Wednesday 30 November 2011

໑. ສະມາທິພາວະນາ ຫຼືກັມມະຖານພາວະນາ

- ໃນສມັຍພຸທທະກາລ ປາກົຕຄໍາວ່າ "ສມາທິພາວນາ" ສ່ວນຄໍາວ່າ "ກັມມະຖານພາວນາ" ປາກົຕໃນເວລາລ່ວງມາແລ້ວ ຈາກພຸທທະກາລ ບໍ່ສາມາຖຄົ້ນຫາ ທີ່ມີຂອງຄໍາວ່າ "ກັມມະຖານພາວນາໄດ້ແນ່ນອນ.

- ພາວນາ ມີຄວາມໝາຍວ່າ "ກາຣອົບຮົມຈິຕໃຈໃຫ້ຈເຣີນ" ເພາະຈິຕຍ່ອມມີອໍານາຈເໜືອຄວາມຄິດແລະກາຣກະທໍາ ເມື່ອເຮົາອົບຮົມຈິຕໃຈໃຫ້ຈເຣີນ ດ້ວຍ ອຣິຍະກຸສົລ ຄວາມຄິດແລະກາຣກະທໍາຂອງເຮົາ ຍ່ອມເປັນໄປຕາມອໍານາຈອະຣິຍະກຸສົລ ຕາມເຫຕຸປັຈຈັຍອີງອາສັຍກັນ (ອິທັປປັຈຈະຍະຕາ) ເຊິ່ງເຮົາຈະໄດ້ສດັບຮັບຟັງຢູ່ເນື່ອງໆວ່າ "ຈົ່ງໝັ່ນພາວະນາຢູ່ເນື່ອງໆ" ເມື່ອກ່າວໃຫ້ຖືກຕ້ອງພ້ອມບໍຣິບູຣນ໌ ເຮົາຍ່ອມກ່າວວ່າ "ຈົ່ງໝັ່ນອົບຮົມຈິຕໃກ້ຈເຣີນຢູ່ເນື່ອງໆດ້ວຍ ອຣິຍະມັຄຄະ ໘ ອັນແສນປະເສີຖ" ໄດ້ແກ່:
໑. ສັມມາຖິຕຖີ
໒. ສັມມາສັງກັປປະ
໓. ສັມມາວາຈາ
໔. ສັມມາກັມມັນຕະ
໕. ສັມມາອາຊີວະ
໖. ສັມມາວາຍາມະ
໗. ສັມມາສຕິ
໘. ສັມມາສະມາທິ.

- ພາວະນາ ໓ ໝາຍເຖິງ "ການອົບຮົມຈິດໃຈຈະເຣີນດ້ວຍສີລ ສະມາທິ ປັນຍາ" ໑. ສີລ : ຄື ສັມມາວາຈາ, ສັມມາກັມມັນຕະ, ສັມມາອາຊີວະ.
໒. ສະມາທິ : ຄື ສັມມາສະຕິ, ສັມມາສະມາທິ, ສັມມາວາຍາມະ,
໓. ປັນຍາ : ຄື ສັມມາທິຕຖີ, ສັມມາສັງກັປປະ.

ສີລະພາວະນາຄື : ການອົບຮົມຈິຕໃຫ້ຈເຣີນດ້ວຍ ສັມມາວາຈາ, ສັມມາກັມມັນຕະ, ສັມມາອາຊີວະ.
ສະມາທິພາວະນາ ຄື ການອົບຮົມຈິຕໃຫ້ຈເຣີນດ້ວຍ ສັມມາສະຕິ, ສັມມາສະມາທິ, ສັມມາວາຍາມະ,
ປັນຍາພາວະນາ ຄື ການອົບຮົມຈິຕໃຫ້ຈເຣີນດ້ວຍ ສັມມາທິຕຖີ, ສັມມາສັງກັປປະ.

- ພຸດທະສາສນິກຊົນທັງຫຼາຍ ອຣິຍມັຄຄ໌ ໘ ຄືຫົນທາງປະຕິບັຕເພື່ອຄວາມດັບທຸກຂ໌ ທີ່ແທ້ຈິງໃນທາງພຸດທະສາສນາ ດ້ວຍເຫຕຸດັ່ງນັ້ນຊົນເຫຼົ່າໃດ ປາຖນາຫຼຸດພົ້ນຈາກສັງສາຣະວັຕ(ວັຕຕະສົງສາຣ) ຊົນເຫຼົ່ານັ້ນຍ່ອມບໍາເພັງພຽຣໃຫ້ພ້ອມບຣະບູຣນ໌ດ້ວຍ ສີລພາວນາ, ສມາທິພາວນາ ແລະປັນຍາພາວນາ ກາຣະບໍາເພັງພຽຣແຕ່ພຽງ ສມາທິພາວນາ ຄື ສັມມາສະຕິ, ສັມມາສມທິ ແລະສັມມາວຍາມະ ບໍ່ສາມາຖບັລລຸເຖິງຄວາມດັບທຸກຂ໌ທີ່ແທ້ ໃນພຸດທະສາສນາໄດ້ເລີຍ ແຕ່ອາດລ່ວງເລີຍກາຍເປັນ ລັດທິວິປັສສນຶກ ແລະອຸປທານ ຂອງຄວາມວ່າງກໍໄດ້.

ພຸດທະສາສນິກຊົນ ? ຫຼັກທັມຂອງອົງຄ໌ສົມເດັຈພຣະບຣົມມະສາສນາ ແຫ່ງພຣະບໍວຣພຣະພຸດທະສາສນາ ທີ່ຊົງສແດງເປັນໝວດໝູ່ ພຸທທະບໍຣິສັທ ຈຶ່ງຕ້ອງບເພັງພຽຣໃຫ້ຄົບອົງຄ໌ທັມ ຈຶ່ງຈະບັນລຸມັຄຄະຜົລໃນທາງພຸທທະສາສນາ ບໍ່ສາມາຖລະເວັ້ນໄດ້ ແມ່ນພຽງຂໍ້ໃດຂໍ້ໜຶ່ງ.

- ອິທທະບາທ ໔ ຄື
໑. ສັນທະ
໒. ວິຣິຍະ
໓. ຈິຕຕະ
໔. ວິມັງສາ
(ວິມັງສາສມາທິ ແລະປະທານສັງຂາຣ) ພຸທທະບໍຣິສັທຈໍາເປັນຕ້ອງບໍາເພັງພຽຣ ໃຫ້ຄົບ ໔ ອົງຄ໌ທັມ.

- ອິນທຣີ ໕ ຄື
໑. ສັທທາ
໒. ວິຣິຍະ
໓. ສຕິ
໔. ສມາທິ
໕. ປັນຍາ.
- ພຸທທະບຣິສັທຈໍາຕ້ອງບໍາເພັງພຽຣໃຫຄົບ ໕ ອົງຄ໌ທັມ.

- ມຫາປັຕຖານ ໔ ຄື
໑. ກາຍານຸປັສສນາສຕິປັຕຖານ
໒. ເວທນານຸປັສສນາສຕິປັຕຖານ
໓. ຈິຕຕານຸປັສສນາສຕິປັຕຖານ
໔. ທັມມານຸປັສສນາສຕິປັຕຖານ.

- ພຸທທະບໍຣິສັທ ຈໍາຕ້ອງບໍາເພັງພຽຣໃຫ້ພ້ອມບໍຣິບູຣນ໌ທັງ ໔ ອົງຄ໌ທັມ ຫາກເຮົາບໍາເພັງພຽຣແຕ່ພຽງ "ເວທນານຸປັສສນາສຕິປັຕຖານ ແລະຈິຕຕານຸປັສສານາສຕິປັຕຖານ ຫຼືທີ່ນິຍົມກັນຮຽກທົ່ວໄປວ່າກາຣຕາມດູຈິຕ(ອນຸປັສສນາ) ດັ່ງນີ້ແລ້ວ ພຸທທບໍຣິສັທທັງຫຼາຍ ຍ່ອມບໍ່ສາມາຖບັຣລຸມັຄຜົລໄປໄດ້ ຈົ່ງສໍານຶກສເມີວ່າ "ເຮົາຕາມດູຈິຕ(ອນຸປັສສນາ)" ເພື່ອສິ່ງໃດ ?
(ໂຜດຕິດຕາມໄປເລື້ອຍໆ)