Tuesday, 27 March 2012

-໒- ຄວນເຊື່ອຣືກຍາມຫຼືບໍ່ ?

ການຖືຣືກເບິ່ງຍາມ ວັນເວລາອາດຄິດວ່າເປັນເລື່ອງ ໄຮ້ສາຣະ ບາງຄົນເຊື່ອຣືກເຊື່ອຍາມ ກໍນັບຖືວ່າເປັນເຣື່ອງດີ ບາງຄົນບໍ່ເຊື່ອຣືກເຊື່ອຍາມ ກໍວ່າງົມງວາຍ, ບາງຄົນເຊື່ອວິທະ ຍາສາດ, ບາງຄົນເຊື່ອພຸດທະສາດ ໂດຍຢຶດຖືຕາມຫຼັກເຫດ-ຜົນ ຕາມຫຼັກຂອງພຣະພຸດທະເຈົ້າ, ບາງຄົນເຊື່ອຕາມຫຼັກ ເຫດຜົນແບບວິທະຍາສາດ ບາງຄົນບໍ່ເອົາຈັກຢ່າງທີ່ວ່າມານີ້.
    ການຖືຣືກຖືຍາມ ຫຼືການໄປເບິ່ງຣືກເບິ່ງຕາມ ຫຼືທີ່ ຮຽກວ່າ “ການດູມໍ” ເພື່ອເບິ່ງວາຕົນເອງຈະດີຫຼືຮ້າຍ ຫຼືການ ຈະປະກອບພິທີຕ່າງໆນັ້ນ ກໍໄປຫາຣືກງາມຍາມດນັ້ນ ວັນເວ ລາເດືອນປີນັ້ນຄິດວ່າເປັນເລື່ອງໄຮ້ສາລະ ຫາປະໂຫຍດມີຫຼືບໍ່ ອັນນີ້ຖ້າເບິ່ງແລ້ວທຳໃຫ້ສະບາຍໃຈ ແລະບໍ່ທຳໃຫ້ເດືອດ ຮ້ອນກໍຈົ່ງທຳໄປເຖີດ, ເຖິງແມ່ນວ່າໄຮ້ສາຣະແຕ່ທຳໃຫ້ເກີດ ປະໂຫຍດແກ່ຈິດໃຈ ບັນເທົາຄວາມອຸກອັ່ງກັງວົນລົງໄດ ກໍຈົ່ງ ທໍາຕາມສະບາຍ.
    ຂໍພຽງແຕ່ຢ່າເຊື່ອໝັ້ນຄົງ ຢຶດຕິດຈົນເປັນສາລະນະ ແລະໝັ້ນຄົງວ່າ “ຖ່າປະຕິບັດບໍ່ໄດ້ຕາມຣືກຕາມຍາມນັ້ນແລ້ວ ທຸກຢ່າງຈະຫຼົມເຫຼວ” ເພາະທີ່ຈິງແລ້ວຣືກຍາມນັ້ນເປັນພຽງ ເຄື່ອງມືທີ່ທຳໃຫ້ເກີດຄວາມໝັ້ນໃຈໃນການປະຕິບັດງາມສ່ວນ ໃດສ່ວນໜຶ່ງເທົ່ານັ້ນ, ເຊັ່ນການດູມໍເບິ່ງຊະຕາຊີວິດ ຮ້າຍກໍ ຕາມຫຼືດີກໍຕາມ ໃຈເຮົາຢ່າຟ້າວໄປວິຕົກກັງວົນວ່າສິ່ງນັ້ນ ຈະ ເປັນເອງດັ່ງຄຳທວາຍ ຫາກໝໍມໍທວາຍວ່າຊົ່ວເຮົາກໍຮັບໄວ້, ຫາກໝໍມໍທວາຍວ່າດີເຮົາກໍຮັບໄວ້ແລ້ວມາປັບປຸງແກ້ໄຂ ຫຼືມີ ສະຕິໄວ້ບໍ່ປາໝາດ ຄຳທວາຍນັ້ນໃຫ້ຖືວ່າເປັນແຜນຊີວິດ ເທົ່າ ນັ້ນ ເຖິງມີແຜນເຮົາບໍ່ເຮັດຕາມແຜນກໍໄຮ້ຄ່າ.
    ພຽງແຕ່ເຮົາຢ່າລືມຄຳສອນຂອງ ພຣະພຸດທະເຈົ້າ ທີ່ ຕັດໄວ້ວ່າ “ເວລາສັດປະພຶດຊອບ ເຊື່ອຣືກດີ, ມຸງຄຸນດີ, ສະ ຫວ່າງດີ, ຮຸ່ງດີເປັນຕົ້ນ” ເຊິ່ງໝາຍຄວາມວ່າ ເມື່ອບຸກຄົນ ປະພຶດດີປະຕິບັດຊອບເວລາໃດ ເວລານັ້ນແລ້ວເປັນຣືກດີ, ມຸງຄຸນດີສຳລັບບຸກຄົນນັ້ນແລ້ວ ເພາະສະນັ້ນການທຳຄຸນງາມ ຄວາມດີ ຈຶ່ງບໍ່ລໍເວລາ ເພາະທຳເມື່ອໃດກໍເປັນຄວາມດີ ເປັນ ຄວາມສຸກເມື່ອນັ້ນ.
    ແມ່ນແຕ່ໃນນັກຂັຕຕະຊາດົກ ເອກະກິບາຕຊາດົກ ຂໍ້ ທີ ໔໙ ພຣະພຸດທະເຈົ້າຂອງເຮົາ ສະໄໝຍັງເປັນພຣະໂພທິ ສັດຢູ່ກໍໄດ້ກ່າວຄາຖາສອນຊາວເມືອງ ຜູ້ມົວເມົາແຕ່ຖືຣືກຖື ຍາມຢູ່ ຈຶ່ງພາດຈາກປະໂຫຍດທີ່ຕົນຈະໄດ້ຮັບໄປ, ແລ້ວທ່ານ ກໍອະທິບາຍໃຫ້ຟັງວ່າ “ຄົນໂງ່ມົວແຕ່ລໍຣືກຢູ່ວ່າ ຣືກຈະມີໃນ ບັດນີ້ ຈັກມີໃນເວລານີ້ ປ່ອຍເວລາໃຫ້ຜ່ານໄປໂດຍການລໍ ຄອຍ ປະໂຫຍດທີ່ເຂົາຄວນຈະໄດ້ຮັບ ກໍໄດ້ຜ່ານເລີຍໄປເສັຍ ໃນໄລຍະທີ່ເຂົາລໍຄອຍຢູ່ນັ້ນແລ້ວ ດວງດາວໃນອາກາດຈັກ ຍັງປະໂຫຍດໃຫ້ສຳເລັດໄດ້ຢ່າງໃດ ການກະທຳຂອງຄົນຕ່າງ ຫາກທີ່ຍັງປະໂຫຍດໃຫ້ສຳເລັດ”.
    ນີ້ເຮົາຈະເຫັນໄດ້ວ່າດວງດີ ແຕ່ເຮົາຄອຍແຕ່ດວງມາ ຮອດມັນກໍບໍ່ມາຫາເຮົາ ຫາກຄົນດວງຊວຍ ແຕ່ເຂົາຫາວິທີ ປ້ອງກັນດ້ວຍການກະທຳຄຸນງາມຄວາມດີ ເຂົາຄົນກໍຈັກດີ ໄດ້ປະໂຫຍດຈາກການຮູ້ເລື່ອງດວງດາວ ແລະຣືກຍາມ.
    ຖ້າເຮົາຄິດເຖິງເລື່ອງນີ້ໃຫ້ເລິກເຊິ່ງ ໃນຂະນະທີ່ເຮົາ ມົວລໍຣືກງາມຍາມດີຢູ່ນັ້ນແລ້ວ ເຮົາອາດສິ້ນຊີວິດໄປສາກ່ອນ ໂດຍທີ່ຍັງບໍ່ທັນໄດ້ທຳຄຸນງາມຄວາມດີ ຕາມທີ່ຕັ້ງໃຈໄວ້ເລີຍ ເພາະສະນັ້ນແລ້ວ ຖ້າຈະທຳຄວາມດີ ບໍ່ຈຳເປັນຕ້ອງລໍຣືກ ຍາມເລີຍ ໂດຍສະເພາະທຳບຸນໃນພຸດທະສາສະໜາ ມີໄຫວ້ ພຣະ, ໃຫ້ທານ, ຮັກສາສີນ, ຟັງທຳ ແລະປະຕິບັດທຳນີ້ ເຮັດ ໄດ້ທຸກເວລາ, ທຸກໂອກາດ, ທຸກສະຖານະ, ທຸກວັນ, ທຸກ ຍາມ, ທຸກຣະດູ, ທຸກປີ ແລະທຸກໆຄົນບໍ່ເວັ້ນແມ່ນແຕ່ ເດັກ ນ້ອຍ, ຜູ້ໃຫຍ່, ຍິງ, ຊາຍ, ທຸກຮັ່ງ, ມັ່ງມີ, ລູກນ້ອງ ແລະ ເຈົ້າຄົນນາຍຄົນ ກໍເຮັດໄດ້ທຸກເວລາ ເຮັດເວລານີ້ກໍໄດ້ ເວລາ ນີ້ ບໍ່ຕ້ອງລໍວ່າເວລາເຊົ້າ, ເວລາສວາຍ, ເວລາທ່ຽງ, ເວລາ ແລງ, ເວລາກາງຄືນ ຫຼືວັນເດືອນປິໃດໆ ບໍ່ຕ້ອງລໍວ່າຍັງ ໜຸ່ມ, ບໍ່ທັນເຖິງເວລາບໍ່ທັນເຖົ້າເລົ່ານີ້ນີ້ຕົ້ນ, ບຸກຄົນຍັງຖືຣືກ ຖື ຍາມ ຫຼືມີຄວາມຄິດແບບນີ້ ເຊື່ອວ່າເປັນຄົນປາໝາດ ແລະ ເປັນຄົນທີ່ເຊື່ອໃນຣືກງາມຍາມດີບໍ່ເປັນ ບໍ່ຖືກຕ້ອງ, ຫາກມີ ແນວຄິດແບບນີ້ ບໍ່ຄວນຖືຣືກຖືຍາມເລີຍດີກວ່າ ຖືຣືກຖື ຍາມກໍຈັກບໍ່ໄດ້ຜົນອັນໃດທັງສິ້ນ ຈົ່ງຖືທັມດີກວ່າຖືຣືກຍາມ ທັງໄດ້ປະຕິບັດຕາມຄຳສອນຂອງພຣະພຸດທະເຈົ້າອີກ.
    ໃນທາງສ່ວນຕົວນັ້ນ ກໍເຄີຍຖືຣືກຖືຍາມຢູ່ແນ່ ເພາະ ເຊື່ອຕາມປະເພນີ ແລະໃນປັດຈຸບັນກໍອິງຕາມປະເພນີນັ້ນ ເອົາມາສອນຄົນ ບາງຄັ້ງມີຄົນມາຫາຣຶກຫາຍາມໃຫ້ເຂົາ ເພາະ ຈັ່ງ ໃດສັງຄົມລາວເຮົາກໍເຊື່ອຣຶກຍາມຢູ່ແລ້ວ ເຮົາກໍຫາຣືກ ຍາມໃຫ້ເຂົາຕາມຕຳລາທີ່ຖືກຕ້ອງ ແຕ່ກໍເບິ່ງວ່າອັນໃດຄວນ ຖືກຣືກ ອັນໃດບໍ່ຄວນຖືຣຶກ ພ້ອມກັນນັ້ນກໍສອນໃຫ້ເຂົາລະ ລົດ ເລີກໃນການຖືກຣຶກ ທີ່ສຳຄັນຕ້ອງບອກເຂົາໃຫ້ແຈ້ງວ່າ ວຽກງານອັນໃດທີ່ຈະຕ້ອງໃຊ້ຣືກບໍ່ໃຊ້ຣືກ ໂດຍສະເພາະ ຫາກເປັນວຍກທຳມະດາ ຫຼືກ່ຽວກັບພຸດທະສາສະໜານັ້ນ ເຮົາຈະໃຊ້ຣຶກຢ່າງໃດ, ວຽກຄອບຄົວຈະໃຊ້ຣືກຢ່າງໃດ, ວຽກ ສັງຄົມຈະໃຫ້ຣືກຢ່າງໃດ ທັງນີ້ທັງນັ້ນ ການຈະໃຫ້ຣືກແກ່ຄົນ ທີ່ເຂົ້າມາຫາ ເຮົາຕ້ອງຮູ້ກ່ອນວ່າ ເຂົາຕ້ອງການຣືກຈັ່ງໃດ ຄວາມພ້ອມ ການກຽມຕົວ ຄວາມສະດວກຂອງເຂົາ, ຄອບ ຄົວຂອງເຂົາ, ສັງຄົມນັ້ນໆເປັນແນວໃດ ເຮົາກໍໃຫ້ຣືກ ແລະ ແນະນຳຣືກໃຫ້ເຂົາ.
    ກໍຣະນີທີ່ຄວນຖືຣືກ ກໍຫາກເປັນຍາມປິໃໝ່ ກໍບໍ່ຄວນ ຈະກິນດອງ ແລະປຸກເຮືອນ, ຍາມບຸນຂອງຊາດ ເຊັ່ນບຸນວັນ ຊາດບຸນປະເພນີຂອງຊາດ ເຮົາກໍຄວນທີ່ຈະບໍ່ໃຫ້ຣືກເຂົາ ເພາະມັນຈະໄປຂັດສົນກັບຣືກຣວມຂອງຊາດ ຜູ້ໃຫ້ຣືກ ແລະ ຄົນຖືຣືກຄວນຄຳນຶ່ງວຽກງານຂອງສັງຄົມ ຂອງສາສະໜາ ແລະຂອງຊາດໄວ້ຫຼາຍໆເລົ່ານີ້ເປັນຕົ້ນ.

   
   

ກິເລດພັນຫ້າຕັນຫາຮ້ອຍແປດເປັນຈັ່ງໃດ ?

-໑-
ກິເລດພັນຫ້າຕັນຫາຮ້ອຍແປດເປັນຈັ່ງໃດ ?
    ຫຼາຍທ່ານ ຄົງໄດ້ຍິນຄຳພັງເພີຍຂອງຄົນເຖົ້າຄົນແກ່ ທີ່ ກ່າວປຽບທຽບຄົນຂີ້ໂຫດສາມານ ຄົນຂີ້ຖີ່ໜຽວແໜ້ນ ຫຼືມັກ ໂລບໂລພາວ່າ “ກິເລດພັນຫ້າຕັນຫາຮ້ອຍແປດ” ແຕ່ບໍ່ຮູ້ ຄວາມໝາຍຄັກ ບັດນີ້ມາທຳຄວາມເຂົ້າໃຈກັບເລື່ອງນີ້.

    ກິເລດ ໑໕໐໐ ຄື:
    ກ່ອນຈະຮູ້ເລື່ອງນີ້ ເຮົາມາທຳຄວາມເຂົ້າໃຈເຖິງກິເລດ ໑໐ ຢ່າງກ່ອນວ່າມີອັນໃດແນ່.
    ກິເລດ ໑໐ ໄດ້ແກ່ ໂລພະ(ໂລບ) ໂທສະ(ຮ້າຍ-ໂກດ) ໂມຫະ(ຫຼົງ) ມານະ(ຄວາມຖືໝັ້ນ) ທິດຖີ(ຄວາມເຫັນ) ວິສິ-ກິດສາ ອະຫິຣິກະ ອະໂນຕັບປະ(ຄວາມບໍ່ອາຍຕໍ່ບາບ) ອຸດ-ທັດຈະ ແລະຖີນະ; ໃນປະຣະມັດຖະທຳທັງ ໔ ເວັ້ນນິບພານ ຄົງນັບຈິດທັງໝົດເປັນໜຶ່ງ.
    ຮູບ ໒໘ ນັບພຽງ ໒໒ ຮູບ ຄື ນິບຜັນນະຮູບ ໑໘ ກັບ ລັກສະນະຮູບ ໔ ລວມນັບຈິດ ໑ ລວມກັບເຈຕະສິກ ໕໒ ຮູບ ໒໒ ເປັນ ໗໕.
    ສ່ວນກເລດ ໑໐ ນັ້ນມີທັງເກີດຂຶ້ນໃນສັນດານຂອງຕົນ ເອງ ແລະໃນສັນດານຂອງຄົນອື່ນ ກິເລດ ໑໐ ຄູນດ້ວຍສະພາ ວະທຳ ໗໕ ເປັນ ໗໕໐ ເກີດຂຶ້ນໃນສັນດານຂອງຕົນເອງ ໗໕໐ ເກີດຂຶ້ນໃນສັນດານຂອງຄົນອື່ນອີກ ໗໕໐ ຈຶ່ງລວມເປັນກິ ເລດ ໑໕໐໐.
    (ອະທິບາຍເພີ່ມຕື່ມວ່າ ກິເລດ ໑໐ ຢຶດຖືສະພາວະທຳ ໗໕ ນີ້ເປັນອາລົມ ໗໕ ຄູນກັນເປັນ ໗໕໐ ເປັນພາຍໃນ ແລະ ພາຍນອກຄູນໃຫ້ ໗໕໐ ເປັນ ໑໕໐໐, ຫາກຕັ້ງເປັນສູດ ກໍຈະ ທຳດັ່ງນີ້ຄື: ກິເລດຄູນດ້ວຍສະພາວະທັມແລະຄູນດ້ວຍພາຍ ໃນແລະພາຍນອກ ຄື ໑໐×໗໕×໒=໑໕໐໐ ແລ)
       
    ສ່ວນຄຳວ່າ ຕັນຫາ ໑໐໘ ຄື:
    ຕັນຫານັ້ນທ່ານຈັດໄວ້ເປັນທຳມະດານັ້ນ ເປັນ ໓ ຄື ກາມະຕັນຫາ, ພາວະຕັນຫາ ແລະວິພາວະຕັນຫາ, ຕັນຫາ ໓ ນີ້ເກີດຂຶ້ນໄດ້ເພາະອາໄສອາຣົມ ໖ ຄື ຮູບ, ສຽງ, ກິ່ນ, ຣົດ, ໂຜດຖັບພະ ແລະທັມມາຣົມ.
    ຕັນຫາ ໓ ຄູນດ້ວຍອາຣົມ ໖ ຈຶ່ງເປັນຕັນຫາ ໑໘, ຕັນຫາ ໑໘ ນີ້ເກີດຂຶ້ນໄດ້ເພາະອາໄສການທັງ ໓ ຄື ອາດີດ ໑໘, ປັດຈຸບັນ ໑໘ ອະນາຄົດ ໑໘ ລວມກັນເປັນ ໕໔.
    ຕັນຫາ ໕໔ ນີ້ເກີດຂຶ້ນໄດ້ພາຍໃນຕົນ ໑ ພາຍນອກຕົນ ໑ ຈຶ່ງເປັນຕັນຫາພາຍໃນ ໕໔ ຕັນຫາພາຍນອກ ໕໔ ເມື່ອເອົາ ຕັນຫາພາຍໃນ ແລະຕັນຫາພາຍນອກມາລວມກັນຈຶ່ງເປັນ ຕັນຫາ ໑໐໘ ແລ.
    (ຕັ້ງເປັນສູດ ຕັນກຫາ ໓ ຄຸນດ້ວຍອາຣົມ ໖ ຄູນດ້ວຍ ການ ໓ ແລະຄູນດ້ວຍພາຍໃນ ແລະພາຍນອກຕົນ ຄື ໓×໖×໓=໑໐໘ ແລ).
    ນີ້ຄືທີ່ມາຂອງຄຳວ່າ “ກິເລດພັນຫ້າຕັນຫາຮ້ອຍແປດ” ອືມ໌…ຄົນບູຮານດ່າກັນກະຍັງເປັນທຳມະເນາະ, ຄົນເຮົາປັດຈຸ ບັນໂສກັນ ຂັ້ນວ່າວຽກງານແທ້ໆຍັງບໍ່ມີຮອດທຳຈັກໂຕໆ.