Saturday 28 January 2012

ພຣະພຸດທະອົງຕັສ

ເມື່ອເຮົາຢູ່ສະບາຍ ອະກຸສົນທັມຍ່ອມຈະເຣີນຍິ່ງ ກຸສົນທັມຍ່ອມເຊື່ອມ
ແຕ່ເມື່ອເຮົາເຣີ່ມຕັ້ງຕົນເພື່ອຄວາມລຳບາກ ອະກຸສົນທັມຍ່ອມເສື່ອມ ກຸສົນທັມຍ່ອມຍິ່ງຈະເຣີນຍິ່ງ
ແລະເພາະຕັ້ງຕົນເພື່ອຄວາມລຳບາກ ເພື່ອປະໂຫຍດໃດ ປະໂຫຍດນັ້ນຂອງທ່ານ ເປັນອັນສຳເຣັດໄດ້ແລ້ວ
ຕໍ່ມາທ່ານຈຶ່ງບໍ່ຕ້ອງເຣີ່ມຕັ້ງຕົນເພື່ອຄວາມລຳບາກອີກ ຄວາມພະຍາຍາມມີຜົນ ຄວາມພຽນມີຜົນ ແມ້ຢ່າງນີ້.
(ຈາກພຣະໄຕປິດົກພາສາໄທຍ ສະບັບຫຼວງເຫຼັ້ມທີ ໑໔ ເທວະທະຫະສູຕຣ໌ ຂໍ້ທີ ໑໕)

Saturday 14 January 2012

ຄວາມເປັນມາຂອງສາສນາຕ່າງໆໃນລາວ

ຄົ້ນຄວ້າໂດຍ: ພອຈ.ເນືອງພິລັກ ໂຊຕິທອນ
(ສະຫງວນສີດ: ບຸກຄົນ ອົງກອນ ໜັງສືພິມ ວາລະສານມຫຼືສື່ສິ່ງພິມໃດຈະນຳໄປເຜີຍແຜ່ທາງທຸລະກິດ ໂຜດຂຽນຊື່ຜູ້ຄົ້ນຄວ້າ)
-----#######-----

- ນັກຄິດ, ນັກປະຕິບັດທັມ ແລະນັກການສາສນາຫຼາຍທ່ານກ່າວສະເໝີວ່າ "ສາສນາ ສອນໃຫ້ຄົນເປັນຄົນດີ" (ໝາຍເຖິງທຸກສາສນາ) ສະນັ້ນ ເຮົາຈະເຫັນວ່າ ສາສນາ ຄື ຄຳສອນ.

- ຄຳວ່າ "ສາສນາ" ເປັນພາສາປາລີ ແລະສັນສະກິດ ແປວ່າ "ຄຳສອນ" ໃນພາສາປາລີ ແລະສັນສະກິດ ອ່ານອອກສຽງວ່າ "ສາສະນາ ຫຼືສາສະນັງ"

- ເຮົາຮູ້ແລ້ວວ່າ "ສາສນາ" ແປວ່າຄຳສອນ, ສະນັ້ນ ການຈະສອນໄດ້ ຕ້ອງມີ ຜູ້ "ສອນ" ຮຽກວ່າ "ສາສດາ" ເຈົ້າຂອງຄຳສອນ, ຄຣູ, ອາຈານແປວ່າຜູ້ນຳ ຄຳສອນໄປສອນ "ຜູ້ຮຽນ" ຮຽກວ່າ "ສາສນິກະຊົນ".


- ສາສນາໃນໂລກ ມີ ຢູ່ ໒ ສາຍໃຫຍ່ ຄື ສາສນາເທວະນິຍົມ ຄືຖືເອົາເທບເທວາເປັນສະຣະນະ ຄື ເຄົາຣົບພຣະເຈົ້າ ຫຼືເທບພະເຈົ້າ, ສິ່ງສັກສິດ ອື່ນໆ ໝາຍຄວາມວ່າມະນຸດ ຈະດີ ຫຼືຊົ່ວເພາະຄົນອື່ນ ຫຼືຜູ້ມີອຳນາດປະທານໃຫ້ ແລະສາສນາອະເທວະນິຍົມ ຄື ບໍ່ນິຍົມເທວະດາ ນິຍົມກັມ ຄືມະນຸດຈະດີ ຫຼືຊົ່ວເປັນເພາະກັມຂອງຕົນ(ການກະທຳ)

ກ. ສາສນາເທວະນິຍົມ (



- ໃນໂລກເຮົາ ມີສາສນາຢູ່ຫຼາຍສາສນາ ແຕ່ສາສນາທີ່ຄົນນິຍົມຫຼາຍທີ່ສຸດ ຄື
໑. ສາສນາພຸດ (ຄຳສອນຂອງພຣະພຸດທະເຈົ້າ ມີພຣະພຸດທະເຈົ້າ ນາມວ່າ ພຣະໂຄຕະມະ ເປັນພຣະບໍຣົມມະສາສດາ)
໒. ສາສນາຄຣີດ (ຄຳສອນຂອງຂອງຄຣິດ ມີພຣະສາສດາເຢຊູຄຣິດເປັນສາສດາ)
໓. ສາສນາອິສຣາມ(ຄຳສອນຂອງອິສຣາມ ມີພຣະສາສນາດາໂມຮັມມັດເປັນສາສດາ).
໔. ສາສນາພຣາມ (ຄຳສອນຂອງພຣາມ ເນື່ອງຈາກສາສນານີ້ມີຫຼາຍໝື່ນປີ ແລະສາດາຫຼາຍອົງ ສາສດາຂອງສາສນານີ້ຈຶ່ງຍັງບໍ່ມີການຢືນຢັນວ່າອົງໃດແທ້ເປັນສາສດາ.
- ສາສນາເລົ່ານີ້ ເປັນສາສນາໃຫຍ່ໆ ທີ່ຄົນທົ່ວໂລກນັບຖືກັນຢ່າງແຜ່ຫຼາຍ, ນອກຈາກນັ້ນກະມີສາສນານ້ອຍໆ ແລະລັດທິອື່ນໆອີກທີ່ມີຄົນນັບຖືກັນຢູ່.
- ສາສນາຂອງລາວ: ອີງຕາມປະຫວັດສາດແລ້ວນັ້ນ ຊາດລາວເຮົາເປັນຊາດທີ່ເກົ່າແກ່ ປາກົດວ່າມີສາສນາຂອງຊາດຕົນຄື "ສາສນາຜີແຖນ ຫຼືສາສນາແຖນຟ້າ" ແຕ່ວ່າ ເມື່ອພຣະເຈົ້າຟ້າງຸ່ມມະຫາຣາດ ໄດ້ນຳເອົາພຣະພຸດທະສາສນາມາເປັນສາສນາຂອງຊາດລາວແລ້ວ ໃນປີ ໑໓໕໗ ແລ້ວກໍປະກາດຍົກເລີກສາສນາແຖນເລື້ອຍມາ ຈົນຮອດສະໄ​ໝພຣະເຈົ້າໂພທິສາລະຣາດເຈົ້າ, (ພຣະບິດາຂອງພຣະເຈົ້າໄຊຍະເຊດຖາ) ແລະປະຊາຊົນລາວກໍນັບຖືພຸດທະສາສນາຫຼາຍຂຶ້ນ ແຕ່ນັ້ນມາສາສນານີ້ກໍໄດ້ ກາຍເປັນພຽງລັດທິເທົ່ານັ້ນ, ປັດຈຸບັນກໍຍັງມີຄົນລາວບັນດາເຜົ່ານັບຖື ລັດທິນີ້ຢູ່ ໃນປະເພດທີ່ບູຊາຜີ, ບູຊານາກ, ບູຊາແຖນ ຫຼືກະໄທ້ ຫຼຶວ່າເທດາ.
- ສາສນາໃນລາວ : ໃນລາວເຮົາແຕ່ອາດີດຈົນຮອດປັດຈຸບັນ ມີການນັບຖືສາສນາ ມາແລ້ວຫຼາຍສາສນາ ຄື.
໑. ກ່ອນປະຫວັດສາດ ຖືສາສນາພຣາມ ຮີນດູ ສູນຫາງໃຫຍ່ຢູ່ແຕ່ນະຄອນຈັນທະບູຣີ(ວຽງຈັນ), ສີໂຄດ ແລະຈຳປາສັກ.(ບົນສອງຝັ່ງແມ່ນໍ້າຂອງຮອດອະຍຸທະຍາ) 
໒. ກ່ອນປະຫວັດສາດ ຖືສາສນາແຖນຟ້າ ຫຼືຜີແຖນ ດຽວນີ້ເປັນລັດທິ ໃນພາກເໜືອຂອງລາວ ແລະຫວຽດນາມຍັງປະກົດມີຢູ່(ປະເພດເສັ້ນ ແລະບວງ ສວາງ)
໓. ກ່ອນປະຫວັດ ຕົ້ນປະຫວັດສາດ ຮອດປັດຈຸບັນ ນັບຖືສາສນາພຸດ.
໔. ນັບແຕ່ສະໄໝຝຣັ່ງເຂົ້າມາຄອບຄອງລາວ ສາສນາຄຣິດໄດ້ເຂົ້າມາເຜີຍແຜ່ ໃນເຂດພາກກາງຂອງລາວ ສະຫວັນ ແລະທ່າແຂກ.
- ປັດຈຸບັນ ສາສນາໃນລາວເຮົາ ເທົ່າທີ່ເກັບກຳໄດ້ ມີ ຄື
໑. ສາສນາພຸດ.
໒. ສາສນາຄຣິດ
໓. ສາສນາບາຮາຍ.
- ທາງແນວລາວສ້າງຊາດໄດ້ບັນທຶກການເຜີຍແຜ່ສາສນາໃນລາວເຮົາ ມີຢູ່ ໓ ສາສນາໃຫຍ່.
- ສະນັ້ນ, ສາສນາໃນລາວເຮົາ ຈຶ່ງມີທັງສາສນາເທວະນິຍົມ ແລະອະເທວະນິຍົມ ແຕ່ວ່າສາສນາເລົ່ານັ້ນ ລ້ວນແຕ່ເປັນສອນ ແລະເຜີຍແຜ່ສາສນາຂອງຕົນຕາມໃຫ້ ສອດຄ່ອງຕາມແນວທາງຂອງລັດຖະບານເຮົາ ເປົ້າໝາຍແມ່ນສອນໃຫ້ຄົນເປັນ ຄົນດີ ປະພຶດປະຕິບັດຕົນບໍ່ຂັດຕໍ່ແນວທາງນະໂຍບາຍຂອງພັກ-ລັດ ແລະ ເປົ້າໝາຍກໍແມ່ນເຮັດໃຫ້ຄົນມີຄວາມສຸກ ໂດຍໃຊ້ຫຼັກການທຸກຮູບແບບຕາມແນວ ທາງຄຳສອນຂອງສາສນາຕົນ, ເພື່ອໃຫ້ປະຊາຊົນ(ສາສນິກະຊົນ) ມີຄວາມສຸກ ໃນໂລກນີ້ ແລະໂລກໜ້າເປັນທີ່ຫວັງ.
ຫຼັກຄຳສອນໂດຍສັງເຂບຂອງແຕ່ລະສາສນາ.
ກ. ສາສນາພຸດ:
- ໃນຫຼັກຄຳສອນຂອງສາສນາພຸດ ຄື ພຣະທຳຄຳພີ ຮຽກວ່າພຣະໄຕປິດົກ ໘໔.໐໐໐ ພຣະທັມມະຂັນ ແບ່ງອອກເປັນ ໓ ຄຳພີ ຄື ພຣະວິນັຍ, ພຣະສູດ ແລະພຣະອະພະທັມ.
- ຫົວໃຈຂອງ ສາສນາພຸດ ຄື ລະຊົ່ວ ທຳດີ ແລະທຳໃຫ້ຈິດໃຈຂອງຕົນຜ່ອງໃສ.
- ແນວທາງ ທານ ສີນ ແລະພາວະນາ ໜ້າທີ່ສຳລັບຄະລາວາດ ສິນ ສະມາທິ ປັນຍາ ໜ້າທີ່ສຳລັບພະພິກຂຸ-ສາມະເນນ ເພື່ອໃຫ້ມະນຸດປົດປ່ອຍຕົນອອກຈາກ ກອງທຸ​ກ.
- ເສັ້ນທາງ ມັກສີ່ ຜົນສີ ແລະນິພານໜຶ່ງ (ໂສດາປະຕິມັກ, ໂສດາປະຕິຜົນ, ສາກະທາມີມັກ, ສາກະທາມີຜົນ, ອະນາຄາມີມັກ, ອະນາຄາມີຜົນ, ອໍຣະຫັນຕະມັກ, ອໍຣະຫັນຕະຜົນ ແລະພຣະນິພພານ.
- ເປົ້າໝາຍສູງສຸດ ຄືພຣະນິພພານ (ຕັດກິເລດໂດຍສິ້ນເຊີງ)
ຂ. ສາສນາຄຣິດ.
- ຄຳພີຮຽກ ວາໄປເບີລ ມີຄຳພີໄບເບີລເກົ່າ ແລະໄບເບີລໃໝ່.
- ຫົວໃຈ ທຳຕົນໃຫ້ບໍຣິສຸດ ເພື່ອໄປຫາພຣະເຈົ້າ.
- ເສັ້ນທາງ ຄື ໄຫວ້ວອນໃຫ້ພຣະເຈົ້າມາໂຜດ (ຕາມຄຳພີວ່າ ພຣະເຈົ້າຈະຟື້ນຊີບມາໂຜດມະນຸດທັງໝົດ)
- ວິທີການ ມະນຸດມີບາບ ຕ້ອງໃຊ້ວິທີການລ້າງບາບ.
- ເປົ້າໝາຍສູງສຸດ ຄື ໄດ້ໄປຢູ່ນຳພຣະເຈົ້າ.
ຄ. ສາສນາພຣາມ ແລະສາສນາອິສຣາມ ກໍມັກຈະເປັນໄປໃນທາງດຽວກັນ, ຄ້າຍສາສນາຄິດຈັກໜ້ອຍ, ສາສນາພຣາມ ຈະມີຄຳພີໄຕເວທ, ສາສນາອິສຣາມມິອັລກູລອາລ, ພຣາມຈະໃຊ້ ວິທີ່ການບວງສວາງໄວ້ວອນ ແຕ່ອິ
ສຣາມຈະໃຊ້ການຖືສິລອົດ ແລະລະໝາດ ແລະອື່ນໆ.

- ທ່ານທັງຫຼາຍ ຫາກສົນໃຈວິຊາສາສນາ ໃຫ້ໄປສຶກສາໃນໜັງສື ສາສນາຕ່າງໆ, ສາສນາສາກົລ, ສາສນາປຽບທຽບ ແລະຄຳພີຂອງແຕ່ລະສາສນານັ້ນ ຈະມີຄວາມຮູ້ຫຼາຍທີ່ສຸດ ແຕ່ທີ່ນີ້ສະຫຼຸບເລັກໆນ້ອຍໆມາໃຫ້ເບິ່ງ ເພື່ອເປັນແນວທາງເທົ່ານັ້ນເອງ.
- ທີ່ສຳຄັນ ຜູ້ທີນັບຖືສາສນາໃດ ໃຫ້ນັບຖືຕາມຄຳສອນຂອງສາສນານັ້ນດີທີ່ສຸດ.