Friday, 30 September 2011

ອາຍຸສະຫວັນ ໖ ຊັ້ນ

໑. ຊັ້ນຈາຕູມມະຫາຣາຊິກາ ເທວະດາຊັ້ນນີ້ ມີອາຍຸໂດຍສະເໝີພາກກັນ ເທວະດາຢູ່ຊັ້ນນີ້ ມີອາຍຸໄຂ ໕໐໐ ປິທິບ, ຄວາມຕ່າງຂອງອາຍຸ ຄື ໑ ວັນ ໑ ຄືນ ຂອງສະຫວັນຊັ້ນນີ້ ເທົ່າກັບ ໕໐ ປີເມືອງມະນຸດ ທຽບໄດ້ ຄື ນັບອາຍຸໃນໂລກມະນຸດເທົ່າກັບ ໙ ລ້ານປີເມືອງມະນຸດແລ.

໒. ຊັ້ນຕາວະດິງສາ(ຕາວະຕິງສ໌) ເທວະດາຊັ້ນນີ້ ມີອາຍຸໂດຍສະເໝີພາກກັນ ເທວະດາຢູ່ຊັ້ນນີ້ ມີອາຍຸໄຂ ໑.໐໐໐ ປິທິບ, ຄວາມຕ່າງຂອງອາຍຸ ຄື ໑ ວັນ ໑ ຄືນ ຂອງສະຫວັນຊັ້ນນີ້ ເທົ່າກັບ ໑໐໐ ປີເມືອງມະນຸດ ທຽບໄດ້ ຄື ນັບອາຍຸໃນໂລກມະນຸດເທົ່າກັບ ໓໙ ລ້ານປີເມືອງມະນຸດແລ.


໓. ຊັ້ນຍາມາ ເທວະດາຊັ້ນນີ້ ມີອາຍຸໂດຍສະເໝີພາກກັນ ເທວະດາຢູ່ຊັ້ນນີ້ ມີອາຍຸໄຂ ໒.໐໐໐ ປິທິບ, ຄວາມຕ່າງຂອງອາຍຸ ຄື ໑ ວັນ ໑ ຄືນ ຂອງສະຫວັນຊັ້ນນີ້ ເທົ່າກັບ ໒໐໐ ປີເມືອງມະນຸດ ທຽບໄດ້ ຄື ນັບອາຍຸໃນໂລກມະນຸດເທົ່າກັບ ໑໔໔ ລ້ານປີເມືອງມະນຸດແລ.

໔. ຊັ້ນດຸດສິດ(ຕຸສິຕາ) ເທວະດາຊັ້ນນີ້ ມີອາຍຸໂດຍສະເໝີພາກກັນ ເທວະດາຢູ່ຊັ້ນນີ້ ມີອາຍຸໄຂ ໔.໐໐໐ ປິທິບ, ຄວາມຕ່າງຂອງອາຍຸ ຄື ໑ ວັນ ໑ ຄືນ ຂອງສະຫວັນຊັ້ນນີ້ ເທົ່າກັບ ໔໐໐ ປີເມືອງມະນຸດ ທຽບໄດ້ ຄື ນັບອາຍຸໃນໂລກມະນຸດເທົ່າກັບ ໕໗໖ ລ້ານປີເມືອງມະນຸດແລ.


໕. ຊັ້ນນິມມານະຣະດີ(ຕີ) ເທວະດາຊັ້ນນີ້ ມີອາຍຸໂດຍສະເໝີພາກກັນ ເທວະດາຢູ່ຊັ້ນນີ້ ມີອາຍຸໄຂ ໘.໐໐໐ ປິທິບ, ຄວາມຕ່າງຂອງອາຍຸ ຄື ໑ ວັນ ໑ ຄືນ ຂອງສະຫວັນຊັ້ນນີ້ ເທົ່າກັບ ໘໐໐ ປີເມືອງມະນຸດ ທຽບໄດ້ ຄື ນັບອາຍຸໃນໂລກມະນຸດເທົ່າກັບ ໒.໓໐໔ ລ້ານປີເມືອງມະນຸດແລ.

໖. ປະຣະນິມມິຕວະສວັສດີ ເທວະດາຊັ້ນນີ້ ມີອາຍຸໂດຍສະເໝີພາກກັນ ເທວະດາຢູ່ຊັ້ນນີ້ ມີອາຍຸໄຂ ໑໖.໐໐໐ ປິທິບ, ຄວາມຕ່າງຂອງອາຍຸ ຄື ໑ ວັນ ໑ ຄືນ ຂອງສະຫວັນຊັ້ນນີ້ ເທົ່າກັບ ໑,໖໐໐ ປີເມືອງມະນຸດ ທຽບໄດ້ ຄື ນັບອາຍຸໃນໂລກມະນຸດເທົ່າກັບ ໙.໒໑໖ ລ້ານປີເມືອງມະນຸດແລ.

- ທ່ານທັງຫຼາຍ ສັງເກດເບິ່ງ ເທວະດາພຽງຫົກຊັ້ນ ແລ້ວກໍເຫັນຄວາມຕ່າງຂອງອາຍຸຂອງເທວະດາຊັ້ນຕ່າງໆໄດ້ຈະແຈ້ງ ແລະແຕກຕ່າງປານນິ້, ນອກຈາກນັ້ນ ເຮົາຍັງເຫັນຄວາມຕ່າງລະຫວ່າງ ໑ ມື້ ໑ ຄືນຂອງພວກເຂົາ ເມື່ອທຽບອາຍຸໃນໂລກເຮົາມັນໂລດຕ່າງກັນແສນໂຍດ ອັນນັ້ນມັນກໍເຮັດໃຫ້ເຮົາຮູ້ແລ້ວວ່າ ເທວະດາເລົ່ານັ້ນ ຢູ່ໄກຈາກໂລກຫຼາຍປານໃດ ນັກດາຣາສາດອາດຄິດໄດ້ແລ.

ການເຂົ້າເຖິງ ພຣະຣັຕນະໄຕຣ

- ຄໍາວ່າ ຣັຕນະ ນັ້ນ, ແປວ່າ ຂອງທີ່ໃຫ້ເກີດຄວາມຍິນດີ ດັ່ງທີ່ທ່ານພຣະອັຕຖະກະຖາຈາຣຍ໌ກ່າວໄວ້ ໃນຄໍາພີປາຣະມັຕຖ໌ໂຊຕິກະວ່າ ຣະຕິງ ນະຍະຕິ ວະຫະຕິ ວັດເຖຕີຕິ ຣະຕະນັງ ແປວ່າ ສິ່ງໃດນໍາໄປເຊິ່ງຄວາມຍິນດີ ຄືໃຫ້ເກີດຄວາມຍິນດີ ໃຫ້ຄວາມຍິນຕີຈະເຣີນຂຶ້ນ ສິ່ງນັ້ນຮຽກວ່າ ຣັຕນະ, ໂດຍທົ່ວໄປແລ້ວກໍໝາຍເຖິງແກ້ວ ແຫວນ ເງິນ ຄໍາ ແລະຂອງມີຄ່າອື່ນໆ ເພາະສິ່ງດັ່ງກ່າວນີ້ ຍ່ອມນຳມາເຊິ່ງຄວາມປາບປຶ້ມ ດີໃຈ ອົບອຸ່ນໃຈ ແກ່ບຸກຄົນຜູ້ເປັນເຈົ້າຂອງ.
- ສ່ວນທາງພຣະພຸດທະສາສນານັ້ນ ໝາຍເອົາພຣະພຸດທະເຈົ້າ, ພຣະທັມມະເຈົ້າ ແລະພຣະສັງຄະເຈົ້າ, ເຊິ່ງເວົ້າເປັນພາສາປາລີວ່າ:
1. ພຸທະຣັຕນະ : ເຄື່ອງໃຫ້ເກີດຄວາມປາບປື້ມໃຈ ດີໃຈ ອົບອຸ່ນໃຈ ຄືພຣະພຸດທະເຈົ້າ.
2. ທັມມະຣັຕນະ: ເຄື່ອງໃຫ້ເກີດຄວາມປາບປື້ມໃຈ ດີໃຈ ອົບອຸ່ນໃຈ ຄືພຣະທັມມະເຈົ້າ.
3. ສັງຄະຣັຕນະ: ເຄື່ອງໃຫ້ເກີດຄວາມປາບປື້ມໃຈ ດີໃຈ ອົບອຸ່ນໃຈ ຄືພຣະສັງຄະເຈົ້າ.
- ຣວມທັງ 3 ປະການນີ້ ຮຽກວ່າ ຣັຕນະໄຕຣ ເຄື່ອງໃຫ້ເກີດຄວາມປາບປື້ມໃຈ ດີໃຈ ອົບອຸ່ນໃຈ, ເຫດໃດຈຶ່ງກ່າວວ່າ ເຄື່ອງໃຫ້ເກີດຄວາມປາບປື້ມໃຈ ດີໃຈ ອົບອຸ່ນໃຈ, ກໍເພາະວ່າບຸກຄົນໃດ ເຂົ້າເຖິງພຣະພຸດທະເຈົ້າ ພຣະທັມມະເຈົ້າ ແລະພຣະສັງຄະເຈົ້າ ຄືໄດ້ປະຕິບັດຕາມ ຫຼືຣະລຶກເຖິງຄຖນພຣະພຸດທະເຈົ້າ ພຣະທັມມະເຈົ້າ ແລະພຣະສັງຄະເຈົ້າຢູ່ສະເໝີແລ້ວ, ຈິດໃຈຂອງບຸກຄົນນັນຍ່ອມເບີກບານແຈ່ມໃສ (ຍັງມີຕໍ່)

Thursday, 29 September 2011

ຕ້ອງຮູ້ກັມໃຫ້ແຈ້ງ

ຕ້ອງຮູ້ຈັກກັມໃຫ້ແຈ້ງ
ທີ່ຈິງ ເຮົາຊິເຮັດຫຍັງ ທຳຫຍັງ ເຮົາຕ້ອງຮູ້ສິ່ງນັ້ນໃຫ້ຈະແຈ້ງ ຫາກເຮົາບໍ່ຮູ້ມັນ ສັກວ່າແຕ່ເຮັດແຕ່ບໍ່ຮູ້ ອັນນັນເຂົາຮຽກວ່າເຮັດດ້ວຍຄວາມ ງົມງວາຍ ສະນັ້ນເພື່ອຫຼີກເວັ້ນຄຳວ່າງົມງວາຍ ເຮົາຈຶ່ງມາຮູ້ຈັກກັມນຳກັນ ດັ່ງນີ້.
ກັມຄືອັນໃດ ? ສັດທັງຫຼາຍ ຍ່ອມສຳເຣັດການກະທຳ ໂດຍອາໄສທັມມະຊາດໃດ, ທັມມະຊາດເປັນເຫດໃຫ້ສຳເຣັດການກະທຳນັ້ນໆ ຊື່ວ່າ “ກັມມະ” ກັມມະ ກໍຄືກັມ ໝາຍເຖິງການກະທຳທີ່ປະກອບດ້ວຍຄວາມຕັ້ງໃຈ ຫຼືຈົງໃຈຈະທຳກັມນັ້ນໆ.
“ກັມ ຫຼືກັມມະ” ເປັນຄຳກາງໆ ທີ່ໃຊ້ປະກອບກັບຄຳອື່ນໆ ແລະສະແດງຄວາມໝາຍໄປຕາມຄຳນັ້ນໆ ເຊັ່ນ ກຸສົນກັມ ແປວ່າ ກັມດີ, ອະກຸສົນກັມ ແປວ່າ ກັມຊົ່ວ ເປັນຕົ້ນ.
ໃນສັກກະນິບາຕອັງຄຸຕຣະນິກາຍ ພຣະປາລີວ່າ “ດູກ່ອນ ພິກຂຸທັງ ຫຼາຍ ເຫດທີ່ບຸກຄົນທີ່ມີຄວມຕັ້ງໃຈ ເປັນເຄື່ອງກະຕຸ້ນແລ້ວ ກະທຳການ ງານນັ້ນສຳເຣັດລົງ ດ້ວຍກາຍກໍດີ ດ້ວຍວາຈາກໍດີ, ດ້ວຍໃຈກໍດີ ດ້ວຍເຫດນີ້ ຕະຖາຄົດ ຈຶ່ງກ່າວວ່າ ເຈຕະນາ ນີ້ເປັນກັມ”
ເຈຕະນາຫັງ ພິກຂາເວ ວະທາມິກັມມັງ”
ທາງແຫ່ງການກະທຳກັມ ຈຳແນກຕາມຄຸນນະພາບ ຫຼືຕາມທັມ ມະຊາດ ທີ່ເປັນມູນເຫດ ມີ ໒ ຢ່າງ ຄື:

໑. ກັມຝ່າຍບໍ່ດີ ຄື ກັມຊົ່ວ ຮຽກ ອະກຸສົນກັມ ຫຼືອະກຸສົນກັມມະ ບົດ.
໒. ກັມຝ່າຍດີ ຮຽກ ກຸສົນກັມ ຫຼືກຸສົນກັມມະບົດ,


ຄຳວ່າ ອະກຸສົນກັມມະບົດ ແຍກສັບໄດເ ຄື ອະ = ບໍ່, ກຸສົລ = ດີ, ສະຫຼາດ, ກັມ - ການກະທຳ, ບົຖ= ທາງ.
ຣວມກັນແລ້ວ ຮຽກວ່າ ທາງແຫ່ງການກະທຳຄວາມບໍ່ດີ, ຫຼື ທາງແຫ່ງການກະທຳໃນສິ່ງທີ່ບໍ່ສະຫຼາດ, ມີຢູ່ ໑໐ ຢ່າງ ເຊິງຝ່າຍດີມີຢູ່ ໑໐ ຢ່າງເຊັນກັນ ຮຽກວ່າ ກຸສົນກັມມະບົດ ໑໐ ໃນທີ່ນີ້ຈະກ່າວພຽງການກະ ທຳຝ່າຍຊົ່ວ ທີ່ຮຽກວ່າ ອະກສົນ ເຊິ່ງເປັນຕົ້ນເຫດທີ່ກໍ່ໃຫ້ເກີດຜົນຂອງ ກັມ ທີ່ຮຽກກັນຕິດປາກວ່າ ກັມເວນ ຫຼືເວນກັມ ຕາມຄວາມຮູ້ສຶກໂດຍທົ່ວ ໄປ ເມື່ອກ່າວພຽງວ່າກັມພຽງຄຳດຽວ ຄົນທັງຫຼາຍຈະໝາຍເຖິງຜົນແຫ່ງ ການກະທຳທີ່ອອກມາບໍ່ດີໂລດ ຂໍໃຫ້ສຶກສາດັ່ງຕໍ່ໄປນີ້.
ອະກຸສົນກັມມະບົດ ຄື ທາງແຫ່ງການກະທຳ ທີ່ບໍ່ສະຫຼາດ ຫຼືທຳ ຊົ່ວ ອັນເປັນການກະທຳກັມ ທີ່ເປັນຫົນທາງໄປສູ່ອະບາຍະພູມ ມີ ໑໐ ຢ່າງໄດ້ແກ່:
- ການກະທຳຊົ່ວທາງກາຍ ມີ ໓ ຢ່າງໄດ້ແກ່:
໑. ການຂ້າ
໒. ການລັກຊັບ.
໓. ການຜິດປະເວນີ.
- ການກະທຳຊົ່ວທາງຄຳເວົ້າ ມີ ໔ ຢ່າງ ໄດ້ແກ່
໔. ການຕົວະ.
໕. ການເວົ້າຊໍ່ສຽດ.
໖. ການເວົ້າຄຳຫຍາບ.
໗. ການເວົ້າເພີ້ເຈີ້ ເລື່ອນລອຍ.
- ການກະທຳຊົ່ວທາງໃຈ ມີ ໓ ຢ່າງ
໘. ເພັ່ງເລັ່ງຢາກໄດ້ຂອງຄົນອື່ນ.
໙. ຄິດປອງຮ້າຍຜູ້ອື່ນ.
໑໐. ມີຄວາມເຫັນຜິດ (ມິສາທິດຖີ).

Saturday, 24 September 2011

ສະຕິປັດຖານ ໔

ຊາວພຸທທີ່ຈະຄໍ້າຊູພຣະພຸດທະສາສະໜາໄດ້ຕ້ອງປະຕິບັດທັມ
ການປະຕິບັດນີ້ຖືວ່າເປັນສິ່ງສໍາຄັນຫຼາຍທີ່ຈະເຮັດໃຫ້ພຣະພຸທທະສາສະໜາ ມີຄວາມເຂັ້ມແຂງ ແລະ ເປັນສິ່ງທີ່ດີໃຫ້ແກ່ຜູ້ປະຕິບັດ ເພາະວ່າຜູ້ປະຕິບັດຈະຕ້ອງເປັນຜູ້ທີ່ມີຈິດໃຈສະຫງົບ.
ການປະຕິບັດຂັ້ນຕົ້ນໆຄື ພຣະພຸທທະເຈົ້າບອກວ່າໃຫ້ຮູ້ລົມຫາຍໃຈເຂົ້າອອກ ບໍ່ວ່າຈະເປັນໃນເວລານັ່ງ,ນອນ.ຢືນ,ເດີນ ຫຼືຈະທໍາກິດອັນໃດກໍແລ້ວແຕ່ ໃຫ້ຮູ້ລົມຫາຍຈິດ ມີສະຕິຕິດຕາມໄປ. ສິ່ງທີ່ສໍາຄັນຄືຮູ້ສະຕິປະຖານ ສີ່ ຄື ການພິຈາຣະນາກາຍເປັນເປັນອາຣົມ, ການພິຈາຣະນາເວທະນາເປັນອາຣົມ, ການພິຈາຣະນາໃຈເປັນອາຣົມ ແລະ ການພິຈາຣະນາທັມເປັນອາຣົມ.
ສະຕິປະຖານມີຄວາມໝາຍວ່າ ທັມເປັນທີ່ຕັ້ງຂອງສະຕິ ເປັນວິທີບໍາເພັນກັມມະຖານທີ່ອາໃສສະຕິ ພິຈາທີ່ຕັ້ງແຫ່ງອາຣົມ 4 ຢ່າງ ຄື ກາຍ ວທະນາ ຈິດ ທັມ.
1.ກາຍານຸປັສສະນາ ໝາຍເຖິງສະຕິທີ່ຕາມກໍານົດພິຈາຣະນາ ກາຍເປັນອາຣົມ ກາຍ ໃນທີ່ນີ້ ໄດ້ແກ່ສະຣີຣະກາຍທັງທີ່ມີຊີວິດແລະຕາຍແລ້ວ.ລົມຫາຍໃຈເຂົ້າອອກ,ອະຣິບົດ,ອະວັຍະວະ ແລະທາດ 4 ມີສະຕິ ກໍານົດພິຈາຣະນາ ຢູ່ໃນທີ່ກາຍຢ່າງໃດຢ່າງໜຶ່ງ ຈົນຈິດຕັ້ງໝັ້ນເປັນສະມາທິ ພິຈາຣະນາເບິ່ງຕໍ່ໄປຈົນປັນຍາເຫັນກາຍ ທັງກາຍພາຍໃນ ກາຍພາຍນອກ ທັງກໍາລັງເກີິດແລະກໍາລັງດັບ ທັງທີ່ສ່ວນທີ່ຖືກໃຈແລະບໍ່ຖືກໃຈ ຈົນຄາຍຄວາມຍຶດໝັ້ນຖືໝັ້ນໃນກາຍໄດ້ ມີສະຕິເຫັນແຈ້ງໃນກາຍວ່າ ກາຍນີ້ບໍ່ແມ່່ນສັດ ບຸກຄົນຕົວຕົນ ເຮົາ ເຂົາ.
2.ເວທະນານຸປັສສະນາ ໝາຍເຖິງ ສະຕິທີ່ຕາມກໍານົດພິຈາຣະນາເວທະນາເປັນອາຣົມ ເວທະນາ ໃນທີ່ນີີ້ໄດ້ແກ່ ຄວາມສຸກ, ຄວາມທຸກ,ຫຼືຄວາມບໍ່ສຸກບໍ່ທຸກ,ທີ່ເກີດຈາກຄວາມຖືກຕ້ອງກັນຂອງອາຍະຕະນະພາຍໃນແລະອາຍະຕະນະພາຍນອກ ມີສະຕິກໍານົດພິຈາຣະນາຢູ່ໃນເວທະນາຢ່າງໃດຢ່າງໜຶ່ງ ຈົນຈິດຕັ້ງໝັ້ນເປັນສະມາທິ ພິຈາຣະນາເບິ່ງຕໍ່ໄປຈົນປັນຍາເຫັນເວທະນາ ທັງພາຍໃນ ພາຍນອກ ທັງກໍາລັງເກີິດແລະກໍາລັງດັບ ທັງທີ່ສ່ວນທີ່ຖືກໃຈແລະບໍ່ຖືກໃຈ ຈົນຄາຍຄວາມຍຶດໝັ້ນຖືໝັ້ນໃນເວທະນາໄດ້ ມີສະຕິເຫັນແຈ້ງໃນເວທະນາວ່າ ເວທະນານີ້ບໍ່ແມ່່ນສັດ ບຸກຄົນຕົວຕົນ ເຮົາ ເຂົາ.
3.ຈິດຕານຸປັສສະນາ ໝາຍເຖິງ ສະຕິທີ່ຕາມກໍານົດພິຈາຣະນາຈິດເປັນອາຣົມ ຈິດ ໃນທີ່ນີ້ໄດ້ແກ່ ຕວາມຮູ້ສຶກນຶກຄິດ,ອາຣົມທີ່ເກີດຂຶ້ນ ມີສະຕິພິຈາຣະນາກໍານົດຈິດໃຫ້ຮູ້ອາຣົມ ຫຼືຄວາມຮູ້ສຶກທີ່ເກີດຂຶ້ນໃນເວລານັ້ນວ່າເປັນແນວໃດ ຈຈົນຈິດຕັ້ງໝັ້ນເປັນສະມາທິ ພິຈາຣະນາເບິ່ງຕໍ່ໄປຈົນປັນຍາເຫັນຈິດ ທັງພາຍໃນພາຍນອກ ທັງກໍາລັງເກີິດແລະກໍາລັງດັບ ທັງທີ່ສ່ວນທີ່ຖືກໃຈແລະບໍ່ຖືກໃຈ ຈົນຄາຍຄວາມຍຶດໝັ້ນຖືໝັ້ນໃນຈິດໄດ້ ມີສະຕິເຫັນແຈ້ງຈິດວ່າ ກາຍນີ້ບໍ່ແມ່່ນສັດ ບຸກຄົນຕົວຕົນ ເຮົາ ເຂົາ.
4,ທັມມານຸປັສສະນາ ໝາຍເຖິງ ສະຕິທີ່ຕາມກໍານົດພິຈາຣະນາທັມເປັນອາຣົມ ທັມ ໃນທີ່ນີ້ໄດ້ແກ່ ທັມທີ່ສາມາດກໍານົດຮູ້ດວ້ຍຈິດໄດ້ ທັຝທັມທີ່ເປັນກຸສົນແລະອະກຸສົນ ເຊັ່ນ ອະຣິຍະສັຈ 4. ຂັນ 5. ນິວອນ 5.ອາຍະຕະນະ 12 ເປັນຕົົ້ນ ມີສະຕິພິຈາຣະນາກໍານົດທັມຢ່າງໃດຢ່າງໜຶ່ງຈົນຈິດຕັ້ງໝັ້ນເປັນສະມາທິ ພິຈາຣະນາເບິ່ງຕໍ່ໄປຈົນປັນຍາເຫັນທັມ ທັງພາຍໃນພາຍນອກ ທັງກໍາລັງເກີິດແລະກໍາລັງດັບ ທັງທີ່ສ່ວນທີ່ຖືກໃຈແລະບໍ່ຖືກໃຈ ຈົນຄາຍຄວາມຍຶດໝັ້ນຖືໝັ້ນໃນທັມໄດ້ ມີສະຕິເຫັນແຈ້ງໃນທັມວ່າ ທັມນີ້ບໍ່ແມ່່ນສັດ ບຸກຄົນຕົວຕົນ ເຮົາ ເຂົາ.
ຜູ້ຈະເຣີນສະຕິປະຖານໃຫ້ໄດຜົນ ຕ້ອງປະກອບດ້ວຍຄຸນສົມບັດ 3 ຢ່າງ ຄື ອາຕາປີ ມີີຄວາມພຽນເປັນເຄື່ອງເຜົາຜານກິເລສ ສັມປຊາໂນ ກໍານົດຮູ້ຢູ່ສະເໝີ ສຕິມາ ມີສະຕິຣະນຶກຮູ້ທຸກຂະນະຈິດ.

ເຊື່ອພຸດທະສາສນາງົມງວາຍ......ຈິງບໍ ?

ຫາກເຮົາສຶກສາເບິ່ງປະຫວັດຂອງພຣະພຸດທະເຈົ້າແລ້ວ ພຣະພຸດທະເຈົ້າເປັນສາດສະດາເອກ ຂອງ ໂລກ, ຄວາມຮູ້ທີ່ພຣະພຸດທະເຈົ້າຄົ້ນພົບ ລ້ວນແຕ່ເປັນຍອດແຫ່ງວິຊາການທັງມວນ, ຄວາມຮູ້ຂອງພຣະ ພຸດທະອົງ ຈຶ່ງຖືກຮຽກວ່າ “ສັບພັນຍຸດຕະຍານ”, ພຣະອົງເອງກໍຖືກຮຽກວ່າ “ອໍຣະຫັນຕະສັມມາສັມພຸດທະ ເຈົ້າ”.
ຄຳວ່າ “ພຣະພຸດທະສາສນາ” ເມື່ອແປຕາມຮູບສັບທີ່ແຍກອອກມາແລ້ວ ຈະເຫັນວ່າ “ພຣະ” ແປວ່າ “ປະເສີດ” “ພຸດທະ” ແປວ່າ “ທ່ານຜູ້ຮູ້”, ຄຳວ່າ “ສາສນາ” ແປວ່າ “ຄຳສອນ” ເມື່ອສັງລວມສັບເຂົ້າກັນແລ້ວ ຈຶ່ງແປວ່າ “ຄຳສອນທີ່ປະເສີດຂອງທ່ານຜູ້ຮູ້”, ໝາຍວ່າ “ສາສນາ” ເປັນຄຳສອນຂອງທ່ານຜູ້ຮູ້ທີ່ປະເສີດ, ເມື່ອພຸດທະສາສນາ ເປັນຄຳສອນຂອງທ່ານຜູ້ປະເສີດແລ້ວ, ເຮົາມາສຶກສາເບິ່ງວ່າ ອັນໃດເປັນຄຳສອນຂອງ ທ່ານຜູ້ປະເສີດນັ້ນ, ຄຳສອນ ກໍຄືຫຼັກທັມຂອງພຣະພຸດທະເຈົ້າ ທີ່ພຣະອົງຊົງສອນນັ້ນເອງ.
ຫຼັກທັມທີ່ພຣະພຸດທະອົງຊົງສອນນັ້ນ ມີອັນໃດ, ຄຳສອນທີ່ຄວນແກ່ການສຶກສາຄື ຫຼັກທັມທີ່ມີມາໃນພຣະ ໄຕປິດົກນັ້ນເອງ.
ພຣະໄຕປິດົກໝາຍເຖິງອັນໃດ ມີຫຍັງແນ່, ພຣະໄຕປິດົກ ຄືກະຕ່າທີ່ຮອງຮັບຫຼືບັນຈຸ ຄຳສອນຂອງພຣະ ພຸດທະອົງໄວ້ ບໍ່ໃຫ້ເສັຍຫາຍ ຫຼືຕົກຫຼົ່ນໄປ, ມີຢຸ່ ໓ ຄຳພີ ຫຼືປິດົກໃຫຍ່ ຄື “ພຣະວິໄນປິດົກ, ພຣະສຸດຕັນຕະປິດົກ, ແລະພຣະອະພິທັມມະປິດົກ”.
ພຣະວິໄນປິດົກ ໝາຍຄວາມວ່າ ກ່ຽວກັບຂໍ້ປະພຶດປະຕິບັດ ຣະບຽບການຕ່າງໆ ເພື່ອປະຕິບັດພຣົມມະ ຈັນຂັ້ນສູງ ຂອງຜູ້ປະຕິບັດທັມ.
ພຣະສູດຕັນຕະປິດົກ ໝາຍຄວາມວ່າ ກ່ຽວກັບຫຼັກທັມທີ່ພຣະພຸດທະອົງຊົງສະແດງແກ່ບຸກຄົນຕ່າງໆ ໃນສະຖານທີ່ຕ່າງໆ , ຊົງອະທິບາຍແກ້ໄຂ ຍົກເຣື່ອງລາວ ແລະເຫດການຕ່າງໆ ມາສົມທຽບປຽບເປີຍ ແລະ ອະທິບາຍໃຫ້ແກ່ຜູ້ຟັງໄດ້ເຂົ້າໃຈ ແລະປະຕິບັດຕາມ ສັ້ນກະມີ, ຍາວກະມີ.
ພຣະອະພິທັມມະປິດົກ ໝາຍຄວາມວ່າ ການກ່າວເຖິງສະພາວະທັມ(ສະພາບທັມ) ພ້ອມທັງເຫດ ແລະ ຜົນຂອງທັມທັງປວງ.
ພຣະໄຕປິດົກນີ້ ເປັນຄຳສອນຂອງພຣະພຸດທະເຈົ້າ ເຊິ່ງເຮົາຮຽກວ່າ “ພຣະພຸດສາສນາ” ທີ່ພຣະພຸດ ທະອົງມອບໄວ້ ເປັນສົມບັດຂອງຊາວພຸດ, ຊາວພຸດແມ່ນໃຜ ? ຊາວພຸດກໍຄື “ພຸດທະບໍຣິສັດ ໔” ອັນໄດ້ແກ່, ພິກຂຸ, ພິກຂຸນີ, ອຸປາສົກ, ອຸປາສິກາ.
ພິກຂຸ ແລະພິກຂຸນີ ແມ່ນພຣະພິກຂຸສົງ ແລະພິກຂຸນີສົງ(ພຣະຜູ້ຊາຍ-ພຣະຜູ້ຍິງ) ມີໜ້າທີ່ເປັນຜູ້ສຶກສາ ແລະປະຕິບັນທັຈົນສຳເຣັດແລ້ວນຳມາສອນ ແກ່ອຸປະສົກ ອຸປາສິກາ(ຜູ້ສັດທາ ແລະປະຕິບັດຕາມທັມ ທີ່ພຣະ ພິກຂຸ ແລະພິກຂຸນີນຳມາສອນ ແລ້ວຊ່ວຍອຸປະຖັມຄຳຊູພຣະພຸດທະສາສນານັ້ນ.
ໜ້າທີ່ຂອງພຸດທະບໍຣິສັດຈະນ້ອມນຳມາຢືດຖືນັ້ນ ກໍຄື ພຣະພຸດ, ພຣະທັມ ແລະພຣະສົງ ເປັນສະຣະ ນະທີ່ເພິ່ງ ທີ່ລະນຶກຂອງຊາວພຸດ, ຮຽກວ່າ “ຣັດຕະນະໄຕ”.
ຫາກຊາວພຸດທ່ານໃດ ເຊື່ອຖືຕາມນີ້ ຊື່ວ່າຊາວພຸດໂດຍແທ້, ຫາກຄົນໃດຮຽກຕົນເອງວ່າຊາວພຸດ ແຕ່ບໍ່ນັບຖືປະຕິບັດຕາມນີ້ ຮຽກວ່າ “ເປັນຊາວພຸດເປືອກນອກ” ບໍ່ແມ່ນຊາວພຸດໂດຍແທ້, ຫາກຊາວພຸດທ່ານ ໃດໄປເຊື່ອ ຫຼືນ້ອມນຳເອົາສິ່ງອື່ນມາເປັນສະຣະນະທີ່ເພິ່ງ “ຊື່ວ່າເປັນຊາວພຸດທີ່ເຊື່ອຖືງົມງວາຍ.
ເພາະຄຳວ່າ “ຊາວພຸດ” ເຊິ່ງເປັນ “ຄົນຜູ້ຮູ້, ຜູ້ຕື່ນ, ຜູ້ເບີກບານ ຫາກຊາວພຸດຍັງບໍ່ຣູ້ວ່າ ຕົນເປັນຜູ້ຮູ້ ຍັງເຊື່ອຖືຕາມຮີດ ຕາມປະເພນີ ຫຼືເຊື່ອຖືຕາມສິ່ງທີ່ອະທິບາຍເຫດ ແລະຜົນບໍ່ໄດ້ ກໍເປັນຊາວພຸດທີ່ງົມງວາຍ, ຄຳສອນຂອງພຣະພຸດທະສາສນາ ບໍ່ໄດ້ສອນໃຫ້ເຊື່ອຖືງົມງວາຍເລີຍ, ຄຳສອນຂອງພຣະພຸດທະສາສນາ ສອນໃຫ້ຄົນເຊື່ອໃນເຫດ ແລະຜົນ ເຊື່ອໃນສິ່ງທີ່ປະຕິບັດແລ້ວໃຫ້ຜົນເປັນສຸກໂດຍສ່ວນດຽວໃນໂລກນີ້ ແລະໂລກໜ້າ ທ່ານທັງຫຼາຍຈົ່ງຕັດສິນໃຈວ່າ “ທ່ານຈະເປັນຊາວພຸດທີ່ປະເສີດ ຫຼືຊາວພຸດທີ່ງົມງວາຍໃຫ້ທ່ານ ເລືອກເອົາເອງ".

ພຣະພຸດທະເຈົ້າ ໕ ພຣະອົງ

ພຣະພຸດທະເຈົ້າ ໕ ພຣະອົງທີ່ອຸບັດຂຶ້ນໃນພັດທະກັປນີ້
ຄຳວ່າ “ກັປ” ໝາຍເຖິງໄລຍະເວລາທີ່ຍາວນານເຫຼືອເກີນກວ່າທີ່ຈະກຳນົດວ່າ ໂລກ ຄືຈັກກະວານ ໄດ້ໝູນໄປຈົນເຖິງ ຈຸດຈົຍ “ມະໄລກັນໄປຄັ້ງໜຶ່ງ” ຄືກຳນົດອາຍຸຂອງໂລກ ທ່ານໃຫ້ເຂົ້າໃຈດ້ວຍອຸປະມາຕາມການອະທິບາຍໄວ້ ໒ ທັດສະນະ ດັ່ງນີ້ຄື:
໑. ປຽບເໝືອນພູເຂົາສີລາລ້ວນສູງ, ກວ້າງ ແລະ ຍາວ ຂ້າງລະ ໑ ໂຍຊະນະ “ປະມານ ໑໖ ກິໂລແມັດ” ທຸກໆ ໑໐໐ ປີ ມີນາງຟ້ານຳເອົາຜ້າເນື້ອລະອຽດອ່ອນຢ່າງດີມາປັດລູບພຽງຄັ້ງໜຶ່ງ ຈົນພູເຂົານັ້ນຫ້ຽນລົງຈົນຮາບພຽງກ້ຽງລົງເທົ່າກັບພື້ນດິນ ກັບໜຶ່ງຍາວກວ່ານັ້ນ.
໒. ຄວາມໝາຍທີສຶງນີ້ ກໍມີທ່ານຜູ້ຮູ້ອະທິບາຍໄວ້ໃນລັກສະນະທີ່ຄ້າຍກັນຄື ມີຂຸມອັນເລີກ ກວ້າງທັງ ໔ ດ້ານ, ດ້ານລະ ໑ ໂຍຊະນະ ທຸກຮ້ອຍປີໃດ ເທວະດານຳເອົາເມັດງາມາຖິ້ມລົງ ໑ ເມັດ ຈົນວ່າເມັດງານັ້ນເຕັມຂຸມຈຶ່ງຊື່ວ່າກັບໜຶ່ງ.
ກັບ ໑ ເມື່ອເບິ່ງຕາມທັສນະທັງສອງແລ້ວ ໝາຍຄວາມວ່າຫາປະມານບໍ່ໄດ້ ໃນກັບໜຶ່ງຍາວດັ່ງທີ່ສົມທຽບ “ພັດທະ ກັບ” ຫຼື “ພັດທະຣະກັບ” ແປວ່າກັປຈະເຣີນ ພັດທະກັບນີ້ກໍຍິ່ງຍາວກວ່າ ນັ້ນຫາປະມານບໍ່ໄດ້ ສຳລັບໃນພັດທະກັບນີ້ຈະມີ ພຣະພຸດທະເຈົ້າມາອຸບັດຂຶ້ນເຖິງ ໕ ພຣະອົງ ຄື:
໑. ພຣະກຸກກຸສັນໂທ.
໒. ພຣະໂກນາຄະມະໂນ.
໓. ພຣະກັສສະໂປ.
໔. ພຣະໂຄຕະໂມ(ໂຄຕະມະ ພຸດທະອົງເຈົ້າປັດຈຸບັນ)
໕. ພຣະສີອະຣິຍະເມຕໄຕຣຍ໌.
ໃນພັດທະກັບນີ້ ຈັກມີພຣະພຸດທະເຈົ້າມາອຸບັດຂຶ້ນອີກໃນອະນາຄົດອົງໜຶາງ ພຣະນາມວ່າ “ພຣະສີອະຣິຍະເມດ ໄຕຣຍ໌” ເມື່ອສິ້ນສາສນາຂອງພຣະສີອະຣິຍະເມດໄຕຣຍ໌ພຸດທະເຈົ້າແລ້ວ ໂລກກໍເິງການອາວະສານ ແລະ ກໍສິ້ນສຸດພັດທະກັບນີ້ ແລ້ວຈຶ່ງຕັ້ງພັດທະກັບໃໝ່ອີກ.
ບົດນະມັສສະການພຣະພຸດທະເຈົ້າ ໕ ພຣະອົງວ່າ “ນະໂມ ພຸດທາຍະ” ແປຕາມສັບວ່າ “ຂໍນອບນ້ອມແດ່ພຣະພຸດ ທະເຈົ້າ” ເປັນຄຳກາງໆ ແຕ່ກໍນັບຖືກັນວ່າເປັນບົດໄຫວ້ພຣະພຸດທະເຈົ້ າ ໕ ປຣະອົງ ຄົງຈະເປັນເພາະມີອັກສອນນັບໄດ້ ໕ ອັກ ສອນ ແລະ ພຣະພຸດທະເຈົ້າ ໕ ພຣະອົງນັ້ນ ກໍໝາຍເຖິງ ພຣະພຸດທະເຈົ້າທີ່ອຸບັດຂຶ້ນແລ້ວໃນໂລກນີ້ ໔ ພຣະອົງ ແລະ ຈະມາ ອຸບັດຂຶ້ນອີກໃນການອະນາຄົດອີກ ໑ ພຣະອົງໃນພັດທະກັບນີ້ນັ້ນເອງ.

- ພຸດທະສາສນາ


- ພຸດທະສາສນາເປັນຄຳສັ່ງສອນ ຂອງອົງສົມເດັດພຣະສັມມາສັມພຸດທະເຈົ້າ ຜູ້ຊົງເປັນພຣະອໍຣະຫັນ ຕັສຮູ້ຊອບໂດຍພຣະອົງເອງ ເຖິງພ້ອມດ້ວຍ ວິຊຊາແລະຈາຣະນະ ສະເດັດໄປດີແລ້ວ ຊົງເປັນເປັນຜູ້ຮູ້ແຈ້ງໂລກ ເປັນສາຣະຖີ ຝືກບູຣຸດທີ່ຄວນຝືກ ບໍ່ມີຜູ້ອື່ນຍິ່ງກວ່າ ເປັນສາສດາເອກຂອງມະນຸດ ແລະເທວະດາທັງຫຼາຍ ເປັນຜູ້ເບີກບານແລ້ວ ເປັນຜູ້ຈຳແນກແຈກທັມ.
- ການປະພຶດ ການປະຕິບັດຕາມ ໂດຍຄວາມນອບນ້ອມ ຄືປະຕິບັດທັມ ປະຕິບັດຕາມຄຳສ່ັງສອນຂອງພຣະອົງດ້ວຍຄວາມເຄົາຣົບ ດ້ວຍຄວາມຮູ້ ດ້ວຍຄວາມເຂົ້າໃຈ ທີ່ຖືກຕ້ອງແທ້ຈິງ ຍ່ອມນຳມາເຊິ່ງປະໂຫຍດອັນແທ້ຈິງ ຫຼວງຫຼາຍແກ່ຜູ້ນັ້ນ ແລະຜູ້ກ່ຽວຂ້ອງ.
- ບຸກຄົນທີ່ປະຕິບັດຕາມ ຈຶ່ງຊື່ວ່າ ພຸດທະສາສນິກກະຊົນ ຫຼືພຸດທະບໍຣິສັດ ໔ ເຫຼົ່າ ອັນໄດ້ແກ່
໑. ພິກຂຸ : ພຣະຜູ້ຊາຍ
໒. ພິກຂຸນີ້: ພຣະຜູ້ຍິງ
໓. ອຸປາສົກ: ພໍ່ອອກ (ຜູ້ຊາຍທີ່ນ້ອມເອົາພຣະຣັດຕະນະໄຕເປັນສາຣະນະທີ່ເພິ່ງ)
໔. ອຸປາສິກາ: ແມ່ອອກ (ຜູ້ຍິງທີ່ນ້ອມເອົາພຣະຣັດຕະນະໄຕເປັນສາຣະນະທີ່ເພິ່ງ)

ປິດສະໜາຈາກພຣະສຸກ, ພຣະເສີມ, ພຣະໃສ

ອາຣັມພະບົດ
- ພຣະສຸກ ພຣະເສີມ ແລະພຣະໃສນັ້ນ ຕາມປະວັດທີ່ພໍສຶກສາໄດ້ນັ້ນ ແມ່ນເຮົາໄດ້ພົບຂໍ້ມູນທາງຝ່າຍໄທຍ໌ ເປັນສ່ວນຫຼາຍ, ສຳລັບຂໍ້ມູນທາງຝ່າຍລາວນັ້ນ ເຮົາຍັງບໍ່ທັນພົບເລີຍ ແຕ່ຢ່າງໃດກໍຕາມ ອິງຕາມຄວາມເປັນຈິງແລ້ວ ມັນກໍບໍ່ເປັນເຣື່ອງແປກຫຍັງເລີຍກ່ຽວກັບບັນຫານີ້ ເນື່ອງຈາກບ້ານເມືອງລາວຊາວລ້ານຊ້າງ ໄດ້ຖືກທັບມ້າງໂດຍຂ້າເສີກສັດຕູໝູ່ມານ ນອກປະເທດ ມັນກໍເປັນເຣື່ອງຈິງຢູ່ເອງ ທີ່ຫຼັກຖານຕ່າງໆ ນ້ອງຕົກເຮັຍເສັຍຫາຍເປັນທຳມະດາ, ການການທີ່ເຮົາບໍ່ມີຫຼັກຖານອ້າງອິງ ຫຼືຄວາມເປັນຈິງກຽວກັບພຣະພຸດທະຮູບທັງ ໓ ອົງນີ້ກໍຕາມ ກໍບໍ່ໄດ້ໝາຍວ່າເຮົາຈະລົບລ້າງຄວາມເປັນຈິງຂອງຄວາມເປັນເຈົ້າຂອງໆພຣະພຸດທະຮູບທັງ ໓ ອົງນັ້ນລົງໄດ້, ເນື່ອງຈາກ ຄວາມເປັນຈິງແຫ່ງປວັດສາດນັ້ນ ຜສົມກັບ ເຫດການທາງການເມືອງ ການປົກຄອງລາວໃນໄລຍະກ່ອນນັ້ນ ມັນກໍບົ່ງບອກ ຜສົມກັບພຸດທະລັກສະນະຂອງພຣະພຸດທະຮູບນັ້ນໄດ້ມີຫຼັກຖານຈະແຈ້ງຢູ່ໃນຕົວແລ້ວ.
- ພຣະພຸດທະຮູບທັງ ໓ ອົງນີ້ ນອກຈາກບົ່ງບອກເຖິງຄວາມເປັນຈິງແລ້ວ ຍັງໄດ້ບອກເຖິງປວັດສາດ ຕລອດທັງປິດສະໜາຫຼາຍຢ່າງ ໂດຍສະເພາະແມ່ນ ທີ່ປະດິດສະຖານພຣະ ພຸດທະຮູບທັງ ໓ ອົງນັ້ນ ມັນຍ່ອມເຮັດໃຫ້ເຮົາໄດ້ສຶກສາ ຕີຣາຄາຄວາມໝາຍ ແລະຄວາມສຳຄັນຂອງພຣະທັງ ໓ ອົງນີ້ໄດ້ຢ່າງໜ້າງຶດງໍ້ອັດສະຈັນໃຈ.

ພຣະເສີມ ທີ່ປະດີດສະຖານຢູ່ວັດປະທຸມວະນາຣາມ
ປະຫວັດໂດຍສັງເຂບ
- ພຣະພຸດທະຮູບສີລະປະລ້ານຊ້າງທັງ ໓ ອົງນີ້ ປັດຈຸບັນພຣະ ໒ ອົງໃດພັດຖິ່ນໄປປະດິດສະຖານຢູ່ໃນດິນແດນທີ່ຮຽກວ່າສຍາມ ໒ ອົງ ແຕ່ອົງນຶ່ງໄດ້ຈົ່ມດິ່ງຢູ່ກາງແມ່ນຳ້ຂອງ ຢ່າງໜ້າສົງສານ.
- ພຣະສຸກ ພຣະເສີມ ພຣະໃສ ນັ້ນມີຄວາມເປັນມາໜ້າສຶກສາ ເປັນຕຳນານທີ່ກ່ຽວພັນກັບປວັດສາດຊາດລາວ, ພຣະທັງ ໓ ອົງນີ້ໄດ້ຫຼໍ່ຂຶ້ນດ້ວທອງສີສຸກ (ໂລຫາສຳຣິດທີ່ມີ ທອງຄຳຜະສົມຈຳນວນຫຼາຍ)ໄດ້ທຳການສ້າງຂຶ້ນເມື່ອ ພ.ສ ໒໑໐໙,(໑), ການທີ່ມີນາມວ່າ ພຣະສຸກ ພຣະເສີມ ພຣະໄສນີ້ ຕາມຕຳນານວ່າ ຣາຊະທິດາ ທັງ ໓ ຂອງ ຊອງພຣະບາດສົມເດັດພຣະເຈົ້າໄຊຍະເຊດຖາທິຣາດ ກະສັດຜູ້ສະຖາປານາພຣະຣາຊະອານາຈັກລ້ານຊ້າງ ຈັນທະບູຣີຣາຊະທານີ, ເຊິ່ງເປັນພີ່ນ້ອງຮ່ວມອຸທອນດຽວ ກັນ ຊົງພຣະນາມວ່າ ພຣະຣາຊະທິດາເສີມ, ພຣະຣາຊະທິດາສຸກ ແລະພຣະຣາຊະທິດາໃສ ເຊິ່ງໄດ້ໂຜດໃຫ້ນາຍຊ່າງຫໍ່ຼພຣະພຸດທະຮູບປະຈຳພຣະຊົນນະວານພຣະອົງ, ເພື່ອ ເປັນສີຣິມຸງຄຸນ ມີຂະໜາດລົດລັ່ນກັນຕາມລຳດັບ.
- ໃນພຣະຣາຊະພິທີການຫຼໍ່ພຣະພຸດທະຮູບທັງ ໓ ອົງນັ້ນ, ປວັດກ່າວວ່າ ພຣະພິກຂຸ ແລະຄະຣາວາດ ໄດ້ຊ່ວຍກັນທຳການສູບເຕົາຫຼອມທອງຢູ່ຕະຫຼອດ ໗ ວັນ ແຕ່ທອງ ນັ້ນ ຍັງບໍ່ສະຫຼາຍ ພໍເຖິງວັນທີ ໘ ມີພຽງພຣະພິກຂຸຜູ້ສູງອາຍຸອົງດຽວ ກັບສາມະເນນອົງໜຶ່ງສູບເຕົາຢູ່ ກໍປາກົດມີຕາຜ້າຂາວຄົນໜຶ່ງມາຂໍອາສາສູບເຕົາແທນພຣະພິກຂຸເຖົ້າ ແລະສາມະເນນນ້ອຍນັ້ນນ ແຕ່ວ່າວັນນັ້ນຍາດໂຍມ ແລະຄົນທີ່ໄປຮ່ວມງານຫຼໍ່ກັບເຫັນຄົນຈຳນວນຫຼາຍຊ່ວຍກັນສູບເຕົາຫຼອມທອງຢູ່,
- ເມື່ອພຣະພິກຂຸ ສາມະເນນສັນເພນສຳເຣັດຮຽບຮ້ອຍແລ້ວ ກໍພາກັນໄປສູບເຕົາຕໍ່ ປາກົດວ້າໄດ້ມີຜູ້ເທທອງລົງເບົ້າທັງ ໓ ສຳເຣັດຮຽບຮ້ອຍແລ້ວ ແຕ່ບໍ່ເຫັນຕາຜ້າຂາວຢູ່ເລີຍ ການຫຼໍ່ພຣະທັງ ໓ ອົງກໍສຳເຣັດລົງດ້ວນຄວາມອັດສະຈັນ, ພຣະຣາຊະທິດາທັງ ໓ ຕ່າງກໍພຣະຣາຊະທານນາມຕາມພຣະນາມຂອງຕົນເປັນນາມພຣະພຸດທະຮູບ ໄດ້ແກ່ພຣະເສີມ ເປັນພຣະພຸດຮູບປະຈຳພຣະຣາຊະທິດາອົງເອື້ອຍກົກ, ພຣະສຸກເປັນພຣະພຸດທະຮູບປະຈຳຣາຊະທິດາອົງຮອງ ແລະພຣະໃສ ເປັນພຣະພຸດທະຮູບປະຈຳພຣະຣາຊະທິດາອົງນ້ອງ ສຸດ.
- ສົມເດັດກົມ ພຣະຍາດຳຣົງຣາຊານຸພາບ ນັກປະຫວັດສາດຜູ້ມີຊື່ສຽງຂອງໄທຍ໌ ໄດ້ຊົງລົງຄວາມເຫັນກ່ຽວກັບພຣະພຸດທະຮຸບທັງ ໓ ອົງນີ້ໄວ້ວ່າ "ເປັນພຣະພຸດທະຮູບລາວ ສີລະປະລ້ານຊ້າງ ທີ່ງົດງາມຍິ່ງກວ່າພຣະພຸດທະຮູບອົງອື່ນ ແລະຊົງສັນນິດຖານເຣື່ອງການສ້າງໄວ້ ໒ ປະເດັນ ຄື ອາດເປັນພຣະພຸດຮູບຈາກເມືອງໃດເມືອງໜຶ່ງທາງຕາເວັນອອກ ຂອງຣາຊະອານາຈັກລ້ານຊ້າງ ແລະຕໍ່ມາຕົກຢູ່ໃນເຂດລ້ານຊ້າງ ຫຼືອາດສ້າງຂຶ້ນໃນເຂດລ້ານຊ້າງໂດຍຜີມືນາຍຊ່າງລາວພຸງຂາວ".
- ໃນສະໄໝຂອງພຣະບາດສົມເດັດພຣະນັ່ງເກົ້າ ຣາຊະການທີ ໓ ຄັ້ງນັ້ນ, ພຣະຣາຊະອານາຈັກລ້າຊ້າງ ໄດ້ຖືກຮຸກຮານໂດຍສຍາມ ໃນສະໄໝພຣະເຈົ້າອະນຸວົງ, ຄັ້ງນັ້ນພຣະ ເຈົ້າອະນຸວົງ ໄດ້ເລັງເຫັນຄວາມເດືອດຮ້ອນຂອງປະຊາຊົນຊາວລ້ານຊ້າງ ທາງຝັ່ງຂວາແມ່ນຳ້ຂອງ ທີ່ໄດ້ຖືກຂົ່ມເຫງດ້ວຍການເກັບເກນພາສີເກີນອັດຕາ, ການສັກເລກ ແລະ ອື່ນໆ ຈາກເຈົ້າເມືອງຈັນ ເຊິ່ງເປັນເຈົ້າເມືອງກາງ(ໂຄຣາດ) ທີ່ເກັບເກນສ່ວຍສົ່ງກຸງເທບ, ພຣະເຈົ້າອະນຸວົງ ຈຶ່ງໄດ້ທຳການປາບປາມ ພຣະຍາມເມືອງຈັນນັ້ນ ບໍ່ໃຫ້ກຳເລີບ ເສີມສານ ຈຶ່ງໄດ້ຍົກກອງທັບໄປຮົບ ແຕ່ທາງພຣະນັ່ງເກົ້າ ຣັດຊະການທີ່ ໓ ຄິດວ່າພຣະເຈົ້າອະນຸວົງ ຈະເປັນຂະບົດ ຈຶ່ງໃຫ້ສົມເດັດບໍວອນຣາຊະເຈົ້າມະຫາສັກດີພົນເສພ ເປັນແມ່ ທັບໄປຕີຂະນາບ ພຣະເຈົ້າອະນຸວົງຊົງເຫັນວ່າ ພຣະອົງພົບກັບເສີດສອງດ້ານ ຈຶ່ງຖອຍທັບກັບວຽງຈັນ ເຈົ້າພຣະຍາສົມເດັດບໍວອນຣາຊະເຈົ້າມະຫາສັກດີພົນເສພ ເຫັນວ່າພຣະເຈົ້າອະນຸວົງ ຖອຍທັບກັບວຽງຈັນ ກໍຖືໂອກາດອ້າງສິດນັ້ນຍົກທັບຕາມເພື່ອປາບປາມ ເປົ້າໝາຍຫຼັກແມ່ນຖືໂອກາດຢືດຄອງວຽງຈັນສາເລີຍ ຈຶ່ງມາຕັ້ງຄ້າຍທີ່ ເມືອງພັນພ້າວ ທະຫານສຍາມໄດ້ທຳການອ້ອມນະຄອນວຽງຈັນໄດ້ດ້ານດຽວ ຄືຢືດເມືອງພັນພ້າວອັນເປັນເມືອງທ່າດ້ານຕາເວັນຕົກຂອງລາວໄດ້ ປິດລ້ອມເມືອງວຽງຈັນໄວ້ ນານເຖິງ ໙ ເດືອນ ແຕ່ເຂົ້າຕີວຽງຈັນບໍ່ໄດ້ ທະຫານສຍາມໄດ້ທຳທຸກວິທີທາງເພື່ອຢຶດນະຄອນວຽງຈັນໃຫ້ສຳເຣັດ ເຂົາໄດ້ຕັກຄໍຊາວໜອງຄາຍ ມາຈ່າວຂາຍໃຫ້ຊາວວຽງຈັນ ເຮັດໃຫ້ປະຊາຊົນຕົກອົກຕົກໃຈ ແລະແຕກໜີຊະລຸພຸພ່າຍ, ໃນທີ່ສຸດສະບຽງໃນນະຄອນວຽງຈັນຂາດລົງ ພຣະເຈົ້າສີຣິບຸນຍະສານ ກໍອອກຈາກເມືອງໄປທາງແມ່ນຳ້ງື່ມ ເພື່ອຈະໄປຍັງຫວຽດນາມ ເພື່ອຂໍໃຫ້ຫວຽດນາມເຂົ້າມາຊ່ວຍ ຕາມສັນຍາພັນທະມິດ, ເຈົ້າຣາຊະວົງຜູ້ຮັກສາດ່ານທິດຕາເວັນອອກສ້ຽງໃຕ້(໒)ເຫັນວ່າພຣະຣາຊະບິດາສະເດັດໜີ ແລະຄິດວ່າການສົງຄາມນັ້ນ ເມື່ອຍອມແລ້ວ ກໍຈະບໍ່ມີການທຳຮ້າຍ ຈຶ່ງເປີດປະຕູເມືອງໃຫ້ສຍາມເຂົ້າເມືອງ ແຕ່ເມື່ອສຍາມເຂົ້າເມືອງໄດ້ແລ້ວ ກໍທຳການຈູດ ເລົາເຜົາຜານ ແລະຈັບເອົາເຊຶ້ອພຣະວົງເປັນຕົວປະກັນໝົດ.
- ໃນຂະນະນັ້ນ ປະຊາຊົນໄດ້ເຫັນໄພຕໍ່ຊາດຕໍ່ສາສນາ ຈຶ່ງໄດ້ນຳເອົາພຣະພຸດທະຮູບຫຼາຍອົງໄດ້ຊຸກເຊື່ອງໄວ້ຕາມຖຳ້ພູຄູຫາ ທາງພູເຂົາຄວາຍ ເທົ່າທີ່ປາກົດມີ ພຣະພຸດທະຮູບ ດັ່ງນີ້ຄື ພຣະແຊກຄຳ, ພຣະສັນສະມໍ, ພຣະສຸກ, ພຣະເສີມ, ພຣະໃສ, ພຣະແກ່ນຈັນ, ພຣະເງິນຫຼໍ່, ພຣະເງິນບຸ, ພຣະສົງນຳ້, ໄປປະດິດສະຖານໄວ້ທີ່ເມືອງວຽງຄຳ ເມື່ອສະຍາມຮູ້ຂ່າວເຊັ່ນນັ້ນສຍາມກໍໄດ້ ໄປຕາມເອົາພຣະພຸດທະຮູບເຫຼົ່ານັ້ນໄປໄວ້ທີ່ເມືອງພັນພ້າວ ແລະໄດ້ສ້າງພຣະເຈດີເພື່ອບັນທຶກພຣະນາມຊືວ່າພຣະເຈດີປາບວຽງ ຕໍ່ມາພຣະເຈົ້າສີຣິບຸນຍະສານ ຮູ້ຊົງຊາບຂ່າວວ່າວຽງຈັນຖືກເຜົາຜານ ຈຶ່ງໄດ້ລີ້ຊ່ອນຢູ່ຕາມປ່າເຂົາ ທາງຕເວັນອອກຂອງວຽງຈັນ ທຳການສົງຄາມກອງຫຼອນດັກໂຈມຕີກອງທັບ ສຍາມຫຼາຍຄັ້ງຈາກວຽງຈັນ.
- ຫຼັງຈາກພຣະເຈົ້າອະນຸວົງ ໄດ້ກັບມາຄອງນະຄອນວຽງຈັນ ພຣະອົງໄດ້ທຳການຮື້ພຣະເຈດີນັ້ນ ແລ້ວເອົາພຣະພຸດທະຮູບທັງໝົດກັບວຽງຈັນ ຕໍ່ມາທະຫາສຍາມໄດ້ເຂົ້າຍຶດພັນ ພ້າວ ແລະທຳລາຍວຽງຈັນ ທຳລາຍກຳແພງເມືອງ ປ້ອມ ແລະຫໍຄຳ ຈົນກາຍເປັນເຖົ່າຖານຈົນບໍ່ເຫຼືອຮ່ອງຮອຍຄວາມຈະເລີນ ແຫ່ງອະດີດ ເຫຼືອໄວ້ແຕ່ວັດສີສະເກດ ແລະສະຖານທີ່ສັກສິດປະຈຳເມືອງບາງແຫ່ງ ໃນປີ ຄ.ສ ໑໘໒໘ ໃນສະໄໝພຣະເຈົ້າອະນຸວົງ ພວກເຂົາໄດ້ນຳເອົາພຣະພຸດທະຮູບຕ່າງໆ ຂ້າມຂອງຂົນສູ່ສຍາມ ແລະພວກສຍາມກໍທຳການຊອກຈັບຕົວພຣະເຈົ້າອະນຸວົງ ໄດ້ທີ່ເມືອງເຫືອງ ແລະນຳໄປທຳການທໍຣະມານ ຈົນສະຫວັນນະຄົດທີກຸງເທບ ປ່ອຍໃຫ້ນະຄອນວຽງຈັນຮ້າງ ເປັນເວລາຫຼາຍກວ່າ ໖໐ ປີ.
ການອົງເຊີນພຣະເສີມ, ພຣະສຸກ ແລະພຣະໃສ ຈາກວຽງຈັນ
- ຕໍ່ມາມີການເລົ່າສືກັນວ່າ ພົບພຣະພຸດທະຮູບໃນຖຳ້ແຫ່ງໜຶ່ງທີ່ພູເຂົາຄວາຍ(ເນື່ອງຈາກຊາວເມືອງໄດ້ນຳເອົາໄປເຊື່ອງຊ້ອນໄວ້ໜີໄພສົງຄາມ) ເມື່ອທາງຣາຊະການສຍາມໄດ້ໄປ ເບິ່ງກໍເຫັນເປັນຄວາມຈິງ ຈຶ່ງໄດ້ນຳເອົາພຣະພຸດທະຮູບທັງ ໓ ຂຶ້ນເທິງແພໄມ້ໄຜ່ ອັງເຊີນມາທາງລຳນຳ້ງື່ມເພື່ອອອກສູ່ລຳນຳ້ຂອງ ເມື່ອຮອດເວີນປາກນຳ້ງື່ມ ກົງກັບບ້ານໜອງ ກຸ້ງ ເມືອງໜອງຄາຍ(ປັດຈຸບັນຢູ່ໃນເຂດອຳເພີໂພນພິໄສ) ເກີດເຫດອັດສະຈັນ ຄືວ່າພູມີອາກາດສະຫງົບຮຽບຮ້ອຍດີ ທັນໃດພາຍຸລົມຝົນຕົກໜັກໄດ້ພັດເອົາແຖ່ນພຣະສຸກຕົກລົງ ນຳ້ເວີນ ສະຖານທີ່ນັ້ນ ຈຶ່ງຮຽກວ່າ "ບ້ານເວີນແທ່ນ" ປັດຈຸບັນຢູ່ໃນເຂດເມືອງປາກງື່ມ ແລະໃນຂະນະນັ້ນເອງ ການຂົນພຣະກໍດຳເນີນໄປຢ່າງບໍ່ເຊົາ ລົມແລະຝົນຍິ່ງຕົກໜັກ ແລະຮຸນແຮງຂຶ້ນ ທັງເກີດເພດໄພຫຼາຍປະການພວກສຍາມກໍບໍ່ເກງກົວ ເມື່ອນຳແພໄປເຖິງເວີນແຫ່ງໜຶ່ງແຄມແມ່ນຳ້ຂອງ(ຝັ່ງລາວ) ພຣະສຸກກໍໄດ້ຕົກລົງແພຈົມຫາຍລົງໄປສູ່ພື້ນ ແມ່ນຳ້ຂອງ ຫຼັງຈາກພຣະສຸກຈົມລົງສູ່ພື້ນນຳ້ແລ້ວ ສະພາບອາກາດກໍກັບສູ່ສະພາບປົກກະຕິດີດັ່ງເດີມ ສະຖານທີ່ນັ້ນ ຈຶ່ງຮຽກວ່າ "ເວີນພຣະສຸກ" ການຕໍ່ມາກໍປ່ຽນມາເປັນ "ເວີນສຸກ", ສ່ວນພຣະເສີມ ແລະພຣະໃສ ໄດ້ນຳໄປປະດິດສະຖານທ່ີ່ເມືອງໜອງຄາຍໄດ້ຢ່າງປອດໄພ.

ພຣະໃສ ທີ່ວັດໂພໄຊ ເມືອງໜອງຄາຍ
- ເມື່ອສຍາມນຳເອົາພຣະພຸດທະຮູບລ້ານຊ້າງໄປເຖິງໜອງຄາຍແລ້ວ ແຮກກໍເອົາພຣະເສີມປະດິດສະຖານທ່ີ່ວັດໂພໄຊ ສ່ວນພຣະໄສໄດ້ປະດິດສະຖານທີ່ວັດຫໍກອງ (ວັດປະດິດທັມ ມະຄຸນ) ຕໍ່ມາເຖິງຣັດຊະການທີ ໔ ຂອງສຍາມ ນາມວ່າພຣະປິ່ນເກົ້າ ເຊິ່ງເປັນອຸປະຮາດຂອງສຍາມໃນສະໄໝນັ້ນ ພຣະອົງຊົງມີພຣະຣາຊະປະສົງອັງເຊີນພຣະເສີມມາປະດິດ ສະຖານຍັງພຣະບໍຣົມມະຫາຣາຊະວັງ(ກຸງເທບ) ສົມເດັດພຣະຈອມເກົ້າ (ຣ.໔)ຈຶ່ງໂຜດເກົ້າໃຫ້ຊຸນວໍຣະທານີ ແລະຊ້າຫຼວງເໝັນ ມາອັງເຊີນພຣະເສີມ ແລະພຣະໃສລົງໄປ ຍັງກຸງເທບ.
ປະກິຫານພຣະເສີມ ພຣະໃສ
- ເມື່ອອັງອັງເຊີນພຣະເສີມ ແລະພຣະໃສ ໄປຍັງກຸງເທບນັ້ນ ມີສິ່ງປາຕິຫານເກີດຂຶ້ນອີກ ຄືວ່າ ກວຽນທີ່ປະດິດສະຊານພຣະໃສ ຈາກວັດຫໍກອງນັ້ນ ເມື່ອມາເຖິງໜ້າວັດໂພໄຊ ແລ້ວ ກວຽນທີ່ປະດິດສະຖານພຣະໃສກໍຫັກລົງຈຕໍ່ໜ້າວັດໂພໄຊ ທະຫານ ແລະຜູ້ທຳການອັງເຊີນກໍພາກັນສ້ອມແປງດີແລ້ວ ກວຽນກໍຍັງຫັກອີກຫຼາຍຫົນ ເຮັດໃຫ້ພວກສຍາມ ເກີດຄວາມອັດສະຈັນໃຈ ແລະຢ້ານກົວ ຈົນໃນທີ່ສຸດງົວທີ່ໃຊ້ລາກກວຽນນັ້ນກັບບໍ່ຍອມເດີນອີກ, ຫົວໜ້າຄະນະອັງເຊີນພຣະຈຶ່ງໄດ້ທຳການອັງເຊີນທັງບ່ວງສວາງກໍບໍ່ເປັນຜົນ ພວກສຍາມຈຶ່ງເຂົ້າໃຈວ່າ ເທວະດາຮັກບໍ່ຢາກໃຫ້ພຣະໃສໄປຈາກໜອງຄາຍ ໃນທີ່ສຸດພວກສຍາມ ກໍອັງເຊີນພຣະໄສໃຫ້ປະດິດສະຊານທີ່ວັດໂພໄຊແທນ ສ່ວນພຣະເສີມໄດ້ອັງ ເຊີນລົງ ໄປໄວ້ທີ່ກຸງເທບມະຫານະຄອນ ໂດຍຜ່ານທາງສາຣະບູຣີ ອາຍຸທະຍາ ແລ້ວປະດິດສະຖານທີ່ພຣະບໍຣົມມະຫາຣາຊະວັງ.
- ປັດຈບັນ ພຣະໃສ ໄດ້ປະດິດສະຊານຜູ້ວັດໂພໄຊ ເມືອງ ແລະແຊວງໜອງກກາຍ ໄດ້ເປັນພຣະຄູ່ບ້ານດູ່ເມືອງຊອງຊາວແຂວງໜອງ່ກາຍ, ສ່ວນພຣະເສີມນັ້ນ ເມື່ອພຣະປິ່ນ ເກົ້າໄດ້ສະຫວັນນະກົດແລ້ວ ໃນປີ ໒໔໐໘ ສົມເດັດພຣະຈອມເກົ້າ (ຣ.໔) ໄດ້ໂຜດໃຫ້ອັງເຊີນພຣະເສີມຈາກບໍຣົມມະຫາຣາຊະວັງ ໄປປະດິດສະການຍັງວິຫານ ວັດປະທຸມວະນາ ຣາມ ເນື່ອງຈາກວັດປະທຸມວະຣາຣາມນີ້ ເປັນວັດຂອງລາວຊາວລ້ານຊ້າງອຸປະຖັມ ແລະເປັນຊຸມຊົນຊາວລາ ຊາວລ້ານຊ້າງ ທີ່ກວາດຕ້ອນໄປໄວ້ທີ່ກຸງເທບກຸ່ມໃຫຍ່ທີ່ສູດ ທີ່ກຸງເທບສະໄໝນັ້ນ ພຣະເສີມໄດ້ເປັນທີ່ຂາບໄຫວ້ສັກກາຣະບູຊາຂອງຊາວລາວອົບພະຍົບ ໃນກຸງເທບສະໄໝນັ້ນ ຖືກເປັນທີ່ເພິ່ງທາງໃນຂອງພວກເຂົາ, ຊື່ສຽງຊອງພຣະເສີມ ໄດ້ດັງກະຊ່ອນໄປທົ່ວທັງພຣະນະຊອນ ວ່າມີພຣະໃຫຍ່ລ້ານຊ້າງອົງສຳຄັນຖືກອັງເຊີນມາໄວ້ໃນກຸງຣັດນະໂກສິນ ຜູ້ຄົນທົ່ວສາຣະທິດໄດ້ແຫ່ແຫນໄປຂາບໄຫວ້ຕລອດວັນ ເປັນເວລາຫຼາຍປີ.
- ຈົນຮອດບັດນີ້ຊາວໄທຍ໌ກໍຍັງຂາຍໄຫວ້ຕລອດມາ ວັນເວລາໄດຜ່ານໄປ ໒໐໐ ກວ່າປີແລ້ວ ຊື່ສຽງພອງພຣະເສີມ ກໍບໍ່ໄດ້ຫາຍໄປລາມການເວລາ, ສຳລັບຊົນຊາວລາວ ຍັງມື່ບໍ່ລືມ ສ່ວນພຣະໃສນັ້ນ ຊາວລາວເຮົາຍັງໄປສັກກາຣະບູຊາບໍ່ໄດ້ຊາດ ພຣະມະຫາກະສັດລາວອົງສຸດທ້າຍ ກໍໄດ້ປະອຸປະຖຳໃນການສ້າງວິຫານປະດິດສະຖານ ທີ່ວັດໂພໄຊ ພຣະວິຫານນັ້ນຍັງເປັນທີ່ປະດິດສະຖານພຣະໃສເທົ່າຮອດບັດນີ້.
ປິດສະໜາຈາກພຣະສຸກ, ພຣະເສີມ, ພຣະໃສ
- ເມື່ອໄດ້ອ່ານໜັງສື ເຣື່ອງພຣະເສີມ ພຣະສຸກ ແລະພຣະໃສແລ້ວ ເຮັດໃຫ້ເຫັນເຖິງປິດສະໜາຂອງພຣະພຸດທະຮູບທັງສາມອົງນີ້ ຢ່າງໜ້າງຶດງໍ້ອັດສະຈັນໃຈ ໂດຍສະເພາະແລ້ວ ແມ່ນປະວັດການສ້າງພຣະນັ້ນກໍເປັນທີ່ອັດສະຈັນແລ້ວ, ພຣະນາມຂອງພຣະກໍເປັນທີ່ອັດສະຈັນໃຈເຊັ່ນກັນ, ນອກຈາກນັ້ນສິ່ງທຳໃຫ້ອັດສະຈັນໃຈ ກໍຄືການຂົນຍ້າຍພຣະ ທັງສາມອົງນີ້ນັ້ນ ພຣະພຸດທະຮູບເອງກໍໄດ້ສະແດງອະພິນະຫານ ບອກໃຫ້ສຍາມຮູ້ແລ້ວວ່າ ການທີ່າຍາມທຳກັບຄົນລາວຊາວລ້ານຊ້າງນັ້ນ ຄືການທຳລາຍພຣະຣາຊະອານາຈັກ ລ້ານຊ້າງທັງ ໓ ອານາຈັກ, ອັນເປັນດິນແດນແຫ່ງພຣະພຸດທະສາສນາທີ່ຮຸ່ງເຮືອງນັ້ນ ຖືວ່າເປັນສິ່ງບໍ່ຊອບທຳຢູ່ແລ້ວ ໂດຍສະເພາະສຍາມທຳລາຍພຣະນະຄອນວຽງຈັນ ແລະ ພຣະນະຄອນຈຳປາສັກນັ້ນ ບໍ່ພຽງແຕ່ທຳລາຍຊາດລາວທີ່ບໍຣິສຸດ ຮັກຄວາມສງົບ ແລະເປັນທັມເທ່ົານັ້ນ, ພວກເຂົາຍັງໄດ້ທຳລາຍພຣະພຸດສາສນາໃຫ້ເສົ້່າໝອງລົງ ຢ່າງເຫັນໄດ້ ຈາກການເຂົາທຳລາຍຫໍໂຮງ ພຣະຣາຊະວັງ ວັດທີ່ສວຍສົດງົດງາມຫຼາຍກວ່າ ໓໐໐ ວັດໃນພຣະນະຄອນວຽງຈັນ ແລະຈຳປາສັກ ອັນນີ້ບໍ່ນັບເມືອງຊຽງຂວາງ ແລະເມືອງອື່ນໆ ທີ່ພວກເຂົາກວາດຕ້ອນຄົນໜີຈາກທີ່ຢູ່ທີ່ກິນຂອງເຂົາ ປ່ອຍປະລະວັດວາພຣະພຸດທະສາສນາໃຫ້ເສົ້າໝອງໄປຕາມທຳມະຊາດ ສະເພາະໃນພຣະນະຄອນວຽງຈັນນັ້ນ ພຣະພຸດທະ ຮູບຖືກທຳລາຍລົງຢ່າງຫຼວງຫຼາຍ ອັນນັ້ນມັນເປັນການທຳລາຍພຣະພຸດທະສາສນາຖືເປັນອະນັນຕະຣິຍະກັມ ເຊິ່ງພຣະພຸດທະເຈົ້າໂຜດບໍ່ໄດ້.
- ດ້ວຍເຫດນັ້ນ ການເຄື່ອນຍ້າຍພຣະເສີມ ພຣະສຸກ ພຣະໃສ ໄປຍັງສຍາມນັ້ນ ຈຶ່ງເປັນນິມິດໝາຍທີ່ເທວາອາຣັກຂາ ໄດ້ຕັກເຕືອນໃຫ້ສຍາມຢຸດເຊົາການກໍ່ກຳທຳສາ ເມື່ອເຫັນສາພາວະເຫັນເຖິງປານນັ້ນ ພວກເຂົາກໍບໍ່ຍອມລົດລະການທຳບາບ, ໃນທີ່ສຸດພຣະເສີມ ຈຶ່ງຕັກເຕືອນພວກເຂົາໃຫ້ຢຸດເຊົາການຂົນຍ້າຍພຣະພຸດທະຮູບໂດຍການປະ ທ້ວງການກະທຳຂອງສຍາມ ດ້ວຍເທວະດາຈຶ່ງບັນດານໃຫ້ແທ່ນພຣະສຸກຈົມລົງເວີນແທ່ນສາ ອັນນັ້ນອາດໝາຍເຖິງນາກ ຜູ້ຊ້າງພຣະນະຄອນວຽງຈັນ ເປັນຜູ້ບອກເຫດ, ດັ່ງທີ່ປະວັດການຂົນພຣະທັງສາມອົງໄດ້ຢັ້ງຢືນວ່າ "ຄືວ່າພູມີອາກາດສະຫງົບຮຽບຮ້ອຍດີ ທັນໃດພາຍຸລົມຝົນຕົກໜັກໄດ້ພັດເອົາແຖ່ນພຣະສຸກຕົກລົງນຳ້ເວີນ ສະຖານທີ່ນັ້ນ ຈຶ່ງຮຽກວ່າ "ບ້ານເວີນແທ່ນ" ເຖິງປານນັ້ນ ພວກເຂົາກໍບໍ່ສຳນຶກໃນໂທດກັມທີ່ພວກເຂົາທຳ, ແລະແລ້ວພຣະສຸກກໍສະແດງປາຕິຫານອີກ ໂດຍການປະທ້ວງສຍາມ ຄືພຣະອົງ ໄດ້ສະເດັດລົງສູ່ພຶ້ນນຳ້ໃຕ້ບາດານ ດັ່ງປະວັດບັນທຶກໄວ້ວ່າ "ການຂົນພຣະກໍດຳເນີນໄປຢ່າງບໍ່ເຊົາ ລົມແລະຝົນຍິ່ງຕົກໜັກ ແລະຮຸນແຮງຂຶ້ນ ທັງເກີດເພດໄພຫຼາຍປະການພວກ ສຍາມກໍບໍ່ເກງກົວ ເມື່ອນຳແພໄປເຖິງເວີນແຫ່ງໜຶ່ງແຄມແມ່ນຳ້ຂອງ(ຝັ່ງລາວ) ພຣະສຸກກໍໄດ້ຕົກລົງແພຈົມຫາຍລົງໄປສູ່ພື້ນ ແມ່ນຳ້ຂອງ" ດ້ວຍຈິດໃຈອະຍຸຕິທັມຂອງພວກ ສຍາມ ພວກເຂົາກໍບໍ່ຍອມເຊົາຍັງຂົນພຣະທັງສອງອົງ ໄປເຖິງໜອງຄາຍຈົນໄດ້ ຍ້ອນອະທັມ ຫຼາຍກົ່ວສິນທັມນັ້ນເອງ.
- ເບິ່ງສະພາບການກະທຳຂອງສຍາມ ທີ່ຫວັງຢາກດັບມອດ ແລະທຳລາຍເຊື້ອຊາດລາວໃຫ້ສູນສິ້ນນັ້ນ ພວກເຂົາຂົນເອົາຄົວຄົນລາວໄປຍັງຫົວເມືອງສຍາມ ຄາວນັ້ນ ບໍ່ສະເພາະແມ່ນຕ້ອງການທາດ ແລະແຮງງານ ທາງໜຶ່ງແມ່ນເຂົາຕ້ອງການຂົນຄົນລາວໃຫ້ໜີຈາກເມືອງລາວຫຼາຍເທົ່າທີ່ຈະຫຼາຍໄດ້ ເພີ່ນບໍ່ໃຫ້ຄົນລາວກັບມາສ້າງ ພຣະຣາຊະອາ ນາຈັກໄດ້ອີກ, ເຄື່ອງຄຳ້ຂອງຄູນບໍ່ວ່າແຕ່ຊັບສິນອື່ນ ພຣະພຸດທະຮູບອັນເປັນຫົວໃຈຂອງຄົນລາວນັ້ນ ພວກເຂົາກໍນຳເອົາໄປ, ໃນທີ່ສຸດເຂົາກໍມາຂົນເອົາທັງສອງອົງທີ່ເຫຼືອ ຄື ພຣະເສີມ ແລະພຣະໃສ ໄປປະດິດສະຖານທີກຸງເທບ ແຕ່ພຣະໃສ ໄດ້ຕ້ານທານຄວາມຂີ້ໂຫດສາມານພວກເຂົາໄດ້ ຈຶ່ງໄດ້ປະດິດສະຖານ ທີ່ວັດໂພໄຊ ເພື່ອໃຫ້ຄົນລາວທົ່ວ ໄປໄດ້ໄຫວ້ນົບເຄົາຣົບຢຳແຢງເທົ້າບັດນີ້, ສ່ວນພຣະເສີມນັ້ນ ທ່ານກໍບໍ່ແມ່ນວ່າບໍ່ຢາກຢູ່ເມືອງລາວ ແຕ່ທ່ານເຫັນວ່າ ຍັງມີຄົນລາວທີ່ສຍາມ ກວາດຕ້ອນໄປຍັງຫົວເມືອງ ສຍາມພຸ້ຣຈຳນວນຫຼວງຫຼາຍ ພຣະເສີມຈຶ່ງໄດ້ສະເດັດໄປຍັງກຸງເທບ ໂດຍສະຫວັດດີພາບ.
- ເມື່ອມາເບິ່ງຈຸດນີ້ແລ້ວ ເຫັນວ່າການສ້າງພຣະເສີມ ພຣະສຸກ ແລະພຣະໃສນັ້ນ ເໝືອນເປັນຈຸດປະສົງຂອງຜູ້ສ້າງຢາກໃຫ້ເຫດການທີ່ຈະເກີດຂຶ້ນນັ້ນເປັນດັ່່ງ ປະວັດສາດ ຊາດລາວຄາວເສັຍວຽງໃຫ້ສຍາມນັ້ນ, ອີກອັນໜຶ່ງເໝືອນເປັນປິດສະໜາໃຫ້ຄົນລາວ ຄົນໄທຍ໌ຮູ້ວ່າ ການທີ່ພຣະສາມພີ່ນ້ອງປະດິດຢູ່ໃນສະຖານທີ່ແຕກຕ່າງກັນນັ້ນ ມັນບົ່ງບອກວ່າ "ດິນແດນລາວ, ຄົນລາວຢັງຢາຍກັນຢູ່ທົ່ວລ່ອງແມ່ນຳ້ຂອງຈົນຮອດລ່ອງແມ່ນຳ້ເຈົ້າພຣະຍາ"
- ເນື່ອງຈາກວ່າ ພຣະສຸກຢູ່ເວີນສຸກ ອັນເປັນຝັ່ງລາວນັ້ນ ໝາຍຄວາມບອກໃຫ້ຮູ້ວ່າ ລາວຢູ່ທີ່ນີ້ມານານ ຢັ້ງຢືນເຖິງປະສາດຂອງຄົນລາວໄດ້ຈະແຈ້ງ ແລະພຣະສຸກ ພ້ອມທັງແທ່ນ ພຣະສຸກໄດ້ເຕືອນໃຫ້ຄົນລາວຮູ້ແລ້ວວ່າ "ລາວຍັງຈັກຕ້ອງຮັກສາເອກຣາດໄວ້ຄູ່ໂລກ" ສຳລັບພຣະໃສນັ້ນ ການທີ່ບໍ່ສະເດັດນີ້ຈາກໜອງຄາຍນັ້ນ ໝາຍຄວາມ ມີປິດສະໜາວ່າ "ດິນແດນໜອງຄາຍ ແລະພາກອີສານທັງໝົດເປັນຂອງລາວ" ເຖິງແມ່ນວ່າຈາກວຽງຈັນໄປຢູ່ໜອງຄາຍ ແລະໜອງຄາຍຈະເປັນຂອງໄທຍ໌ໄປແລ້ວກໍຕາມ ແຕ່ໜອງຄາຍກໍຄືດິນແດນພຣະນະຄອນຈັນທະບູຣີ ເໝືອນເກົ່າ "ໝາຍຄວາມວ່າ ຈາກແຕ່ບໍ່ໜີຈາກ" ສ່ວນພຣະເສີມນັ້ນ ກໍບໍ່ແມ່ນວ່າຊິບໍ່ຮັກຄົນລາວ ຫຼືບໍ່ຮັກປະເທດລາວ ແຕ່ວ່າ "ຍັງມີຄົນລາວອີກຈຳນວນນັບບໍ່ຖ້ວນທີ່ໄດ້ພັດພາກຈາກດິນມາຕຸພູມ ພຣະເສີມເຊິ່ງເປັນເອື້ອຍກົກຕ້ອງໄປເບິ່ງແຍງດູແລເຂົາ ເຮັດຄົນລາວຮູ້ວ່າ "ທີ່ກຸງເທບກໍຍັງມີຄົນລາວ".
- ຊາດລາວ ຄົນລາວ ແລະວັດທະນະທັມລາວ ນັ້ນໄດ້ຂະຍາຍຕົວໄປທົ່ວພູມີພາກອາຊີ ແລະດິນແດນແຫຼມທອງ ຍັງຜັນຂະຫຍາຍເຊື້ອຊາດ ແລະວັດທະນະທັມຕົນຢ່າງບໍ່ລົດລະ ແລ້ວຄົນລາວເຮົາ ຈະໄປໂສກເສົ້າເສັຍໃຈຫຍັງ ກັບຄຳທີ່ສັດຕູໝູ່ມານຫາເຣື່ອງ່ວ່າ "ລາວຮຸ່ງທໍ່ຊ້າງພັບຫູ ທໍ່ງູແລບລິ້ນ ເພາະລາວບໍ່ສັດບໍ່ຊື່" ອັນນັ້ນມັນເປັນຄຳໃສ່ຮ້າຍ ປ້າຍສີຄົນລາວ ຄົນລາວບໍ່ມີໂທດກັມຫຍັງ ບໍ່ໄດ້ສ້າງທີ່ຈະມີຄຳສາຍແຊ່ງເຊັ່ນນັ້ນ ປະວັດສາດລາວແລະປະວັດສາດຊາດອື່ນ ບໍ່ເຄີຍບັນທິກໄວ່້ວ່າ "ລາວກໍ່ໂທດກັມຫຍັງ" ໃນໄລຍະຜ່ານມາການທີ່ລາວມີສົງຄາມຫຼາຍຄັ້ງ ກໍບໍ່ແມ່ນຄົນລາວເຮົາສ້າງຂຶ້ນ ມັນຫາກແມ່ນສັດຕູໝູ່ມານສ້າງໂທດກັມໃຫ້ແກ່ລາວ, ຫາກຄຳສາຍແຊ່ງ ແລະໂທດກັມນັ້ນມີຈິງ ຄົນລາວເຮົາຄວນຮູ້ວ່າ "ຄຳສາບແຊ່ງນັ້ນເປັນຈິງແລ້ວກັບຜູ້ສ້າງໂທດກັມໃຫ້ແກ່ລາວຂະນະນັ້ນ ໃນບັດນີ້".
- ຫາກພວກເຂົາບໍ່ລົບລ້າງຄຳສາບແຊ່ງນັ້ນເອງ, ຄຳສາບແຊ່ງ ແລະໂທດກັມນັ້ນຂອງພວກເຂົາທີ່ທຳໄວ້ກໍຈັກບໍ່ມີວັນສູນສິ້ນແນ່ນອນ. (ອັນນີ້ສົມກັບຄຳທີ່ວ່າ ເວນຈະລະງັບດ້ວຍການສ້າງເວນ).
ບັນນານຸກົມ(ອ້າງອິງ)
http://www.itti-patihan.com/%E0%B8%9B%E0%B8%A3%E0%B8%B0%E0%B8%A7%E0%B8%B1%E0%B8%95%E0%B8%B4-%E0%B8%AB%E0%B8%A5%E0%B8%A7%E0%B8%87%E0%B8%9E%E0%B9%88%E0%B8%AD%E0%B8%9E%E0%B8%A3%E0%B8%B0%E0%B9%83%E0%B8%AA-%E0%B8%A7%E0%B8%B1%E0%B8%94%E0%B9%82%E0%B8%9E%E0%B8%98%E0%B8%B4%E0%B9%8C%E0%B8%8A%E0%B8%B1%E0%B8%A2.html
http://www.rfa.org/lao/feature/history/phongsavadan_lao/LVS070615-20070620.html
http://www.rfa.org/lao/feature/history/phongsavadan_lao/LVS060908-20061003.html
ພາບອ້າງອິງ

ພຣະພຸດທະຮູບປຸນປັ້ນ ປາງມານວິໄຊ ເຄີຍດິດຖະຖານທີ່ດ້ານຫຼັງພຣະທາດຫຼວງໃກ້ຕົ້ນໂພ(ບໍຣິເວນພຣະເຈົ້າໄຊເຊດຖາ) ມາຕັ້ງແຕ່ສະໄໝພຣະເຈົ້າໄຊເຊດຖາ ຍ້ອນການເຜົາວຽງຂອງສຍາມ ແລະປ່ອຍປະບໍ່ມີບົວລະບັດ ຫຼາຍທົດສະວັດຈົນສ້ອມແປງບໍ່ໄດ້ ດຽວນີ້ໄດ້ພັງທະລາຍ ເຫັນແຕ່ສຽນໃນກົມມະລຽນພຣະທາດຫຼວງ

ຫໍພຣະແກ້ວ ທີ່ພຣະແກ້ວເຄີຍປະດິດສະຖານກໍຍັງຖືກເພພັງ ດຽວນີ້ສ້າງຂຶ້ນມາແທນ ແຕ່ແທ່ນກໍຍັງຫວ່າງ

ພາບພຣະເສດເຫຼືອສົງຄາມ ໃນກົມມະລຽນທາດຫຼວງສະໄໝສົງຄາມສຍາມ-ລາວ ກ່ອນການຟື້ນຟູວຽງຈັນ

ພຣະພຸດທະຮູບສ່ວນໜຶ່ງ ທີ່ຄະນະກັມມະການພື້ນພູວຽງຈັນເກັບຮີບໂຮມໄວ້ເປັນຕົວຢ່າງ ແລະຍັງອີກຫຼວງທີ່ຢ້າຍຢູ່ໃຕ້ພື້ນດິນ ນະຄອນວຽງຈັນ
http://my.opera.com/neuang/albums/show.dml?id=646333
ພຣະພຸດທະຮູບສ່ວນໜຶ່ງ ທີ່ຖ່າຍໄວ້ໃນກົມມະລຽນວັດສີສະເກດ ສະແດງໃຫ້ເຫັນຮ່ອງຮອຍໄຟລວກລົນ ຄັນແມ່ນຄົນກໍເຖິງຂັ້ນ ສາຫັດ

ພຣະປາງຫ້າມຍາດ ສັນນິດຖານວ່າ ສີລປະສະໄໝພຣະເຈົ້າຟ້າງຸ່ມ

ໂດຍ: ສາຍເຊລຳເພົາ

ນີ້ຄືຄວາມພາກພູມໃຈຂອງຄົນລາວເຮົາທີ່ຈະໄດ້ຮັບໃນໄວໆນີ້ ແລະສະແດງເຖິງຄວາມເປັນເອກະລາດຂອງຊາດລາວ ພຣະພຸດທະຮູບອົງນີ້ ໄດ້ໜີຈາກປະເທດລາວ ເມື່ອປີ ໑໙໔໗ ເມື່ອກ່ອນປະກິດສະຖານຢູ່ວັດໜຶ່ງໃນ ພຣະນະຄອນຫຼວງພຣະບາງໃນອະດີດ ດຽວນີ້ເພີ່ນຢາກກັບປະເທດລາວແລ້ວ ໃຜຮູ້ປະວັດຂອງພຣະພຸດທະຮູບອົງນີ້ ຂໍໍເຊີນບອກມາແນ່ ແຕ່ເບິ່ງແລ້ວແມ່ນສີລປະສະໄໝພຣະເຈົ້າຟ້າງຸ່ມມະຫາຣາດ ຫາພຣະເຈົ້າສາມແສນໄທໄຕພູວະນາດ ເພາະມີສິລປະຊຽງແສນ ຫຼືສີລປະຊຽງທອງປະສົມຂອມຢູ່ສ່ວນຫຼາຍ ພຣະພຸດທະຮູບພຣະບາງອົງນີ້ ມີຄວາມຄ້າຍກັບພຣະບາງທີ່ໄດ້ມາຈາກຂອມ ແຕ່ມີນຳ້ໜັກຫຼາຍກວ່າ ເປັນທອງສຳຣິດ

(ພຣະປາງຫ້າມຍາດອົງນີ້ ປະດິດສະຖານທີ່ວັດເບັນຈະນະບໍພິດ ບາງກອກ ມີສີລປະຄ້າຍກັບພຣະບາງຫ້າມຍາດອົງເທິງເປັນຢ່າງຍິ່ງ ສັງເກດດ້ານເທິງສຽງ ແລະຫູ)
ເບິ່ງຮູບພຣະບາງອົງຈິງ
ພຣະບາງອົງແທ້ໆໆໆໆໆ ທີ່ຖ່າຍໃນວັນທີ ໔ ມັງກອນ ປີ ໒໐໐໓ ທີ່ທາງຣັດຖະບານໄດ້ນຳອອກມາໃຫ້ປະຊາຊົນໄດ້ສັກກາຣະບູຊາ ໃນງານສະຫຼອງຮູບຫຼໍ່ພຣະເຈົ້າຟ້າງຸ່ມ ມະຫາຣາຊ
ປະຫວັດພຣະບາງໂດຍສັງເຂບ
http://th.wikipedia.org/wiki/%E0%B8%9E%E0%B8%A3%E0%B8%B0%E0%B8%9A%E0%B8%B2%E0%B8%87
ຫາກທ່ານຈະເບິ່ງຮູບພຣະບາງອົງຈິງໃຫ້ເປີດເບີ່ງຢູ່ລຸ່ມນີ້ ໃຫ້ສັງເກດຈຸດສັງເກດທີ່ກຳນົດໄວ້ ແລ້ວໄປສົມທຽບກັບຮູບພຣະບາງເກົ່າໆ ທີ່ຖ່າຍກ່ອນປີ ໑໙໗໕ ທ່ານຈະເຂົ້າໃຈເອງ, ພຣະບາງອົງນີ້ ປະຊາຊົນລາວ ໄດ້ເຫັນພ້ອມກັນທົ່ວປະເທດ ລະຫວ່າງວັນທີ ໑-໕ ມັງກອນ ໒໐໐໓
http://my.opera.com/neuang/albums/show.dml?id=645151
ຮູບປຽບທຽບ

Thursday, 22 September 2011

ສະໄໝບູຮານ ລາວເຄີຍໃຫ້ພຸດທະສັງກາດ ໃນຖານພຣະພຸດທະຮູບນີຄືຫຼັກຖານ


- ພຣະພຸດທະຮູບນີ້ມີຫຼັກຖານຈະແຈ້ງວ່າລາວເຮົາເຄີຍໃຊ້ພຸດທະສັງກາດ ແທນຈຸນລະສັງກາດ ທີ່ເຄີບໃຊ້ມາແຕ່ບູຮານປະເພນີ ແຕ່ເຂົ້າໃຈວ່າ ຄົງໃຊ້ຄວບຄູ່ກັນໄປກັບຈຸນລະສັງກາດ

ຄຳວ່າ "ສັງຄະຣາຊາ" ນັ້ນບໍ່ໄດ້ກຳນົດວ່າເປັນ ພ.ສ ຫຼື ຈຸລະສັງກາດ ແຕ່ສິ່ງທີ່ຢັ້ງຢືນວ່າເປັນ ພ.ສ ນັ້ນ ກໍຄືຕົວເລກ ໒໓໘໑ ນັ້ນເອງ.
ພ.ສ ໒໓໘໑ ລົບ ໒໕໕໑ - ພຣະພຸດທະຮູບອົງນີ້ອາຍຸໄດ້ ໑໗໐ ປີ.

ພຣະເຈົ້າອະນຸສິ້ນພຣະຊົນໃນປີ ຄ.ສ ໒໓໗໐ ບາງແຫ່ງວ່າ ໒໓໗໑ (ຫາກເປັນ ພ.ສ ໒໓໗໐ ກົງກັບ ຄ.ສ ໑໘໒໗)) ແຕ່ພຣະອົງນີ້ວ່າສ້າງໃນປີ ໒໓໘໑ ຕ້ອງ ຫາຫຼັກຖານໃຫ້ຮູ້ວ່າ ພຣະພຸດທະຮູບອົງນີ້ສ້າງທີ່ໃດ ?
ແກ່ຄຳຜິດໃນຮູບ ຊິ້ນພຣະຊົງ ເປັນສິ້ນພຣະຊົນ (ມື້ອື່ນຊິມາແກ້)

ພຣະແກ້ວທີ່ຄວນໄຫວ້ ໓ ອົງ

- ເທົ່າທີ່ສັງເກດເບິ່ງຄົນລາວພາຍໃນປະເທດ ແລະພີ່ນ້ອງຊາວລາວທີ່ອອກໄປດໍາລົງຊີວິດ ແລະທໍາມາກິນຕ່າງປະເທດ(ບໍ່ວ່າດ້ວຍເຫດຜົນໃດໆກໍຕາມ) ພວກເຂົາບໍ່ລືມຮີດພໍ່ຄອງແມ່ ຮີດເກົ່າຄອງຫຼັງ ບໍ່ວ່າຍາມບ້ານເມືອງມີໄພ ຫຼືບ້ານເມືອງສະຫງົບສຸກກໍຕາມ, ພວກເຂົາເລົ່ານັ້ນ ຍັງຕັ້ງຕັ້ງຕົນຢູ່ໃນສິນ, ທານ, ພາວະນາ ໂດຍຖືເອົາ ທານ, ສິນ, ປັນຍາ ເປັນແບບແຜນດໍາລົງຊີວິດຢ່າງບໍ່ລົດລະ ພີ່ນ້ອງຊາວລາວຢູ່ຕ່າງປະເທດນັ້ນ ໄປໄກຖິ່ນຖານບ້ານຊ່ອງ ການໃຊ້ຊີວິດຢ່າງຕ່າງປະເທດ ເຖິງສະດວກສະບາຍ ແຕ່ກໍວຽກງານຮັດກຸມ ຕ້ອງທໍາງານເປັນໄປຕາມກົດໝາຍຂອງບ້ານເມືອງນັ້ນ, ເຖິງປານນັ້ນເຂົາກໍຍັງຫາທາງ ຫາເວລາ ຈົ່ງຢອມເງິນຄໍາທີ່ຕົນຫາມາໄດ້ດ້ວຍຄວາມບໍລິສຸດນັ້ນ ມາທ່ອງທ່ຽວຢ້ຽມຢາມບ້ານເກີດເມືອງນອນຕົນ ເມື່ອມາແລ້ວພວກເຂົາກໍບໍ່ລືມທີ່ຈະທຳບຸນສຸນທານ ຫາກເບິ່ງເຈດຕະນາແລ້ວ ແມ່ນພວກເຂົາມາທໍາບຸນ ໂດຍປະການຕ່າງໆ.
- ສ່ວນພີ່ນ້ອງຊາວລາວຢູ່ພາຍໃນປະເທດ ນັບວ່າມີໂອກາດກວ່າ ເທົ່າທີ່ສັງເກດແລ້ວ ບໍ່ວ່າພວກເຂົາເລົ່ານັ້ນ ຈະຮັ່ງ ຈະທຸກ ຈະເຮັດການ ຫຼືເຮັດການ ປະກອບສ່ວນວຽກງານນໍາລັດ ເອກະຊົນ ຫຼືສ່ວນຕົວກໍຕາມ ພວກເຂົາຍ່ອມທໍາບຸນສຸນທານບໍ່ເວັ້ນແຕ່ລະວັນ ບໍ່ວ່າຈະເປັນບຸນນ້ອຍ ບຸນໃຫຍ່ ບຸນເຮືອນຕົນ ບຸນເຮືອນຄົນອື່ນ ແລະບຸນວັດ ໂດຍບໍ່ຂາດ ບໍ່ຄາ.
- ເຖິງຢ່າງໃດກໍຕາມ ບໍ່ວ່າແຕ່ພີ່ນ້ອງຢູ່ໃນເມືອງລາວ ຫຼືຢູ່ຕ່າງປະເທດກໍຕາມ ສິ່ງທີ່ພວກເຂົາມີໃນຕົວຂອງເຂົາ ແລະຢືດຖືຢູ່ໃນມະໂນເຈດຕະນາຂອງເຂົານັ້ນ ກໍບໍ່ອື່ນໄກ ຫາກແມ່ນພຣະແກ້ວນັ້ນເອງ, ພຣະແກ້ວຂອງພວກເຂົາ ບໍ່ແມ່ນແກ້ວທັມມະດາ ແຕ່ຫາກແມ່ນແກ້ວ ປະເສີດກວ່າແກ້ວໃດໆໃນໂລກ ແຖມຍັງບໍ່ແມ່ນອົງດຽວເທົ່ານັ້ນ ມີຕັ້ງ 3 ອົງຄື.
- ໄຕຣຣັຕນ໌ ຫຼືຣັຕະນະໄຕຣ (ໄຕຣຣັຕນ໌ ຫຼືຣັຕະນະໄຕຣ ແປວ່າແກ້ວສາມປະການ) ມີຢູ່ 3 ອົງ ຄື
1, ພຸດທະຣັຕະນັງ (ແກ້ວຄືພຣະພຸດທະເຈົ້າ)
2, ທັມມະຣັຕະນັງ (ແກ້ວຄືພຣະທັມມະເຈົ້າ)
3, ສັງຄະຣັຕະນັງ (ແກ້ວຄືພຣະສັງຄະເຈົ້າ)
- ແກ້ວສາມປະການນີ້ ໃຜຫາກມີໄວ້ແລ້ວ ຍ່ອມປະເສີດກວ່າແກ້ວໃດໆໃນໂລກ, ການສັງເກດເບິ່ງປະຕິປະທາ ແລະການປະຕິບັດຂອງຄົນລາວແລ້ວ ເຫັນວ່າຄົນລາວມີພຣະແກ້ວ ແລະພຣະແກ້ວໄດ້ສະເດັດກັບມາເມືອງລາວໄດ້ 650 ກວ່າປີແລ້ວແລ, ສະແດງວ່າພຣະແກ້ວບໍ່ໄດ້ສະເດັດໜີໄປໃສ ຫາກແມ່ນສະຖິດຢູ່ເມືອງລາວນີ້ແລ, ຂໍພີ່ນ້ອງຊາວລາວທັງມວນ ຈົ່ງຮັກສາພຣະແກ້ວທີ່ປະເສີດນີ້ຢູ່ຄູ່ລາວຕະຫຼອດໄປ.

ພຸດທະສາສນາ ຄືຫຍັງ ?

ຄຳວ່າພຸດທະສາສນາຄືຫຍັງ ?
- ພຸດທະສາສນາ : ເປັນພາສາລາວ ທີ່ໄດ້ມາຈາກພາສາປາລີ "ພຸທທະສາສນັງ" ເຊິ່ງແປວ່າ "ຄຳສອນຂອງທ່ານຜູ້ຮູ້, ຜູ້ຕື່ນ, ຜູ້ເບີກບານ.
ພຸດທະສານາ ຫາກເຮົາຈະແຍກສັບຕາມພາສາໂດຍລະອຽດ ເພື່ອໃຫ້ ເຫັນຮູບຄັກແນ່ ເຮົາກໍແຍກເອົາພຸດທະອອກມາສັບໜຶ່ງ ແລ້ວກໍແຍກຄຳ ວ່າສາສນາສັບໜຶ່ງ.
ພຸດທະ ແປວ່າ ຜູ້ຮູ້, ຜູ້ຕື່ນ, ຜູ້ເບີກບານ.
ສາສນາ ແປວ່າ ຄຳສອນ.
ເມື່ອເອົາສອງພະຍາງມາປະສົມກັນແລ້ວ ເຮົາຈຶ່ງໄດ້ຄຳວ່າພຸດທະ ສາສນາຄືຄຳສອນຂອງຂອງທ່ານຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານ ດັ່ງທີ່ກ່າວແລ້ວ.
ບາງຄັ້ງກໍຮຽກວ່າພຣະພຸດທະສາສນາອັນນີ້ ຕ້ອງແປຄຳວ່າພຣະກ່ອນພຣະມາຈາກວະຣະ ຫຼືວໍຣະໄວຍາກອນປາລີອະນຸຍາດໃຫ້ແປງ “ວ” ເປັນ “ພ” ຈຶ່ງ ໄດ້ຄຳວ່າ “ພຣະ” ແປວ່າ “ປະເສີດ” ພຣະພຸດທະສາສນາ ຈຶ່ງແປວ່າ “ຄຳສອນທີ່ປະເສີດຂອງທ່ານຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານ.
ບາງຄັ້ງ ຍັງແປວ່າ ຄຳສອນທີ່ປະເສີດຂອງພຣະອໍຣະຫັນຕະສຳມາສຳ ພຸດທະເຈົ້າ, ຄຳສອນທີ່ປະເສີດຂອງທ່ານຜູ້ຮູ້ເອງເຫັນເອງ ເຫຼົ່ານີ້ເປັນຕົ້ນ.
ສະໄໝພຣະພຸດທະອົງຍັງຊົງພຣະຊົນຢູ່ຈົ ນຮອດການສັງຄາຍະນາ ຄັ້ງທີ ໑ ຮອດຄັ້ງທີສອງຖືກຮຽກວ່າ “ຄຳສັ່ງແລະຄຳສອນ ຫຼືພຣະທຳມະວິໄນ ແລະມີການສຶກສາກັນແບບມຸກຂະປາຖະ ຄືຈືຈຳກັບປາກໄວ້ເລີຍ ບໍ່ຕ້ອງ ຈົດ ກ່າຍໄວ້ໃນໜັງສື ຕໍ່ມາເມື່ອສະຕະວັດທີ ໓ ພຣະເຈົ້າອະໂສກ ມະຫາລາດ ໄດ້ ຫັນມານັບຖືພຣະພຸດທະສາສນາ ແລະຕັ້ງໃຈອຸປະຖັມພຣະພຸດທະສາສນາ ຈຶ່ງເປັນອຸປາສົກອຸປະຖຳພົກໃຫ້ຄະນະສົງ ທຳການສັງຄາຍະນາໂດຍມີ ພຣະ ໂມກຄັນລີບຸດຕິດສະເຖຣະເປັນປະທານ, ທຳທີ່ອະໂສກາຣາມ ເມືອງປາຕະລີ ບຸດ, ມີພຣະສົງເປັນອໍຣະຫັນເຂົ້າຮ່ວມປະຊຸມສົງເຖິງ ໑໐.໐໐໐ ອົງ. ໃຊ້ເວລາ ການທຳສັງຄາຍະນາ ໙ ເດືອນຈຶ່ງສຳເລັດ, ການທຳສັງຄາຍະນາຄັ້ງນີ້ ໄດ້ ຈັດແບ່ງພຣະທຳມະວິໄນໄວ້ເປັນໝວດໝູ່ຈະແຈ້ງ ຮຽກວ່າພຣະໄຕປິດົກ.
- ເຊິ່ງມີ ໓ ຄຳພີໃຫຍ່ຮຽກວ່າ "ພຣະໄຕຣປິດົກ" ຂຽນເປັນອັກສອນໂຣມັນວ່າ "TRIPITAKA" ຫຼື PITAKA ເປັນ ພາສາ ປາລີວ່າ "ປິຕະກະ".
- ປິຕະກະ ຫຼືພຣະໄຕຣປິດົກ ມີ ໓ ຄຳຜີໃຫຍ່ ທີ່ຈັດເປັນໝວດໝູ່ໄວ້ດີແລ້ວ ໓ ກະຕ່າ ຄື.
໑. ພຣະວິໄນຍ໌ ປິດົກ ມີ ໒໑.໐໐໐ ພຣະທັມມະຂັນທ໌ (ອ່ານວ່າ "ສອງໝື່ນໜຶ່ງພັນພຣະທັມມະຂັນທ໌").
໒. ພຣະສູຕຕັນຕະປິດົກ ມີ ໒໑.໐໐໐ ພຣະທັມມະຂັນທ໌(ອ່ານວ່າ"ສອງໝື່ນໜຶ່ງພັນພຣະທັມມະຂັນທ໌").
໓. ພຣະອະພິທັມມະປິດົກ ມີ ໔໒.໐໐໐ ພຣະທັມມະຂັນທ໌, (ອ່ານວ່າ "ສີ່ໝື່ນສອງພັນພຣະທັມມະຂັນທ໌").
- ລວມທັງ ໓ ປິດົກ ເປັນ ໘໔.໐໐໐ ພຣະທັມມະຂັນທ໌, (ອ່ານວ່າ "ແປດໝື່ນສີ່ພັນພຣະທັມມະຂັນທ໌").
- ໃນການທຳສັງຄາຍະນາຄັ້ງນີ້ ພຣະໂມກຄັນລີບຸດຍັງໄດ້ແຕ່ງຄຳປີ ກະຖາວັດຖຸ ເຖິງຄຳພີໜຶ່ງໃນພຣະອະພິທັມໄວ້ດ້ວຍ ເມື່ອທຳສັງຄາຍະນາ ແລ້ວ ກໍໄດ້ສົ່ງຄະນະສົງອອກປະກາດສາສນາ ເປັນ ໙ ສາຍມາທາງສຸວັນນະ ພູມ ສາຍທີ ໘ ມີພຣະໂສນະ ກັບພຣະອຸດຕະຣະເປັນຫົວໜ້າຄະນະມາຍັງສຸ ວັນນະພູມປະເທດ.
ສ່ວນຄຳວ່າ “ສາສນາ” ນັ້ນ ໄດ້ປະກົດມາຕັ້ງແຕ່ສະໄໝພຣະພຸດທະ ເຈົ້າຊົງພຣະຊົນຢູ່ ເຊິ່ງພຣະອົງເປັນຜູ້ຕັດເອງ ຫຼັງຈາກພຣະອົງຕັດສະຮູ້ ແລ້ວ ໖ ປີ, ປະທານໃຫ້ແກ່ພຣະອໍຣະຫັນ ໑໒໕໐ ອົງ ໃນວັນຕະຣົງຄະສັນນິ ບາດ ເຊິ່ງຈະຮຽກວ່າ ວັນປະການພຣະພຸດທະສາສນາກໍໄດ້ ຄືໃນວັນເພັງ ເດືອນມາຄະ ພຣດຳຣັດນັ້ນຖືກຮຽກວ່າ “ໂອວາທະປາຕິໂມກ” ເຊິ່ງມີໃຈ ຄວາມດັ່ງນີ້.
ຄຳປາລີຕົ້ນສະບັບ
ຄຳແປ
ກ. ຂັນຕິ ປະຣະມັງ ຕະໂປ ຕີຕິກຂາ ນິພພານັງ ປະຣະມັງ ວະທັນຕິ ພຸດທາ ນະ ຫິ ປັພພະຊິໂຕ ປະຣູປະຄາຕີ ສະມະໂນ ໂຫຕິ ປະຣັງ ວິເຫຖະຍັນໂຕ.
ຂັນຕິຄືຄວາມອົດກັ້ນ ເປັນຕະບະຢ່າງຍິ່ງ ພຣະພຸດທະເຈົ້າ ທັງຫຼາຍກ່າວວ່າ ນິພພານເປັນພຣະບໍຣົມມະທັມ ຜູ້ທຳຮ້າຍຄົນອື່ນບໍ່ຊື່ວ່າເປັນບັນພະຊິດ ຜູ້ບຽດບຽນຄົນອື່ນບໍ່ຊື່ວ່າເປັນສະມະນະ.
ສັພພະປາປັສສະ ອະກະຣະນັງ ກຸສສະລັສສຸສັມປະທາ ສະຈິຕຕະປະຣິໂຍທະປານັງ ເອຕັງ ພຸດທະສາສະນັງ.
-      ການບໍ່ທຳຄວາມຊົ່ວທັງປວງ ໑
-      ການບຳເພັງແຕ່ຄວາມດີ ໑
-      ການທຳຈິດໃຈຂອງຕົນໃຫ້ຜ່ອງໃສ ໑
-      ນີ້ເປັນຄຳສອນຂອງພຣະພຸດທະເຈົ້າ ທັງຫຼາຍ.
ອະນູປະວາໂທ ອະນູປະຄາໂຕ ປາຕິໂມກເຂ ຈະ ສັງວະໂຣ ມັຕຕັນຍຸຕາ ຈະ ພັຕຕັສມິງ ປັນຕັນຈະ ສະຍະນາສະນັງ ອະທິຈິດເຕ ຈະ ອາໂຍໂຄ ເອຕັງ ພຸດທານະ ສາສນານັງ
-      ການບໍ່ກ່າວຮ້າຍ ໑
-      ການບໍ່ທຳຮ້າຍ ໑
-      ຄວາມສຳລວມໃນປະຕິໂມກ ໑
-      ຄວາມເປັນຜູ້ຮູ້ຈັກປະມານໃນອາຫານ ໑
-      ທີ່ນັ່ງທີ່ນອນອັນສະຫງັດ ໑
-      ຄວາມພຽນໃນອະທິຈິດ ໑
-      ອັນນີ້ເປັນຄຳສອນຂອງພຣະພຸດທະເຈົ້າ ທັງຫຼາຍ.
- ເມື່ອເຮົາມາສັງເກດເບິ່ງ ຄຳວ່າ “ສາສນັງ” ໃນພາສາປາລີ ລ້ວນແຕ່ແປວ່າ ຄຳສອນຂອງພຣະພຸດທະເຈົ້າທັງຫຼາຍ ສະນັ້ນ ຄຳວ່າສາສນາ ຈຶ່ງແປວ່າຄຳ ສອນຂອງພຣະພຸດທະເຈົ້າ ນັ້ນເອງ.
- ຜູ້ທີ່ອ້າງຕົນ ຫຼືນ້ອມຮັບນັບຖືພຣະພຸດທະສາສນາ ຮຽກຕົນເອງວ່າ "ພຸດທະບໍຣິສັດ", ນອກຈາກຈະມີສັດທາ ໃນການປະຕິບັດຕົນໃນພຣະພຸດທະສາສນາ ໓ ຢ່າງ ຄື
໑. ທານ.
໒. ຮັກສາສີນ
໓. ພາວະນາ
ແລ້ວຕ້ອງໄດ້ ສຶກສາພຣະໄຕຣດົກທາງພຣະພຸດທະສາສນາ ເພື່ອໃຫ້ເກີດ "ປັນຍາ" ຄືຄວາມຮູ້ຮອບໃນພຸດທະທັມ ແລ້ວດຳເນີນຊີວິດຕາມແນວ ທາງພຣະພຸດທະສາສນາໃຫ້ຖືກຕ້ອງເໝາະສົມ.