພຣະໂຄດົມສັມມາສັມພຸດທະເຈົ້າ(ອົງປັດຈຸບັນ) ພຣະສຣີອະຣິຍະເມດໄຕ ໄດ້ເປັນສາວົກຂອງພຣະອົງມີນາມວ່າ ພຣະອະຊິຕະ ພິກຂຸ, ຄັ້ງໜຶ່ງໄດ້ຮັບພຸດທະພະຍາກອນ ວ່າ “ພຣະອະຊິຕະ ຈະໄດ້ເປັນພຣະພຸດທະເຈົ້າ ໃນອະນາຄົດ”.
- ໂຜດຕິດຕາມການຕັດສະຮູ້.
(ອ່ານເທົ່ານີ້ກ່ອນ ແລ້ວຈັ່ງກັບມາອ່ານຕໍ່ ເພື່ອສ້າງຄວາມເຂົ້າໃຈໃຫ້ດີ ໃນບົດຕົ້ນ)
——
- ຕົ້ນເຫດຂອງການຂຽນບົດຄວາມນີ້
(ບົດຂຽນບົດນີ້ ຂຽນຂຶ້ນຕາມຄຳຖາມຂອງ ສະມາຊິກເຟຊບຸກທີ່ຖາມມາທາງອິ
1. ຊື່ຮຽກທີ່ປາກົດ:
- ພຣະອະຣິຍະເມດໄຕ ຫຼືພຣະສຣີອະຣິຍະເມດໄຕ, ພຣະເຈົ້າເມດໄຕ, ພຣະພຸດທະເຈົ້າເມດໄຕ, ຫຼືພຣະເມດໄຕ, ພຣະສີອານ(ໃນພາສາລາວປາກົດຫຼາ
2. ນຳເລື່ອງ:
- ພຣະສຣີອະຣິຍະເມດໄຕ ເປັນພຣະໂພທິສັດ ຄືອົງທີ່ຈະໄດ້ເປັນພຣະພຸດທະເ
3. ພຸດທະພະຍາກອນ:
- ພຸດທະພະຍາກອນກ່ຽວກັບພຣະສຣີອ
3.1. ຄຳພາຍາກອນ:
”ດູກ່ອນພິກຂຸທັງຫຼາຍ ໃນເມື່ອມະນຸດມີອາຍຸ 80.000 ປີ, ພຣະຜູ້ມີພຣະພາກຊົງພຣະນາມວ່າ
4. ປະຫວັດ:
- ໃນຍຸກຂອງພຣະສີຣິວັດພຸດທະເຈົ
- ວັນໜຶ່ງຊົງຊາບວ່າພຣະພຸດທະເຈ
ວັນທີສາມໜ່ອງກໍເຕັກຊໍ້າພຣະໂ
”ຂ້າແຕ່ພຣະຜູ້ມີພຣະພາກເຈົ້າ
- ໂຜດຕິດຕາມການຕັດສະຮູ້.
(ອ່ານເທົ່ານີ້ກ່ອນ ແລ້ວຈັ່ງກັບມາອ່ານຕໍ່ ເພື່ອສ້າງຄວາມເຂົ້າໃຈໃຫ້ດີ ໃນບົດຕົ້ນ)