Friday 30 December 2011

ຄາຣາວາສະທັມ (ທັມຂອງຜູ້ຄອງເຮືອນ)

໑.໑. ອະບາຍະມຸກ ໔ (ທາງແຫ່ງຄວາມເສົ້າໝອງ)
໑. ເປັນນັກເລງຍິງ ຫຼືຊາຍ.
໒.

Sunday 18 December 2011

ພຸດທະສາສນາສຸພາສິດ ໑

ຂັນຕິວັຄຄ໌-ໝວດອົດທົນ
 
ອັຕຕະໂນປິ ປະເຣສັນຈະ ອັຕຖາວະໂຫ ວະ ຂັນຕິໂກ
ສັຄຄະໂມກຂະຄະມັງ ມັຄຄັງ ອາຣຸນໂຫ ໂຫຕິ ຂັນໂກ
ຜູ້ມີຂັນຕິ ຊື່ວ່ານຳປະໂຫຍດມາໃຫ້ ທັງແກ່ຕົນທັງແກ່ຜູ້ອື່ນ
ຜູ່ມີຂັນຕິ ຊື່ວ່າເປັນຜຸ້ຂຶ້ນສູ່ທາງໄປສະຫວັນແລະນິພພານ


ເກວະລານັງປິ ປາປານັງ ຂັນຕິ ມູລັງ ນິກກັນຕະຕິ
ຄະຣະຫະກະລະຫາທີນັງ ມູລັງ ຂັນຕິ ຂັນຕິໂກ
ຂັນຕິຍ່ອມຕັດຮາກແຫ່ງບາປທັງສິ້ນ
ຜູ້ມີຂັນຕິຊື່ວ່າຍ່ອມຂຸດຮາກແຫ່ງຄວາມຕິຕຽນ ແລະການຜິດຖຽງກັນໄດ້
ຂັນຕິໂກ ເມຕຕະວາ ລາພີ ຍະສັສສີ ສຸຂສີລາລາ
ປິໂຍ ເທວະມະນຸສສານັງ ມະນາໂປ ໂຫຕິ ຂັນຕິໂກ
ຜູ້ມີຂັນຕິວ່າມີເມຕຕາ ມີລາພ ມີຍົສ ມີສຸຂສເມີ
ຜູ້ມີຂັນຕິເປັນທີ່ຮັກຊອບໃຈຂອງເທວະດາ ແລະມະນຸດທັງຫຼາຍ

ສັຕຖຸໂນ ວະຈະໂນວາທັງ ກະໂຣຕິເຍວະ ຂັນຕິໂກ
ປະຣະມາຍະ ຈະ ປູຊາຍະ ຊິນັງ ປູເຊຕິ ຂັນຕິໂກ
ຜູ້ມີຂັນຕິຊື່ວ່າທຳຕາມຄຳສອນຂອງພຣະສາສດາ
ແລະຜູ້ມີຂັນຕິ ຊື່ວ່າບູຊາພຣະຊີນະເຈົ້າດ້ວຍບູຊາອັນຍິ່ງ

ສີລະສະມາທິຄຸນານັງ ຂັນຕິ ປະທານະກາຣະນັງ
ສັພເພປິ ກຸສລາ ທັມມາ ຂັນຕະຍາເຍວະ ວັຕຖັນຕິ ເຕ
ຂັນຕິ ເປັນປະທານ ເປັນເຫດ ແຫ່ງຄຸນຄື ສີລແລະສະມາທິ
ກຸສົລທັມທັງປວງຍ່ອມຈະເຣີນເພາະຂັນຕິເທົ່ານັ້ນ

ຂັນຕິ ທີຣັສສະ ລັງກາໂລ ຂັນຕິ ຕະໂປ ຕະປັສສິໂນ
ຂັນຕິ ພະລັງ ວະ ຍະຕີນັງ ຂັນຕິ ຫິຕະສຸຂາວະຫາ
ຂັນຕິເປັນເຄື່ອງປະດັບຂອງນັກປຣາຊຍ໌ ຂັນຕິເປັນຕະບະຂອງຜູ້ພາກພຽນ
ຂັນຕິເປັນພະລັງຂອງນັກພົຕ ຂັນຕິນຳປະໂຍຊນ໌ສຸຂມາໃຫ້

ຊະຍະວັຄຄ໌-ໝວດຊະນະ
ຊະຍັງ ເວຣັງ ປະສະວະຕິ : ຜູ້ຊະນະຍ່ອມກໍ່ເວຣ
ສັພພະທານັງ ທັມມະທານັງ ຊິນາຕິ : ກາຣໃຫ້ທັມຍ່ອມຊະນະການໃຫ້ທັງປວງ
ສັພພະຣະສັງ ທັມມະຣະໂສ ຊິນາຕິ : ຣົສແຫ່ງທັມຍ່ອມຊະນະຣົສທັງປວງ
ສັພພະຣະຕິງ ທັມມະຣະຕິ ຊິນາຕິ : ຄວາມຍິນດີໃນທັມຍ່ອມຊະນະຄວາມຍິນດີທັງປວງ
ຕັນຫັກຂະໂຍ ສັພພະທຸກຂັງ ຊິນາຕິ : ຄວາມສິ້ນຕັນຫາຍ່ອມຊະນະທຸກທັງປວງ
ນະ ຕັງ ຊິຕັງ ຍັງ ຊິຕັງ ອະວະຊິຍຍະຕິ : ຄວາມຊະນະໃດທີ່ຊະນະແລ້ວກັບເສັຍໄດ້ ຄວາມຊະນະນັ້ນບໍ່ດີ
ອັກໂກເທນະ ຊິເນ ໂກທັງ : ເພິ່ງຊະນະຄວາມໂກດດ້ວຍຄວາມບໍ່ໂກດ
ອາສາທຸ ສາທຸນາ ຊິເນ : ເພິ່ງຊະນະຄົນບໍ່ດີດ້ວຍຄວາມດີ
ຊິເນ ກະທະຣະຍັງ ທາເນນະ : ເພິ່ງຊະນະຄົນຂີ້ຖີ່ດ້ວຍການໃຫ້
ສັຈເຈນາລິກະວາທິນັງ : ເພິ່ງຊະນະຄົນເວົ້າຕົວະດ້ວຍຄຳຈິງ