Tuesday 4 September 2012

ມິຈສາຊີບ



ຄຳວ່າ "ມິຈສາຊີບ" ມາຈາກຕຳວ່າ "ມິຈສະ + ອາຊີວະ = ເມື່ອສົນທິທັງສອງສັບເຂົ້າກັນໄດ້ຄວາມວ່າ "ມິຈສະອາຊີວະ" ແລ້ວແປງເປັນ "ມິຈສາຊີພ"(ຂຽນ = ມິດສາຊີບ) ກໍຄືຄວາມມີອາຊີບທີ່ຜິດ ໄດ້ແກ່ "ນັກຕົ້ມຕຸ໋ນ, ຜູ້ຮ້າຍຊາຍໂຈນ, ໂຈນ, ຜູ້ກໍ່ການຮ້າຍ ຫຼືຜູ້ທີ່ມີອາຊີບ ທີ່ບໍ່ມີຄວາມປົກກະຕິນັ້ນເອງ.

໑. ນັກຕົ້ມຕຸ໋ນ: ມີລັກສະນະຫຼອກລວງຄົນອື່ນໃຫ້ຫຼົງເຊື່ອເພື່ອຫວັງຜົນຜະໂຫຍດຢ່າງອື່ນ ໃນວັດຖຸສົມບັດ ແລະຂອງຮັກຂອງຫວງແຫນ, ຕົວຢ່າງ ທ້າວກໍ ໃຊ້ວິທິຫຼອກລວງເອົາເງິນຂອງນາງຂໍ ດ້ວຍອຸບາຍຕ່າງໆ ນາງຂໍຫຼົງເຊື່ອແລ້ວໃຫ້ເງິນໄປ ໕໐.໐໐໐ ພັນກີບ.
໒. ຜູ້ກໍ່ການຮ້າຍ ຫຼືຜູ້ຮ້າຍຊາຍໂຈນ: ມີອາຊີບປົກກະຕິທຳຮ້າຍ ຫຼືກໍ່ການອັນບໍ່ດີ ໃຫ້ເກີດເສັຍຜົນປະໂຫຍດແກ່ຊີວິດ ແລະຊັບສິນຂອງບຸກຄົນ ສັງຄົມ ແລະປະເທດຊາດ.
໓. ໂຈນ: ຄົນພວກໜຶ່ງຕັ້ງຕົນກັບເປັນກຸ່ມ ລັກຢູ່ຊ່ອງແຄບມາລະກາ ແລ້ວປຸ້ນເຮືອສິນຄ້າ. (ອັນນີ້ເຂົາວ່າໂຈນສະຫຼັດ)
໔. ຂະໂມຍ: ຢູ່ບ້ານໜຶ່ງຂອງມັກເສັຍເລື້ອຍໆ ນາຍບ້ານຈຶ່ງແຕ່ງກອງຫຼອນປ້ອງກັນສະກັດກັ້ນ ວັນໜຶ່ງກອງຫຼອນຈັບຄົນໜຶ່ງໄດ້ ເຂົາສະພາບວ່າເຂົາລັກຂອງທີ່ບ້ານນີ້ປະຈຳ ຂະໂມຍຍັງຮຽກອີກຢ່າງໜຶ່ງວ່າ ຄົນຂີ້ລັກ.
໕. ນັກປຸ້ນ, ນັກຈີ້ ມືປືນລ້ວນແຕ່ແມ່ນມິດສາຊີບ.

- ທັງໝົດ ຄືມີອາຊີບບໍ່ປົກກະຕິດ ໃຊ້ຊີວິດຜິດທຳນອງຄອງທຳ ເຂົາຮຽກວ່າ "ມີດສາຊີບ".

ມິຈສາທິຕຖີ(ມິດສາທິດຖີ)



- ຄຳວ່າ "ມິຈສາທິຕຖີ(ມິດສາທິດຖີ): ໝາຍເຖິງຄວາມເຫັນຜິດ ເຊິ່ງຄວາມເຫັນຜິດນັ້ນຢ່າງທຳມະດາ ກໍມີເຖິງ ໑໐ ປະການ ຢ່າງລະອຽດກໍມີເຖິງ ໖໒ ປະການ ຈະຍົກມາລຳດັບໃຫ້ເຫັນເຖິງຄຳວ່າ ມິດສາທິດຖີ ໑໐ ປະການດັ່ງນີ້:
໑. ເຫັນວ່າທານທີ່ໃຫ້ແລ້ວ ບໍ່ມີຜົນ.
໒. ເຫັນວ່າການບູຊາ ບໍ່ມີຜົນ.
໓. ເຫັນວ່າການບວງສວງ ບໍ່ມີຜົນ.
໔. ເຫັນວ່າການທຳດີ ທຳຊົ່ວບໍ່ມີຜົນ.
໕. ເຫັນວ່າໂລກນີ້ບໍ່ມີ ຄືບໍ່ເຊື່ອວ່າຜູ້ທີ່ຕາຍຈາກໂລກອື່ນມາເກີດໃນໂລກນີ້ມີ.
໖. ເຫັນວ່າໂລກໜ້າບໍ່ມີ ຄືບໍ່ເຊື່ອວ່າຜູ້ທີ່ຕາຍຈາກໂລກນີ້ໄປເກີດໃນໂລກອື່ນມີ.
໗. ເຫັນວ່າມານດາບໍ່ມີ ຄືເຫັນວ່າຄຸນຂອງມານດາບໍ່ມີ.
໘. ເຫັນວ່າບິດາບໍ່ມີ ຄືເຫັນວ່າຄຸນຂອງບິດາບໍ່ມີ.
໙. ເຫັນວ່າໂອປປາຕິກະສັຕວ໌ ຄືສັດທີ່ເກີດຂຶ້ນເອງໂດຍບໍ່ມີບິດາ ມານດາ ເກີດແລ້ວໃຫຍ່ຂຶ້ນເລີຍຢ່າງພວກເທວະດາເປັນຕົ້ນບໍ່ມີ.
໑໐. ເຫັນວ່າສະມະນະພຣາມຜູ້ປະຕິບັດດີປະຕິບັດຊອບ ເຫັນແຈ້ງປະຈັກໂລກນີ້ໂລກໜ້າດ້ວຍຕົນເອງ ແລ້ວປະກາດໃຫ້ຜູ້ອື່ນຮູ້ໄດ້ ບໍ່ມີ ຄືເຫັນວ່າຜູ້ທີ່ຕັດສະຮູ້ເປັນອໍຣະຫັນຕະ ສັມມາສັມພຸດທະເຈົ້າບໍ່ມີ
- ທັງໝົດຮຽກວ່າ "ມິຈສາທິດຖີ" ຄືມີຄວາມເຫັນຜິດນັ້ນເອງ.

- ມິດສາທິດຖີນັ້ນ ຕ່າງຈາກມິດສາຊີບ ດັ່ງນີ້