Monday 10 March 2014

ພຣະອະຣິຍະເມດໄຕ ຫຼືພຣະສຣີອະຣິຍະເມດໄຕ, ພຣະເຈົ້າເມດໄຕ, ພຣະພຸດທະເຈົ້າເມດໄຕ, ຫຼືພຣະເມດໄຕ ຫຼືພຣະສີອານ(ອາຣຍ໌)

ພຣະອະຣິຍະເມດໄຕ ຫຼືພຣະສຣີອະຣິຍະເມດໄຕ, ພຣະເຈົ້າເມດໄຕ, ພຣະພຸດທະເຈົ້າເມດໄຕ, ຫຼືພຣະເມດໄຕ ຫຼືພຣະສີອານ(ອາຣຍ໌)
——
- ຕົ້ນເຫດຂອງການຂຽນບົດຄວາມນີ້:
(ບົດຂຽນບົດນີ້ ຂຽນຂຶ້ນຕາມຄຳຖາມຂອງ ສະມາຊິກເຟຊບຸກທີ່ຖາມມາທາງອິນບ໊ອກເດີ ຄົນອື່ນໄດ້ອະນິສົງນຳ)

1. ຊື່ຮຽກທີ່ປາກົດ:
- ພຣະອະຣິຍະເມດໄຕ ຫຼືພຣະສຣີອະຣິຍະເມດໄຕ, ພຣະເຈົ້າເມດໄຕ, ພຣະພຸດທະເຈົ້າເມດໄຕ, ຫຼືພຣະເມດໄຕ, ພຣະສີອານ(ໃນພາສາລາວປາກົດຫຼາຍຊື່ຮຽກ) ປາລີຂຽນ Metteyya(เมตฺเตยฺย); ສັນສະກິດຂຽນ मैत्रेय (ไมเตฺรย) ໄທຍຂຽນ พระศรีอริยเมตไตรย, พระสรีอริยเมตตรัย (ໃນພາສາໄທຍ ປາກົດຫຼາຍຊື່ ເໝືອນກັບພາສາລາວ).

2. ນຳເລື່ອງ:
- ພຣະສຣີອະຣິຍະເມດໄຕ ເປັນພຣະໂພທິສັດ ຄືອົງທີ່ຈະໄດ້ເປັນພຣະພຸດທະເຈົ້າໃນອະນາຄົດ ຂ້າງໜ້າ ເປັນພຣະພຸດທະເຈົ້າອົງທີ 5 ຄືອົງສຸດທ້າຍ ໃນພັດທະຣະກັບນີ້, ພຸດທະສາສະນິກະຊົນເຊື່ອວ່າເມື່ອພຸດທະສາສະໜາຂອງພຣະສະມະນະໂຄດົມສຳມາສຳມາສຳພຸດທະເຈົ້າສິ້ນສຸດໄປແລ້ວ ໂລກຈະຈະກ້າວເຂົ້າສູ່ແຫ່ງຄວາມເສື່ອມຖອຍ ອາຍຸໄຂຂອງມະນຸດ ຈະຄ່ອຍໆລົດລົງໄປຈົນເຫຼືອ 10 ປີ, ໂລກກໍເຂົ້າສູ່ຍຸກມິສັນຍີ, ມະນຸດກໍໄດ້ຮັບໄພອັນຕະລາຍ ແລະມີຄວາມສະຫຼົດໃຈກັບຄວາມຊົ່ວຮ້າຍທີ່ເກີດຂຶ້ນ ກໍຫັນມາລວມຕົວ ລວມກຸ່ມກັນສ້າງຄວາມດີ ມີການໃຫ້ທານ ຮັກສາ ສິນເປັນຕົ້ນ, ຫຼັງຈາກປະຕິບັດສິນທຳແລ້ວ ອາຍຸໄຂຂອງຄົນເລົ່ານັ້ນກໍເພີ່ມຂຶ້ນ ຈາກ 10 ສູ່ 20 ປີ ໄປຈົນ 100 ຈົນ 1000 ປີ ຂຶ້ນໄປຈົນຮອດອະສົງໄຂປີ, ໃນຍຸກນີ້ ຈະມີພຣະໂພທິສັດ ບຳເພັງປາຣະມີຄົບ 80 ອະສົງໄຂປາຍແສນມະຫາກັບ, ຈະລົງມາຕັດສະຮູ້ເປັນພຣະພຸດທະເຈົ້າ ຕາມພຸດທະພະຍາກອນ ກໍຄື ພຣະສີອະຣິຍະເມຕໄຕໂຍໂພທິສັດນັ້ນແລ. (ພຣະອະຣິຍະເມດໄຕພຸດທະເຈົ້ານີ້ແລ)

3. ພຸດທະພະຍາກອນ:
- ພຸດທະພະຍາກອນກ່ຽວກັບພຣະສຣີອະຣິຍະເມດໄຕ ພົບໃນຄັມພີຂຸດທະນິກາຍ ຂອງສາສະໜາພຸດ ໃນພຣະໄຕປິດົກເຫຼັ້ມທີ 11 ພຣະສູດຕັນຕະປິດົກເຫຼັ້ມ 3 ທີຄະນິກາຍ ປະຕິກະວັກ, ຈາກກະວັດຕິສູດ ເຊິ່ງມີເນື້ອໃນສົມບູນໃນທຸກນິກາຍ.

3.1. ຄຳພາຍາກອນ:
”ດູກ່ອນພິກຂຸທັງຫຼາຍ ໃນເມື່ອມະນຸດມີອາຍຸ 80.000 ປີ, ພຣະຜູ້ມີພຣະພາກຊົງພຣະນາມວ່າເມຕໄຕ ຈັກສະເດັດຂຶ້ນໃນໂລກ ພຣະອົງເປັນອໍຣະຫັນຕັດສະຮູ້ເອງໂດຍຊອບ ເຖິງພ້ອມດ້ວຍວິຊຊາແລະຈາຣະນະສະເດັດໄປດີແລ້ວ ຊົງຮູ້ແຈ້ງໂລກ ເປັນສາຣະຖີຝຶກບູຣຸດທີ່ຄວນຝືກ ບໍ່ມີຜູ້ອື່ນຍິ່ງກວ່າ ເປັນສາສະດາຂອງເທວະດາ ແລະມະນຸດທັງຫຼາຍ ເປັນຜູ້ເບີກບານແລ້ວ ເປັນຜູ້ຈຳແນກແຈກທຳ ເໝືອນຕະຖາຄົດອຸບັດຂື້ນແລ້ວໃນໂລກ, ໃນບັດນີ້ເປັນອໍຣະຫັນ ພຣະຜູ້ມີພຣະພາກຊົງພຣະນາມວ່າເມດໄຕ ພຣະອົງນັ້ນຈັກຊົງທຳ ໂລກນີ້ພ້ອມທັງເທວະໂລກ ມານໂລກ ພົມໂລກ ໃຫ້ແຈ່ມແຈ້ງດ້ວຍປັນຍາອັນຍິ່ງ ດ້ວຍພຣະອົງເອງແລ້ວ ຊົງສອນໝູ່ສັດ ພ້ອມທັງສະມະນະພາມ ເທວະດາ ແລະມະນຸດໃຫ້ຮູ້ຕາມ ເໝືອນຕະຖາຄົດໃນບັດນີ້ ພຣະຜູ້ມີພຣະພາກຜູ້ຊົງພຣະນາມວ່າເມດໄຕພຣະອົງນັ້ນ ຈັກຊົງສະແດງທຳ ງາມໃນເບື້ອງຕົ້ນ ງາມໃນທ່າມກາງ ງາມໃນທີ່ສຸດ ຊົງປະກາດພົມມະຈັນ ພ້ອມທັງອັດຖະ ພະຍັນຊະນະ ບໍລິສຸດ ບໍລິບູນ ເໝືອນຕະຖາຄົດ ໃນບັດນີ້, ພຣະຜູ້ມີພຣະພາກຊົງພຣະນາມວ່າເມດໄຕພຣະອົງນັ້ນ ຈັກຊົງບໍລິຫານພຣະພິກຂຸສົງຫຼາຍພັນ ເໝືອນພຣະຕະຖະຄົດບໍລິຫານພິກຂຸສົງຫຼາຍຮ້ອຍ ໃນບັດນີ້ສະນັ້ນ”

4. ປະຫວັດ:
- ໃນຍຸກຂອງພຣະສີຣິວັດພຸດທະເຈົ້າ ພຣະສຣິອະຣິຍະເມດໄຕ ຊົງເປັນກະສັດຊົງພຣະນາມວ່າ ພຣະເຈົ້າສັງຂະປັດແຫ່ງນະຄອນອິນທະປັດຖະ.
- ວັນໜຶ່ງຊົງຊາບວ່າພຣະພຸດທະເຈົ້າສະເເດັດມາໃກ້ໆ ເມືອງອິນທະປັດ ກໍຊົງດີພຣະໄທຈຶ່ງສະເດັດໄປດ້ວຍບາດ(ເດີນໄປເອງ) ພຽງໜຶ່ງວັນພຣະບາດທັງສອງກໍແຕກຊໍ້າ
ວັນທີສາມໜ່ອງກໍເຕັກຊໍ້າພຣະໂລຫິດນອງ ວັນທີສີ່ບໍ່ສາມາດສະເດັດຕໍ່ໄປດ້ວຍພຣະວິຣິຍະ(ຄວາມພຽນ) ແລະຈິດມຸ້ງໝັ້ນທີ່ຈະເຈົ້າເຝົ້າພຣະສີຣິວັດພຸດທະເຈົ້າພຣະອົງນັ້ນ, ຈຶ່ງຄ່ອບຄືບຄານໄປດ້ວຍພຣະອຸຣະ(ເອິກ) ພຣະພຸດທະເຈົ້າຊົງຊາບດ້ວຍຍານທິບ ຈຶ່ງແປງເປັນມານົບໜຸ່ມ(ຊາຍໜຸ່ມ)ຂັບກວຽນ, ພາໄປເຖິງສຳນັກຂອງພຣະພຸດທະຈົ້າ, ພຣະອິນ ແລະມະເຫສີທັງສີ່ໄດ້ແປງອົງເປັນຍິງຊາຍ ນຳຫໍ່ເຂົ້າທິບ ແລະນໍ້າທິບມາໃຫ້ສະເຫວີຍ, ເມື່ອພຣະອົງຫາຍບວບຊໍ້າຈຶ່ງຊົງສະເດັດໄປພຣະວິຫານ ພຽງແຮກພົບພຣະພຸດທະເຈົ້າ ກໍສະຫຼົບເພາະດ້ວຍຄວາມປີຕິໂສມະນັດເມື່ອຟື້ນພຣະວໍຣະກາຍຈຶ່ງຕັດວ່າ:
”ຂ້າແຕ່ພຣະຜູ້ມີພຣະພາກເຈົ້າ” ແລະກໍບໍ່ໄດ້ຕັດອັນໃດ ດ້ວຍຄວາມຍິນດິພຣະໄທ ພຣະອົງໄດ້ສະດັບພຣະສັດທັມພຽງບົດດຽວ ເພາະບໍ່ມີສິ່ງໃດ ຖວາຍບູຊາທຳມະເທດສະໜາ ຈຶ່ງຊົງຕັດພຣະສຽນ(ສີສະ-ຫົວ) ດ້ວຍພຣະນະຂາ(ເລັບ) ຖວາຍເປັນພຸດທະບູຊາ ແລະໃນຍຸກຂອງພຣະໂຄດົມສັມມາສັມພຸດທະເຈົ້າ(ອົງປັດຈຸບັນ) ພຣະສຣີອະຣິຍະເມດໄຕ ໄດ້ເປັນສາວົກຂອງພຣະອົງມີນາມວ່າ ພຣະອະຊິຕະ ພິກຂຸ, ຄັ້ງໜຶ່ງໄດ້ຮັບພຸດທະພະຍາກອນ ວ່າ “ພຣະອະຊິຕະ ຈະໄດ້ເປັນພຣະພຸດທະເຈົ້າ ໃນອະນາຄົດ”.

- ໂຜດຕິດຕາມການຕັດສະຮູ້.

(ອ່ານເທົ່ານີ້ກ່ອນ ແລ້ວຈັ່ງກັບມາອ່ານຕໍ່ ເພື່ອສ້າງຄວາມເຂົ້າໃຈໃຫ້ດີ ໃນບົດຕົ້ນ)

Sunday 9 March 2014

ປິດສະໜາທຳ

- ຄໍາ­ຖາມ­ຂອງ­ອາ­ຈານ­ສັກ­ມອນ ສີຣິສັກ (ທີ່­ຖາມ­ມາໃນໃນເຟຊີບຸຄ) 
ສະ­ບາຍ­ດີ ພຣະ­ອາ­ຈານ.
ຕອນເຊົ້າມື້­ນີ້, ພວກຂ້ານ້ອຍໄດ້­ນັ່ງ­ສົນທະ­ນາກັນ­ຢູ່ຫ້ອງ­ການ, ກໍເລີຍ­ຍົກເອົາບັນ­ຫາ­ໜຶ່ງ­ຂຶ້ນ­ມາໂລມ­ກັນ ເລື່ອງ:
'ຢາກ­ກິນເຂົ້າ ໃຫ້­ປູກໃສ່ພະ­ລານ­ຫີນ
ຢາກ­ກິນ­ປາໃຫ້­ຖືແຫຂຶ້ນໂຄກ...'
ພວກຂ້ານ້ອຍ ບໍ່­ສາມາດ­ຮູ້ ແຕ່­ກົກເຖິງ­ປາຍ ຂອງ­ຄໍາ­ສອນ­ນີ້ ແລະ­ບໍ່­ສາມາດ­ຮູ້ເຖິງ­ຄວາມ­ໝາຍ­ຂອງ­ຄໍາ­ສອນ­ນີ້ໄດ້ຢ່າງລະ­ອຽດວ່າ ເພິ່ນ­ຢາກ­ສື່ຄວາມ­ໝາຍແນວໃດ.
ສະ­ນັ້ນ, ພວກຂ້ານ້ອຍ ຈຶ່ງ­ຢາກໃຫ້ພຣະ­ອາ­ຈານ­ຕື່ມເຕັມ­ຄວາມ­ຮູ້­ນີ້ ໃຫ້ພວກຂ້ານ້ອຍແນ່.
 
ສາ­ທຸ. 

ພຣະ­ອາ­ຈານ­ຕອບ:
ຈະເຣີນພອນ ພໍ່ອອກ ອັນ­ນີ້­ມັນແມ່ນ­ຄໍາ­ສອນເຊີງ­ປຽບ­­ທຽບ­ປິດສະ­ໜາ­ທໍາ ຂອງ­ພໍ່ແມ່­ຄູບາອາ­ຈານ ເພື່ອໃຫ້ພະ­ລັງໃຈພຣະ­ສົງ ສາມະ­ເນນ ອອກ­ຕົນ­ຍາດໂຍມ ທໍາ­ພາ­ລະ­ກິດ­ຂອງ­ຕົນ ແຕ່ເປັນ­ການເວົ້າໃຫ້­ຄົ້ນ­ຄິດ­ຫາ­ຫົວຂໍ້­ທໍາມາ­ສົມ­ທຽບ ໃນລັກສະ­ນະ­ຝຶກ­ປັນ­ຍາ ໂດຍ­ການ­ຄົ້ນ­ຄວ້າ ແລະ­ຄິດ­ນໍາ ພາຍໃຕ້­ຫົວຂໍ້­ທໍາ­ທີ່­ມີ ຕໍ່ກັບຄຳປິດສະໜານີ້ຈະ­ຕອບໃຫ້­ຄົບ­ຊຸດເລີຍ ຄື

(໑). "ຢາກ­ກິນເຂົ້າ ໃຫ້­ປູກໃສ່ພະ­ລານ­ຫີນ" ໝາຍ­ຄວາມວ່າ ໃຫ້ພະ­ສົງ-ສາມະເນນ ຫຼືຍາດໂຍມ ຖືສີນຢ່າງເຄັ່ງ­ຄັດ ມີສີລາ­ຈາຣະວັຕຈົບ­ງາມ, ຄໍາວ່າ "ຫີນ" ກໍແປມາ­ຈາກ(ສິນ) "ສີເລນະ­ ຫຼືສີລານັງ" ສີລາ ແປວ່າ­ຫີນ, ມີຄວາມ­ໝາຍ­ຄືໜັກແໜ້ນ, ປົກກະ­ຕິ, ເມື່ອສະ­ມະ­ນະ­ຖືສິນຢ່າງ ເຄັ່ງ­ຄັດ ໜັກແໜ້ນ ຍາດໂຍມ­ກໍອຸປະ­ຖັມ, ກໍຖວາຍ­ປັດໄຈສີ່ ອັນ­ມີອາ­ຫານ ຈີວອນ ທີ່­ຢູ່ ເຄື່ອງໃຊ້ ຢາ­ປົວພະ­ຍາດ, ບໍ່ວ່າແຕ່ພຣະ­-ເນນ ຍາດໂຍມ­ມີສິນ­ກໍ ຫາ­ຊັບໄດ້ ຄືມີຄວາມ­ປົກກະ­ຕິ ການຄ້າ­ຂາຍ ທໍາການ­ງານ­ກໍບັນ­ລຸຜົນ ເພື່ອຄົນເຊື່ອໝັ້ນ­ສັດ­ທາ. 

(໒) "ຢາກ­ມີສີນໃຫ້ຂ້າ­ພໍ່­ຕີແມ່" ຄື ຄົນຈະ­ມີສີນ ຄືຄວາມ­ໝັກແໜ້ນ­ໝັ້ນ­ຄົງ ໃຫ້ຂ້າ­ພໍ່­ຕີແມ່ ອັນວ່າ­ພໍ່ແມ່­ທີ່ຄວບ­ຄຸມ­ຈິດມະ­ນຸດ­ນີ້ກະ­ຄື ໂລບ, ໂກດ, ຫຼົງ ສາມໂຕນີ້ ເປັນ­ກິເລດ ສະ­ເໝືອນເປັນ­ພໍ່ແມ່ໃຫຍ່­ທີ່ຄວບ­ຄວບ­ຄຸມ­ຈິດໄວ້ໃຫ້­ທໍາ­ຄວາມ­ຊົ່ວດ້ວຍ­ກາຍ ວາ­ຈາ ໃຈໄດ້, ຄົນ­ມີໂລບ, ໂກດ, ຫຼົງ ເປັນສະ­ເໝືອນ­ພໍ່ແມ່ຄວບ­ຄຸມ­ຫໍ່ຼລ້ຽງໃຈ ກໍສາມາດລະ­ເມີດ­ສິນໄດ້­ທຸກໂອກາດ ຫາກຂ້າແມ່ໃຫຍ່ໄດ້ ກໍມີສິນ ຄືມີຄວາມ­ປົກກະ­ຕິ ໜັກແໜ້ນ. 

(໓) "ຢາກໃຫ້­ມີຄົນ­ມາແວ່ໃຫ້ຂ້າ­ພວກ­ດຽວກັນ" ຄໍາວ່າ­ພວກ­ດຽວກັນ ກໍຄື ພວກ­ດຽວກັບ­ກິເລດ ສາມຢ່າງເທິງ­ນັ້ນ ຄື ໂລບ, ໂກດ. ຫົຼງ ມັນ­ມີພວກ ຄື ຖີນະ­ມິດທະ­ ຄວາມງ້ວງເຫຼົາ­ຫາວນອນ ຂີ້ຄ້ານ­ມັກງ່າຍ ຂີ້­ຖີ່­ໜຽວແໜ້ນ ແລະ­ຂີ້­ອິດ­ສາ­ພະ­ຍາບາດ ມານ­ຍາ­ ສາໄຖຍະ­ ມັນເປັນ­ພວກ­ດຽວກັນ­ກັບ­ກິເລດ ເປັນ­ກິເລດຢ່າງຍ່ອຍໆ­ ຫາກໃຜບໍ່­ມີສິ່ງເລົ່ານັ້ນ ກໍເປັນ­ຄົນໃຈກວ້າງ ໃຜກໍຢາກແວ່ ມາ­ຢາມ ມາເປັນເພື່ອນ ເປັນ­ໝູ່­ຄົບຄ້າ ສະ­ມາ­ຄົນ ວິສາ­ສະ­ດ້ວຍ. 

(໔) "ຢາກ­ກິນໄກ່ໂອກ" ໃຫ້ແບກ­ຊູ່ມ­ລົງ­ໜອງ ຄໍາວ່າ "ຊຸ່ມ" ແມ່ນ­ໝາຍເຖິງ­ຄວາມ­ຊຸ່ມເຢັນ, ຄໍາວ່າ "ໜອງ" ໝາຍເຖິງ­ນໍ້າໃນ­ໜອງ, ໝາຍວ່າ ຫາກໃຜມີຈິດ­ຊຸ່ມ ໃຈເຢັນ ໃຈບໍ່ຮ້ອນ ກະ­ວົນກະ­ວາຍ ໃຜໆ­ກໍຮັກ­ຫອມ ໃຜໆ­ກໍຢາກ­ມາເປັນ­ໝູ່ເປັນ­ພວກ ແລະ­ອຸປະ­ຖັມ­ຄໍ້າ­ຊູ ເອົາ­ຂອງ­ມາ­ຕ້ອນ ມາ­ຊູ່ ເໝືອນໄດ້­ກິນໄກໂອກໂຕໃຫຍ່. 

(໕) ຄໍາວ່າ "ຢາກ­ກິນ­ປາ(ຕອງ)"ໃຫ້­ຫິ້ວ(ຖື)ແຫຂຶ້ນໂຄກ"ຄວາມເດີມ­ມິ “ປາ­ຕອງ” ແລະ­ຖື, ໝາຍ­ຄວາມວ່າ ສາມະ­ນະ­ຊີພຣາມ ຜູ້­ບໍ່­ບຽດບຽນເຂົາ, ສະ­ມະ­ນະ­ຊີພາມ ບໍ່­ທໍາອາ­ຊີບແບບ­ຊາວບ້ານ ເຄື່ອງຂ້າ ເຄື່ອງປະ­ຫານໃຫ້ເລີກ­ຖິ້ມ­ສາ ຕັ້ງ­ຕໍ່ປະ­ຕິບັດ­ທໍາ­ຢ່າງ­ດຽວ ແລ້ວນໍາເອົາ­ຜົນ ຂອງ­ການປະ­ຕິບັດໄດ້­ນັ້ນ ໄປສັ່ງ­ສອນປະ­ຊາ­ຊົນ ປະ­ຊາ­ຊົນເຫັນ­ຄຸນ­ງາມ­ຄວາມ­ດີ ທີ່ໄດ້­ຈາກ­ການ­ຄໍາ­ສອນ­ນັ້ນ ກໍບໍ່­ຈໍາເປັນຕ້ອງ­ຫາ­ລ້ຽງ­ຊີບ ຍາດ ໂຍ­ມ­ອຸປະ­ຖັມເອງ. 

(໖) "ຢາກ­ມີສີສັນໃຫ້ນອນ­ດິນເກືອກ­ຝຸ່ນ" ໝາຍ­ຄວາມວ່າ ສະ­ມະ­ນະ­ຊີພຣາມ ທໍາ­ຕົນໃນ­ທີ່ສະ­ຫງັດ ກິ້ງເກືອກ­ລີເລືອກັບ­ການປະ­ຕິບັດ­ສິນ­ທໍາ ໃຫ້­ຊີວິດຢ່າງ­ພໍພຽງ ເໝືອນ­ທໍາ­ຕົນເກືອກ­ຝຸ່ນ ປະ­ຊາ­ຊົນເຫັນ­ກໍສັດ­ທາ­ຊໍ່ຊ້ອງ­ສາ­ທຸການ, ສະ­ນັ້ນ ຈຶ່ງ­ມີຄໍາ­ສອນເສີມທ້າຍ­ຄໍາອະ­ທິບາຍ­ນີ້ຂອງ ຄູບາອາ­ຈານວ່າ "ສະ­ມະ­ນະ­ ຕ້ອງ­ກິນ­ຄືໝູ ຢູ່­ຄືໝາ ໄປຄືເທວະ­ດາແລ" ອີກ­ຄວາມ­ໝາຍ­ໜຶ່ງ ສະ­ມະ­ນະ­ກໍດີ, ຍາດໂຍມ­ກໍດີ ຢາກ­ມີຄົນ­ຊໍ່ຊ້ອງ ສາ­ທຸການ ນອກ­ຈາກເອົາ­ຈິດໃສ່ໃຈເສັຍໃນ­ທໍາວິໄນແລ້ວ, ຕ້ອງ­ຕິດ­ພັນ­ກັບ­ຊາວບ້ານໃຫ້ໄດ້ ຢ່າແຍກ­ທີ່­ຮັກ ບັງ­ທີ່­ຊັງ ຢູ່ໃກ້­ສິດ­ຕິດແທດຊ່ວຍ ເຫືຼອເບິ່ງແຍງ­ບອກ­ສອນເຂົາແລ. 

(໗) "ຢາກ­ອົບ­ອຸ່ນໃຫ້­ອາບ­ນໍ້າຍາມ­ໜາວ" ໝາຍ­ຄວາມວ່າ ການສ້າງ­ບຸນ (ທານ, ສິນ, ພາວະ­ນາ) ຕ້ອງສ້າງໄວ້ແຕ່­ຍັງ­ໜຸ່ມ­ຍັງນ້ອຍ ເໝືອນ­ກັບ­ຄົນ­ໜຸ່ມ­ສາວ ທີ່­ອາບ­ນໍ້າຍາມ­ໜາວຮ່າງ­ກາຍແຂງແຮງ ການປະ­ຕິບັດ­ທໍາກໍເຊັ່ນ­ດຽວ ໃຫ້­ຕື່ນເດິກ­ລຸກເຊົ້າ ຮ້ອນ­ບໍ່ວ່າ ໜາວບໍ່ວ່າ, ການເຮັດ­ບຸນ ຄວາມ­ດີຕ່າງໆ­ ກໍເຮັດແຕ່­ຍັງ­ໜຸ່ມນ້ອຍ ຂະ­ຫຍັນເຮັດ ຂະ­ຫຍັນ­ທໍາ ເຮັດເບົາໆ­ ຄ່າເຄັ່ງໂພດ ຢ່າຍານໂພດ ແມ່ນວ່າມັນ­ຍາກ­ກໍເຮັດ ຫາກ­ມັນ­ມີຄວາມ­ສຸກ.

(ທັງ­ໝົດເປັນ­ປິດສະ­ໜາ­ທໍາ­ຂອງ­ຄົນ­ລາວບູຮານ ທີ່ສອນແບບເສື່ອງ­ສົ້ນ ເພື່ອໃຫ້­ລູກ­ຫຼານ ຫຼືລູກ­ສິດໃຊ້ສະ­ໝອງ­ຊອກ­ຄິດ ຊອກ­ຫາ ເພິ່ນ­ບໍ່ສອນ­ສໍາເລັດ­ຮູບ, ເພາະ­ເປົ້າ­ໝາຍໃຫ້­ຄົນ­ຄິດເອງເປັນ ເຊັ່ນ­ດຽວກັບ­ພາ­ສາ ແລະ­ອັກ­ສອນ­ລາວນັ້ນແລ້ວ ຄົນ­ບູຮານເພີ່ນຈະ­ໃຫ້­ຄໍາເວົ້າຍາກໆ­ ຂຽນ­ອັກ­ສອນແບບເຄົ້າໆ­ ເພື່ອໃຫ້­ຄົນ­ຮຽນ­ສາມາດ­ຄົ້ນ­ຄວ້າ­ສຶກ­ສາດ້ວຍສະ­ໝອງ ບໍ່­ຄືຄົນ­ດຽວນີ້ ເວົ້າ­ຫຍັງ ສອນຫຍັງ ເວົ້າງ່າຍໆ­ ເຮັດງ່າຍໆ­ ມັນ­ສັ້ນໆ­ ສຸດທ້າຍ­ມັນກ່າງ່າຍໄປໝົດ ກົ້ນກະ­ງ່າຍ ຫົວກະ­ງ່າຍ ມັນເລີຍເບົາເຍົາວ໌­ໄປໝົດແລ).