Saturday 1 October 2011

ມັງສະວິຣັຕ, ການບໍ່ຮັບປະທານຊີ້ນ

ຄຳຖາມ: ຊາວພຸດຄວນຈະເປັນນັກມັງສະວິຣັຕ, ແມ່ນບໍ? ຄຳຕອບ: ບໍ່ຈຳເປັນ. ພຣະພຸດທະເຈົ້າບໍ່ແມ່ນນັກມັງສະວິຣັຕ, ພຣະພຸດທະອົງຄ໌ ບໍ່ໄດ້ສອນສາວົກໃຫ້ເປັນນັກມັງສະວິຣັຕ, ແລະ ແມ່ນແຕ່ໃນປັດຈຸບັນນີ້, ຍັງມີຊາວພຸດ ທີ່ດີຈຳນວນຫຼວງຫຼາຍຜູ້ບໍ່ແມ່ນມັງສະວິຣັຕ. ໃນຄຳພີທາງພຣະພຸດທະສາສນາ ກ່າວວ່າ:
“ ເປັນຄົນບໍ່ສຸພາບ, ໄຮ້ຄວາມປານີ, ຫັກຫຼັງເພື່ອນ, ທຳຮ້າຍເພື່ອນຕົນເອງ, ບໍ່ມີຫົວໃຈ, ຍະໂສໂອ້ອວດ ແລະ ໂລພມາກໂລພາ- ນີ້ຄືສິ່ງທີ່ເຮັດໃຫ້ຄົນບໍ່ ບໍລິສຸດ, ບໍ່ແມ່ນຍອ້ນຮັບປະທານຊີ້ນ. ເປັນຄົນທຸສີລ, ອະກະຕັນຍູບຸນຄຸນຄົນ, ສໍ້ໂກງໃນທຸລະກິດ, ສ້າງຄວາມ ແຕກແຍກໃຫ້ແກ່ຄົນອື່ນ ສິ່ງນີ້ເອງເຮັດໃຫ້ຄົນບໍ່ບໍລິສຸດ, ບໍ່ແມ່ນຍ້ອນ ຮັບປະທານຊີ້ນ.” Sn.246-7
 
ຄຳຖາມ: ແຕ່ຖ້າທ່ານຮັບປະທານຊີ້ນ ທ່ານກໍມີຄວາມຮັບຜິດຊອບຕໍ່ສັດທີ່ຖືກຂ້າ. ມັນບໍ່ເປັນການລວ່ງລະເມີດສີລຂໍ້ທີຫ້າບໍ?  
ຄຳຕອບ: ກໍເປັນຄວາມຈິງແທ້ ເມື່ອທ່ານຮັບປະທານຊີ້ນສັດ ທ່ານກໍມີສວ່ນຮັບຜິດ ຊອບໂດຍທາງອອ້ມ ຫຼື ບາງສວ່ນສຳລັບການຂ້າສັດ ແຕ່ ເຊັ່ນດຽວກັນ ມັນກໍເປັນຈິງ ຖ້າທ່ານຮັບປະທານຜັກ. ຊາວສວນຈະຕ້ອງສີດຢາໃສ່ພືດຂອງເຂົາດວ້ຍຢາຂ້າ ແມງໄມ້ ແລະ ຢາພິດ ກ່ອນທີ່ຜັກຈະມາປະກົດໃນຄາບເຂົ້າຕອນແລງຂອງທ່ານ ໂດຍທີ່ບໍ່ມີຮູຈ່ອງປ່ອງແຈ່ງແປ່ງໃນໃບຜັກນັ້ນ. ຍັງບໍ່ພໍເທົ່ານັ້ນ, ສັດກໍຖືກຂ້າ ເພື່ອນຳເອົາຂົນມາຜະລິດເປັນສາຍແອວ ແລະ ຖົງຫິ້ວຂອງທ່ານ, ນ້ຳມັນເພື່ອຜະລິດ ສະບູທີ່ທ່ານໃຊ້ ແລະ ຍັງມີຜະລິດຕະພັນອື່ນອີກ ພັນກວ່າຊະນິດອີກດວ້ຍ. ໃນບາງກໍລະນີ, ມັນເປັນໄປບໍ່ໄດ້ທີ່ຈະດຳລົງຊີວິດຢູ່ໂດຍປາສະຈາກການພາກຊີວິດ ຂອງສັດອື່ນໂດຍທາງອ້ອມ. ນອກຈາກນີ້, ຍັງມີຕົວຢ່າງອື່ນອີກກ່ຽວກັບ ອະຣິຍະສັຈຈ໌ສີ່, ທຳມະດາການດຳລົງຊີວິດຢູ່ກໍເປັນທຸກຂ໌ ແລະ ເປັນສິ່ງທີ່ບໍ່ ເພິ່ງພໍໃຈຢູ່ແລ້ວ. ເມື່ອທ່ານສະມາທານເອົາສີລຂໍ້ທີ ໑, ທ່ານກໍພະຍາຍາມຫຼີກເວັ້ນ ຈາກການຮັບຜິດຊອບຕໍ່ການຂ້າສັດໂດຍທາງອ້ອມ.
 
ຄຳຖາມ: ຊາວພຸດມະຫາຍານ ບໍ່ຮັບປະທານຊີ້ນ.  
ຄຳຕອບ: ນັ້ນກໍຍັງບໍ່ຖືກຕ້ອງອີກ. ພຣະພຸດທະສາສນາມະຫາຍານໃນປະເທດຈີນ ໄດ້ວາງຂໍ້ກຳນົດຢ່າງເຂັ້ມງວດກ່ຽວກັບມັງສະວິຣັຕ ແຕ່ຍັງມີທັງພຣະສົງຄ໌ ແລະ ຄະຣາວາດຂອງນິກາຍມະຫາຍານໃນຍີ່ປຸ່ນ, ມົງໂກເລຍ ແລະ ຕີເບດ ປົກກະຕິແມ່ນ ຮັບປະທານຊີ້ນ. 
 
ຄຳຖາມ: ແຕ່ຂ້ານ້ອຍກໍຍັງຄິດວ່າ ຊາວພຸດຄວນຈະເປັນນັກມັງສະວິຣັຕ.  
ຄຳຕອບ: ຖ້າຫາກວ່າມີບຸກຄົນໃດໜຶ່ງ ຜູ້ທີ່ເປັນນັກມັງສະວິຣັຕຢ່າງເຄັ່ງຄັດ ແຕ່ວ່າ ເປັນຄົນເຫັນແກ່ຕົວ, ບໍ່ຊື່ສັດ ແລະ ໃຈຄັບແຄບ, ແລະ ອີກຄົນໜຶ່ງ ບໍ່ແມ່ນ ນັກມັງສະວິຣັຕ ແຕ່ເປັນບຸກຄົນຄິດເຫັນອົກເຫັນໃຈຕໍ່ຄົນອື່ນ, ຊື່ສັດ, ໃຈກວ້າງ ແລະ ມີຄວາມກະຣຸນາ, ໜຶ່ງໃນສອງຄົນນີ້ ໃຜຈະເປັນຊາວພຸດທີ່ດີ? 
 
ຄຳຖາມ: ບຸກຄົນຜູ້ທີ່ມີຄວາມຊື່ສັດ ແລະ ຄວາມກະຣຸນາ. 
ຄຳຕອບ: ດວ້ຍເຫດໃດ?  
 
ຄຳຖາມ: ເພາະວ່າບຸກຄົນເຊັ່ນນັ້ນ ເປັນຄົນທີ່ມີຈິດໃຈດີ ຢ່າງເຫັນໄດ້ຊັດເຈນ.  
ຄຳຕອບ: ແນ່ນອນຢູ່ແລ້ວ. ບຸກຄົນຜູ້ທີ່ຮັບປະທານຊີ້ນ ອາດຈະມີຈິຕໃຈທີ່ບໍລິສຸດ ເຊັ່ນດຽວກັນກັບບຸກຄົນຜູ້ບໍ່ຮັບປະທານຊີ້ນກໍສາມາດມີຈິຕໃຈທີ່ມີມົນທິນເຊັ່ນກັນ. ໃນຄຳສອນຂອງພຣະພຸດທະເຈົ້າ, ສິ່ງທີ່ສຳຄັນຄື ຄຸນສົມບັດຂອງຈິຕໃຈຂອງທ່ານ, ບໍ່ແມ່ນຢູ່ທີ່ອາຫານ. ມີຫຼາຍຄົນເອົາໃຈໃສ່ແທ້ໆ ກ່ຽວກັບການບໍ່ຮັບປະທານຊີ້ນ, ແຕ່ພວກເຂົາອາດຈະບໍ່ເອົາໃຈໃສ່ກ່ຽວກັບການເຫັນແກ່ຕົວ, ຄວາມບໍ່ຊື່ສັດ, ໂຫດຮ້າຍທາລຸນ ຫຼື ອິດສາ. ພວກເຂົາປ່ຽນການຮັບປະທານອາຫານ ທີ່ເປັນສິ່ງເຮັດ ໄດ້ງ່າຍ ໃນຂະນະທີ່ບໍ່ໃສ່ໃຈໃນການປ່ຽນແປງຈິຕໃຈຂອງຕົນທີ່ເປັນສິ່ງທີ່ຍາກ. ດັ່ງນັ້ນ, ເຖິງແມ່ນວ່າທ່ານຈະເປັນນັກມັງສະວິຣັຕ ຫຼື ບໍ່ກໍຕາມ, ຈົ່ງຈຳເອົາໄວ້ວ່າ ຄວາມບໍລິສຸດແຫ່ງຈິຕໃຈເປັນສິ່ງສຳຄັນທີ່ສຸດໃນພຣະພຸດທະສາສນາ.

ຄຳຖາມ: ແຕ່ວ່າ ຈາກທັດສະນະຂອງພຣະພຸດທະສາສນາ, ບຸກຄົນຜູ້ໃຈດີ ແລະ ເປັນນັກມັງສະວິຣັຕ ອາດດີກວ່າບຸກຄົນຜູ້ມີຈິຕໃຈດີ ແລະ ເປັນຜູ້ຮັບປະທານຊີ້ນບໍ?
ຄຳຕອບ: ຖ້າຫາກວ່ານັກມັງສະວິຣັຕທີ່ໃຈດີ ເປັນແຮງບັນດານໃຈໃນການຫຼີກລຽງ ຈາກການຮັບປະທານຊີ້ນ ແມ່ນການຫວ່ງໄຍຕໍ່ສັດ ແລະ ບໍ່ຕ້ອງການກ່ຽວຂ້ອງໃນ ຄວາມໂຫດຮ້າຍປ່າເຖື່ອນຂອງອຸດສະຫະກຳການລ້ຽງສັດໃນຍຸກໄໝ່, ແລະ ແນ່ນອນວ່າເຂົາອາດຈະພັດທະນາຄວາມກະຣຸນາ ແລະ ຄວາມຫວ່ງໄຍຕໍ່ຄົນອື່ນ ສູ່ລະດັບສູງກວ່າບຸກຄົນທີ່ຮັບປະທານຊີ້ນກໍມີ. ມີຫຼາຍຄົນເຫັນວ່າ ເມື່ອພວກເຂົາ ພັດທະນາທາງດ້ານທັມມະ ພວກເຂົາຈະມີແນວໂນ້ມໂດຍທຳມະຊາດທີ່ຈະກາຍເປັນ ນັກມັງສະວິຣັຕນິຍົມ.

ຄຳຖາມ: ບາງຄົນບອກຂ້ານ້ອຍວ່າ ພຣະພຸດທະເຈົ້ານິພພານ(ຕາຍ) ຍ້ອນສັນຊີ້ນບູດ. ແມ່ນຄວາມຈິງບໍ?
ຄຳຕອບ: ບໍ່ ບໍ່ແມ່ນດອກ. ຄຳພີພຣະໄຕປິດົກກ່າວໄວ້ວ່າ ອາຫານຄາບສຸດທ້າຍ ຂອງພຣະພຸດທະເຈົ້າປະກອບມີ ອາຫານຊື່ວ່າ ສຸກາຣະ ມັທທະວະ. ຄຳສັບນີ້ບໍ່ຄ່ອຍ ເປັນທີ່ເຂົ້າໃຈປານໃດ ແຕ່ ຄຳວ່າ ສຸກາຣະ ໝາຍຄວາມວ່າ ໝູ. ດັ່ງນັ້ນ, ມັນອາດຈະໝາຍເຖິງການກະກຽມຊີ້ນໝູເປັນອາຫານກໍເປັນໄດ້ ແລະ ມັນອາດ ໝາຍເຖິງຜັກບາງປະເພດ, ເປັນປະເພດເຂົ້າໜົມ ຫຼື ຢ່າງອື່ນ. ບໍ່ວ່າມັນຈະເປັນຫຍັງ, ການກ່າວເຖິງອາຫານປະເພດນີ້ ເຮັດໃຫ້ບາງຄົນຄິດວ່າ ການສັນຊີ້ນໝູເປັນເຫດໃຫ້ ພຣະພຸດທະເຈົ້າປະຣິນິພພານ. ພຣະພຸດທະອົງຄ໌ມີອາຍຸ ໘໐ ພັນສາແລ້ວ ແລະ ກ່ອນຈະທີ່ປະຣິນິພພານ, ພຣະອົງຄ໌ຊົງອາພາດ(ບໍ່ສະບາຍ)ບາງຄັ້ງ. ຄວາມເປັນຈິງແລ້ວ ພຣະພຸດທະອົງຄ໌ປະຣິນິພພານດ້ວຍໂຣຄຊະຣາ.

___________________________________________________________
ແປຈາກປຶ້ມ: Good Question, Good Answer ຂຽນໂດຍ: Ven.S.Dhammika
___________________________________________________________

For further reading: read more about BUDDHISM AND VEGETARIANISM by Ashin Nandamalabhivamsa

ຄຳສັ່ງສອນຂອງພຸດທະສາສນາ

ຄຳສັ່ງສອນຂອງພຸດທະສາສນາ ?
----------------
ເຮົາເຂົ້າໃຈໃນເບື້ອງຕົ້ນແລ້ວວ່າ “ພຸດທະສາສນາ ແມ່ນຄຳສັ່ງສອນຂອງ ພຣະພຸດທະເຈົ້າ” ທີ່ນີ້ເຮົາຮ່ວມກັນສຶກສາຄຳວ່າ “ຄຳສັ່ງສອນພຸດທະສາສນາມີ ຫຍັງແນ່ ແລະຂໍ້ໃດຄວນແກ່ການສຶກສາ ນຳມາປະຕິບັດໃນຊີວິດ ຄອບຄົວ ແລະສັງ ຄົມໃຫ້ເປັນອາຈີນ ແລະຄຳສັ່ງສອນເລົ່ານັ້ນນັ້ນເຮົາຈະໄດ້ຈາກໃສ ?

ດັ່ງທີ່ເຮົາຮູ້ແລ້ວວ່າ ຄຳສັ່ງສອນຂອງພຣະພຸດທະເຈົ້າ ຫຼືພຣະພຸດທະສາສນານັ້ນ ຖືກບັນທຶກໄວ້ໃນກະຕ່າ ໓ ໜ່ວຍ ເຊິ່ງຮຽກວ່າ ເຕປິຕະກັງ ຫຼືໄຕຣປີດົກ ນັ່ນ, ຫາກເຮົາຈະສຶກສາຄຳສອນຂອງພຣະພຸດທະເຈົ້ານັ້ນ ເຮົາຈະສຶກສານອກ ເໜືອຈາກພຣະໄຕປິດົກທັງ ໓ ແລະອັດຖະ ດີກາ ແລະໂຍຊະນາຂອງພຣະໄຕປິດົກ ແມ່ນບໍ່ໄດ້ເດັດຂາດ, ເພາະໃນນັ້ນບັນພຣະບູຣຸດທາງ ຫຼືພຣະອາຣິຍະສົງສາວົກຂອງພຣະພຸດທະເຈົ້າຂອງເຮົາ ໄດ້ບັນຈຸ ຫຼືຈັດໝວດໝູ່ຂອງຄຳສອນຂອງພຣະພຸດທະສາສນາໄວ້ ຕັ້ງ ໘໔.໐໐໐ ພຣະທັມມະຂັນ ດັ່ງທີ່ເຮົາຮູ້ແລ້ວວ່າ.
ພຣະວິໄນຍ໌ ປິດົກ ມີ ໒໑.໐໐໐ ພຣະທັມມະຂັນ.
ພຣະສູຕຕັນຕະປິດົກ ມີ ໒໑.໐໐໐ ພຣະທັມມະຂັນ
ພຣະອະພິທັມມະປິດົກ ມີ ໔໒.໐໐໐ ພຣະທັມມະຂັນ
- ລວມທັງ ໓ ປິດົກ ເປັນ ໘໔.໐໐໐ ພຣະທັມມະຂັນພໍດີ.
ໃນແຕ່ລະປິດົກ ຫຼືແຕ່ລະຄັມພີ ເພີ່ນກໍໄດ້ ເອົາແບ່ງນິກາຍໄວ ຫຼືຈັດໄຟໄວ້ ເປັນໝວດຈະແຈ້ງ ເຊິ່ງເຮົາສາມາດສຶກສາໄດ້ດັ່ງນີ້.
ໃນພຣະໄຕປີດົກເພີ່ນຈັດແບ່ງເປັນຄຳພີຕ່າງໆ ຫຼືໝວດໝູ່ຕ່າງໆດັ່ງນີ້ ຄື
໑. ພຣະວິໄນປິດົກມີ ໕ ຄຳພີ ຄື
໑) ມະຫາວິພັງ(ອາ) ອາທິກັມມິກະ ເລື່ອງກ່ຽວກັບອາບັດປາຣະຊຶກ, ສັງຄາ ທິເສດ ແລະຖຸລັດໄຈ.
໒) ພິກຂຸນີວິພັງ (ປາ) ປາຈິຕຕິ ເລື່ອງກ່ຽວກັບອາບັດປາຈິຕຕິລົງມາ ແລະ ພິກຂຸນີວິພັງ.
໓) ມະຫາວັກ (ມະ)
໔) ຈຸລະວັກ (ຈຸ)
໕) ປະຣິວານ (ປະ)
໒. ພຣະສູດຕັນຕະປິດົກ ມີ ໕ ຄຳພີ.
໑) ທີຄະນິກາຍ (ທີ) ວ່າດ້ວຍພຣະສູດເລື່ອງຍາວໆ.
໒) ມັດຊິມະນິກາຍ (ມະ) ວ່າດ້ວຍສູດເລື່ອງປານກາງ ບໍ່ຍາວປານໃດ.
໓, ສັງຍຸຕະນິກາຍ (ສັງ) ຄືໝວດປະມວນທັມຕ່າງໆໄວ້ເປັນໝວດໝູ່.
໔. ຂຸດທະກະນິກາຍ (ຂຸ) ເປັນໝວດທັມຂໍ້ເລັກໆນ້ອຍໆປີກຍ່ອຍ.    
໓. ພຣະອະພິທັມປິດົກ​ ມີ ໗ ຄຳພິ.
໑) ທັມມະສັງຄະນີ ຫຼືສັງຄະນີ(ສັງ)
໒) ວິພັງ (ວິ)
໓) ທາຕຸກະຖາ (ທາ)
໔) ປຸກຄະລະບັນຍັດ(ປຸ) ວ່າດ້ວຍການບັດຍັດບຸກຄົນໃນພຣະພຸດທະສາສນາ
໕) ກະຖາ (ກະ)
໖) ຍະມົກ (ຍະ)
໗) ປັດຖານ (ປະ)
ນັກປາດທາງສາສນາຂອງເຮົາ ເພີ່ນຫຍໍ້ຫົວຂໍ້ທັມໃນພຣະໄຕປີກົກໃຫ້ສັ້ນໆ ໄດ້ ໑໗ ອັກຂະຫຼະ ເພື່ອໃຫ້ຈື່ງ່າຍ ຄື : ອາ, ປາ, ມະ, ຈຸ, ປະ, ທີ, ມະ, ສັງ, ອັງ, ຂຸ, ສັງ, ວິ, ທາ, ປຸ, ກະ, ຍະ, ປະ, ທັງໝົດຮຽກວ່າ ຫົວໃຈພຣະໄຕປີດົກ ໃຜຈະເລີນທຸກວັນບໍ່ ຕົກນະລົກ ຫຼືຈະເລີນເປັນພຸດທະມົນກໍໄດ້.
ທັງໝົດນີ້ ແມ່ນຍົກມາໃຫ້ເຫັນວ່າ ໃນພະໄຕປີດົກນັ້ນ ມີຄັມພີຫຍັງແນ່ ຈະບໍ່ໄດ້ ອະທິບາຍລົງໃນລາຍລະອຽດ ທີ່ນີ້ຈະເວົ້າສະເພາະທີ່ເຮົາຈະສຶກສານຳກັນເລື່ອງວ່າ ຫົວໃຈຄຳສອນຂອງພຸດທະສາສນານັ້ນມີຫຍັງແນ່ ເພື່ອຈະໃຫ້ພວກເຮົານຳເອົາໄປປັບປຸງ ໃຫ້ໃນການພັດທະນາຊີວິດໃນສັງຄົມປັດຈຸບັນໄດ້ ຄື.
ດັ່ງທີ່ເຮົາຮູ້ແລ້ວເບື້ອງຕົ້ນນັ້ນວ່າ ຄຳສອນຂອງພຣະພຸດທະສາສນາຖືກບັນຈຸໄວ້ ໃນກະຕ່າໜ່ວຍໃຫຍ່ສາມກະຕ່າ ກະຕ່າພຣະວິໄນມີ ໕ ຄຳພີ, ກະຕ່າພຣະສູດມີ ໕ ຄຳພີ, ກະຕ່າພຣະອະພິທັມ ມີເຖິງເຈັດຄຳພີ ລວມກັນເປັນ ໑໗ ຄຳພີ, ລາຍອອກໄປ ໘໔.໐໐໐ ພຣະທັມມະຂັນ. ຄັນເຮົາຈະຖືເອົາຕ້ອງໃຊ້ຄົນຫາມຕັ້ງ ໓-໔ ຄົນຈຶ່ງເອົາໄປລອດ, ຫາກ ຈະທ່ອງ ຫຼືຮຽນເອົາຈົນຈີ່ທັງໝົດນັ້ນ ຊົ່ວຊີວິດເຮົານີ້ ຈືບໍ່ມີໝົດເດັດຂາດ ດີບໍ່ດີເປັນທຸກ ຍ້ອນ ແລະອາດບໍ່ມີເວລາບຳເພັງ ຄວາມດີ ຫຼືປະໂຫຍດໃຫ້ເຖິງທີ່ສຸດ ຫຼືຄວາມຫຼຸດພົ້ນ ຊ້ຳ, ດ້ວຍເຫດນັ້ນພຣະພຸດທະອົງຈຶ່ງສະຫຼຸບສັງລວມ ໄວ້ວ່າມີ ໓ ຢ່າງດັ່ງທີ່ເຮົາຮູ້ແລ້ວ ເປັນພາສາປາລີ ຄື.
          ສັພພະປາປັສສະ ອະກະຣະນັງ
ກຸສສະລັສສຸສັມປະທາ
ສະຈິຕຕະປະຣິໂຍທະປານັງ
ເອຕັງ ພຸດທະສາສະນັງ.
ແປວ່າ:
          ການບໍ່ທຳຄວາມຊົ່ວທັງປວງ
ການບຳເພັງແຕ່ຄວາມດີ
ການທຳຈິດໃຈຂອງຕົນໃຫ້ຜ່ອງໃສ
ນີ້ເປັນຄຳສອນຂອງພຣະພຸດທະເຈົ້າ ທັງຫຼາຍ.

ເຮົາຮູ້ວ່າ
໑. ການບໍ່ທຳຄວາມຊົ່ວທັງປວງ  ຄື ການບໍ່ທຳບາບທັງປວງ.
ການບຳເພັງແຕ່ຄວາມດີ ຄື ທຳແຕ່ບຸນກະສົນ.
ການທຳຈິດໃຈຂອງຕົນໃຫ້ຜ່ອງໃສ ຄື ອົບຮົມໃຈຂອງເຮົາໃຫ້ບໍລິສຸດຜຸດຜ່ອງ.
ໄດ້ທັງ ໒ ປະການນີ້ ກໍຊື່ວ່າເຮົາໄດ້ປະຕິບັດຕາມຄຳສອນຂອງພຣະພຸດທະສາ- ສນາແລ້ວ ແລະຍ່ອມພັດທະນາຕົນ ແລະສັງຄົມໄປສູ່ສັນຕິສຸກໄດ້.

“ພຸດທະສາສະໜາ” ຄືຫຍັງ ?

ພຸດທະສາສນາຄືຫຍັງ ?

- ພຸດທະສາສະໜາ : ເປັນພາສາລາວ ທີ່ໄດ້ມາຈາກພາສາປາລີ "ພຸທທະສາສນັງ" ເຊິ່ງແປວ່າ "ຄຳສອນຂອງທ່ານຜູ້ຮູ້, ຜູ້ຕື່ນ, ຜູ້ເບີກບານ.

- ພຸດທະສາສະໜາ ຫາກເຮົາຈະແຍກສັບຕາມພາສາໂດຍລະອຽດ ເພື່ອໃຫ້ ເຫັນຮູບຄັກແນ່ ເຮົາກໍ ແຍກເອົາພຸດທະອອກມາສັບໜຶ່ງ ແລ້ວກໍແຍກຄຳວ່າສາສນາສັບໜຶ່ງ.
“ພຸດທະ” ແປວ່າ ຜູ້ຮູ້(ຕັດສະຮູ້), ຜູ້ຕື່ນ, ຜູ້ເບີກບານ.
“ສາສນາ” ແປວ່າ ຄຳສອນ, ເມື່ອເອົາສອງພະຍາງມາປະສົມກັນແລ້ວ ເຮົາຈຶ່ງໄດ້ຄຳວ່າພຸດທະ ສາສນາຄືຄຳສອນຂອງຂອງທ່ານຜູ້ຮູ້. ຜູ້ຕື່ນ,ຜູ້ເບີກບານ ດັ່ງທີ່ກ່າວແລ້ວ.

- ບາງຄັ້ງກໍຮຽກວ່າພຣະພຸດທະສາສະໜາອັນນີ້ ຕ້ອງແປຄຳວ່າພຣະກ່ອນພຣະມາຈາກວະຣະ ຫຼືວໍຣະໄວຍາກອນປາລີ ອະນຸຍາດໃຫ້ແປງເປັນ” ໄດ້, ຈຶ່ງ ໄດ້ຄຳວ່າພຣະແປວ່າປະເສີດພຣະພຸດທະສາສະໜາຈຶ່ງແປວ່າຄຳສອນທີ່ປະເສີດຂອງທ່ານຜູ້ຮູ້. ຜູ້ຕື່ນ, ຜູ້ເບີກບານ.
ບາງຄັ້ງຍັງແປວ່າ ຄຳສອນທີ່ປະເສີດຂອງພຣະອໍຣະຫັນຕະສຳມາສຳ ພຸດທະເຈົ້າ, ຄຳສອນທີ່ປະເສີດຂອງທ່ານຜູ້ຮູ້ເອງເຫັນເອງ ເຫຼົ່ານີ້ເປັນຕົ້ນ.

- ສະໄໝພຣະພຸດທະອົງຍັງຊົງພຣະຊົນຢູ່ຈົນຮອດການສັງຄາຍະນາ ຄັ້ງທີ 1, ສັງຄາຍະນາ ຄັ້ງທີ 2 ຖືກຮຽກວ່າຄຳສັ່ງແລະຄຳສອນ ຫຼືພຣະທຳມະວິໄນ ແລະມີການສຶກສາກັນແບບມຸກຂະປາຖະ ຄືຈື່ຈຳກັບປາກໄວ້ເລີຍ ບໍ່ຕ້ອງຈົດກ່າຍໄວ້ໃນໜັງສື ຕໍ່ມາເມື່ອສະຕະວັດທີ 3 ພຣະເຈົ້າອະໂສກະ ມະຫາລາດ ໄດ້ຫັນມານັບຖືພຣະພຸດທະສາສະໜາ ແລະຕັ້ງໃຈອຸປະຖຳພຣະພຸດທະສາສະໜາ ຈຶ່ງເປັນຣາຊູປະະຖຳພົກ(ອຸປະຖຳ) ໃຫ້ຄະນະສົງ ທຳການສັງຄາຍະນາຄັ້ງທີ 3 ຂຶ້ນ, ໂດຍມີພຣະ ໂມກຄັນລີບຸດຕິດສະເຖຣະເປັນອົງປະທານ, ທຳທີ່ອະໂສກາຣາມ ເມືອງປາຕະລີບຸດ, ແຄວ້ນມະຄົດ, ຊຸມພູທະວີບ(ອິນເດັຍ) ເລີ່ມທຳໃນ ພສ. 234 ມີພຣະສົງເປັນອໍຣະຫັນລ້ວນ ເຂົ້າຮ່ວມປະຊຸມສົງເຖິງ 1.000 ອົງ. ໃຊ້ເວລາ ການທຳສັງຄາຍະນາ 9 ເດືອນຈຶ່ງສຳເລັດ, ການທຳສັງຄາຍະນາຄັ້ງນີ້ ໄດ້ຈັດແບ່ງພຣະທຳມະວິໄນໄວ້ເປັນໝວດໝູ່ຈະແຈ້ງ ຮຽກວ່າພຣະໄຕປິດົກ.

- ເຊິ່ງມີ 3 ຄຳພີໃຫຍ່ຮຽກວ່າ "ພຣະໄຕຣປິດົກ" ຂຽນເປັນອັກສອນໂຣມັນແບບສັນສະກຣິດວ່າ "TRIPITAKA" ຫຼື PITAKA ເປັນພາສາປາລີວ່າ "ປິຕະກະ".

- ປິຕະກະ ຫຼືພຣະໄຕຣປິດົກ ມີ 3 ຄຳຜີໃຫຍ່ ທີ່ຈັດເປັນໝວດໝູ່ໄວ້ດີແລ້ວ ຄື 3 ກະຕ່າ ຄື.
1. ພຣະວິໄນຍປິດົກ ມີ 21.000.000 ພຣະທຳມະຂັນ (ອ່ານວ່າ "ສອງໝື່ນໜຶ່ງພັນພຣະ ທຳມະຂັນ").
2. ພຣະສູຕຕັນຕະປິດົກ ມີ 21.000  ພຣະທຳມະຂັນ(ອ່ານວ່າ"ສອງໝື່ນໜຶ່ງພັນພຣະທຳມະຂັນ").
3. ພຣະອະພິທຳມະປິດົກ ມີ 42.000.000 ພຣະທຳມະຂັນ, (ອ່ານວ່າ "ສີ່ໝື່ນສອງພັນພຣະທຳມະຂັນ").
- ລວມທັງ 3 ປິດົກ ເປັນ 84.000 ພຣະທຳມະຂັນ, (ອ່ານວ່າ "ແປດໝື່ນສີ່ພັນພຣະທຳມະຂັນ").

- ໃນການທຳສັງຄາຍະນາຄັ້ງນີ້ ພຣະໂມກຄັນລີບຸດຕິດສະເຖຣະ ຍັງໄດ້ແຕ່ງຄຳປີ ກະຖາວັດຖຸ ເຊິ່ງເປັນຄຳພີໜຶ່ງໃນພຣະອະພິທຳປິດົກໄວ້ດ້ວຍ ເມື່ອທຳສັງຄາຍະນາແລ້ວ ກໍໄດ້ສົ່ງຄະນະສົງ ອອກປະກາດສາສນາ ເປັນ 9 ສາຍ ພຣະມະຫິນທະເຖຣະ ທີ່ເປັນໂອລົດຂອງພຣະເຈົ້າອະໂສກະມະຫາຣາດນັ້ນໄດ້ເປັນສະມະທູດສາຍທີ 1 ນຳພຸດທະສາສະໜາໄປປະດິດສະຖາທີ່ສີລັງກາ(ລັງກາ), ມາທາງສຸວັນນະພູມ(ປະເທດທອງຄຳ) ຫຼືອາຊີອາຄະເນນີ້ ທ່ານຜູ້ຮູ້ວ່າສາຍທີ 8 ມີພຣະໂສນະກັບພຣະອຸດຕະຣະເປັນຫົວໜ້າຄະນະທຳມະທູດ ຄະນະຂອງທຳມະທູດຊຸດນີ້ ຕາມສັນນິຖານທາງຫຼັກຖານທາງປະຫວັດສາດ ແລ້ວນັກການສາສະໜາຍຸກກ່ອນຂອງລາວເວົ້າໄວ້ວ່າ ຄົງມາຮອດລ້ານຊ້າງເຮົາພີ້ ເພາະປາກົດຫຼັກ ຫີນ ແລະພຣະທາດທຳມະຫາຍໂສກທີ່ທິດຕາເວັນອອກຂອງອົງພຣະທາດຫຼວງ.

ສ່ວນຄຳວ່າສາສະໜານັ້ນ ໄດ້ປະກົດມາຕັ້ງແຕ່ສະໄໝພຣະພຸດທະເຈົ້າຊົງພຣະຊົນຢູ່ ເຊິ່ງພຣະ ອົງຊົງຕັດໄວ້ ຫຼັງຈາກພຣະອົງຕັດສະຮູ້ ແລ້ວ 6 ພັນສາ, ປະທານໃຫ້ແກ່ພຣະອໍຣະຫັນ 1.250 ອົງ ໃນວັນຈະຕະຣົງຄະສັນນິບາດ ເຊິ່ງຮຽກວ່າ ວັນປະກາດພຣະພຸດທະສາສະໜາຂອງພຣະພຸດທະອົງ ຄືໃນວັນເພັງເດືອນມາຄະ (ເດືອນເພັງນີ້) ພຣະພຸດທະດຳຣັດນັ້ນຖືກຮຽກວ່າໂອວາທະປາຕິໂມກເຊິ່ງມີໃຈ ຄວາມດັ່ງນີ້.


ຄຳປາລີຕົ້ນສະບັບ
ຄຳແປ
- ຂັນຕິ ປະຣະມັງ ຕະໂປ ຕີຕິກຂາ ນິພພານັງ ປະຣະມັງ ວະທັນຕິ ພຸດທາ ນະ ຫິ ປັພພະຊິໂຕ ປະຣູປະຄາຕີ ສະມະໂນ ໂຫຕິ ປະຣັງ ວິເຫຖະຍັນໂຕ.
ຂັນຕິຄືຄວາມອົດກັ້ນ ເປັນຕະບະຢ່າງຍິ່ງ ພຣະພຸດທະເຈົ້າ ທັງຫຼາຍກ່າວວ່າ ນິພພານເປັນພຣະບໍຣົມມະທຳ ຜູ້ທຳຮ້າຍຄົນອື່ນບໍ່ຊື່ວ່າເປັນບັນພະຊິດ ຜູ້ບຽດບຽນຄົນອື່ນບໍ່ຊື່ວ່າເປັນສະມະນະ.
- ສັພພະປາປັສສະ ອະກະຣະນັງ ກຸສສະລັສສຸສັມປະທາ ສະຈິຕຕະປະຣິໂຍທະປານັງ ເອຕັງ ພຸດທະສາສະນັງ.
ການບໍ່ທຳຄວາມຊົ່ວທັງປວງ 1
ການບຳເພັງແຕ່ຄວາມດີ 1
ການທຳຈິດໃຈຂອງຕົນໃຫ້ຜ່ອງໃສ 1
ນີ້ເປັນຄຳສອນຂອງພຣະພຸດທະເຈົ້າ ທັງຫຼາຍ.
- ອະນູປະວາໂທ ອະນູປະຄາໂຕ ປາຕິໂມກເຂ ຈະ ສັງວະໂຣ ມັຕຕັນຍຸຕາ ຈະ ພັຕຕັສມິງ ປັນຕັນຈະ ສະຍະນາສະນັງ ອະທິຈິດເຕ ຈະ ອາໂຍໂຄ ເອຕັງ ພຸດທານະ ສາສນານັງ
ການບໍ່ກ່າວຮ້າຍ 1
ການບໍ່ທຳຮ້າຍ 1
ຄວາມສັງລວມໃນປະຕິໂມກ 1
ຄວາມເປັນຜູ້ຮູ້ຈັກປະມານໃນອາຫານ 1
ທີ່ນັ່ງທີ່ນອນອັນສະຫງັດ 1
ຄວາມພຽນໃນອະທິຈິດ 1
ອັນນີ້ເປັນຄຳສອນຂອງພຣະພຸດທະເຈົ້າ ທັງຫຼາຍ.

- ເມື່ອເຮົາມາສັງເກດເບິ່ງ ຄຳວ່າສາສະນັງໃນພາສາປາລີ ລ້ວນແຕ່ແປວ່າ ຄຳສອນຂອງ ພຣະພຸດທະເຈົ້າທັງຫຼາຍ ສະນັ້ນຄຳວ່າສາສະໜາ ຈຶ່ງແປວ່າຄຳ ສອນຂອງພຣະພຸດທະເຈົ້ານັ້ນເອງ.

- ຜູ້ທີ່ອ້າງຕົນ ຫຼືນ້ອມຮັບນັບຖືພຣະພຸດທະສາສະໜາ ກໍຮຽກຕົນເອງວ່າ "ພຸດທະບໍລິສັດ" ຄືປະຊາຊົນຂອງພຸດ, ນອກຈາກຈະມີສັດທາ ໃນການປະຕິບັດຕົນຕໍ່ຄຳສອນຕາມ ພຣະພຸດທະສາສະໜາແລ້ວ ຊາວພຸດຍັງໄດ້ປະຕິບັດຕົນບຳເພັງບຸນຍະປາລະມີ ໃນທາງ ສາສະໜາຢ່າງຖືກຕ້ອງ 3 ຢ່າງ ຄື

໑. ທານ.
໒. ຮັກສາສີນ
໓. ພາວະນາ

- ແລ້ວຕ້ອງໄດ້ ສຶກສາພຣະໄຕຣດົກທາງພຣະພຸດທະສາສະໜາ ເພື່ອໃຫ້ເກີດ "ປັນຍາ" ຄືຄວາມຮູ້ຮອບ ໃນພຸດທະທຳ ເປັນແນວທາງໃນການດຳເນີນຊີວິດຕາມແນວທາງພຣະພຸດທະສາສະໜາ ໃຫ້ຖືກຕ້ອງເໝາະສົມ.